ລັດຖະບານ ເປີດໃຫ້​ຈອງ​ພັນທະບັດ​ຈຳນວນ​ 700 ​ຕື້​ກ່ວາກີບ

ບໍລິສັດ ຫຼັກ​ຊັບ​ລ້ານ​ຊ້າງ​ມະຫາຊົນ​ຮ່ວມ​ກັບ ບໍລິສັດ ຫຼັກ​ຊັບ ​ທຄຕລ-​ກທ ຈຳກັດ ແລະ ບໍລິສັດ ຫຼັກ​ຊັບ​ລາວ-ຈີນ ຈັດ​ພິທີ​ຖະແຫຼງ​ຂ່າວ​ເປີດ​ຈອງ​ພັນທະບັດ​ລັດຖະບານ​ທີ່​ອອກ​ໂດຍ​ກະຊວງ​ການ​ເງິນ​ໂດຍ​ຜ່ານ​ຕະຫຼາດ​ຫຼັກ​ຊັບ​ລາວ​ໃນ​ມູນ​ຄ່າ 714.870.000.000 ກີບ ໃນ​ວັນ​ທີ 25 ມີນາ 2019 ທີ່ ຕະຫຼາດ​ຫຼັກ​ຊັບ​ລາວ ເປັນ​ກຽດ​ຖະແຫຼງ​ຂ່າວ​ຂອງ​ທ່ານ ສົມບູນ ອິນ​ທະ​ປັດ​ຖາ ຫົວໜ້າ​ຫ້ອງການ​ກະຊວງ​ການ​ເງິນ ແລະ ທ່ານ ອາ​ນຸ​ກອນ ສຸ​ທຳ​ມະ​ວົງ ຮັກສາ​ການ​ຜູ້ອຳນວຍການ​ບໍລິສັດ ຫຼັກ​ຊັບ​ລ້ານ​ຊ້າງ​ມະຫາຊົນ ມີ​ທ່ານ​ນາງ ວຽງ​ດາ​ລີ ສຸ​ພານຸ​ວົງ ຮອງ​ຫົວໜ້າ​ສຳນັກງານ​ຄະນະ​ກຳມະການ​ຄຸ້ມ​ຄອງ​ຫຼັກ​ຊັບ ພ້ອມ​ດ້ວຍ​ສື່​ມວນ​ຊົນ ແລະ ແຂກ​ຖືກ​ເຊີນ​ເຂົ້າ​ຮ່ວມ.

ທ່ານ ອາ​ນຸ​ກອນ ສຸ​ທຳ​ມະ​ວົງ ໄດ້​ຖະແຫຼງ​ຂ່າວ​ວ່າ: ວັນ​ທີ 25 ມີນາ 2019 ເປັນ​ມື້​ທຳ​ອິດ​ໃນ​ການ​ເປີດ​ຈອງ​ພັນທະບັດ​ລັດຖະບານ​ຜ່ານ​ຕະຫຼາດ​ຫຼັກ​ຊັບ​ລາວ ເຊິ່ງ​ການ​ເປີດ​ຈອງ​ນີ້​ແມ່ນ​ຈະ​ດຳເນີນ​ຮອດ​ວັນ​ທີ 5 ເມສາ 2019 ເລີ່ມ​ແຕ່ 8:30-15:30 ໂມງ ສາມາດ​ຈອງ​ຊື້​ໄດ້​ທີ່​ສຳນັກງານ​ຂອງ​ບໍລິສັດ​ຫຼັກ​ຊັບ​ທັງ 3 ແຫ່ງ ທີ່​ອາຄານ​ຕະຫຼາດ​ຫຼັກ​ຊັບ​ລາວ ນະຄອນຫຼວງ​ວຽງ​ຈັນ ການ​ອອກ​ພັນທະບັດ​ຄັ້ງ​ນີ້​ມີ​ມູນ​ຄ່າ 714.870.000.000 ກີບ ລາຄາ​ກຳນົດ ແລະ ລາຄາ​ຂາຍ​ແມ່ນ​ໜ່ວຍ​ລະ 1 ລ້ານ​ກີບ ໂດຍ​ແບ່ງ​ພັນທະບັດ​ອອກ​ເປັນ 4 ລຸ້ນ​ຄື: ອາຍຸ 1 ປີ 3 ປີ 5 ປີ ແລະ 7 ປີ ສ່ວນ​ອາຍຸ 1 ປີ ມີ​ມູນ​ຄ່າ​ບໍ່​ເກີນ 210 ຕື້​ກວ່າ​ກີບ

ສ່ວນ 500 ກວ່າ​ຕື້​ກີບ​ແມ່ນ​ແບ່ງ​ໃສ່ 3 ປີ 5 ປີ ແລະ 7 ປີ ອັດຕາ​ດອກ​ເບ້ຍ 1 ປີ ເທົ່າ​ກັບ 5,3% 3 ປີ ແມ່ນ 6,8% 5 ປີ 6,95% ແລະ 7 ປີ 7,10% ການ​ຈ່າຍ​ເງິນ​ດອກ​ເບ້ຍ​ແມ່ນ​ຈ່າຍ 2 ຄັ້ງ​ຕໍ່​ປີ ແລະ ຈະ​ກຳນົດ​ເອົາ​ວັນ​ທີ 5 ເມສາ 2019 ເປັນ​ມື້​ຄິດໄລ່​ອັດຕາ​ດອກ​ເບ້ຍ ແລະ ຈົດ​ທະບຽນ​ໃນ​ຕະຫຼາດ​ຫຼັກ​ຊັບ​ລາວ ເຊິ່ງ​ການ​ເປີດ​ຈອງ​ຊື້​ພັນທະບັດ​ລັດຖະບານ​ໃນ​ຄັ້ງ​ນີ້​ຈະ​ໃຊ້​ຫຼັກການ​ມາ​ກ່ອນ​ໄດ້​ກ່ອນ​ເຊິ່ງ​ຜູ້​ລົງທຶນ​ຕ້ອງ​ໄດ້​ຊື້​ແບບ​ທະວີຄູນ​ເທື່ອ​ລະ 10 ລ້ານ​ກີບ​ຂຶ້ນ​ໄປ ແລະ ຈະ​ປິດ​ການ​ຈອງ​ຊື້​ທັນທີ​ຖ້າ​ຫາກ​ພັນທະບັດ​ຄົບ​ຕາມ​ຈຳນວນ​ທີ່​ໄດ້​ອອກ​ຈຳໜ່າຍ​ຄັ້ງ​ນີ້​ເຖິງ​ວ່າ​ຈະ​ບໍ່​ຮອດ​ວັນ​ທີ 5 ເມສາ 2019 ແລະ ຜູ້​ລົງທຶນ​ສາມາດ​ແລກປ່ຽນ​ມື້​ໃນ​ຕະຫຼາດ​ຂັ້ນ​ສອງ​ໄດ້​ເຊິ່ງ​ຕະຫຼາດ​ຫຼັກ​ຊັບ​ລາວ​ໄດ້​ມີ​ລະບົບ ແລະ ກົນ​ໄກ​ການ​ຊື້-ຂາຍ​ພັນທະບັດ​ແລ້ວ.

ຂອບໃຈຂໍ້ມູນຈາກ: ໜັງສືພີມ ວຽງຈັນໃຫ່ມ

Comments