General

ງານເທດສະການອາຫານລາວ ປະຈໍາປີ 2021 ເລີ່ມແລ້ວ (ຕັ້ງແຕ່ວັນທີ 23-27 ກຸມພານີ້)

ງານເທດສະການອາຫານລາວ ໝູນວຽນມາອີກປີແລ້ວ!!! ແລະ ຫຼ້າສຸດກໍເປີດຂຶ້ນຢ່າງເປັນທາງການ ໃນວັນທີ 23 ກຸມພາ 2021 ນີ້ ຢູ່ທີ່ ສວນເຈົ້າອານຸວົງ ນະຄອນຫຼວງວຽງຈັນ ພາຍໃຕ້ຄໍາຂວັນ “ກິນ, ຢູ່, ຮຽນຮູ້ວິຖີລາວ”. ໂດຍການເປັນປະທານຂອງທ່ານ ນາງ ຈັນທະຈອນ ວົງໄຊ ປະທານຄະນະບໍລິຫານ ສະມາຄົມນັກທຸລະກິດແມ່ຍິງ, ມີທ່ານນາງ ອິນລາວັນ ແກ້ວບຸນພັນ ປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງ ພ້ອມດ້ວຍບັນດາຫົວໜ່ວຍນັກທຸລະກິດ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ໃນພິທີດັ່ງກ່າວທ່ານນາງ ຈັນທະຈອນ ວົງໄຊ ປະທານຄະນະບໍລິຫານ ສະມາຄົມນັກທຸລະກິດແມ່ຍິງ ທັງເປັນປະທານຜູ້ຈັດງານ ໄດ້ກ່າວວ່າ: ການຈັດງານໃນຄັ້ງນີ້ກໍເພື່ອສ້າງແນວຄວາມຄິດ ແລະ ບັນຍາກາດອັນໃໝ່ໃນການອະນຸລັກອາຫານການກິນ, ການດຳລົງຊີວິດ, ຮີດຄອງປະເພນີດັ້ງເດີມຂອງຄົນລາວ, ເສີມສ້າງໃຫ້ເປັນບັນຍາກາດແບບສັງຄົມພື້ນເມືອງລາວ. ສືບຕໍ່ຊຸກຍູ້ສົ່ງເສີມແມ່ຍິງຜູ້ຜະລິດ, ຜູ້ປູກຝັງ-ລ້ຽງສັດ, ຮ້ານອາຫານ, ໂຮງແຮມ, ຮ້ານຂາຍຍ່ອຍຈາກທ້ອງຖິ່ນຕ່າງໆ ແລະ ໃນນະຄອນຫຼວງວຽງຈັນ ໄດ້ນໍາສິນຄ້າຂອງຕົນເອງມາວາງສະແດງ ພ້ອມຄ້າຂາຍແລກປ່ຽນກັນ. ພ້ອມນີ້, ຍັງເປັນການໂຄສະນາເຜີຍແຜ່ການຫຼຸດຜ່ອນໃຊ້ຖົງຢາງພລາສຕິກຫັນມານິຍົມໃຊ້ວັດຖຸເປັນມິດກັບສິ່ງແວດລ້ອມ ແລະ ບໍລິໂພກອາຫານພື້ນເມືອງລາວຈາກຜະລິດຕະພັນປອດສານພິດທີ່ດີຕໍ່ສຸຂະພາບ. ພາຍໃນງານມີບັນດາຮ້ານອາຫານລາວ; ຮ້ານຂາຍເຄື່ອງທີ່ລະນຶກຈາກບັນດາສະຖານທູດໃນບັນດາປະເທດອາຊຽນ; ຮ້ານຂາຍເຄື່ອງຫັດຖະກຳ, ກະສິກຳຕ່າງໆ ລວມທັງໝົດ 120 ...

Read More »

ການຟື້ນຟູວິສາຫະກິດແມ່ນຫຍັງ? (ຕອນ 2)

ກົດໝາຍວ່າດ້ວຍການຟື້ນຟູ ແລະ ລົ້ມລະລາຍຂອງວິສາຫະກິດມີຜົນສັກສິດແຕ່ເດືອນມິຖຸນາ 2020. ໃນເດືອນກ່ອນ, ຂ້າພະເຈົ້າ ໄດ້ສະເໜີກ່ຽວກັບການຟື້ນຟູວິສາຫະກິດເບື້ອງຕົ້ນໄປແລ້ວ, ມື້ນີ້ ຂ້າພະເຈົ້າຂໍສືບຕໍ່ແລກປ່ຽນບາງພື້ນຖານທີ່ສຳຄັນຂອງກ່ຽວກັບການຟື້ນຟູວິສາຫະກິດ ຕາມກົດໝາຍດັ່ງກ່າວ ຄື: 3.       ຜູ້ມີສິດຮ້ອງຂໍຟື້ນຟູ ຫຼື ລົ້ມລະລາຍວິສາຫະກິດ ມີໃຜແດ່? ວິສາຫະກິດເອງ: ວິສາຫະກິດ ທີ່ຢູ່ໃນສະພາວະລົ້ມລະລາຍ ຫຼື ໃກ້ຈະຢູ່ໃນສະພາວະລົ້ມລະລາຍ;ຂາຮຸ້ນ ຫຼື ຜູ້ຖືຮຸ້ນ: ຂອງວິສາຫະກິດທີ່ຢູ່ໃນສະພາວະລົ້ມລະລາຍ ຫຼື ໃກ້ຈະຢູ່ໃນສະພາວະລົ້ມລະລາຍທີ່ຕາງໜ້າໃຫ້ຢ່າງໜ້ອຍ 20% ຂອງຮຸ້ນທີ່ມີສິດລົງຄະແນນສຽງທັງໝົດ ໃນກໍລະນີທີ່ວິສາຫະກິດນັ້ນບໍ່ຮ້ອງຂໍຟື້ນຟູ ຫຼື ລົ້ມລະລາຍ;ສະມາຊິກສະຫະກອນ: ຕາງໜ້າໃຫ້ຢ່າງໜ້ອຍໜຶ່ງສ່ວນຫ້າຂອງສະມາຊິກທັງໝົດໃນກໍລະນີທີ່ສະຫະກອນມີຄວາມຫຍຸ້ງຍາກທາງດ້ານການເງິນ ແລະ ບໍ່ສາມາດຊຳລະໜີ້ສິນ.           1. ວິສາຫະກິດແນວໃດ ທີ່ຢູ່ໃນສະພາວະລົ້ມລະລາຍ ຫຼື ໃກ້ຈະຢູ່ໃນສະພາວະລົ້ມລະລາຍ? ວິສາຫະກິດທີ່ໃກ້ຈະຢູ່ໃນສະພາວະລົ້ມລະລາຍ ໝາຍເຖິງວິສາຫະກິດທີ່ປະສົບຄວາມຫຍຸ້ງຍາກທາງດ້ານການເງິນ ຫຼື ຂາດສະພາບຄ່ອງທາງການເງິນຊຶ່ງຢູ່ໃນສະພາບທີ່ບໍ່ສາມາດຊຳລະໜີ້ສິນຂອງຕົນເມື່ອເຖິງກຳນົດເວລາ. ຕົວຢ່າງ: ໂຮງແຮມ A ປະສົບບັນຫາຈາກສະພາບການລະບາດຂອງພະຍາດປອດອັກເສບໂຄວິດ-19 ບໍ່ມີລູກຄ້າຫຼາຍເດືອນ ເຮັດໃຫ້ວິສາຫະກິດປະສົບບັນຫາຂາດທຶນຮອນຢ່າງໜັກໜ່ວງໃນການດຳເນີນທຸລະກິດ ເຊັ່ນ ຕ້ອງໄດ້ຊຳລະໜີ້ສິນການກູ້ຢືມຈາກທະນາຄານແຕ່ວິສາຫະກິດບໍ່ມີຄວາມສາມາດຊໍາລະໄດ້ແລ້ວ ຫຼື ຕ້ອງຊຳລະຄ່າວັດຖຸເຄື່ອງຂອງທີ່ສັ່ງເຂົ້າມາປະກອບໃນໂຮງແຮມ, ຄ່າແຮງງານພະນັກງານ ແລະ ໜີ້ສິນອື່ນໆ ທີ່ໂຮງແຮມ A ...

Read More »

ລັດຖະມົນຕີຕ່າງປະເທດ ຕ້ອນຮັບທູດອົດສະຕຣາລີ ຄົນໃໝ່

ໃນວັນທີ 22 ກຸມພາ 2021 ທີ່ຜ່ານມາ ທີ່ນະຄອນຫລວງວຽງຈັນ, ທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ໂພຣ ແຄລີ (Paul Kelly) ເນື່ອງໃນໂອກາດ ທີ່ຖືກແຕ່ງຕັ້ງໃຫ້ດຳລົງຕໍາແໜ່ງເປັນເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ອົດສະຕຣາລີ ປະຈໍາ ສປປ ລາວ ຄົນໃໝ່. ໃນໂອກາດດັ່ງກ່າວ, ທ່ານ ສະເຫລີມໄຊ ກົມມະສິດ ໄດ້ສະແດງຄວາມຍິນດີ ແລະ ຊົມເຊີຍຕໍ່ ທ່ານ ໂພຣ ແຄລີ ທີ່ໄດ້ຮັບການແຕ່ງຕັ້ງໃຫ້ມາດໍາລົງຕໍາແໜ່ງ ເປັນເອກອັກຄະລັດຖະທູດ ແຫ່ງ ອົດສະ ຕຣາລີ ປະຈໍາ ສປປ ລາວ ແລະ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍາວນານ ແລະ ຫວັງວ່າ ທ່ານເອກອັກຄະລັດຖະທູດຄົນໃໝ່ ຈະສືບຕໍ່ຊຸກຍູ້ ແລະ ປະກອບສ່ວນເຂົ້າ ໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ມີປະສິດທິພາບ ລະຫວ່າງ ສປປ ...

Read More »

ຍີ່ປຸ່ນ ໃຫ້ທຶນຊ່ວຍເຫລືອ ຟື້ນຟູຊີວິດການເປັນຢູ່ ຫລັງນໍ້າຖ້ວມ ຢູ່ພາກໃຕ້ຂອງລາວ ປະມານ 15,9 ຕື້ກວ່າກີບ

ທ້າຍອາທິດທີ່ຜ່ານມາ ທີ່ນະຄອນຫລວງວຽງຈັນ, ລັດຖະບານຍີ່ປຸ່ນ ໄດ້ປະກອບສ່ວນ ທຶນຊ່ວຍເຫລືອ 180 ລ້ານເຢັນ (ປະມານ 15,9 ຕື້ກວ່າກີບ) ເພື່ອບັນເທົາຜົນກະທົບຈາກເຫດການຝົນຕົກໜັກ ແລະ ນໍ້າຖ້ວມ ໃນເດືອນຕຸລາ ປີ 2020 ຜ່ານມາ ທີ່ແຂວງສະຫວັນນະເຂດ ແລະ ແຂວງອື່ນໆ ຢູ່ພາກໃຕ້ ຂອງ ສປປ ລາວ ໂດຍຜ່ານອົງການອາຫານໂລກປະຈຳລາວ. ຕາງໜ້າລົງນາມຄັ້ງນີ້, ໂດຍທ່ານ ທາເກວະກະ ເຄໂຊ ເອກອັກຄະຣາຊະທູດ ຍີ່ປຸ່ນປະຈຳ ສປປ ລາວ ແລະ ທ່ານ ຢານ ເດລບາເຣີ ຜູ້ອໍານວຍການ ຫ້ອງການອົງການອາຫານໂລກປະຈຳ ລາວ, ມີທ່ານ ວິໄລພົງ ສີສົມຫວັງ ຫົວໜ້າກົມສັງຄົມສົງເຄາະ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ ເປັນສັກຂີພິຍານ. ໂອກາດນີ້, ທ່ານ ທາເກວະກະ ເຄໂຊ ໄດ້ກ່າວວ່າ: ພວກເຮົາກໍາລັງປະເຊີນໜ້າກັບສິ່ງທ້າທາຍຫລາຍຂຶ້ນ ຍ້ອນໄພພິບັດທໍາມະຊາດ ແລະ ການປ່ຽນແປງຂອງສະພາບດິນຟ້າອາກາດ. ໂດຍຜ່ານໂຄງການນີ້, ລັດຖະບານ ...

Read More »

ບໍລິສັດ Manignom Auto Group Company Limited ໄດ້ລົງນາມຂໍ້ຕົກລົງກັບ Geely Auto Group ໃນການເປັນຕົວແທນຈຳໜ່າຍລົດ GEELY ໃນ ສປປ ລາວ

      ເມື່ອວັນທີ 18 ກຸມພາ 2021 ທີ່ຜ່ານມາ ປະທານບໍລິສັດ ມະນີຍົມ ໂອໂຕ ກຣຸບ ທານ ສຸກສະໜອນ ສີຫາເທບ ແລະ Mr. Jun Song ຜູ້ຈັດການທົ່ວໄປຂອງ Geely Automative International Corporation ໄດ້ຈັດພິທີເຊັນສັນຍາຮ່ວມກັນໃນການເປັນຕົວແທນຈຳໜ່າຍລົດ GEELY ໃນ ສປປ ລາວ, ໂດຍມີຄະນະກໍາມະການຈາກທັງສອງບໍລິສັດເຂົ້າຮ່ວມເປັນສັກຂີພິຍານ.       ຂໍ້ຕົກລົງນີ້ຈະຊ່ວຍໃຫ້ ບໍລິສັດ ມະນີຍົມ ໂອໂຕ ກຣຸບ ສາມາດຊຸກຍູ້ຄວາມເຂັ້ມແຂງໃຫ້ກັບທຸລະກິດລົດ ດ້ວຍຄວາມຮ່ວມມືກັບແບຣນລົດອັນດັບ 1 ຂອງ ສປ ຈີນ ເຊິ່ງຈະຊ່ວຍເພີ່ມຄວາມສາມາດໃນການແຂ່ງຂັນໃນຕະຫຼາດລົດ ຂອງ Manignom Group ໃນປີ 2021 ລວມທັງສະເໜີທາງເລືອກໃຫມ່ໃຫ້ກັບຜູ້ທີ່ສົນໃຈໃນນະວັດຕະກຳລົດໃຫມ່ ແລະ ປະສົບການດ້ານການເຄື່ອນໄຫວທີ່ເໜືອຄວາມຄາດໜາຍ. ການເຊັນສັນຍາໃນຄັ້ງນີ້ຈະເຮັດໃຫ້ Manignom Group ສາມາດຂະຫຍາຍທຸລະກິດຈຳໜ່າຍຂາຍລົດສ່ວນບຸກຄົນໃນ ສປປ ລາວ ນອກຈາກການເປັນຕົວແທນຈຳໜ່າຍ ແຕ່ພຽງຜູ້ດຽວໃນ ສປປ ລາວ ສຳລັບ ...

Read More »

ວິທີວາງແຜນການຕະຫຼາດດິຈິຕອນເບື້ອງຕົ້ນສຳລັບຜູ້ປະກອບການ

ສະບາຍດີ ທ່ານຜູ້ອ່ານທີ່ຕິດຕາມອ່ານຄໍລຳ Branding & Marketing ກັບວາລະສານທາເກັດເປັນປະຈຳ ບົດຄວາມໃນເດືອນນີ້ ຈະຕໍ່ເນື່ອງຈາກບົດຄວາມໃນເດືອນຜ່ານມາ ທີ່ຂ້າພະເຈົ້າ ໄດ້ນຳສະເໜີກ່ຽວກັບ ການສ້າງທີມການຕະຫຼາດດິຈິຕອນ ເພື່ອເປັນປະໂຫຍດແກ່ບັນດາຜູ້ປະກອບການທັງເກົ່າ ແລະ ໃໝ່ ທີ່ມີຄວາມຈຳເປັນຕ້ອງຫັນປ່ຽນເຮັດທຸລະກິດຢູ່ແພລັດຟອມດິຈິຕອນ (Digital platforms) ຫຼືບ້ານເຮົາມັກເອີ້ນວ່າ ອອນລາຍ ແບບກະທັນຫັນ ເນື່ອງຈາກການລະບາດຂອງ ພະຍາດອັກເສບປອດສາຍພັນໃໝ່ ໂຄວິດ-19 ທີ່ແກ່ຍາວນັບຕັ້ງແຕ່ຕົ້ນປີ 2020 ທີ່ຜ່ານມາ. ສະນັ້ນ ໃນເດືອນນີ້ຂ້າພະເຈົ້າຈະຂໍນຳສະເໜີ ວິທີການວາງແຜນການຕະຫຼາດດິຈິຕອນເບື້ອງຕົ້ນ ເພື່ອໃຫ້ບັນດາທ່ານ ໄດ້ນຳພາທີມການຕະຫຼາດທີ່ສ້າງຂຶ້ນ ເລີ່ມວາງແຜນການຕະຫຼາດດິຈິຕອນ. “ການບໍ່ວາງແຜນ ຄືການວາງແຜນທີ່ຈະຫຼົ້ມເຫຼວ” ຄຳເວົ້ານີ້ຍັງຖືກຕ້ອງໃນທຸກຍຸກສະໄໝ ໂດຍສະເພາະ ເມື່ອການຕະຫຼາດທີ່ຕ້ອງເຮັດໃນແພລັດຟອມດິຈິຕອນ ຊ່າງກວ້າງໃຫຍ່ໄພສານ ມີການແຂ່ງຂັນທີ່ສູງ ເພາະໃຜໆກໍສາມາດເຂົ້າຮ່ວມເປັນຜູ້ຫຼິ້ນໄດ້ ໂດຍບໍ່ຕ້ອງໃຊ້ຕົ້ນທຶນຫຼາຍ, ແພລັດຟອມທີ່ໃຊ້ກໍມີການປ່ຽນແປງເງື່ອນໄຂຢູ່ເລື້ອຍໆ ໂດຍປັນຍາປະດິດ ຫຼືເອໄອ, ການບໍລິໂພກຂໍ້ມູນຂ່າວສານປະຈຳວັນ ທີ່ມະຫາສານ ແລະວ່ອງໄວ ໃນຍຸກ 4.0 ກໍກະຕຸ້ນໃຫ້ພຶດຕິກຳຂອງລູກຄ້າເປົ້າໝາຍປ່ຽນແປງໄປໄວເຊັ່ນດຽວກັນ. ສະນັ້ນ ການໂດດເຂົ້າຮ່ວມໃນແພລັດຟອມດິຈິຕອນ ໂດຍບໍ່ມີການວາງແຜນການຕະຫຼາດ ຈຶ່ງເປັນຄວາມສ່ຽງທີ່ຈະນຳພາທຸລະກິດຂອງທ່ານໄປສູ່ຄວາມລົ້ມເຫຼວ. ແລ້ວການວາງແຜນການຕະຫຼາດດິຈິຕອນແມ່ນຫຍັງ? ການວາງແຜນການຕະຫຼາດດິຈິຕອນ ຫຼືການຕະຫຼາດອອນລາຍ ແມ່ນແຜນປະຕິບັດ ທີ່ອອກແບບມາຈາກຂໍ້ມູນຫຼັກຖານທີ່ກ່ຽວຂ້ອງຕ່າງໆ ເພື່ອໃຊ້ໃນການກຳນົດທິດທາງ ...

Read More »

ແນວຄິດ “ເອົາໃຈເຂົາມາໃສ່ໃຈເຮົາ” Outward Mindset ທັກສະທີ່ຕ້ອງມີໃນຍຸກນີ້

ທ່ານເຄີຍຕົກຢູ່ໃນສະຖານະການທີ່ທ່ານບໍ່ສາມາດສື່ສານກັບບາງຄົນໄດ້ຫຼືບໍ່ ຄົນທີ່ທ່ານຮູ້ສຶກອຶດອັດເມື່ອຕ້ອງໄດ້ ເວົ້ານໍາ ເຮັດໃຫ້ທ່ານໃຈຮ້າຍ ເກີດຄວາມຕຶງຄຽດ ເມື່ອຕ້ອງຜິດຖຽງ ຫຼື ຜິດໃຈກັນ, ຊຶ່ງເຮົາສາມາດພົບສະຖາ ນະການນີ້ໄດ້ເກືອບທຸກມື້ ບໍ່ວ່າຈະຢູ່ບ້ານ ຫຼື ບ່ອນເຮັດວຽກ. ທ່ານກໍາລັງຍ້າຍວຽກຍ້ອນມີບັນຫາເລື່ອງຄົນ ຫຼື ກໍາລັງມີບັນຫາກັບຄົນໃນຄອບຄົວຍ້ອນການສື່ສານທີ່ບໍ່ລົງຕົວ ຫຼື ບໍ່ເຂົ້າໃຈເຊິ່ງກັນແລະກັນຫຼືບໍ່?. ໃນບົດຄວາມນີ້ ຜູ້ຂຽນຈຶ່ງຢາກນໍາເອົາແນວຄວາມຄິດທີ່ໜ້າສົນໃຈຈາກປຶ້ມ The Outward Mindset ມາແບ່ງປັນເພື່ອໃຫ້ທ່ານຜູ້ອ່ານສາມາດນໍາມາປັບໃຊ້ໃຫ້ຮັບມືກັບສະຖານະການເຫຼົ່ານີ້ໄດ້ດີຂຶ້ນ ດ້ວຍການໃຊ້ມຸມມອງໃໝ່ໃນການເບິ່ງບັນຫາທີ່ຮູ້ກັນດີໃນນາມ Outward Mindset ຫຼື ການແນມເຫັນ ແລະ ໃຫ້ຄວາມສໍາຄັນກັບຄົນອື່ນ. ສະຖາບັນ Arbinger ໄດ້ໃຫ້ນິຍາມ Mindset ໄວ້ວ່າ ແມ່ນແນວຄວາມຄິດທີ່ເປັນຕົວຂັບເຄື່ອນໃຫ້ເກີດພຶດຕິກໍາ (Behavior) ແລະ ພຶດຕິກໍາກໍນໍາມາສູ່ໝາກຜົນ (Result). Mindset ຖືກແບ່ງອອກເປັນ Inward Mindset ແລະ Outward Mindset, ຊຶ່ງ Inward Mindset ໝາຍເຖິງແນວຄິດມຸມມອງການເບິ່ງໂລກທີ່ເນັ້ນໃສ່ເປົ້າໝາຍ ແລະ ໝາກຜົນຂອງຕົນເອງເປັນສໍາຄັນ ເຮັດໃຫ້ບໍ່ເຫັນຄຸນຄ່າ ແລະ ຄວາມສາມາດຂອງຄົນອື່ນ ເຮັດໃຫ້ເຮົາປະຕິບັດຕໍ່ຄົນອື່ນ ຄືດັ່ງພວກເຂົາເປັນ “ວັດຖຸສິ່ງຂອງ” ...

Read More »

ການຄ້າເທິງມືຖື (M-Commerce)ເພື່ອນຮູ້ໃຈໃນພາວະວິກິດ Covid-19

ເຕັກໂນໂລຊີ ເປັນອີກສິ່ງໜຶ່ງທີ່ວິວັດທະນາການຢ່າງໄວວາ ເຊິ່ງພວກເຮົາປະຕິເສດບໍ່ໄດ້ເລີຍວ່າ ການຮູ້ທັນເຕັກໂນໂລຊີນັ້ນ ມັນສ້າງຜົນປະໂຫຍດຢ່າງມະຫາສານແກ່ຜູ້ທີ່ສາມາດນໍາມາປະຍຸກໃຊ້ໄດ້ດີຂະໜາດໃດ!! ໂດຍສະເພາເພາະໃນພາວະວິກິດຮ້າຍແຮງ ຂອງການແຜ່ລະບາດຂອງເຊື້ອຈຸນລະໂລກປອດອັກເສບ ສາຍພັນໃໝ່ ໂຄວິດ-19 ທີ່ເຮັດໃຫ້ປະຊາຊົນຕ້ອງເວັ້ນໄລຍະຫ່າງທາງສັງຄົມ ແລະ ກັກໂຕເອງຢູ່ພາຍໃນບ່ອນພັກອາໄສ ທຸລະກິດທີ່ມີຄວາມການເພີ່ມຂຶ້ນແບບກ້າວກະໂດດ ຈຶ່ງແມ່ນການຄ້າເທິງມືຖື ສະນັ້ນ ບົດຄວາມໃນເດືອນນີ້ ວາລະສານ ທາເກັດ ຈະພາບັນດາທ່ານໄປຮູ້ຈັກກັບ “M-Commerce” (Mobile Commerce) ຫຼື ການຄ້າເທິງມືຖື ເຊິ່ງວ່າຈະເປັນແນວໃດນັ້ນເຮົາລອງມາເບິ່ງນໍາກັນເລີຍ…       ສໍາລັບທຸລະກິດການຄ້າຜ່ານທາງໂທລະສັບມືຖື (Smart Phone) ແມ່ນເລີ່ມເຂົ້າມາຢູ່ໃນການດໍາລົງຊີວິດຂອງພວກເຮົາໄດ້ຫຼາຍປີແລ້ວ ແລະ ຜູ້ຄົນກໍລື້ງເຄີຍກັບການຊື້ເຄື່ອງດ້ວຍມືຖື ຜ່ານທາງ Application ທີ່ໃຫ້ບໍລິການ ຫຼື Website ສໍາລັບມືຖື ພ້ອມທັງສາມາດຊໍາລະເງິນຜ່ານທາງມືຖືຢ່າງສະດວກສະບາຍ ພຽງແຕ່ໃຊ້ນິ້ວກົດເພື່ອສັ່ງຊື້ ກໍຈະມີຄົນມາສົ່ງຮອດເຮືອນແລ້ວ… ແຕ່ທ່ານຮູ້ຫຼືບໍ່ວ່າ ພຶດຕິກໍາທໍາມະດາ ແລະ ສະດວກສະບາຍທີ່ທ່ານໄດ້ຮັບໃນມື້ນີ້ ຄືຕົວຊີ້ບອກວ່າ: “ໂລກໜ່ວຍນີ້ໄດ້ປ່ຽນໄປຕະຫຼອດການຍ້ອນເຕັກໂນໂລຊີ” ຕົວຢ່າງ: Application ສັ່ງເຄື່ອງ Online ເຊັ່ນ: Shopee, Lazada, shopdee Taobao Lao, Ebuy Lao ນອກຈາກນັ້ນຍັງມີ ...

Read More »

ຢ່າລືມ!​!! ໄປໃຊ້ສິດເລືອກຕັ້ງ ສສຊ​ ແລະ​ ສສຂ​ ພ້ອມກັນທົ່ວປະເທດ

ທ່ານຮູ້ບໍ່ ?ທົ່ວປະເທດ​ ມີຜູ້ມີສິດປ່ອນບັດເລືອກຕັ້ງ​ສະມາຊິກສະພາແຫ່ງຊາດຊຸດທີ IX​ ແລະ​ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ II​ ທັງໝົດ​ 4.279.243 ຄົນ,​ ເພດຍິງ 2.128.167 ຄົນ. ການເລືອກຕັ້ງສະມາຊິກສະແຫ່ງຊາດ (ສສຊ) ຊຸດທີ 9 ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ (ສສຂ) ຊູດທີ 2 ທີ່ຈະມີຂຶ້ນໃນວັນທີ 21 ກຸມພາ 2021: -ທົ່ວປະເທດມີ 18 ເຂດເລືອກຕັ້ງ (ນະຄອນຫລວງວຽງຈັນ+17ແຂວງ).-ທົ່ວປະເທດມີ 7.217 ໜ່ວຍປ່ອນບັດ. -ໜ່ວຍປ່ອນບັດເລືອກຕັ້ງຢູ່ຕ່າງປະເທດ ມີ 40 ໜ່ວຍ (ສະຖານເອກອັກຄະລັດຖະທູດ-ກົງສຸນໃຫຍ່).-ຜູ້ສະໝັກຮັບເລືອກຕັ້ງ ມີທັງໝົດ 224 ທ່ານ, ເພດຍິງ 49 ທ່ານ ເລືອກເອົາ 164 ທ່ານ.

Read More »

ສປປ ລາວ ປະຕິບັດລາຍຮັບງົບປະມານ​​ບັນ​ລຸເກືອບ 100% ຂອງແຜນການດັດແກ້

ສຳນັກຂ່າວ ຊີອາໄອ ໄດ້ລາຍງານວ່າ: ເມື່ອບໍ່​ດົນ​ມານີ້, ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນໄດ້​ກ່າວ​ມີ​ຄຳ​ເຫັນ​ຕໍ່ກອງປະຊຸມສະຫຼຸບວຽກງານການເງິນ ປະຈຳປີ 2020 ​ວ່າ: ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈໍາປີ 2020 ເປັນປີສຸດທ້າຍຂອງການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ຄັ້ງທີ VIII ແລະ ແຜນງົບປະມານແຫ່ງລັດ 5 ປີ. ໃນ​​ດ້ານລາຍຮັບສາມາດ ປະຕິບັດໄດ້ 22.619 ຕື້ກີບ ເທົ່າກັບ 99,53% ຂອງແຜນການດັດແກ້, ໃນນັ້ນ, ລາຍຮັບພາຍໃນ ປະຕິບັດໄດ້ 20.410 ຕື້ກີບ ເທົ່າກັບ 99,86% ຂອງແຜນການດັດແກ້ (ຖ້າທຽບໃສ່ໃນໄລຍະດຽວ ກັນ ເຫັນວ່າຫຼຸດລົງ 13,6%). ດ້ານລາຍຈ່າຍປະຕິບັດໄດ້ 31.204 ຕື້ກີບ ເທົ່າກັບ 93,7% ຂອງແຜນການດັດແກ້. ສວ່ນການຂາດດຸນ​ມີປະມານ 8.585 ຕື້ກີບ ເທົ່າກັບ 81,2% ແຜນດັດແກ້ ຫຼືເທົ່າກັບ 4,83%, ຖ້າທຽບໃສ່ແຜນດັດແກ້ທີ່ສະພາແຫ່ງຊາດໄດ້ຮັບຮອງສາມາດປະຕິບັດໄດ້ຢູ່ໃນລະດັບດີສົມຄວນ. ຕາມຂໍ້ມູນໃຫ້ຮູ້ວ່າ: ການຈັດຕັ້ງປະຕິບັດວຽກງານດັ່ງກ່າວໄດ້ດີ ຍ້ອນໄດ້ມີການຜັນຂະຫຍາຍນະໂຍບາຍການປະຢັດງົບປະມານຂອງລັດ ...

Read More »