General

ລາຄາອາຫານໂລກ ເພີ່ມຂື້ນຢ່າງຕໍ່ເນື່ອງ

ສຳນັກຂ່າວ ຊິນຮວາຂອງຈີນ, ອົງການອາຫານ ແລະ ກະສິກຳແຫ່ງສະຫະປະຊາຊາດລາຍງານ ວ່າ: ເມື່ອເດືອນກຸມພາ ຜ່ານມາ, ລາຄາອາຫານໂລກໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງ ເປັນເດືອນທີ 9 ໂດຍສະເພາະດັດສະນີລາຄາອາຫານ ລວມມີ 116 ຈຸດ, ເພີ່ມຂຶ້ນ 26,5% ເມື່ອທຽບໃສ່ ໄລຍະດຽວກັນຂອງປີ 2019. ໃນນັ້ນລາຄານ້ຳຕານບໍລິໂພກເພີ່ມຂຶ້ນຫລາຍກວ່າ 6,4%, ລາຄານ້ຳມັນພືດ ເພີ່ມຂື້ນ 6,2% ເປັນຕົວເລກສູງສຸດ ນັບແຕ່ ເດືອນເມສາປີ 2012 ເປັນຕົ້ນມາ. ສ່ວນດັດສະນີລາຄາຜະລິດຕະພັນນົມ, ທັນຍາພືດ ແລະ ຊີ້ນສັດຕ່າງໆເພີ່ມຂຶ້ນຫລາຍກວ່າ 1,7%, 1,2% ແລະ 0,6% ຕາມລຳດັບ. ນອກຈາກນັ້ນ, ອົງການດັ່ງກ່າວຍັງໄດ້ປັບເພີ່ມປະລິມານການຜະລິດທັນຍາພືດໂລກ ໃນປີ 2020 ໃຫ້ເປັນ 2.761 ລ້ານໂຕນ, ເພີ່ມຂຶ້ນ 1,9% ເມື່ອທຽບໃສ່ປີ 2019. ຄາດວ່າ: ການຜະລິດເຂົ້າ, ສາລີ ຂອງ ໂລກ ໃນປີ 2021 ຈະເພີ່ມຂຶ້ນຢ່າງຕໍ່ເນື່ອງເປັນປີທີ 3 ແລະ ...

Read More »

ແຂວງຫຼວງນໍ້າທາ ເປີດຂະບວນການສັກວັກຊິນປ້ອງກັນພະຍາດໂຄວິດ – 19​ ໃຫ້ກຸ່ມທີ່ມີຄວາມສ່ຽງສູງ

ວັນທີ 9 ມີນາ 2021 ຢູ່ທີ່ໂຮງໝໍແຂວງຫຼວງນໍ້າທາໄດ້ຈັດພິທີສັກຢາວັກຊິນປ້ອງກັນພະຍາດໂຄວິດ – 19 ເຂັມທໍາອິດ ໃຫ້ກຸ່ມທີ່ມີຄວາມສ່ຽງສູງ ຮອບທີ 1 , ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ຄໍາຟອງ ອິນມະນີ ຮອງເລຂາພັກແຂວງ ຫົວໜ້າຄະນະປ້ອງກັນ ສະກັດກັ້ນ ແລະ ຄວບຄຸມພະຍາດໂຄວິດ -19 ຂັ້ນແຂວງ , ທ່ານ ດຣ ແກ້ວ ອິນທະວົງ ຫົວໜ້າພະແນກສາທາລະນະສຸກແຂວງ, ມີຄະນະສະເພາະກິດຂັ້ນແຂວງ,ພະນັກງານແພດໝໍ, ບຸກຄະລາກອນທີ່ມີຄວາມສ່ຽງ, ພະນັກງານທີ່ເຮັດວຽກຢູ່ດ່ານເຂົ້າ-ອອກປະເທດ,ພະນັກງານອໍານວຍຄວາມສະດວກຢູ່ຈຸດຈໍາກັດບໍລິເວນເຂົ້າຮ່ວມ. ດຣ ແກ້ວ ອິນທະວົງ ຫົວໜ້າພະແນກສາທາລະນະສຸກແຂວງຫຼວງນໍ້າທາ ໄດ້ໃຫ້ຮູ້ວ່າ: ການສັກວັກຊິນປ້ອງກັນພະຍາດໂຄວິດ – 19 ໄດ້ແບ່ງອອກເປັນ 3 ກຸ່ມເປົ້າໝາຍ ເຊີ່ງກຸ່ມທີ 1 ແມ່ນ ກຸ່ມບຸກຄະລາກອນທີ່ເປັນກຸ່ມສ່ຽງທີ່ຈະໄດ້ຮັບວັກຊິນ ປ້ອງກັນພະຍາດໂຄວິດ-19 ເຂັມທໍາອິດ ຄັ້ງນີ້ປະກອບມີ: ຄະນະນໍາຂອງແຂວງ, ເມືອງ, ພະນັກງານພະນັກງານແພດ-ໝໍ,ບັນດາຜູ້ໃຫ້ບໍລິການນັກທ່ອງທ່ຽວເຈົ້າຂອງເຮືອນ ພັກ,ໂຮງ ແຮມ,ຮ້ານອາຫານ,ກຸ່ມຄົນທີ່ປະຕິບັດໜ້າທີ່ຕາມຈຸດຜ່ານດ່ານສາກົນຕ່າງໆ ກຸ່ມທີ 2 ແມ່ນພາກສ່ວນທີ່ຢູ່ໃນຂອບເຂດທີ່ມີຄວາມສຽ່ງໜ້ອຍ ແລະ ຈະເລີ່ມຈັດຕັ້ງປະຕິບັດສັກວັກຊິນໃນວັນທີ ...

Read More »

ຈີນ ເລີ່ມໃຊ້ໃບຮັບຮອງດ້ານສຸຂະພາບສຳລັບນັກທ່ອງທ່ຽວ

ຕາມ​ຂ່າວ​ຈາກ ​ປັກ​ກິ່ງ,ວັນ​ທີ 9 ​ມີນາທີ່ຜ່ານມາ,ຈີນ​ ເລີ່​ມ​​ໂຄງການ​ ອອກ​ໃບຮັບ​ຮອງ ​ດ້ານ​ສຸຂະພາບ(Virus passport) ສຳລັບ​ ນັກ​ທ່ອງ​ທ່ຽວ ຊາວ​ຈີນ ທີ່​ມີ​ແຜນການ​ເດີນທາງ ຂ້າມ​ຊາຍ​ແດນ ​ໂດຍ​ຈະ​ຮ່ວມ​ມືກັບ ປະ​ເທດ​ອື່ນໆ ທີ່​ໃຊ້​ເອກະສານ​ ຮັບຮອງ​ ສຸຂະພາບ ​ໃນ​ລັກສະນະ​ ດຽວ​ກັນ ​ເພື່ອ​ກັບ​ມາ​ ເປີດ​ເສດຖະກິດ​ ໃຫ້​ເດີນ​ໜ້າ ​ຕໍ່​ໄປ​ອີກ​ຄັ້ງ. ສຳລັບ​ການ​ອອກ​ໃບຮັບ​ຮອງ ​ສຸຂະພາບ ​ຂອງ​ພົນລະ​ເມືອງ​ຈີນ ຈະ​ເປັນ​ຮູບ​ແບບ ດີ​ຈີ​ຕອລ ເພື່ອ​ສະ​ແດງ ສະຖານະ​ການ​ສັກ​ວັກ​ຊິນ ​ປ້ອງ​ກັນ ​ໂຄ​ວິດ-19 ​ແລະ ຜົນ​ການກວດ ​ຫາ​ເຊື້ອ​ໂຄ​ວິດ- 19 ຂອງ​ຜູ້​ໃຊ້​ງານ​ ຜ່ານ​ໂປຣ​ແກມ ທາງ​ວີ​ແຊດ(WeChat) ແຫຼ່ງທີ່ມາ: ຂປລ.

Read More »

ຫຸ່ນຍົນສຳຫລວດດາວອັງຄານ ເລີ່ມປະຕິບັດໜ້າທີ່ແລ້ວ!!!

ຕາມ​ຂ່າວ​ຈາກ​ ວໍ​ຊີງ​ຕັນ,​​ເມື່ອ​ບໍ່​ດົນ​ມາ​ນີ້, ອົງການ​ ບໍລິຫານ ​ການບິນ ​ແລະ ອາ​ວະ​ກາດ ​ແຫ່ງ​ສ.ອາ​ເມ​ລິ​ກາ(ນາ​ຊາ)​ເປິ​ດ​ເຜີຍ​ວ່າ:ຫຸ່ນ​ຍົນ​​ສຳຫລວດ ດາວ​ອັງຄານ ​ເພີ​ຊີ​ເວ​ຍ​ແລນ(Percivalance) ​ພວມ​ປະຕິບັດ​ໜ້າ​ທີ່ ​ເທິງ​ພື້ນ​ຜີວ ​ດາວ​ອັງຄານ ​ເປັນຄັ້ງທຳ​ອິດ. ຫຸ່ນ​ຍົນສຳ​ຫລວດ​ນີ້ ມີ​ນ້ຳໜັກ​ ປະມານ 1​ໂຕນ ​ເຄື່ອນ​ຕົວ​ພ້ອມ​ລໍ້​ທັງ 6 ​ໄປ​ໄດ້​​ໄກ ​ເປັນ​​ໄລຍະ​ທາງ 6,5 ​ແມັດ ​ເຊິ່ງ​ເປັນ​ການ​ເຄື່ອນ​ທີ່​ ໄປ​ຂ້າງ​ໜ້າ 4 ​ແມັດ ຫລັງ​ຈາກ​ນັ້ນ ຫັກ​ລ້ຽວ 150 ອົງສາ ​ໄປ​ທາງ​ຊ້າຍ ​ແລ້ວ​ເຄື່ອນ​ຖອຍຫລັງ​ອີກ 2,5 ​ແມັດ ການ​ທົດ​ລອງ​ ດັ່ງກ່າວ ​ໃຊ້​ເວລາ​ປະມານ 30ນາທີ. ຫຸ່ນ​ຍົນ​ດັ່ງກ່າວ ມີ​ກຳນົດ ​ປະຕິບັດ​ໜ້າ​ທີ່ ​ເທິງ​ດາວ​ອັງຄານ ​ເປັນ​ເວລາ 2 ປີ ​ເພື່ອ​ເກັບ​ຕົວຢ່າງ​ດິນ ​ແລະ ຫີນ ​​ໂດຍ​ໃນ​ລະຫວ່າງ​ປີ 2026 ຫາ 2028 ນາ​ຊາ​ ມີ​ແຜນ​ສົ່ງ​ຍານ ​ເກັບ​ຕົວຢ່າງ ​​ເດີນທາງ​ໄປ​ຍັງ​ ດາວ​ອັງຄານ ​ເພື່ອ​ຕິດຕາມ​ຍານ ...

Read More »

ແຈ້ງເຕືອນ!!! ຈະມີຝົນຕົກຟ້າຮ້ອງ ແລະ ລົມພັດແຮງ ໃນໄລຍະວັນທີ 11-14 ມີນາ 2021

ກົມອຸຕຸນິຍົມ ແລະ ອຸທົກກະສາດໄດ້ລາຍງານວ່າ: ໃນໄລຍະຕົ້ນ ຫາ ກາງອາທິດ ບໍລິເວນຄວາມກົດດັນອາກາດສູງຈະປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກຳລັງອ່ອນຫາປານກາງ ສົມທົບກັບກະແສລົມຕາເວັນອອກພັດປົກຄຸມ ຊຶ່ງຈະເຮັດໃຫ້ອາກາດເຢັນລົງເລັກນ້ອຍໃນເຂດພາກເໜືອ ແລະ ພາກກາງ ພ້ອມມີຝົນຕົກໃນລະດັບຄ່ອຍ, ສ່ວນພາກໃຕ້ອາກາດຮ້ອນໃນໄລຍະກາງຫາທ້າຍອາທິດ ມວນອາກາດຮ້ອນຈະປົກຄຸມດ້ວຍກຳລັງອ່ອນ ຫາ ປານກາງ ສົມທົບກັບກະແສລົມຕາເວັນຕົກພັດປົກຄຸມເຂດພາກເໜືອ ແລະ ກະແສລົມຕາເວັນອອກສ່ຽງໃຕ້ພັດປົກຄຸມເຂດພາກກາງ ແລະ ພາກໃຕ້ ຊຶ່ງຈະເຮັດໃຫ້ອາກາດຮ້ອນ ຫາ ຮ້ອນອົບເອົ້າໃນແຕ່ລະພາກ ແລະ ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງພາກເໜືອ ແລະ ພາກກາງຄຳເຕືອນ, ເພື່ອເຝົ້າລະວັງພາຍຸຝົນຕົກຟ້າຮ້ອງຟ້າເຫຼື້ອມແລະລົມພັດແຮງ: ໃນໄລຍະວັນທີ 11-14 ມີນາ 2021 ມວນອາກາດຮ້ອນຈະປົກຄຸມຢູ່ທົ່ວທຸກພາກ ສົມທົບກັບສອງກະແສລົມຕາເວັນຕົກ ແລະ ລົມຕາເວັນອອກສ່ຽງໃຕ້ພັດປົກຄຸມເຂດພາກກາງ ແລະ ພາກເໜືອ. ຊຶ່ງຈະເຮັດໃຫ້ມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງພາກເໜືອ ລົງຫາ ພາກກາງ

Read More »

ຄບຕ.ນວ ແຈ້ງຫ້າມຈອດລົດທຸກຊະນິດ ຢູ່ເສັ້ນທາງໜອງບອນແຕ່ໄຟແດງ ສະຖານີລົດເມຫາໄຟແດງວັດທາດຝຸ່ນ (ເບື້ອງຕະຫລາດໜອງຈັນ)

ຄບຕ.ນວ ແຈ້ງຫ້າມຈອດລົດທຸກຊະນິດ ຢູ່ເສັ້ນທາງໜອງບອນແຕ່ໄຟແດງ ສະຖານີລົດເມຫາໄຟແດງວັດທາດຝຸ່ນ (ເບື້ອງຕະຫລາດໜອງຈັນ) ເລີ່ມປະຕິບັດແຕ່ 9 ມີນາເປັນຕົ້ນໄປຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ (ຄບຕ.​ນວ)​ ອອກແຈ້ງການເຖິງບັນດາຜູ້ຂັບຂີ່ລົດ ແລະ ແມ່ຄ້າຊາວຂາຍ ເລື່ອງຫ້າມຈອດລົດທຸກຊະນິດ ຢູ່ເສັ້ນທາງໜອງບອນແຕ່ໄຟແດງ ສະຖານີລົດເມຫາໄຟແດງວັດທາດຝຸ່ນ (ເບື້ອງຕະຫລາດໜອງຈັນ) ເພື່ອແກ້ໄຂຄວາມແອອັດສັບສົນບໍ່ເປັນລະບຽບຮຽບຮ້ອຍ ຢູ່ເສັ້ນທາງໜອງບອນ (ຕໍ່ໜ້າຕະຫຼາດໜອງຈັນ) ແຕ່ 4 ແຍກໄຟແດງສະຖານນີລົດເມ ຫາ 4 ແຍກໄຟແດງວັດທາດຝຸ່ນໃຫ້ມີຄວາມເປັນລະບຽບຮຽບຮ້ອຍ ແລະ ສະອາດຈົບງາມ. ຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ (ຄບຕ.ນວ) ຂໍແຈ້ງມາຍັງບັນດາທ່ານຜູ້ຂັບຂີ່ລົດ ແລະ ຊາວຄ້າຂາຍທີ່ຈອດລົດລຽບຕາມແຄມເສັ້ນທາງໜອງບອນ ບໍລິເວນາຕະຫຼາດໜອງຈັນ ຊາບ ແລະ ປະຕິບັດດັ່ງນີ້: 1. ຫ້ອງການ ຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ ຈະໄດ້ສົມທົບກັບພະແນກໂຍທາທິການ ແລະ ຂົນສົ່ງ.ນວ, ເຈົ້າໜ້າທີ່ຕໍາຫລວດຈາກກອງບັນຊາການ ປກສ.ນວ; ໜ່ວຍງານສະເພາະກິດຈັດສັນ ເມືອງສີສັດຕະນາກ, ພະນັກງານບ້ານຫນອງຈັນ ແລະ ພາກສ່ວນທີ່ກ່ຽວຂ້ອງຈະໄດ້ລົງຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍ ຖະຫນົນໜອງບອນ ແຕ່ວັນທີ 9 ມີນາ ເປັນຕົ້ນໄປ. ...

Read More »

ເຢຍລະມັນ ເຕືອນຄວາມສະເໝີພາບ ຍິງ-ຊາຍ ນັບມື້ຫຼຸດລົງ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ຕາມບົດລາຍງານສະບັບຫຼ້າສຸດຂອງເອີຣົບ ກ່ຽວກັບຄວາມສະເໝີພາບ ລະຫວ່າງ ຍິງ-ຊາຍ, ໂຣກລະບາດໂຄວິດ – 19 ໄດ້ເຮັດໃຫ້ສະພາບຂາດຄວາມສະເໝີພາບ ລະຫວ່າງ ຍິງ-ຊາຍ ໃນຊີວິດການເປັນຢູ່ເກືອບທັງໝົດ ນັບມື້ຮ້າຍແຮງຂຶ້ນຕື່ມໃນບັນດາຂົງເຂດ. ຂ່າວລະບຸວ່າ: ພະຍາດລະບາດໂຄວິດ – 19 ມີຄວາມສ່ຽງເຮັດໃຫ້ບັນດາຄວາມກ້າວໜ້າທີ່ບັນລຸໄດ້ກ່ຽວກັບຄວາມສະເໝີພາບ ລະຫວ່າງ ຍິງ-ຊາຍ ຖືກກະທົບໜັກ ຊຶ່ງເຫດຜົນ ແມ່ນຍ້ອນແມ່ຍິງຮັບປະກັນວຽກງານເບິ່ງແຍງດູແລເດັກນ້ອຍ ໃນກໍລະນີຖືກປິດລ້ອມ ແລະ ຕ້ອງເຮັດວຽກງານທີ່ມີຄວາມສ່ຽງຫຼາຍຢ່າງ. ນີ້ແມ່ນຄຳກ່າວເຕືອນຂອງທ່ານ ນາງ ແອງເຈລາ ເມີແຄວ ນາຍົກລັດຖະມົນຕີ ເຢຍລະມັນ ທີ່ໄດ້ຍົກອອກມາໃນວັນທີ 6 ມີນາຜ່ານມາ, ໃນສານສະບັບໜຶ່ງ ເນື່ອງໃນໂອກາດວັນແມ່ຍິງສາກົນ 8 ມີນາ. ທ່ານ ນາງ ເມີແຄວ ຊີ້ອອກວ່າ: ບັນດາປະເທດ ຕ້ອງມີການກະທຳຕົງຈິງໃນການກໍາຈັດໂຣກລະບາດ ບໍ່ເຮັດໃຫ້ໂລກກັບຄືນສູ່ສະພາບການຂາດຄວາມສະເໝີພາບ ລະຫວ່າງ ຍິງ – ຊາຍ ຄືເມື່ອກ່ອນ. ທ່ານນາງ ເມີແຄວ ເນັ້ນໜັກວ່າ: ວິກິດການດ້ານສາທາລະນະສຸກ ໄດ້ກໍ່ຜົນກກະທົບຕໍ່ແມ່ຍິງຢ່າງບໍ່ມີຄວາມຍຸຕິທຳ. ຕາມບົດລາຍງານສະບັບຫຼ້າສຸດຂອງ ເອີຣົບ ກ່ຽວກັບຄວາມສະເໝີພາບ ລະຫວ່າງ ...

Read More »

ລັດຖະບານກູ້ເງິນ 10 ລ້ານໂດລາ ຈາກ ທະນາຄານໂລກ ເພື່ອໃຊ້ໃນວຽກງານຄວບຄຸມ ແລະ ຕອບໂຕ້ການແຜ່ລະບາດຂອງພະຍາດ COVID-19

ອີງຕາມການລາຍງານຂອງ ສູນຂ່າວສານການແພດສຸຂະສຶກສາ ວັນທີ 3 ມີນາ 2021 ທີ່ຜ່ານວ່າ: ລັດຖະບານລາວຈະເພີ່ມງົບປະມານ 10 ລ້ານ ໂດລາສະຫະລັດໃສ່ໂຄງການ ຄວບຄຸມ ແລະ ຕອບໂຕ້ການແຜ່ລະບາດຂອງພະຍາດ COVID-19 ຢູ່ ສປປ ລາວ. ທັງນີ້, ງົບປະມານດັ່ງກ່າວແມ່ນງົບປະມານກູ້ຢືມດອກເບ້ຍຕໍ່າຈາກທະນາຄານໂລກ ເພື່ອຊຸກຍູ້ໃຫ້ປະຊາຊົນກຸ່ມສ່ຽງໄດ້ຮັບວັກຊີນໂຄວິດ-19. ໂຄງການນີ້ຈະສົ່ງຜົນກະທົບທາງບວກດ້ານສິ່ງແວດລ້ອມ ແລະ ສັງຄົມ ໂດຍການປັບປຸງລະບົບການເຝົ້າລະວັງ, ຕິດຕາມ ແລະ ສະກັດກັ້ນພະຍາດ ໂຄວິດ-19 ລວມທັງສຸມໃສ່ການຊ່ວຍເຫຼືອກຸ່ມຄົວເຮືອນທີ່ມີຄວາມສ່ຽງສູງຕໍ່ການຕິດເຊື້ອ. ທັງນີ້, ທາງໂຄງການໄດ້ເປີດຊ່ອງທາງຮັບຄໍາຄິດເຫັນເພື່ອປັບປຸງໂຄງການເຊິ່ງທ່ານ ສົ່ງຄຳຄິດເຫັນຂອງທ່ານໄດ້ກ່ອນວັນທີ 19 ມີນາ 2021 ຜ່ານອີເມວ [email protected] ແລະ ຜ່ານຂໍ້ຄວາມເບີໂທ ວອດແອັບ :+856 20 55227775 ; +8562055989225 ແຫຼ່ງທີ່ມາ: https://fb.watch/45fnBVu1aL/

Read More »

ອາຊຽນ ເພີ່ມການຮ່ວມມືດ້ານເສດຖະກິດ

ຕາມ​ຂ່າວ​ຈາກ​ ຫວຽດນາມ(VOVWORLD)​ເມື່ອ​ບໍ່​ດົນ​ມາ​ນີ້, ກອງປະຊຸມ ລັດຖະມົນຕີ ເສດຖະກິດ ອາຊຽນ ຄັ້ງທີ 27 (AEM Retreat 27) ໄດ້ຈັດ​ຂຶ້ນ​ ຕາມ​ຮູບ​ການ ອອນລາຍ. ​ໃນໂອກາດນີ້ ບັນດາ ລັດຖະມົນຕີ ເສດຖະກິດ ອາຊຽນ ໄດ້ຮັບຮອງເອົາ 12 ຄາດໝາຍ ເສດຖະກິດ ບຸລິມະສິດຂອງ ບຣູໄນ ໃນປີ ປະທານ ອາຊຽນ 2021 ສຸມໃສ່ ການຟື້ນຟູ, ການຫັນເປັນ ດີຈີຕອນ ແລະ ລັກສະນະ​ ແບບຍືນຍົງ ພ້ອມ​ທັງ ຢັ້ງຢືນຄືນ ຄຳໝັ້ນສັນຍາ ມານະພະຍາຍາມ ໃຫ້ສັດຕະຍາ ບັນສັນຍາ ຄູ່ຮ່ວມມື ເສດຖະກິດ ຮອບດ້ານ ພາກພື້ນ (RCEP) ຢູ່ພາຍໃນປະເທດ ເພື່ອແນໃສ່ ຮັບປະກັນ ເລື່ອງບັນດາ ວິສາຫະກິດ ແລະ ປະຊາຊົນ ອາດຈະໄດ້ຊົມໃຊ້ ຜົນປະໂຫຍດ ຈາກສັນຍານີ້.ນອກ​ນີ້ ກອງປະຊຸມ, ບັນດາ ລັດຖະມົນຕີ ...

Read More »

ສະຫະພັນແມ່ຍິງ ຫສນຍ ສະຫຼຸບການເຄື່ອນໄຫວວຽກງານແລະ ຫວນຄືນມູນເຊື້ອວັນແມ່ຍິງສາກົນ

ໃນຕອນເຊົ້າ ຂອງວັນທີ 05 ມີນາ 2021 ສະຫະພັນແມ່ຍິງ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານແມ່ຍິງ, ສະຫຼຸບການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 3 ດີ ປະຈຳປີ 2020 ແລະ ຫວນຄືນມູນເຊື້ອວັນແມ່ຍິງສາກົນ ຄົບຮອບ 111 ປີ (8 ມີນາ 1910 – 8 ມີນາ 2021) ຢູ່ຫ້ອງວ່າການສຳນັກງານນາຍົກລັດຖະມົນ, ໂດຍໃຫ້ກຽດເຂົ້າ ຮ່ວມ ແລະ ເປັນປະທານຂອງ ສະຫາຍ ຄຳເຈນ ວົງໂພສີ, ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ; ມີບັນດາສະຫາຍຄະນະພັກຮາກຖານ, ຄະນະໜ່ວຍພັກ, ສະມາຊິກສະຫະພັນແມ່ຍິງ ຫສນຍ ແລະ ແຂກຖືກເຊີນ ເຂົ້າຮ່ວມ. ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ເພື່ອສະຫຼຸບຕີລາຄາຄືນການເຄື່ອນໄຫວວຽກ ງານແມ່ຍິງ ແລະ ການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 3 ດີ ປະຈຳປີ 2020 ແລະ ຜ່ານແຜນການເຄື່ອນໄຫວວຽກງານ ແລະ ເປີດຂະບວນການແຂ່ງຂັນວຽກງານ 3 ດີ ...

Read More »