ຕາມຂ່າວຈາກ ນະຄອນຫລວງ ເຊອຸນ, ກະຊວງ ສາທາລະນະສຸກ ຂອງ ສ.ເກົາຫລີ ເລີ່ມສັກວັກຊິນ ປ້ອງກັນ ໂຄວິດ-19 ໃຫ້ແກ່ ປະຊາຊົນ ໂດຍສະເພາະ ຜູ້ເບິ່ງແຍງ ຜູ້ສູງອາຍຸ ບໍ່ເກີນ 65ປີ ລວມ 5.266 ຄົນ ຈາກສູນເບິ່ງແຍງ ຜູ້ສູງອາຍຸ 213 ແຫ່ງ ທົ່ວປະເທດ ເປັນກຸ່ມຄົນ ທຳອິດ ທີ່ໄດ້ຮັບ ວັກຊິນ ຢ່າງເປັນທາງການ ໃນວັນທີ26ກຸມພານີ້ ເປັນວັກຊິນ ທີ່ຜະລິດໂດຍ ບໍລິສັດ ແອສຕຣາເຊເນກາ-ເອສເຄ ໄບໂອ ຂອງສ.ເກົາຫລີ ໄດ້ຮັບຮັບຖ່າຍທອດ ເຕັກໂນໂລຊີ ຈາກບໍລິສັດ ແອສຕຣາ ເຊເນກາ ຮ່ວມກັບ ມະຫາ ວິທະຍາໄລ ອ໋ອກສຟອດ ຂອງອັງກິດ.

ຂະນະທີ່ ວັນທີ 27ກຸມພານີ້ ສ.ເກົາລີ ເລີ່ມສັກ ວັກຊິນອີກ 117.000 ຫລອດ ຂອງໄຟເຊີ/ໄບໂອ ເອັນເທັກ ນຳເຂົ້າມາຈາກ ຕ່າງປະເທດ ໂດຍບຸກຄະລາກອນ ທາງການແພດ ແລະ ເຈົ້າໜ້າທີ່ ຮ່ວມງງານ ປະມານ 55.000 ຈະເປັນກຸ່ມຄົນຫລັກ ທີ່ໄດ້ຮັບ ວັກຊິນ ຊຸດນີ້ ຂອງໄຟເຊີ/ໄບໂອເອັນເທັກ.ປັດຈຸບັນ ສ.ເກົາຫລີ ມີຜູ້ຕິດເຊື້ອໂຄວິດ-19ທັງໝົດ 88.922 ຄົນເພີ່ມຂຶ້ນ 406 ຄົນ ໃນຮອບ 24ຊົ່ວໂມງ ລ້າສຸດ ປິ່ນປົວດີແລ້ວ 79.880 ຄົນ ແລະ ເສຍຊີວິດ 1.585ຄົນ ເພີ່ມຂຶ້ນ 4 ຄົນ.

ຂປລ.