ພັກຜ່ອນແນວໃດໃຫ້ເກີດປະໂຫຍດ

ທ່ານເຄີຍສັງເກດຕົນເອງ ຫຼື ບໍ່ວ່າ ທ່ານໃຊ້ເວລາວ່າງຂອງທ່ານໝົດໄປກັບຫຍັງເປັນສ່ວນໃຫຍ່ ຊຶ່ງແຕ່ລະຄົນກໍໃຊ້ ເວລາວ່າງໃນການພັກຜ່ອນຢ່ອນອາລົມດ້ວຍວິທີທີ່ແຕກຕ່າງກັນ ເຊັ່ນ ນອນ, ເບິ່ງໂທລະທັດ, ເບິ່ງໜັງ, ຟັງເພງ, ຫຼິ້ນກິລາ, ຫຼິ້ນດົນຕີ, ແຕ່ງກິນ, ເຮັດສວນ, ລ້ຽງສັດ. ຕິດຕາມຂ່າວສານຕາມສື່ສັງຄົມອອນລາຍຕ່າງໆ ແລະ ເຮັດກິດຈະກໍາອື່ນໆກັບຄອບຄົວ ຫຼື ໝູ່ເພື່ອນ. ຄົນເຮົາທຸກຄົນມີເວລາເທົ່າກັນ 24 ຊົ່ວໂມງ ໃນໜຶ່ງມື້ ແລ້ວເປັນຫຍັງຈຶ່ງ ມີຄົນບາງກຸ່ມສາມາດໃຊ້ປະໂຫຍດຈາກເວລາທີ່ມີເທົ່າກັນນີ້ໄດ້ດີກວ່າກຸ່ມຄົນອື່ນ. ຜູ້ຂຽນໄດ້ມີໂອກາດອ່ານປຶ້ມຫົວໜຶ່ງທີ່ໜ້າສົນໃຈຈຶ່ງຂໍນໍາເອົາເລື່ອງລາວມາບອກເລົ່າ ຊຶ່ງອາດເປັນເລື່ອງທີ່ທ່ານຍັງບໍ່ທັນຮູ້ ຫຼື ຮູ້ຢູ່ແລ້ວ ແຕ່ອາດເບິ່ງຂ້າມກໍເປັນໄດ້ ນັ້ນກໍຄື ການພັກຜ່ອນຢ່າງມີປະສິດທິພາບ.

ແນ່ນອນວ່າ ເວລາ 24 ຊົ່ວໂມງ ຂອງເຮົາບໍ່ໄດ້ມີໃຫ້ໃຊ້ໄປກັບການເຮັດວຽກທັງໝົດ ເຮົາຈະມີການແບ່ງເວລາ ໃຫ້ແກ່ ວຽກງານ, ສ່ວນຕົວ, ຄອບຄົວ, ໝູ່ເພື່ອນ ເປັນຕົ້ນ ຂຶ້ນກັບວ່າ ແຕ່ລະຄົນຈະບໍລິຫານຈັດການແບບໃດ. ທ່ານເຊື່ອ ຫຼື ບໍ່ວ່າ ນອກຈາກເວລາ ໂດຍສະເລ່ຍ 8 ຊົ່ວໂມງຕໍ່ມື້ ທີ່ຄົນເຮົາໃຊ້ເຮັດວຽກໃຫ້ມີປະສິດທິພາບສູງສຸດແລ້ວ ເຮົາຍັງສາມາດໃຊ້ເວລາທີ່ເຫຼືອທີ່ໃຊ້ໄປກັບການພັກຜ່ອນມາເພີ່ມປະສິດທິພາບໃນການເຮັດວຽກຂອງເຮົາໄດ້ນໍາອີກ, ເພາະຄົນທີ່ມີປະສິດທິພາບນັ້ນ ຈະສາມາດເຮັດໃຫ້ການພັກຜ່ອນຂອງເຂົາມາເພີ່ມປະສິດທິພາບໃນການເຮັດວຽກໄປໃນຕົວ. ຄົນທີ່ມີປະສິດທິພາບ ຈຶ່ງມີວິທີພັກຜ່ອນທີ່ກໍ່ໃຫ້ເກີດປະໂຫຍດສູງສຸດ ດັ່ງຕໍ່ໄປນີ້:

ການກຽມພ້ອມສຸຂະພາບຮ່າງກາຍ

  • ການເລືອກກິນອາຫານທີ່ມີປະໂຫຍດ ເພື່ອເຮັດໃຫ້ຮ່າງກາຍໄດ້ຮັບສານອາຫານທີ່ຄົບຖ້ວນພຽງພໍ ຈະມີກໍາ ລັງແຮງ ຫຼື ພະລັງງານໃນການເຮັດວຽກອອກມາຢ່າງມີຄຸນນະພາບ ຖ້າຫາກສຸຂະພາບອ່ອນເພຍ ເມື່ອຍລ້າ ພູມຄຸ້ມກັນອ່ອນແຮງລົງ ກໍຈະສົ່ງຜົນເຮັດໃຫ້ຂາດຄວາມພ້ອມໃນການປະຕິບັດໜ້າທີ່ວຽກງານ ຫຼື ໜັກແດ່ກໍ ເຖິງຂັ້ນເຈັບປ່ວຍ ເຮັດໃຫ້ຕ້ອງພັກການ ເຮັດໃຫ້ເສຍທັງເງິນໃນການປິ່ນປົວ ແລະ ເວລາໃນການເຮັດກິດຈະກຳອື່ນໆໄປອີກ.
  • ການນອນຫຼັບພັກຜ່ອນໃຫ້ພຽງພໍ ເພາະການເຮັດວຽກບໍ່ໄດ້ເລີ່ມຕົ້ນຂຶ້ນໃນມື້ອື່ນເຊົ້າ ແຕ່ເລີ່ມຈາກຄືນກ່ອນ ໜ້າ ເມື່ອທ່ານເຂົ້ານອນໄວ ກໍຈະມີເວລາພັກຜ່ອນພຽງພໍ 6-8 ຊົ່ວໂມງ ເຮັດໃຫ້ຮ່າງກາຍໄດ້ຮັບການຟື້ນຟູ ແລະ ມີຄວາມພ້ອມສົມບູນທີ່ຈະເຮັດວຽກໃນມື້ເຊົ້າຕໍ່ມາ ສົ່ງຜົນໃຫ້ທ່ານສາມາດເຮັດວຽກອອກມາຢ່າງມີປະ ສິດທິພາບຫຼາຍກວ່າການອົດນອນ ຫຼື ນອນບໍ່ພຽງພໍຢ່າງແນ່ນອນ. ການນອນບໍ່ພຽງພໍ ຈະສົ່ງຜົນໃຫ້ສຸຂະ ພາບຮ່າງກາຍອ່ອນແອ ເຈັບປ່ວຍງ່າຍ ສະມັດຕະພາບການເຮັດວຽກຂອງສະໝອງຫຼຸດລົງ ບໍ່ວ່າຈະເປັນ ສະມາທິ ຄວາມຈໍາ ຄວາມສາມາດໃນການຄິດ ການຕັດສິນໃຈ ການແກ້ໄຂບັນຫາ ໆລໆ ແລະ ເປັນສາເຫດໃຫ້ເກີດພະຍາດຮ້າຍແຮງອື່ນໆຕາມມາ ເຊັ່ນ ອາລົມບໍ່ຄົງທີ່, ລະບົບຍ່ອຍອາຫານເຮັດວຽກຜິດປົກກະຕິ, ພະຍາດຫຼອດເລືອດຫົວໃຈອຸດຕັນ, ຫົວໃຈວາຍ, ຜິວພັນບໍ່ສົດໃສ ແລະ ພະຍາດຂີ້ລືມ.
  • ການອອກກໍາລັງກາຍເພື່ອໃຫ້ຮ່າງກາຍແຂງແຮງສະເໝີ ເພາະສຸຂະພາບທີ່ພ້ອມ ຈະເຮັດໃຫ້ທ່ານສາມາດ ສ້າງສັນຜົນງານໄດ້ຢ່າງເຕັມທີ່ ແລະ ປະຕິບັດໜ້າທີ່ຢ່າງມີປະສິດທິພາບຫຼາຍຂຶ້ນ. ຫາກສຸຂະພາບຂອງ ທ່ານບໍ່ພ້ອມ ເຈັບປ່ວຍເລື້ອຍໆ ຈໍາເປັນຕ້ອງພັກການຕະຫຼອດ ການເຮັດວຽກຂອງທ່ານກໍຈະຂາດຄວາມຕໍ່ ເນື່ອງ ຜົນງານກໍຈະອອກມາບໍ່ດີຕາມທີ່ຄາດຫວັງໄວ້.
  • ສິ່ງໜຶ່ງທີ່ບໍ່ຄວນລະເລີຍແມ່ນ ການແຕ່ງຕົວໃຫ້ດີສະເໝີ ເໝາະສົມກັບກາລະເທສະ ຈະເຮັດໃຫ້ທ່ານມີ ຄວາມຄ່ອງຕົວ ແລະ ຄວາມໝັ້ນໃຈໃນການຕິດຕໍ່ພົວພັນກັບເພື່ອນຮ່ວມງານ ຫຼາຍຂຶ້ນ.

ການກຽມພ້ອມສຸຂະພາບຈິດໃຈ

  • ການຄິດວ່າການເຮັດວຽກກໍຄືກັບການຫຼິ້ນເກມ ລອງເບິ່ງບັນຫາປຽບເໝືອນດ່ານຕ່າງໆໃນເກມທີ່ທ່ານຕ້ອງເອົາຊະນະເພື່ອໃຫ້ຜ່ານດ່ານໄປໄດ້ ເພາະຖ້າທ່ານມີຄວາມສຸກ ແລະ ມ່ວນກັບການເຮັດວຽກ ທ່ານກໍຈະສາ ມາດຕໍ່ສູ້ກັບແຮງກົດດັນທີ່ເຂົ້າມາໄດ້ງ່າຍຂຶ້ນ ແລະ ບັນຫາເລື່ອງຄວາມຕຶງຄຽດສະສົມກໍຈະຄ່ອຍໆໝົດໄປ.
  • ການໝັ່ນຝຶກຝົນທັກສະໃນການແກ້ໄຂບັນຫາຢ່າງເປັນປົກກະຕິ ຈະຊ່ວຍເສີມສ້າງຄວາມແຂງແກ່ນທາງດ້ານຈິດໃຈໃຫ້ທ່ານສາມາດຜ່ານອຸປະສັກໄດ້ງ່າຍຂຶ້ນ ແລະ ເພີ່ມສັກກະຍະພາບໃນການເຮັດວຽກຂອງທ່ານໃຫ້ໂດດເດັ່ນ. ການເຮັດວຽກ ບໍ່ວ່າຈະເປັນຕໍາແໜ່ງໜ້າທີ່ໃດ ກໍລ້ວນແຕ່ຕ້ອງມີບັນຫາໃຫ້ແກ້ໄຂເປັນເລື່ອງ ທໍາມະດາ ສະນັ້ນ ແທນທີ່ຈະຫຼີກໜີການແກ້ໄຂບັນຫາທີ່ເກີດຂຶ້ນ ຫຼື ໂຍນບັນຫານັ້ນໃຫ້ຜູ້ອື່ນ ເຮົາຄວນຕັ້ງສະຕິ ແລະ ເຕັມທີ່ກັບການແກ້ບັນຫາ ຄົ້ນຫາສາເຫດ ຄິດຫາວິທີແກ້ໄຂ ຫຼື ຂໍຄໍາແນະນໍາຈາກຜູ້ມີປະສົບການ ເພື່ອຝຶກຈິດໃຈໃຫ້ລຶ້ງເຄີຍ ແລະ ພ້ອມຮັບມືກັບບັນຫາອື່ນທີ່ອາດເກີດຂຶ້ນໃນອະນາຄົດ.
  • ການໃຊ້ເວລາພັກລະຫວ່າງຊົ່ວໂມງການເຮັດວຽກ ເມື່ອທ່ານເຮັດວຽກໜຶ່ງສຳເລັດແລ້ວ ກໍຄວນພັກຜ່ອນ ປະມານ 5-10 ນາທີ ດ້ວຍການດື່ມຊາ ກາເຟ  ນ້ຳໝາກໄມ້ ເພື່ອເຮັດໃຫ້ສົດຊື່ນ ຫຼື ອອກມາຍ່າງຢືດເສັ້ນຢືດສາຍ ເພື່ອໃຫ້ສະໝອງ ແລະ ສາຍຕາໄດ້ພັກຜ່ອນຈາກການເຮັດວຽກກ່ອນໜ້າ ແລະ ກຽມສະໝອງໃຫ້ປອດໂປ່ງສໍາລັບການເຮັດວຽກຕໍ່ໄປ.
  • ການຝຶກຝົນຈິດໃຈໃຫ້ຮັບມືກັບຄວາມຕຶງຄຽດ ຮູ້ຈັກປ່ອຍວາງ ແລະ ພາຕົນເອງອອກຈາກຄວາມຕຶງຄຽດ ໃຫ້ໄວທີ່ສຸດ, ການຈົມປັກຢູ່ກັບຄວາມຕຶງຄຽດ ນອກຈາກຈະບໍ່ຊ່ວຍໃຫ້ແກ້ໄຂບັນຫາແລ້ວ ຍິ່ງຈະເຮັດໃຫ້ ບັນຫາທີ່ມີຢູ່ຮ້າຍແຮງໄປກວ່າເກົ່າ ເພາະສະໝອງຂອງຄົນເຮົາຈະບໍ່ສາມາດສະແດງສັກກະຍະພາບໃນການ ຄິດອອກມາໄດ້ເຕັມທີ່ພາຍໃນສະຖານະການທີ່ຕຶງຄຽດ.

ການອອກໄປຄົ້ນຫາ ແລະ ສໍາຜັດໂລກພາຍນອກ

  • ການອອກໄປທ່ອງທ່ຽວໂລກກວ້າງ ເພື່ອເຫັນວ່າ ຕ່າງເມືອງ ຕ່າງແຂວງ ຫຼື ຕ່າງປະເທດ ມີແບບແຜນ ການໃຊ້ຊີວິດທີ່ຄ້າຍຄື ແລະ ແຕກຕ່າງຈາກເຮົາເອງແນວໃດ ເພື່ອເປັນການເປີດໂລກະທັດໃໝ່ ເພາະ ເຮົາອາດໄດ້ແນວຄວາມຄິດໃໝ່ຈາກການເດີນທາງແຕ່ລະຄັ້ງ ມາປັບໃຊ້ໃນຊີວິດສ່ວນຕົວ ແລະ ພັດທະນາ ການເຮັດວຽກຂອງເຮົາໃຫ້ມີປະສິດທິພາບຍິ່ງຂຶ້ນກໍເປັນໄດ້.
  • ການເພີ່ມອາຫານສະໝອງດ້ວຍການອ່ານ ເປັນການເພີ່ມພູນຄວາມຮູ້ໃຫ້ສະໝອງທີ່ມີຕົ້ນທຶນຕໍ່າທີ່ສຸດ ເມື່ອ ໃນປັດຈຸບັນການຫາປຶ້ມອ່ານບໍ່ແມ່ນເລື່ອງຍາກອີກຕໍ່ໄປ ເພາະທ່ານສາມາດຊອກຫາອ່ານທາງອອນລາຍໄດ້ ຍິ່ງອ່ານປຶ້ມຫຼາກຫຼາຍເທົ່າໃດ ຍິ່ງໄດ້ຄວາມຮູ້ ແລະ ແນວຄິດທີ່ແຫຼກຫຼາຍຂຶ້ນເທົ່ານັ້ນ ການເບິ່ງໂລກ ເບິ່ງ ບັນຫາຂອງທ່ານກໍຈະກວ້າງຂຶ້ນ ແລະ ມີຄວາມເຂົ້າໃຈຄົນອື່ນຫຼາຍຂຶ້ນ. ມັນບໍ່ຈຳເປັນວ່າຕ້ອງເປັນຂໍ້ມູນທາງດ້ານວິຊາການເທົ່ານັ້ນ ຂໍ້ມູນທີ່ສ້າງຄວາມບັນເທິງ ກໍຊ່ວຍໃຫ້ທ່ານມີຄວາມຮູ້ຮອບຕົວໄດ້ເຊັ່ນກັນ.
  • ການຊອກຫາໂອກາດຝຶກຝົນ ຫຼື ລອງຫຼິ້ນກິລາປະເພດໃໝ່ໆ ນອກຈາກຈະເຮັດໃຫ້ຮ່າງກາຍແຂງແຮງຂຶ້ນ ແລ້ວ ການໄດ້ລອງເຮັດສິ່ງໃໝ່ໆຍັງເຮັດໃຫ້ສະໝອງໄດ້ຄິດ ແລະ ພັດທະນາທັກສະໃນການວາງແຜນໄດ້ດີ ຂຶ້ນເລື້ອຍໆນໍາອີກ.
  • ການໝັ່ນຊອກຫາໂອກາດໃນການເພີ່ມຄວາມຮູ້ດ້ານໃໝ່ໆໃຫ້ຕົນເອງ ເຊັ່ນ ການເຂົ້າຮ່ວມສໍາມະນາຕ່າງໆ ເພື່ອສ້າງໂອກາດໃນການຮຽນຮູ້ ຕັ້ງຄໍາຖາມ ແລະ ຫາຄໍາຕອບຈາກຜູ້ຊ່ຽວຊານໃນເລື່ອງນັ້ນໆ ຊຶ່ງຖືເປັນ ການເປີດປະສົບການໃໝ່ໃຫ້ກັບຊີວິດ.

ມາຮອດນີ້ ບັນດາຜູ້ອ່ານອາດເຫັນໄປໃນທາງດຽວກັນວ່າ ວິທີພັກຜ່ອນຂອງກຸ່ມຄົນທີ່ມີປະສິດທິພາບ ກໍເປັນວິທີ ການທີ່ເຮົາສ່ວນໃຫຍ່ຮູ້ຈັກກັນດີຢູ່ແລ້ວ ບໍ່ໄດ້ມີຫຍັງແປກໃໝ່, ແຕ່ສິ່ງທີ່ເຮັດໃຫ້ກຸ່ມຄົນເຫຼົ່ານີ້ແຕກຕ່າງ ຄື ການ ມີວິໄນໃນການໃຊ້ຊີວິດ ເພາະທຸກຄົນຍ່ອມຮູ້ດີຢູ່ແລ້ວວ່າ ການອອກກໍາລັງກາຍ ກິນອາຫານມີປະໂຫຍດ ພັກ ຜ່ອນໃຫ້ພຽງພໍ ໆລໆ ເປັນການໃຊ້ເວລາວ່າງໃຫ້ມີປະສິດທິພາບ ແລະ ເກີດປະໂຫຍດແກ່ຕົນເອງ, ແຕ່ຈະມີຈັກ ຄົນທີ່ຈະມີວິໄນພຽງພໍໃນການປະຕິບັດຕົນໄດ້ຕາມວິທີດັ່ງກ່າວ. ສໍາລັບຄົນທີ່ມີປະສິດທິພາບແລ້ວ  ຂໍ້ຈໍາກັດທາງດ້ານເວລາຈະບໍ່ແມ່ນຂໍ້ອ້າງໃນການເຮັດສິ່ງທີ່ມີປະໂຫຍດໃຫ້ແກ່ຕົນເອງ ເພາະທຸກຄົນລ້ວນແຕ່ມີເວລາເທົ່າກັນໃນແຕ່ລະມື້.

how to rest effectively

Have ever noticed on how you spent most of your free time? Many people spend their free time for relaxation in different ways, for example to take a nap, watch TV, watch movies, listen to music, play sports, play musical instruments, cooking, gardening, take care of pets, follow news on social media and do activities with family or friends. We all have the same 24 hours in one day. However, some people are able to spend their time more productive than others. The writer had a chance to read an interesting book and would like to share with all of you techniques on how to rest effectively. Some of you may already know, while some may not.

Obviously, we do not spend the entire 24 hours on work. We usually divide the time into portions for work, personal matters, family and friends, and each person manage time differently. Believe it or not, apart from spending 8 hours per day on average for work, people can make use of other portions of time they have left to rest in order to increase their work effectiveness. Effective people know how to make the best use of their rest as I will share with you below:

Get physically ready

  • Eat useful food in order to give your body sufficient nutritions and energy ready to work with quality. If your body and immunity start getting weakened, such exhaustion will negatively affect your work performance or health condition in the worst case scenario. This will force you to leave work, while wasting your money on medical treatment and your time in doing activities.
  • Have enough sleep. Your work does not start in the morning, but it begins the night before. When you go to bed early and have 6-8 hours of sleep, your body can then recover to its ideal condition ready for work in the next morning. With enough sleep, you will be able to work more effectively than those with lack of sleep. Sleep deprivation can weaken your body making you more prone to sickness and preventing your brain from funcitioning efficiently. It will adversely affect your concentration, memory, critical thinking, decision-making, problem-solving, etc. You are more likely to experience different kind of serious illnesses, namely mood swing, abnormality in metabolic system, blood clog, heart attack, saggy skin and alzheimer.
  • Continuous exercise to keep yourself physcially fit will enable you to work at full capacity and more effectively. If you are unhealthy and feel sick that you have to leave work often, your task will lack consistency which could lead to an unpleasant outcome.
  • One thing you should not ignore is to always dress up nicely and ideally based on time and place. Suitable dress will enable you to move smoothly with more confidence working together with colleagues.

Get psychologically ready

  • You can think that work is like a game. Each problem you encourter is like a stage you have to pass in order to beat the game. If you are happy and have fun with work, you will be able to handle with pressure more easily and eventually solve all problems occurred.
  • To practice problem-solving skill continuously will help boosting your mental strength ready to overcome any obstacle, while increasing your work effectiveness. Does not matter what kind of job you do, there will always be troubles to solve. Instead of trying to avoid or pushing problems to others, you should concentrate and try your best to address such issues by figuring out their causes, ways to solve them, or requesting suggestions from experienced people in order to get yourself psychologically familiar and ready to tackle other problems that may arise in the future.
  • Spend some of your time after completing a certain task to relax for about 5-10 minutes by drinking tea, coffee or juice to refresh yourself, or do some walking and stretching to allow your brain and eyes to rest and be prepared for the next task.
  • You should train yourself with the abilty to mentally handle with pressure, while knowing how to let go and flee from tension as soon as possible. Not only that it will not help you solve any issue, but to stuck with stress will also worsen the problems you are dealing with. Our brain is less likely to function at its best under the stressful situation.

Explore and experience the outside world

  • To travel the world to learn how people in different cities or countries live is the real eye-opening experience. You will definitely gain new ideas every time you travel which can also be used to improve your life and work performance.
  • Reading is the cheapest method in feeding your brain with knowledge. Currently, it is no long difficult to find books to read as you can search them up online. The more you read, the more knowledge and ideas you will gain. You will be able to look at the world and consider problems more widely, while understading people better. It does not have to be technical knowledge, but any information that you have fun reading which can broaden your understanding of the world.
  • Constantly seeking for opportunities to practice or play new sports in order to stay physically healthy. Moreover, trying new things allows your brain to think, which is a good way in developing your planning skill.
  • Constantly seeking for opportunities to learn new knowledge by, for example, attending seminars to learn from questions and answers from experts in a particular topic. This will surely serve as your new life experience.

By now, you should know how effective people rest. You can notice that they are using common techniques, nothing new to us. What makes them different is their discipline. Generally, every one knows that exercise, healthy food and enough sleep are useful for health. They also serve as productive activities people should do during their free time. Nevertheless, how many people can actually practice the above-mentioned activities on a regular basis? Effective people will never take time constraint as an excuse for not doing useful things for themselves since every one has the same hours every day.

Comments