ເພາະເຕັກໂນໂລຊີເຂົ້າມາປ່ຽນແປງຊີວິດຂອງຄົນໃນຍຸກປັດຈຸບັນ ເຮັດໃຫ້ວິທີການດໍາລົງຊີວິດຂອງຄົນຍຸກນີ້ແຕກຕ່າງໄປຈາກເກົ່າ!!! ມາເບິ່ງ 5 ສິ່ງສຸດຍອດ! ທີ່ຜູ້ບໍລິໂພກຍຸກນີ້ຕ້ອງການ…

5 ເລື່ອງສຸດຍອດ! ທີ່ຜູ້ບໍລິໂພກຍຸກໃໝ່ຕ້ອງການ…

 

ດ້ວຍຄວາມສະຫຼາດຂອງເຕັກໂນໂລຊີ ເຮັດໃຫ້ເກີດມີຜູ້ຊ່ວຍອັດສະລິຍະຂຶ້ນມາຢ່າງຫຼວງຫຼາຍ ເພື່ອມາເພີ່ມຄວາມສະດວກສະບາຍໃຫ້ກັບຄົນນັບມື້ນັບເພີ່ມຂຶ້ນ ແລະ ຍ້ອນມັກໃນຄວາມສະດວກສະບາຍຂອງຄົນຈຶ່ງເຮັດໃຫ້ເກີດຄວາມຕ້ອງການບໍ່ມີມື້ສິ້ນສຸຸດ. ໃນໂລກຂອງການພັດທະນາທາງດ້ານເຕັກໂນໂລຊີກໍມີການພັດທະນາບໍ່ມີມື້ສິ້ນສຸດເຊັ່ນກັນ, ແຕ່ໃນການພັດທະນານັ້ນຕ້ອງເບິ່ງວ່າ ແມ່ນຫຍັງທີ່ຈະຖືກໃຈ ແລະ ເປັນທີ່ຕ້ອງການຂອງຄົນຍຸກນີ້! ແມ່ນຫຍັງທີ່ຄົນຍຸກນີ້ສົນໃຈ ຖ້າຢາກຮູ້ນໍາມາເບິ່ງນໍາກັນ!!!

  1. ອະໄວຍະວະສັ່ງວຽກ

ຜູ້ບໍລິໂພກຍຸກໃໝ່ຕ້ອງການໃຊ້ພາສາກາຍ, ສຽງ, ການສໍາພັດ ແລະ ທ່າທາງຕ່າງໆ ໃນການສັ່ງເຕັກໂນໂລຊີໃຫ້ຕອບສະໜອງຄວາມຕ້ອງການໄດ້ ເຊັ່ນດຽວກັນກັບຄົນເຮັດ

  1. ຫູຟັງມະຫັດສະຈັນ

ຄົນຍຸກນີ້ຕ້ອງການຫູຟັງໄຮ້ສາຍ ທີ່ສາມາດໃສ່ໄດ້ຕະຫຼອດເວລາບໍ່ເວັ້ນແຕ່ເວລານອນ ມີຟັງຊັ່ນພິເສດເຊັ່ນ ສາມາດເລືອກໄດ້ວ່າຕ້ອງການຟັງສຽງໃຜແບບແຈ້ງໆ ແລະ ຕັດສຽງຄົນທີ່ບໍ່ຢາກໄດ້ຍິນ, ແປພາສາທຸກພາສາໄດ້ແບບທັນເວລາ ເພື່ອການສື່ສານທີ່ດີຂຶ້ນ ແລະ ປິດກັ້ນສຽງກົນຂອງຄົນໃນຄອບຄົວໄດ້ເພື່ອໃຫ້ນອນຫຼັບດີຂຶ້ນ

  1. ຫຸ່ນຍົນເຮັດວຽກແທນ

ອີກເລື່ອງສຸດຍອດ ທີ່ຄົນຍຸກໃໝ່ຕ້ອງການຄື ການມີຫຸ່ນຍົນ ຫຼືເຕັກໂນໂລຊີເຂົ້າມາເຮັດວຽກແທນເພື່ອທີ່ຕົວເອງຈະໄດ້ມີເວລາພັກຜ່ອນຫຼາຍຂຶ້ນ ໃນຂະນະທີ່ຍັງຄົງມີລາຍໄດ້ເປັນປົກກະຕິເຊັ່ນ ເຕັກໂນໂລຊີຊ່ວຍໃຫ້ລົດຂັບໄດ້ເອງ ໂດຍທີ່ຄົນຂັບບໍ່ຕ້ອງຂັບເອງ ຫຼືການໃຊ້ຫຸ່ນຍົນມາເປັນຕົວແທນໃນການເຮັດວຽກໄດ້

  1. ໂດຣນ ເດລິເວີຣີ່

ເພາະຫິວແລ້ວຖ້າບໍ່ໄດ້ ອີກນະວັດຕະກໍາສຸດຍອດທີ່ຄົນຍຸກໃໝ່ຢາກໃຫ້ເກີດຄື ການສົ່ງອາຫານເດລິເວີຣີ່ ດ້ວຍໂດຣນ ເປັນການຄາດເດົາວ່າຮ້ານຂາຍຍ່ອຍອອນລາຍຈະຫັນມາໃຊ້ວິທີນີ້ເພື່ອຊ່ວຍຫຼຸດເວລາໃນການສົ່ງສິນຄ້າໃຫ້ເຖິງມືຜູ້ບໍລິໂພກພາຍໃນ 5 ປີ

  1. ແບັດເຕີຣີ່ໄຮ້ກັງວົນ

ເນື່ອງຈາກ Smart Phone ກາຍເປັນປັດໃຈສໍາຄັນໃນການໃຊ້ຊີວິດ ຜູ້ບໍລິໂພກຍຸກໃໝ່ຈຶ່ງຕ້ອງການແບັດເຕີຣີ່ທີ່ໃຊ້ໄດ້ຢ່າງຍາວນານ ໂດຍບໍ່ຕ້ອງກັງວົນເລື່ອງການຊາດອີກຕໍ່ໄປ ແລະ ຖ້າຕ້ອງການຊາດແບັດຄວນເຕັມພາຍໃນເວລາບໍ່ເທົ່າໃດນາທີເທົ່ານັ້ນ ລວມເຖິງການຊາດໂດຍໃຊ້ສັນຍານວິທະຍຸໃນອາກາດອ້ອມຮອບ ທີ່ຄາດວ່າຈະເກີດຂຶ້ນພາຍໃນ 3 ປີຕໍ່ໜ້າ.

Comments