30 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງ ທະນາຄານ ຮ່ວມພັດທະນາ.

   ໃນສະບັບເດືອນ ພຶດສະພາ ໄດ້ຮັບກຽດສໍາພາດທ່ານ ບຸນສະຫວ່າງ ພິລາໄຊພິທັກ ຜູ້ອໍານວຍການໃຫຍ່ ທະນາຄານ ຮ່ວມພັດທະນາ ເຊິ່ງນອກຈາກທ່ານຈະມີຜົນງານເດັ່ນຫຼາຍດ້ານໃນການປະກອບສ່ວນເຂົ້າໃນການພັດທະນາທະນາຄານ ຕະຫຼອດໄລຍະ 30 ປີຜ່ານມາແລ້ວ ທ່ານຍັງມີວິໄສທັດເພື່ອພັດທະນາ “ເຈດີບີ” ໃຫ້ກ້າວເປັນທະນາຄານທີ່ນໍາໜ້າທາງດ້ານເຕັກໂນໂລຊີທັນຍຸກທັນສະໄໝ ໃນ ສປປ ລາວ ແລະ ໃນພາກພື້ນ, ພ້ອມທັງມີຄວາມມຸ່ງໝັ້ນ ເຮັດໃຫ້ເປັນສັງຄົມທີ່ບໍ່ຕ້ອງໃຊ້ເງິນສົດ “Cashless Society” ເທື່ອລະກ້າວ ແລະ ເຮັດໃຫ້ “ເຈດີບີ” ກ້າວເປັນຜູ້ນໍາທາງດ້ານບໍລິການຜະລິດຕະພັນ ເອເລັກໂຕຼນິກ, ກາຍເປັນທະນາຄານທີ່ເຕີບໃຫຍ່ໄວທີ່ສຸດໃນ ສປປ ລາວ.

ພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວພັກ ແລະ ລັດຖະບານ ໄດ້ປະຕິບັດພາລະກິດປ່ຽນແປງໃໝ່ຢ່າງຮອບດ້ານໂດຍມີຫຼັກການເສີມຂະຫຍາຍ ນະໂຍບາຍເປີດກ້ວາງການຮ່ວມມືກັບຕ່າງປະເທດເພື່ອພັດທະນາເສດຖະກິດ-ສັງຄົມຂອງຊາດ ທະນາຄານ ຮ່ວມພັດທະນາ ແມ່ນທະນາຄານເອກະຊົນແຫ່ງທຳອິດຂອງ ສປປ ລາວ ແລະ  ເປັນທະນາຄານທຳອິດທີ່ນຳໃຊ້ການບໍລິການບັດ ATM ໃນລາວ.

ພາຍໃຕ້ການຊີ້ນໍາຢ່າງໃກ້ສິດຈາກທະນາຄານແຫ່ງ ສປປ ລາວ ເພື່ອເປັນສ່ວນປະກອບທີ່ສຳຄັນໃນການພັດທະນາປະເທດຊາດ, ທະນາຄານ ຮ່ວມພັດທະນາ ໄດ້ຖອກພັນທະເຂົ້າງົບປະມານໃຫ້ລັດ ແລະ ໄດ້ປະກອບສ່ວນໃນການຊ່ວຍເຫຼືອສັງຄົມນັບແຕ່ປີ 1989 ເປັນຕົ້ນມາຈົນເຖິງປັດຈຸບັນ.

ໃນທ້າຍປີ 2012 ທ່ານ  ເອກະພັນ ພະພິທັກ ປະທານບໍລິສັດ ສີເມືອງກຣຸບ ໄດ້ມາຖືຮຸ້ນທະນາຄານຮ່ວມພັດທະນາ 100% ແລະ ໄດ້ຊີ້ນໍາທະນາຄານໃຫ້ໄປຕາມທິດທາງຂອງຂັ້ນເທິງວາງອອກ.

ໄດ້ເພີ້ມທຶນຈົດທະບຽນຂຶ້ນຕື່ມຈາກ 10 ລ້ານໂດລາ ມາເປັນ 50 ລ້ານໂດລາ ເພີ້ມຂຶ້ນ 4 ເທົ່າຕົວ ເພື່ອສ້າງຄວາມເຊື່ອໝັ້ນ ແລະ ປັບປຸງຖານະການເງິນໃຫ້ມີຄວາມເຂັ້ມແຂງ.

ໃນໄລຍະ 30 ປີ ຜ່ານມາທະນາຄານ ຮ່ວມພັດທະນາ ໄດ້ພັດທະນາຕົນເອງໃຫ້ມີຄວາມເຂັ້ມແຂງທາງດ້ານການເງິນ, ມີຄວາມແຂງແກ່ນທາງດ້ານການບໍລິການລູກຄ້າ ແລະ ການບໍລິຫານມີນະໂຍບາຍທີ່ເຂັ້ມແຂງ, ເຮັດໃຫ້ທະນາຄານຮ່ວມພັດທະນາ ກ້າວໄປສູ່ຄຸນນະພາບໃໝ່ ທີ່ໄດ້ມາດຕະຖານສາກົນ,ໄດ້ຂະຫຍາຍຕານ່າງການບໍລິການໄປທົ່ວປະເທດ ເຊິ່ງມີຈໍານວນ 60 ໜ່ວຍບໍລິການ ເພີ້ມຂຶ້ນ 15 ເທົ່າຕົວ ໄດ້ປ່ຽນແປງຮູບແບບການບໍລິຫານຢ່າງມືອາຊີບ ຊຶ່ງໄດ້ເອົາໃຈໃສ່ວຽກງານການບໍລິການໃຫ້ເປັນທີ່ປະທັບໃຈຂອງລູກຄ້າທຸກລະດັບ, ເຮັດ
ໃຫ້ JDB ກາຍເປັນທະນາຄານທີ່ທັນສະໄໝໄດ້ມາດຕະຖານສາກົນ, ໄດ້ຮັບການຢັ້ງຢືນ ISO 9001: 2015 ໃນດ້ານການບໍລິການເພື່ອບໍລິຫານ ແລະ ຈັດການຄຸນນະພາບໃນວຽກງານການບໍລິການລູກຄ້າທຸກລະດັບຢ່າງປະທັບໃຈ.

ໃນຕົ້ນປີ 2018 ທະນາຄານ ຮ່ວມພັດທະນາໄດ້ມີການປັບປຸງໂຄງຮ່າງການຈັດຕັ້ງໄດ້ແຕ່ງຕັ້ງ ທ່ານ ບຸນສະຫວ່ງ ພິລາໄຊພິທັກ ເປັນຜູ້ອໍານວຍການໃຫຍ່, ເພື່ອຊີ້ນໍາ ນໍາພາທະນາຄານຮ່ວມພັດທະນາໃຫ້ມີການປ່ຽນແປງໂສມໜ້າໃໝ່,ຄືພັດ
ທະນາທະນາຄານ ຮ່ວມພັດທະນາ ຕາມແບບແຜນຍຸດທະສາດຍຸກ 4.0, ທ່ານ ບຸນສະຫວ່າງ ພິລາໄຊພິທັກ ກໍແມ່ນຜູ້ໜຶ່ງທີ່ໄດ້ປະກອບສ່ວນວຽກງານນໍາທະນາຄານຮ່ວມພັດທະນາມາເປັນເວລາ 30 ປີ, ມີຜົນງານດີເດັ່ນຫຼາຍດ້ານໃນການປະກອບສ່ວນໄດ້ທຸ້ມເທສະຕິປັນຍາຂອງຕົນຢ່າງບໍ່ຮູ້ອິດຮູ້ເມື່ອຍເຂົ້າໃນການພັດທະນາອົງກອນໃຫ້ເຕີບໃຫຍ່ຂະຫຍາຍຕົວຫັນເປັນທັນສະໄໝຈົນເຖິງປັດຈຸບັນ. ໄດ້ວາງວິໄສທັດ ແລະ ພາລະກິດຂອງ
ທະນາຄານຮ່ວມພັດທະນາຕາມແຜນຍຸດທະສາດຍຸກ 4.0

  • ວິໄສທັດ:

ທ່ານ ບຸນສະຫວ່າງ ພິລາໄຊພິທັກ ໄດ້ເບິ່ງທິດທາງການຂະຫຍາຍຕົວຂອງເສດຖະກິດ ແລະ ການເງິນຂອງໂລກບົນພື້ນຖານການປະຕິວັດອຸດສະຫະກໍາຄັ້ງທີ 4 ຂອງໂລກ ຫຼື ເອີ້ນວ່າຍຸກ Digital 4.0ເຊິ່ງມັນເປັນແນວທາງການພັດທະນາຂອງ JDBໃຫ້ກ້າວເປັນທະນາຄານທີ່ນໍາໜ້າທາງດ້ານເຕັກໂນໂລຊີ ທັນຍຸກທັນສະໄໝຢູ່ໃນ ສປປ ລາວ ແລະ ຢູ່ໃນພາກພື້ນສາມາດຮອງຮັບກັບສະພາບການແຂ່ງຂັນໄດ້ເພື່ອຮັບໃຊ້ການບໍລິການລູກຄ້າໄດ້ຢ່າງສະດວກສະບາຍ ລູກຄ້າສາມາດນໍາໃຊ້ໄດ້ທຸກຂອດບໍລິການຂອງ JDB ໄດ້, ໂດຍບໍ່ຈໍາເປັນເຂົ້າມາຫາໜ່ວຍບໍລິການຂອງທະນາຄານ, ມຸ່ງເນັ້ນໃຫ້ເປັນສັງຄົມທີ່ບໍ່ໃຊ້ເງິນສົດ “Cash less Society”ເທື່ອລະກ້າວ ເພື່ອໃຫ້ບັນລຸຕາມຈຸດປະສົງ ແລະ ເປົ້າໝາຍດັ່ງກ່າວທະນາຄານ ຮ່ວມພັດທະນາ ໄດ້ມີຍຸດທະສາດດັ່ງນີ້:

  1. ສືບຕໍ່ປັບປຸງ JDB ໃຫ້ໄດ້ມາດຕະຖານ Basel II ຕາມທະນາຄານແຫ່ງ ສປປ ລາວ ກໍານົດໃຫ້ສໍາ
    ເລັດໃນປີ 2023. ທະນາຄານ ຮ່ວມພັດທະນາ ໄດ້ມີລະບົບທີ່ທັນສະໄໝໄດ້ມາດຕະຖານສາກົນສາມາດ
    ເຊື່ອມໂຍງກັບທະນາຄານພາຍໃນ ແລະ ສາກົນໄດ້ເຊັ່ນ: Core Banking (Flexcube), Network
    Systems, Card Management Systems(CMS) ATM Switching, ມີເຄື່ອງມືໃຫ້ການ
    ບໍລິການເຊັ່ນ: ຕູ້ ATM, ເຄື່ອງຮູດບັດ EDC, Mobile Banking ທີ່ໄດ້ຮັບການຢັ້ງຢືນຈາກສາ
    ກົນ ແລະ JDB ໄດ້ອອກຜະລິດຕະພັນຂອງຕົນເອງ ແລະ ພ້ອມໃຫ້ບໍລິການຜະລິດຕະພັນ Digital
    ອື່ນໆໂດຍໄດ້ຮັບອະນຸຍາດຈາກທະນາຄານແຫ່ງ ສປປ ລາວ.
  2. ກ້າວເປັນຜູ້ນໍາທາງດ້ານ ບໍລິການຜະລິດຕະພັນ Digital Banking ທີ່ຫຼາກຫຼາຍ.
  3. ຮັບປະກັນຄວາມປອດໄພໃນການບໍລິການ ແລະສ້າງລະບົບໃຫ້ມີຄວາມປອດໄພສູງ ສ້າງຄວາມເຊື່ອ
    ໝັ້ນໃຫ້ກັບລູກຄ້າ.
  4. ເຮັດໃຫ້ລູກຄ້າໄດ້ຮັບຜົນປະໂຫຍດສູງສຸດບົນພື້ນຖານທະນາຄານກໍມີລາຍຮັບທີ່ຍືນຍົງແລະໝັ້ນຄົງ.

ເພື່ອຈະກ້າວເປັນຜູ້ນໍາທາງດ້ານການບໍລິການຜະລິດຕະພັນ ເອເລັກໂຕຼນິກ.

BLOOMING TO BECOME LEADER IN DIGITIZATION BANKING SERVICE

ນີ້ແມ່ນຄໍາຂວັນທີ່ສ້າງແຮງບັນດານໃຈ ແລະ ເປັນທິດທາງໃຫ້ແກ່ທະນາຄານ ຮ່ວມພັດທະນາ (JDB) ໃນການຂະຫຍາຍທຸລະກິດຂອງຕົນໃຫ້ຂະຫຍາຍຕົວຢ່າງກ້ວາງຂວາງ ແລະ ເລິກເຊິ່ງ ທະນາຄານຮ່ວມພັດທະນາ (JDB) ກາຍເປັນທະນາຄານທີ່ເຕີບໃຫ່ຍໄວທີ່ສຸດໃນ ສປປ ລາວ.

ໃນປັດຈຸບັນ JDB ໄດ້ສະໜອງຜະລິດຕະພັນ ແລະ ການບໍລິການ ດ້ານການເງິນ ໃຫ້ແກ່ສັງຄົມ ແລະ ລູກຄ້າ ປະກອບມີ:

  1. ອອກບັດ ATM, ບັດ VISA , ບັດ Union Pay, Go-Brand VISA ແລະ ຮັບບັດ VISA, UPI
    ແລະ JCB.
  2. ບັນຊີເງິນຝາກ: ກະແສລາຍວັນ, ຝາກປະຢັດ ແລະ ຝາກປະຈໍາ
  3. ເງິນກູ້: ເງິນກູ້ສິນເຊື່ອບໍລິສັດ ແລະ ສ່ວນບຸກຄົນ, ເງິນກູ້ SME, ເງິນກູ້ສໍາລັບອະສັງຫາລິມະຊັບ,
    ເງິນກູ້ສໍາລັບພະນັກງານລັດ, ເງິນກູ້ສໍາລັບນັກຮຽນ, ນັກສຶກສາ, ເງິນກູ້ແຕ່ງດອງ.
  4. ບໍລິການທະນາຄານຜ່ານລະບົບມືຖື: ( Mobile Banking ) “JDB Yes” “Yes Pay” ( ບໍລິການ
    ຊໍາລະເງິນຜ່ານລະບົບ QR )
  5. ເຄືອຂ່າຍ ແລະ ຕານ່າງການບໍລິການ: JDB ມີ 60 ໜ່ວຍບໍລີິການໃນ ສປປ ລາວ ແລະ ຫ້ອງການ
    ຜູ້ຕາງໜ້າຢູ່ບາງປະເທດໃນສະມາຄົມເສດຖະກິດອາຊ່ຽນ (AEC)
  6. ບໍລິການແລກປ່ຽນເງິນຕາ
  7. ໃຫ້ບໍລິການ ລະບົບໂອນເງິນສາກົນ : MoneyGram, SWIFT .
  8. ໃຫ້ການບໍລິການຕູ້ ATM, ເຄື່ອງຮູດບັດ “ອີດີຊີ” (EDC) ໃນຈຸດທີ່ຕັ້ງທີ່ເປັນຍຸດທະສາດ, ໃນຫ້າງ
    ຮ້ານ, ຕະຫຼາດ ແລະ ເຂດຊູມຊົນ.
  9. ຮັບບໍລິການຊໍາລະສະສາງຜ່ານຜະລິດຕະພັນ Alipay ແລະ Wechat Pay.
  10. ການເສຍຄ່າທໍານຽມທາງ ແລະ ອື່ນໆ.

ທະນາຄານຮ່ວມພັດທະນາ (JDB) ມີຄວາມມຸ່ງໝັ້ນທີ່ຈະກາຍເປັນຜູ້ນໍາທາງດ້ານການບໍລິການຜະລິດຕະພັນ ໃນລະບົບ “ດີຈີຕອນ” ໃນ ສປປ ລາວ,  ທະນາຄານຮ່ວມພັດທະນາຍັງມີຄວາມມຸ່ງໝັ້ນໃນການເພີ້ມທະວີຄວາມອາດສາມາດໃນການຂະຫຍາຍສ່ວນແບ່ງຕະຫຼາດຂອງຕົນ, ຜູ້ບໍລິໂພກໂດຍນໍາໃຊ້ລະບົບທະນາຄານຜ່ານໂທລະສັບມືຖື ແລະ ເອເລັກໂຕຣນິກເພື່ອອໍານວຍຄວາມສະດວກໃຫ້ແກ່ລູກຄ້າ ໃນການເຮັດທຸລະກໍາດ້ານການເງິນຕ່າງໆເພື່ອກ້າວສູ່ສັງຄົມທີ່ບໍ່ໃຊ້ເງິນສົດ ( Cash Less society )ເທື່ອລະກ້າວ.

ອີງຕາມຄຸນຄ່າຫຼັກຂອງທະນາຄານຮ່ວມພັດທະນາ (JDB), ລູກຄ້າ, ຜູ້ຖືຮຸ້ນ ແລະ ພະນັກງານແມ່ນຜູ້ທີ່ມີສ່ວນຮ່ວມພື້ນຖານທີ່ສໍາຄັນ ມຸ່ງໝັ້ນສ້າງມູນຄ່າຕາມພາລະບົດບາດຂອງຕົນເອງໃນຖານະເປັນທະນາຄານ ແມ່ນເພື່ອສະໜັບສະໜູນການເຕີບໃຫ່ຍ ຂະຫຍາຍຕົວ ທາງດ້ານເສດຖະກິດຂອງຊາດ, ໂດຍອໍານວຍຄວາມສະດວກໃນການລົງທຶນ ແລະການປ່ອຍສິນເຊື່ອພວກເຮົາຍັງສະໜັບສະໜູນປະຊາຊົນ ແລະ ທຸລະກິດ ດ້ວຍການບໍລິການທາງດ້ານການເງິນທີ່ເຂົາເຈົ້າຕ້ອງການເພື່ອບັນລຸເປົ້າໝາຍຂອງລູກຄ້າ.

ວຽກງານຊ່ວຍເຫຼືອສັງຄົມກໍເປັນວຽກງານທີ່ສໍາຄັນທີ່ທະນາຄານຮ່ວມພັດທະນາໄດ້ເປັນສ່ວນໜຶ່ງໃນການປະກອບສ່ວນ ຊຸກຍູ້ຊ່ວຍເຫຼືອສັງຄົມ ໃນໄລຍະ 5 ປີທີ່ຜ່ານມາມີມູນຄ່າເຖິງ 5 ຕື້ກວ່າກີບ.

ເພື່ອເປັນການຄືນກຳໄລໃຫ້ແກ່ລູກຄ້າຂອງທະນາຄານ ຮ່ວມພັດທະນາ ໄດ້ຈັດ ”ໂປຣໂມຊັນ” ແຈກລົດທຸກປີ ປີລະ 1 ຄັນຕິດຕໍ່ກັນເປັນໄລຍະ 7 ປີ, ເພື່ອເປັນການສົ່ງເສີມລະດົມເງິນຝາກ  ໂດຍການແຈກໂຊກໃຫ້ກັບລູກຄ້າທີ່ຝາກເງິນກັບທະນາຄານ, ເຊິ່ງປີ 2018 ທີ່ຜ່ານມາ JDB ກໍໄດ້ແຈກລົດ  “ຈິບເຊບໂຣເລັດ” ໜຶ່ງຄັນ ໃຫ້ແກ່ລູກຄ້າທີ່ຝາກເງິນ ເຮັດໃຫ້ລູກຄ້າ ມີຄວາມເຊື່ອໝັ້ນ ແລະ ໄວ້ວາງໃຈ ໃຫ້ການສະໜັບສະໜູນທະນາຄານ JDB ຕະຫຼອດມາ.
ເມື່ອບໍ່ດົນມານີ້ທາງ JDB ໄດ້ມີການອອກຜະລິດຕະພັນໃໝ່ກໍຄືເງິນຝາກດອກເບ້ຍ X2 ມາຮັບໃຊ້ລູກຄ້າພ້ອມກັນນັ້ນ JDB ໄດ້ເຊັນສັນຍາເຂົ້າຮ່ວມ ເປັນຜູ້ຖືຮຸ້ນ ກັບໂຄງການ LAPNet ຂອງ BOL ໃນການໂອນເງິນລະຫວ່າງທະນາຄານ ພາຍໃນປະເທດຜ່ານຕູ້  ATM , Mobile Banking ແລະ ເຄື່ອງ EDC ລວມມີ 7 ທະນາຄານຍັກໃຫຍ່ອັນເປັນສ່ວນປະກອບທີ່ສໍາຄັນໃນການຂັບເຄຶ່ອນເສດຖະກິດທີ່ມີການເຊື້ອມໂຍງທາງພາກການເງິນ ເຊີ່ງນອນຢູ່ໃນໂຄງການໃຫ່ຍ “One Belt, One Road” ເຂົ້າຮ່ວມໂຄງການຊໍາລະເງິນຄ່າທໍານຽມທາງ, ທີ່ດິນ ແລະ ອາກອນນອກນັ້ນຍັງມີຫຼາຍໂຄງການ…ອອກຜະລິດຕະພັນໃຫ້ຫຼາກຫຼາຍເພື່ອມາຮັບໃຊ້ສັງຄົມເຮັດໃຫ້ລູກຄ້າໄດ້ຮັບຜົນປະໂຫຍດສູງສຸດ.

ທ່ານ ບຸນສະຫວ່າງ ພິລາໄຊພິທັກ ຜູ້ອໍານວຍການໃຫຍ່ທະນາຄານຮ່ວມພັດທະນາໄດ້ຮັບລາງວັນດີເດັ່ນປະເພດ ຂັນຄໍາ ຈາກທ່ານ ເອກະພັນ ພະພິທັກປະທານສະພາບໍລິຫານ ທະນາຄານຮ່ວມພັດທະນາແລະ ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນສ້າງຕັ້ງທະນາຄານແຫ່ງ ສປປ ລາວ ຄົບຮອບ 50 ປີ, ທ່ານ ບຸນສະຫວ່າງ ພິລາໄຊພິທັກ ກໍໄດ້ຮັບ ຫຼຽນໄຊແຮງງານຊັ້ນ III ແລະ ຫຼຽນກາທີ່ລະນຶກ 50 ປີ ພ້ອມກັນນັ້ນ JDB ກໍຍັງໄດ້ຮັບຫຽນໄຊແຮງງານ ຊັ້ນ IIIຂອງປະທານປະເທດແຫ່ງ ສປປ ລາວ, ມອບໂດຍ
ທ່ານ ສອນໄຊ ສິດພະໄຊ ຜູ້ວ່າການທະນາຄານ ແຫ່ງ ສປປ ລາວ.

ທ່ານ ບຸນສະຫວ່າງ ພິລາໄຊພິທັກ ຍັງເຊື່ອໝັ້ນວ່າ ປີ 2019 ທະນາຄານຮ່ວມພັດທະນາຈະບັນລຸຕາມເປົ້າຫມາຍທີ່ຜູ້ບໍລິຫານໄດ້ຕັ້ງໄວ້ ແລະ ທ່ານ ໄດ້ອວຍໄຊໃຫ້ພອນແດ່ຜູ້ນໍາພັກ-ລັດ, ທ່ານລູກຄ້າທີ່ມີພະຄຸນຈົ່ງມີສຸຂະພາບເຂັ້ມແຂງມີຄວາມຜາສຸກໃນຊີວິດການງານ, ທຸລະກິດ ແລະ ຄອບຄົວຂອງທ່ານຕະຫຼອດໄປ ແລະ ໄດ້ກ່າວຄໍາຂອບໃຈນໍາລູກຄ້າທຸກໆທ່ານທີ່ໃຫ້ຄວາມເຊື່ອໝັ້ນ, ໄວ້ວາງໃຈກັບການໃຫ້ບໍລິການຂອງ JDB ຕະຫຼອດ 30 ປີຜ່ານມາ ແລະ ທ່ານຍັງໄດ້ເຊີນຊວນພໍ່ແມ່ປະຊາຊົນກໍຄືພໍ່ຄ້າຊາວຂາຍທຸກຖ້ວນໜ້າມາໃຊ້ບໍລິການຜະລິດຕະພັນ “ດີຈີຕອນ” ທີ່ຫຼາກຫຼາຍຂອງ JDB ໃຫ້ເປັນອີກທາງເລືອກໜຶ່ງຂອງທ່ານ.

ທະນາຄານ ຮ່ວມພັດທະນາ ມຸ່ງໝັ້ນໃນການບໍລິການທາງດ້ານການເງິນແບບຄົບວົງຈອນໃຫ້ແກ່ປະຊາຊົນບັນດາເຜົ່າໄດ້ມີຄວາມສະດວກສະບາຍໃນການເຂົ້າຫາແຫຼ່ງທຶນທີ່ໝັ້ນຄົງ ແລະ ການບໍລິການທີ່ສະດວກສະບາຍ, ທະນາຄານຮ່ວມພັດທະນາ ມີແຫຼ່ງທຶນພຽງພໍທີ່ຈະສະໜອງໃຫ້ລູກຄ້າເພື່ອສະໜັບສະໜູນທຸລະກິດຂອງລູກຄ້າໃຫ້ມີຄວາມເຕີບໃຫຍ່ຂະຫຍາຍຕົວຂຶ້ນໄປເລື້ອຍໆ, ສົມກັບຄຳຂວັນ ທີ່ວ່າ “ເຕີບໃຫຍ່ໄປພ້ອມກັນ”.

 (ວາລະສານທາເກັດ ສະບັບ 154 ເດືອນພຶດສະພາ 2019 ໄດ້ທີ ສຳນັກງານຫ້ອງການພາກລັດ ແລະ ເອກະຊົນ, ຫ້ອງສະໝຸດ, ຮ້ານອາຫານ, ຮ້ານກາເຟ, ຮ້ານ kaogee cafe, ຮ້ານ The pizza company ແລະ ຫຼາຍໆບ່ອນໃນນະຄອນຫຼວງ ຫຼື ສອບຖາມຈອງເປັນສະມາຊິກໄດ້ທີ່ເບີ 021 216 666)

30 years of growth for JDB

 In our April issue, we have the honor of an interview with Managing Director of the Joint Development Bank (JDB) Bounsavang Philasayphithak, who, besides having built up thirty years experience in contributing to the development of JDB, also has the vision to develop it into a leading bank in terms of modern technology in the Lao PDR and the region while also gradually moving towards a cashless society with JDB being at the forefront in terms of services and electronic products to transform the bank and optimize its expansion in the Lao PDR.

Under the leadership to the Lao People’s Revolutionary Party (LPRP) and the government, it has been forced to undertake an array of changes, namely the adoption of policies to open up to foreign cooperation for the sake of socio-economic development. JDB is the first private bank to be founded in the Lao PDR and also the first to provide ATM services.

Under the close guidance of the Bank of the Lao PDR (BOL), in order to makeimportant contributions to national development, the JDB has withdrawn its budgetary obligations to the State and has contributed to assisting society ever since 1989.

At the end of 2012, Simeuang Group President Ekaphan Phaphithak held a 100% shareholding and directed the bank according to the directives ordered by superior levels.

It increased its registered capital from 10 million to 50 million dollars, a five-fold increase, in order to build credibility and improve its financial status.

Over the past thirty years, JDB has developed strongly financially, enhanced its customer services and administration, and adopted steadfast policies, leading to the expansion of its nationwide service network to 60 service units, an increase of 15, the professionalization of its administration, and close attention paid to services so as to make a positive impression on customers of all levels,thus making JDB an modern bank withinternational standards, having received ISO 9001: 2015 accreditation for its services, administration, and impressively high quality management in the provision of services to customers of all levels.

At the start of 2018, JDB improved its organizational structure, appointing Bounsavang Philasayphithak as Managing Director in order to lead the JDB through its transitions to modernity to keep in line with the 4th Industrial Revolution and strategic plan for the 4th Industrial Age. He
is someone who has contributed to the development of the JDB over the past thirty years and has made achievements in many areas thanks to his tireless diligence and cleverness supporting the development of the organization to expand and modernize to this very day. He has laid out a vision and mandate for JDB according to the Strategic Plan for the 4th Industrial Revolution:

  • Vision:

Bounsavang Philasayphithak saw the global economic and financial expansion
based on the 4th Industrial Revolution, also referred to as “Digital 4.0”, which was a means through which JDB could develop gradually into a leading bank in terms of modern technology in the Lao PDR and the region in order to be able to support competitiveness and cater to customers comfortably. Customers will be able to use all JDB’s services without needing to visit a service center and this will move us gradually towards a cashless society. In order to achieve this, JDB has the following
strategy:

  1. To continue to improve JDB to meet the standards of the Basel II Accords in the Lao
    PDR as specified for 2023, to have modern systems to meet international standards for linking up with domestic and international banks, such core banking (Flexcube), network systems, card management
    systems (CMSs), and ATM Switching and possess the tools to provide these services, such as ATM machines, electronic data capture (EDC) swipe cards, internationally accredited mobile banking, and provide its digital products and services with the permission of the BOL.
  2. To advance to being the leader in diversity in digital banking;
  3. To ensure the security of its services and create strong security systems to build
    credibility among its customers; and
  4. To optimize the benefits for its customers based on having a sustainable and stable
    income.

Advancing to become the leader in digital banking services

This is the motto to build motivation and provide direction for JDB.

In its broad and deep business expansion, JDB shall become the fastest growing bank in the Lao PDR.

JDB is currently providing the following financial products and services to the public:

  1. ATM cards, VISA cards, Union Pay cards, Go-Brand VISA cards and VISA swipe cards, UPI cards, and JDB cards’
  2. Deposit accounts, such as current accounts, savings accounts, and fixed accounts;
  3. Loans: company loans, personal loans, SME loans, real estate loans, civil service loans, student loans, and wedding loans;
  4. Mobile banking: “JDB Yes” and “Yes Pay” (payment services using quick response (QR) codes);
  5. Networks and services: JDB has 60 service units in the Lao PDR and representative offices in certain countries in the ASEAN Economic Community (AEC);
  6. Currency exchange services;
  7. International transfer services, such as Moneygram and SWIFT;
  8. ATM services and EDC machines at strategic locations, such as stores, markets, and community areas;
  9. Payment services, such as Alipay and WeChat Pay; and
  10. Payment of road tax and so forth.

JDB is determined to become to leading bank for customer products using digital systems in the Lao PDR and also to boost its capacity to increase its market share and customer base through banking
systems which use mobile telephones and other electronic means to facilitate matters
for the customer in making transactions so as to move gradually towards a cashless society.

Based on the main value of JDB, customers, shareholders, and staff play a fundamental role in working hard to build value according to their respective roles and responsibilities as a bank in order to support its expansion in all aspects.

The national economy is facilitated by investment and the release of credit and we also support the public and businesses with the financial services they desire in order to achieve the customers’ goals.

Giving back to society is important for JDB and constitutes a part of its contributions to supporting and helping society. Over the last five years, this exceeds five billion kip.

In order to return profits to it customers, the JDB holds promotions whereby a free car is handed out and this has been in effect for a period of seven consecutive years in order to promote deposits using prize draws for customers depositing money at JDB. In 2018, JDB gave out a Chevrolet to a bank deposit customer to win our customers’ confidence and trust so as to support JDB.

JDB recently issued a new product – the X2 high-interest deposit account – for customers While also JDB has signed a joint venture agreement with BOL’s LAPNet project to transfer money via ATM
machines, mobile banking, and EDC swipe cards together with 7 mega banks are key elements for economic movement for financial condition which is one of the mega project “one belt, one road” It is also participating in projects for the payment of road tax, land tax, and other taxes.
Furthermore, there is a vast array of other projects and services for public use to optimize benefits for our customers.

JDB Managing Director Bounsavang Philasayphitak has received an award from President of the JDB board of directors Ekaphan Phaphithak and at the celebrations for the BOLs 50th anniversary, he received a Class III medal and JDB received the same from the President of the Lao PDR
presented by BOL Governor Sonexay Sithphaxay.

Mr. Bounsavang Philasayphitak is confident that in 2019, JDB will meet the targets set and gives his best wishes to the Party and State leadership and gratitude to the customers, wishing them
the best of health, happiness, and success in their work, business, and families forevermore. He also offers his thanks to all the customers who have placed their confidence and trust in the services of
JDB over the last thirty years and invites all members of the public and merchants to use its diverse array of digital services and products and view JDB as a viable option. JDB is diligent in its universal financial
services for the multiethnic public’s convenience in accessing stable capital and comfortable services. JDB has sufficient capital to provide to customers to support their businesses to grow and expand steadily
under the slogan “Blooming together”.

 

Comments