ສປປ ລາວ ເນັ້ນການຊ່ວຍເຫລືອຈາກບັນດາຄູ່ຮ່ວມພັດທະນາ ໃຫ້ມີປະສິດທິຜົນ ແລະ ຕາມທິດການພັດທະນາແບບຍືນຍົງ

ກະຊວງແຜນການ ແລະ ການລົງທຶນ ສະເໜີ ໃຫ້ທຸກພາກສ່ວນທີ່ກ່ຽວຂ້ອງເອົາໃຈໃສ່ບັນຫາສຳຄັນຕ່າງໆ ເພື່ອຮັບປະກັນເຮັດໃຫ້ແຜນງານ/ໂຄງການ ທີ່ໄດ້ຮັບການສະໜັບສະໜູນຊ່ວຍເຫລືອຈາກບັນດາຄູ່ຮ່ວມພັດທະນາຢູ່ໃນ ສປປ ລາວ ໄດ້ຮັບການຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ ແລະ ຕາມທິດການພັດທະນາແບບຍືນຍົງ. ທ່ານ ກິແກ້ວ ຈັນທະບູຣີ ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ກ່າວໃນກອງປະຊຸມ ສະຫລຸບຜົນການຈັດຕັ້ງປະຕິບັດວຽກງານຊ່ວຍເຫລືອທາງການເພື່ອການພັດທະນາ ທົ່ວປະເທດ ຄັ້ງທີ IV ໃນອາທິດຜ່ານມາ, ໂດຍເນັ້ນວ່າ: ບັນຫາທີ່ຈະຕ້ອງສືບຕໍ່ເອົາໃຈໃສ່ມີ ຄື: ໃຫ້ເພີ່ມທະວີຄວາມເປັນເຈົ້າການຂອງຂະແໜງການ ໃນການຈັດຕັ້ງປະຕິບັດບັນດາແຜນງານ/ໂຄງການ ທີ່ໄດ້ຮັບການສະໜັບສະໜູນຈາກຄູ່ຮ່ວມພັດທະນາ ໃຫ້ໄດ້ຮັບຜົນສຳເລັດຕາມແຜນການທີ່ວາງໄວ້ ແລະ ທັນເວລາ, ເອົາໃຈໃສ່ໃນວຽກງານການປະສານງານໃຫ້ມີຄວາມວ່ອງໄວ ແລະ ຮອບດ້ານ, ອໍານວຍຄວາມສະດວກໃນຂັ້ນຕອນບໍລິຫານ ແລະ ຮັບປະກັນການຈັດຕັ້ງປະຕິບັດ ບັນດາແຜນງານ/ໂຄງການ ໄປຕາມແຜນການທີ່ວາງໄວ້ແລະ ມີປະສິດທິຜົນ.

อาจเป็นรูปภาพของ 1 คน

ຂະນະດຽວກັນ, ກໍໃຫ້ເອົາໃຈໃສ່ໃຫ້ບັນດາຊ່ຽວຊານທີ່ມາປະຈໍາຢູ່ແຕ່ລະແຜນງານ/ໂຄງການ ຖ່າຍທອດຄວາມຮູ້ ຄວາມອາດສາມາດໃຫ້ແກ່ພະນັກງານລັດຖະກອນ ໃນການຈັດຕັ້ງປະຕິບັດແຜນງານ/ໂຄງ ການ ໂດຍສະເພາະແມ່ນການຖ່າຍທອດຄວາມຮູ້ ໃຫ້ແກ່ພະນັກງານທ້ອງຖິ່ນໃນການປະຕິບັດໜ້າທີ່ວຽກງານ ເພື່ອຮັບປະກັນຄວາມຍືນຍົງຂອງແຜນງານ/ໂຄງການຕ່າງໆ, ພ້ອມທັງເອົາໃຈໃສ່ໃນປະຕິບັດດໍາລັດຂອງລັດຖະບານ ສະບັບເລກທີ 357/ລບ, ລົງວັນທີ 9 ຕຸລາ 2019 ວ່າດ້ວຍການຄຸ້ມຄອງ ແລະ ຊ່ວຍ ເຫລືອທາງການເພື່ອການພັດທະນາ (ສະບັບໃໝ່) ໃຫ້ທົ່ວເຖິງທັງສູນກາງ ແລະ ທ້ອງຖິ່ນ, ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດບັນດາແຜນງານ/ໂຄງການ ທີ່ໄດ້ຮັບການສະໜັບສະໜູນ ຈາກບັນດາຄູ່ຮ່ວມພັດທະ ນາ ໃຫ້ໄປເຖິງປະຊາຊົນຢ່າງມີຜົນປະໂຫຍດສູງສຸດ.

อาจเป็นรูปภาพของ 3 คน, ผู้คนกำลังนั่ง, ผู้คนกำลังยืน และสถานที่ในร่ม

ພ້ອມກັນນັ້ນ, ໃຫ້ເອົາໃຈໃສປະຕິບັດຄໍາແນະນໍາກ່ຽວກັບການຂຶ້ນແຜນທຶນສົມທົບຂອງລັດຖະບານ ທີ່ຕິດພັນກັບໂຄງການຊ່ວຍເຫລືອ ທາງການເພື່ອການພັດ ທະນາ ສະບັບເລກທີ 1987/ກຜທ, ລົງວັນທີ 27 ພະຈິກ 2020, ເອົາໃຈສ້າງໂຄງການໃຫ້ຕິດພັນກັບຍຸດທະສາດການລະດົມທຶນ ແລະ ນໍາໃຊ້ລະບົບຄຸ້ມຄອງການຊ່ວຍເຫລືອທັນສະໄໝ ແລະ ເອົາໃຈໃສ່ໃນການລາຍງານ ລະຫວ່າງ ສູນກາງ-ສູນກາງ, ສູນກາງ-ທ້ອງຖິ່ນ, ແຂວງ-ເມືອງ, ເມືອງ-ບ້ານ ໃຫ້ມີຄວາມວ່ອງ ໄວ ແລະ ທັນການ ເພື່ອຫລີກລ້ຽງບັນຫາທີ່ພົບພໍ້ ແລະ ແກ່ຍາວ ທີ່ບໍ່ໄດ້ຮັບການແກ້ໄຂ.ທ່ານ ກິແກ້ວ ຈັນທະບູຣີ ໄດ້ຕີລາຄາສູງ ຕໍ່ກັບການຊ່ວຍເຫລືອທາງການ ເພື່ອການພັດທະນາຈາກຄູ່ຮ່ວມພັດທະນາ ທີ່ໄດ້ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການຕົວຈິງ ແລະ ສອດຄ່ອງກັບເປົ້າໝາຍຂອງແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ຂອງ ສປປ ລາວ ຕະຫລອດໄລຍະຜ່ານມາ.

ແຫຼ່ງຂ່າວ: ຂປລ

Comments