ຄຸນປະໂຫຍດດີໆຂອງອາຫານເຊົ້າທີ່ທ່ານຄວນຮູ້! 

ເມື່ອອາຍຸເພີ່ມຂຶ້ນການຮັກສາສຸຂະພາບຈຶ່ງເປັນສິ່ງທີ່ຈຳເປັນທີ່ສຸດ ແລະ ການທີ່ຈະຮັກສາສຸຂະພາບໄດ້ດີນັ້ນ ທ່ານຈຳເປັນຈະຕ້ອງເປັນຄົນທີ່ມີວິໄນໃສ່ໃຈໃນການກິນ ຄວນເລືອກອາຫານທີ່ມີປະໂຫຍດ ສະອາດ ບໍ່ຄວນກິນມັນ ແລະ ຫວານຈົນເກີນໄປ, ສຳລັບທ່ານໃດທີ່ມີບັນຫາເລື່ອງນໍ້າໜັກ ມີນໍ້າໜັກເກີນ ຈົນແພດຕ້ອງສັ່ງໃຫ້ກິນຢ່າງລະມັດລະວັງ ເພື່ອສຸຂະພາບທີ່ດີ ມື້ນີ້ເຮົາມີຄຸນປະໂຫຍດໃນການກິນອາຫານເຊົ້າແຕ່ສາມາດຊ່ວຍຫຼຸດນໍ້າໜັກຂອງທ່ານໄດ້ ແລະ ຍັງມີຄຸນປະໂຫຍດດີໆໃນການກິນອາຫານເຊົ້າມາຝາກ ຈະມີຄຸນປະໂຫຍດຢ່າງໃດແດ່ ລອງມາເບິ່ງໄດ້ເລີຍ…

  • ກະຕຸ້ນຈິດໃຈໃຫ້ແຈ່ມໃສ-ມີຄວາມຈື່ຈຳດີ

ການວິໄຈຂອງ  National Weight Control Registry ພົບວ່າ 78% ຂອງຄົນທີ່ຫຼຸດນ້ຳໜັກໄດ້ມັກຈະເປັນຄົນທີ່ກິນອາຫານເຊົ້າຫຼັງຕື່ນນອນບໍ່ເກີນ 1 ຊົ່ວໂມງ ເຊິ່ງນອກຈາກຈະເປັນຜົນປະໂຫຍດເລຶ່ອງຫຼຸດຄວາມຕຸ້ຍແລ້ວຜົນການວິໄຈພົບອີກວ່າ ຄົນທີ່ກິນອາຫານເຊົ້າຫຼັງຕື່ນນອນ 1 ຊົ່ວໂມງມີທ່າອ່ຽງອາລົມແຈ່ມໃສ ຈິດໃຈເບີກບານ ລວມທັງມີທັກສະການຮຽນຮູ້ ແລະ ຈື່ຈຳໄດ້ດີຂຶ້ນກວ່າປົກກະຕິນຳອີກ ແລະ ຊ່ວຍໃຫ້ມີສຸຂະພາບທີ່ແຂງແຮງ ບໍ່ເຈັບບໍ່ໄຂ້ໄດ້ງ່າຍ ແຖມຍັງຊ່ວຍໃຫ້ຫຼຸດນ້ຳໜັກໄດ້ງ່າຍຂຶ້ນອີກດ້ວຍ

  • ຊ່ວຍຫຼຸດນ້ຳໜັກໄດ້ດີ

ການກິນອາຫານເຊົ້າໃນຊົ່ວໂມງທຳອິດຂອງການຕື່ນນອນຈະຊ່ວຍຄວບຄຸມລະດັບນ້ຳຕານໃນເລືອດໃຫ້ເປັນປົກກະຕິ ໃນເວລາດຽວກັນນ້ຳຕານໃນເລືອດຈະຊ່ວຍປຸກລະບົບເຜົາຜານໃຫ້ຕື່ນມາເຮັດວຽກດ້ວຍຄວາມດຸໝັ່ນແຂງແຮງໄປໄດ້ໝົດມື້, ແຕ່ຖ້າທ່ານອົດອາຫານເຊົ້າ ລະດັບນ້ຳຕານໃນເລືອດທີ່ຢູ່ໃນລະດັບຕ່ຳຕັ້ງແຕ່ຕອນຕື່ນນອນຈະເຮັດໃຫ້ທ່ານຫວັ່ນໄຫວໄປກັບອາການແຄລໍລີ່ສູງ ແລະ ນ້ຳຫວານໄດ້ງ່າຍຂຶ້ນ ດັ່ງນັ້ນໃຜທີ່ຢາກຫຼຸດນ້ຳໜັກຄວນກິນອາຫານເຊົ້າຫຼັງຈາກຕື່ນນອນປະມານ 1 ຊົ່ວໂມງເດີ້.

ຖ້າທ່ານບໍ່ມີເວລາທັນພໍທີ່ຈະມາແຕ່ງອາຫານໃນທຸກໆຕອນເຊົ້າໆ ໃຫ້ລູກໃຫ້ຫຼານ ຫຼື ຕົນເອງ. ຂໍແນະນຳເລີຍ ໃຫ້ມາແວ່ທີ່ ຮ້ານ Kaogee Cafe ໄດ້ ເພາະມີອາຫານເຊົ້າຫຼາຍຢ່າງໄວ້ຄອຍບໍລິການທ່ານບໍ່ວ່າຈະເປັນ ຊຸດອາຫານເຊົ້າ (Break Fast) , ເຂົ້າຈີ່ປ່າເຕ້, ເຂົ້າຈີ້ຊີ້ນມາຍ, ເຂົ້າຈີ້ເບີເກີ້, ເຂົ້າຈີ້ຫຼາກຫຼາຍເມນູ… ຊຸບຮ້ອນໆບໍ່ວ່າຈະເປັນຊຸບຄຣີມເຫັດ, ໝາກອຶ, ຊຸບຜັກໂຫມ, ຊຸບຄຣີມສາລີ…. ເຊິ່ງໄດ້ເປີດໃຫ້ບໍລິການຕັ້ງແຕ່ເວລາ 6:15 ໂມງເຊົ້າ ຮອດ 18:00 ໂມງ, ມີ 5 ສາຂາ ໃນນະຄອນຫຼວງວຽງຈັນ  (ຫຼັງໂຮງຮຽນ ມສ ວຽງຈັນ, ເພຍວັດ, ສີຫອມ, ໜອງບອນ) ແລະ 1 ສາຂາທີ່ແຂວງຫຼວງພະບາງ; (ແລະ ໄວໆນີ້ ນະຄອນຫຼວງກໍຈະເປັນອີກ 1 ສາຂາ ສະພານທອງ).  ໃກ້ສາຂາໃດແວ່ອຸດໜູນກິນເຂົ້າເຊົ້າ, ສວາຍ, ແລງໄດ້. ນອກຈາກນີ້, ທາງຮ້ານ ຍັງມີກາເຟລາວ ຮ້ອນ, ເຢັນໆ ແລະ ນໍ້າປັ່ນໝາກໄມ້ເພື່ອສຸຂະພາບໄວ້ບໍລິການທ່ານອີກດ້ວຍ.

ແຕ່ຖ້າທ່ານບໍ່ວ່າງແວ່ ຫຼື ບໍ່ໄດ້ກາຍທາງຮ້ານເລີຍ,  ຮ້ານ Kaogee Cafe ກໍຍັງມີບໍລິການສົ່ງເຖິງທີໂດຍການ ຊື້ຄົບ 50.000 ກີບຂຶ້ນໄປສາມາດໄປສົ່ງໄດ້ ແລະ ຄ່າສົ່ງ 5.000 ກີບ ຕໍ່ຄັ້ງ.

  

 

Comments