ອິນເດຍ ສົ່ງດາວທຽມບຣາຊິນ ຂຶ້ນສູ່ວົງໂຄຈອນໂລກ

ອ້າງຕາມຂ່າວ ອິນເດຍ, ວັນທີ 28 ກຸມພາທີ່ຜ່ານມາ, ອິນເດຍ ໄດ້ສົ່ງດາວທຽມສຳຫລວດໂລກ ຂອງ ບຣາຊິນ ແອມະຊໍເນຍ-1 ຂື້ນສູ່ວົງໂຄຈອນໂລກເພື່ອກວດກາ ແລະ ສົ່ງຂໍ້ມູນທີ່ກ່ຽວກັບ ການທຳລາຍປ່າ ແລະ ວິເຄາະ ຄວາມຫລາກຫລາຍ ດ້ານກະສິກຳໃນພາກພື້ນອາເມຊອນໃຫ້ແກ່ ໜ່ວຍງານທີ່ກ່ຽວຂ້ອງໃນບຣາຊິນ, ເປັນດາວທຽມດວງທຳອິດ ຂອງ ບຣາຊິນ ທີ່ຍິງຂື້ນສູ່ວົງໂຄຈອນຈາກຖານປ່ອຍໃນອິນເດຍ.

อาจเป็นรูปภาพของ กลางแจ้ง

ຈະຫລວດສົ່ງດາວທຽມຂອງສຳນັກງານ ອາວະກາດ ອິນເດຍ ໄດ້ສົ່ງດາວທຽມສຳຫລວດໂລກ ຂອງ ບຣາຊິນແອມະຊໍເນຍ-1 ຂື້ນສູ່ວົງໂຄຈອນໂລກ ພ້ອມດາວທຽມດວງອື່ນໆ ອີກ18 ລູກ, ຈາກຖານປ່ອຍຈະຫລວດເມືອງສະຣີຫລີໂກຕາລັດອານທຳປະເທດໄດ້ປະສົບຜົນສຳເລັດໃນປີນີ້.

Comments