ສຳນັກຂ່າວ ຊິນຮວາຂອງ ຈີນ ລາຍງານວ່າ, ວັນທີ 24 ເດືອນກຸມພາ, ບໍລິສັດ ນໍ້າມັນ ຢູ່ແຄມຝັ່ງ ແຫ່ງຊາດ ຈີນ (CNOOC) ປະກາດວ່າ ປະເທດນີ້ ໄດ້ຄົ້ນພົບ ແຫລ່ງນ້ຳມັນດີບ ແລະ ແກັດ ທຳມະຊາດ ໃນທະເລໂປ໋ໄຫ່. ຄາດວ່າ ຈະມີປະລິມານ ນ້ຳມັນເຖິງ 100 ລ້ານໂຕນ.

ພື້ນທີ່ດັ່ງກ່າວ ແມ່ນ ຊື່ໂປ໋ຈົງ 13-2(Bozhong 13-2) ແລະ ມີຄວາມເລິກ ສະເລ່ຍ 23,2 ແມັດ, ຊື່ງຢູ່ໃຈກາງ ທະເລ ໂປ໋ໄຫ່, ຫ່າງຈາກ ນະຄອນທຽນຈິນ ໄປທາງພາກ ເໜືອຂອງຈີນ 140 ກິໂລແມັດ.