ຕາມຂ່າວຈາກ ຫວຽດນາມ(VOVWORLD) ວັນທີ 2 ມີນາ ທີ່ຜ່ານມາ, ທ່ານ ວາລາດີເມຍ ປູຕິນ(Vladimir Putin), ປະທານາ ທິບໍດີ ຣັດເຊຍ ກຽມຄວາມພ້ອມແລ້ວ ທີ່ຈະ ຮັກສາ ການເຈລະຈາ ແລະ ແກ້ໄຂ ຂໍ້ຂັດແຍ່ງ ກັບ ສ.ອາເມ ລິກາ ເພື່ອຟື້ນຟູ ແລະ ພັດທະນາ ການພົວພັນກັນ ຢ່າງຕັ້ງໜ້າ. ກ່ອນໜ້ານີ້, ຣັດເຊຍ ແລະ ສ.ອາເມລິກາ ໄດ້ຕໍ່ກຳນົດ ເວລາ ສັນຍາ ຫລຸດຜ່ອນ ອາວຸດ ບຸກໂຈມຕີ ຍຸດທະສາດໃໝ່ (New START).

ພາຍຫລັງ ຮັບດຳລົງ ຕຳແໜ່ງ ປະທານາທິບໍດີ ອາເມລິກາ, ທ່ານ ໂຈ ໄປເດນ (Joe Biden) ໄດ້ດຳເນີນ ການ ເຈລະຈາ ກັບ ຄູ່ຮ່ວມຕຳແໜ່ງຝ່າຍ ຣັດເຊຍ ໃນທ້າຍເດືອນ ມັງກອນ ທີ່ຜ່ານມາ ແລະ ສອງຝ່າຍ ໄດ້ບັນລຸໄດ້ຂໍ້ຕົກລົງ ກ່ຽວກັບ ການແກ່ຍາວ New START ຕື່ມ ອີກ 5 ປີ ຈົນຮອດ ວັນທີ 5 ກຸມພາ 2026
