ຈີນ ຍິງສົ່ງດາວທຽມສໍາຫຼວດໄລຍະໄກປະສົບຜົນສຳເລັດ

ວິທະຍຸສາກົນແຫ່ງປະເທດຈີນລາຍງານວ່າ: ໃນວັນທີ 24 ກຸມພາທີ່ຜ່ານມາ, ສູນສົ່ງດາວທຽມ ຈິວສຽນ ໄດ້ຍິງຈະຫຼວດຂົນສົ່ງສາງເຈິງ-4 ເພື່ອສົ່ງດາວທຽມໄປສຳຫຼວດໄລຍະໄກໝາຍເລກ 31 ດວງທີ 3 ເຂົ້າສູ່ວົງໂຄຈອນ ໃນອາວະກາດຢ່າງປະສົບຜົນສຳເລັດ.

อาจเป็นรูปภาพของ กลางแจ้ง

ດາວທຽມດວງນີ້ ຈະໃຊ້ປະໂຫຍດເຂົ້າໃນການສຳຫຼວດສະພາບແວດລ້ອມຄື້ນແມ່ເຫຼັກໄຟຟ້າ ແລະ ປະຕິບັດການທົດລອງທາງດ້ານເຕັກໂນໂລຊີທີ່ກ່ຽວຂ້ອງ.

Comments