Author Archives: Paeng KC

ລ້ານຊ້າງ ປະກັນໄພ ບໍລິສັດຮັບໃຊ້ສັງຄົມ ບໍລິການປະກັນໄພທີ່ມີຄຸນນະພາບສູງ

ໃນສະບັບເດືອນເມສາ ໄດ້ຮັບກຽດສໍາພາດທ່ານ ໂດ໋ ດັງ ຄາງ (DO DANG KHANG) ຜູ້ອໍານວຍການໃຫຍ່ບໍລິສັດລ້ານຊ້າງ ປະກັນໄພ ມະຫາຊົນ (LAP) ເຊິ່ງທ່ານຈະໄດ້ແນະນໍາໃຫ້ຊາບເຖິງຄວາມເປັນມາພ້ອມທັງວິໄສທັດ ແລະ ພາລະກິດຂອງລ້ານຊ້າງປະກັນໄພ ລວມທັງການເຕີບໃຫຍ່ຂະຫຍາຍຕົວຂອງທຸລະກິດຕະຫຼອດໄລຍະ 9 ປີຜ່ານມາ. ກະລຸນາແຈ້ງໃຫ້ພວກເຮົາຮູ້ກ່ຽວກັບຄວາມເປັນມາຂອງບໍລິສັດລ້ານຊ້າງປະກັນໄພ ມະຫາຊົນ? ບໍລິສັດ ລ້ານຊ້າງປະກັນໄພ ມະຫາຊົນ (LANEXANG ASSURANCE) ໄດ້ສ້າງຕັ້ງຂຶ້ນໃນປີ 2010, ໂດຍການຮ່ວມມືຈາກຜູ້ຖືຫຸ້ນລະຫວ່າງທະນາຄານ ພັດທະນາລາວ (LDB)ແລະ ກຸ່ມບໍລິສັດປະກັນໄພໄປສະນີຫວຽດນາມ (PTI), ເຊິ່ງແຕ່ລະຝ່າຍໄດ້ປະກອບສ່ວນ 50% ຂອງທຶນຈົດທະບຽນ. ລ້ານຊ້າງປະກັນໄພໄດ້ມີການເຄື່ອນໄຫວໃນຂົງເຂດປະກັນໄພທົ່ວໄປ. ພວກເຮົາມີຄວາມໂຊກດີທີ່ໄດ້ສືບທອດປະສົບການ ແລະ ເຕັກໂນໂລຊີຈາກ PTI ເຊິ່ງເປັນບໍລິສັດປະກັນໄພອັນດັບຕົ້ນໆຂອງຫວຽດນາມ ກໍຄືການນຳໃຊ້ຄວາມເຊື່ອໝັ້ນ ແລະ ເຄືອຄ່າຍທີ່ກ້ວາງຂວາງທົ່ວປະເທດຂອງທະນາຄານພັດທະນາລາວ. ການໄດ້ສືບທອດມູນເຊື້ອຈາກຜູ້ຖືຫຸ້ນທັງສອງຝ່າຍໃນຂົງເຂດປະກັນໄພ ແລະ ທະນາຄານທີ່ໄດ້ເປັນພື້ນຖານອັນໝັ້ນຄົງເພື່ອສ້າງຕັ້ງບໍລິສັດປະກັນໄພທົ່ວໄປຢູ່ແຖວໜ້າໃນຕະຫຼາດລາວ. ພາລະກິດຂອງ ລ້ານຊ້າງປະກັນໄພ ແມ່ນຫຍັງ? ຕໍ່ກັບພາລະກິິດຂອງຕົນ, ພວກເຮົາມີຄວາມເຊື່ອໝັ້ນວ່າ ການບໍລິການປະກັນໄພທີ່ມີຄຸນນະພາບສູງ ແມ່ນຈຳເປັນຕ້ອງມີຄວາມພ້ອມໃນການໃຫ້ບໍລິການຢູ່ສະເໝີ  ແລະ ພວກເຮົາສັນຍາວ່າຈະສະໜອງຜະລິດຕະພັນຄຸນນະພາບສູງໃຫ້ແກ່ທຸກທ່ານບໍ່ວ່າຈະຢູ່ຈຸດໃດຂອງປະເທດລາວ. ຕໍ່ກັບຕາໜ່າງເຄືອຄ່າຍທີ່ກວ້າງຂວາງທົ່ວປະເທດ ໄດ້ຊ່ວຍໃຫ້ພວກເຮົາສາມາດຮັບປະກັນໄດ້ເຖິງການບໍລິການຂອງຕົນວ່າມີຄຸນນະພາບຢ່າງທົ່ວເຖິງໃນຂອບເຂດທົ່ວປະເທດ. ວິໄສທັດ ຂອງລ້ານຊ້າງປະກັນໄພ ...

Read More »

ພັດທະນາເສດຖະກິດ-ສັງຄົມ ຕິດພັນກັບວຽກງານສາມສ້າງ

ຍຸດທະສາດ ພັດທະນາເສດຖະກິດສັງຄົມ ໄລຍະ 10 ປີ (2016-2025) ຂອງອົງຄະນະພັກນະຄອນຫຼວງວຽງຈັນ ແມ່ນຍຸດທະສາດບຸກທະລຸ ເພື່ອຫຼຸດພົ້ນຈາກສະຖານະພາບດ້ອຍພັດທະນາໃນປີ 2020, ສ້າງໄລຍະຂ້າມຜ່ານອອກຈາກສະຖານະພາບດ້ອຍພັດທະນາຢ່າງສົມບູນ ໃຫ້ໄດ້ໃນປີ 2025, ສືບຕໍ່ສ້າງພື້ນຖານທີ່ໜັກແໜ້ນ ເພື່ອກ້າວສູ່ປະເທດກຳລັງພັດທະນາ ທີ່ມີລາຍຮັບປານກາງສູງ ໃນປີ 2030. ຍຸດທະສາດ ພັດທະນາເສດຖະກິດ-ສັງຄົມ ໄລຍະ 10 ປີ (2016-2025) ກໍານົດທິດທາງລວມ, ຄາດໝາຍສູ້ຊົນ ແລະ ຈຸດສຸມຍຸດທະສາດທີ່ເປັນບູລິມະສິດໄວ້ 6 ຍຸດທະສາດ.ເຊິ່ງໜຶ່ງໃນນັ້ນແມ່ນ: ຍຸດ​ທະ​ສາດ ການ​ພັດທະນາ​ເສດຖະກິດ ​ເຮັດ​ໃຫ້ນະຄອນຫຼວງວຽງ​ຈັນ ຫຼຸດພົ້ນອອກຈາກສະຖານະພາບຄວາມດ້ອຍພັດທະນາ, ຊຶ່ງມີຕົວຊີ້ວັດສໍາຄັນຄື: ເສດຖະກິດຂະຫຍາຍຕົວຢ່າງຕໍ່ເນື່ອງ, ໝັ້ນທ່ຽງ ລວມຍອດຜະລິດຕະພັນພາຍໃນເພີ່​ມຂຶ້ນຫຼາຍ​ກ່ວາ 10% ຕໍ່ປີ, ລາຍໄດ້ຂອງພົນລະເມືອງ ບັນລຸໄດ້ຫຼາຍ​ກ່ວາ 9.000 ໂດລາ/ຄົນ/ປີ, ລື່ນປີ 2015 (ບໍ່ຫຼຸດ 2 ເທົ່າ). ຫັນ​ປ່ຽນ​ເສດຖະກິດ​ເຄິ່ງທໍາມະ​ຊາດ​ໄປ​ສູ່​ການ​ຜະລິດ​ສິນຄ້າ, ສ້າງ​ໂຄງ​ປະກອບເສດຖະກິດ​ຜະລິດ​ສິນຄ້າ ​​ໄປສູ່​ລະບົບເສດຖະກິດ​ຕະຫຼາດ​ຕາມ​ທິດ​ສັງຄົມ​ນິຍົມ​, ໂຄງປະກອບເສດຖະກິດ ຫັນປ່ຽນໄປຕາມທິດຫັນເປັນອຸດສາຫະກໍາ-ທັນສະໄໝ ແລະ ຍືນຍົງ, (ຜ່ານ​ຜ່າ​ໄດ້ຄວາມ​ບອບ​ບາງ​ດ້ານ​ການ​ເງິນ (HEG), ມີຖະນາການເງິນສາມາດປັນເຈົ້າຕົນເອງຢ່າງໜັກແໜ້ນ; ​ແກ້​ໄຂ​ໜີ້​ສິນ​ສາທາລະນະຢູ່​ໃນ​ເກນປົກກະຕິ. ...

Read More »

ສຸດຍອດ! ນະວັດຕະກໍາຫຸ່ນຍົນທີ່ຢາກໃຫ້ທ່ານຮູ້ຈັກ…

ເມື່ອໂລກບໍ່ຍອມຢຸດໝຸນ ການພັດທະນາຂອງຄົນທີ່ຈຶ່ງບໍ່ມີວັນສິ້ນສຸດ… ເມື່ອກ່ອນຫຸ່ນຍົນ ຫຼືຫຸ່ນເຫຼັກອາດຈະເປັນພຽງເຄື່ອງຫຼິ້ນຂອງເດັກນ້ອຍເທົ່ານັ້ນ ເພາະມັນບໍ່ສາມາດເຮັດຫຍັງໄດ້ນອກຈາກຈັບມາປະກອບເຂົ້າກັນໃຫ້ມີລັກສະນະຄ້າຍຄືມະນຸດ ຈົນກາຍເປັນໝູ່ຫຼິ້ນຂອງເດັກນ້ອຍ; ຕໍ່ມາຫຸ່ນຍົນໄດ້ມີການພັດທະນາໃຫ້ມີສຽງດັງອອກມາ ເຊິ່ງຈະມີສຽງເພງ, ສຽງເວົ້າ ຫຼືສຽງຮຽນແບບສຽງຂອງມະນຸດເອງ… ຈົນປັດຈຸບັນ ຫຸ່ນຍົນໄດ້ຮັບການພັດທະນາໃຫ້ມີປະສິດພາບທຽບເທົ່າ ຫຼືສູງກວ່າມະນຸດ ແລ້ວຍັງມີບົດບາດໃນທາງເສດຖະກິດຫຼາຍ ເພາະສາມາດເຮັດວຽກແທນມະນຸດໄດ້. ເຊິ່ງມີຜົນການວິໄຈ (ຂອງຕ່າງປະເທດ) ອອກມາວ່າ ບາງສາຂາອາຊີບອາດຈະຖືກຫຸ່ນຍົນຍຶດໄປ ເຮັດໃຫ້ຄົນບໍ່ມີວຽກເຮັດຫຼາຍຂຶ້ນ ນອກຈາກນັ້ນ ມັນກໍຍັງຕອບໂຈດຄົນຍຸກໃໝ່ທີ່ມັກຄວາມສະດວກສະບາຍ. ນັ້ນກໍເປັນກະແສທີ່ມີໃນຕ່າງປະເທດ ສໍາລັບບ້ານເຮົາແລ້ວ ກະແສດັ່ງກ່າວຍັງມາບໍ່ຮອດເທື່ອ ແຕ່ອະນາຄົດກໍບໍ່ມີໃຜຄາດເດົາໄດ້ວ່າຈະບໍ່ເອົາເຂົ້າມານໍາໃຊ້… ສະນັ້ນ ມື້ນີ້ຜູ້ຂຽນເລີຍຢາກຈະມາແນະນໍາໃຫ້ກັບ ສຸດຍອດ! 4 ນະວັດຕະກໍາຫຸ່ນຍົນ ທີ່ຈະມາຕອບໂຈດ Life Style ການໃຊ້ຊີວິດ ແລະການເຮັດວຽກຂອງຄົນຍຸກໃໝ່… ແມວຫຸ່ນຍົນຊ່ວຍບໍາບັດ ສະໄໝນີ້ຄົນແພ້ຂົນແມວ ຫຼືຄົນທີ່ອາໄສຢູ່ບ່ອນທີ່ຫ້າມລ້ຽງແມວກໍສາມາດລ້ຽງແມວໄດ້ດ້ວຍຕົວຊ່ວຍ Qooboo ຫຸ່ນຍົນບໍາບັດທີ່ມາໃນຮູບແບບໝອນພ້ອມຫາງແມວຈາກປະເທດຍີ່ປຸ່ນ ເຖິງຈະບໍ່ມີຫົວ, ແຂນ ແລະຂາ ແຕ່ເມື່ອເຮົາຈັບລູບເບົາໆຫາງຂອງມັນຈະແກວ່ງໄປມາຄືກັບແມວແທ້ໆ, ດ້ວຍການສື່ສານທີ່ລຽບງ່າຍ ໂດຍສະເພາະການເຄື່ອນໄຫວຂອງຫາງໂດຍບໍ່ຕ້ອງເພິ່ງພາສຽງ ຫຼືການສະແດງອອກທາງສີໜ້າ ແຕ່ນະວັດຕະກໍານີ້ຈະຊ່ວຍສ້າງຄວາມຮູ້ສຶກຜ່ອນຄາຍໃຫ້ກັບຄົນເຮົາໄດ້ ເຊິ່ງຖືວ່າເປັນວິທີຊ່ວຍບໍາບັດຈິດໃຈອີກທາງໜຶ່ງ. ດີເຈແຂນນ້ອຍ ມາພຽງແຕ່ແຂນກໍເປີດແຜ່ນໄດ້ ສໍາລັບ Karlovy Lazne ໃນກຸງປ໊າກ ສາທາລະນະເຊັກ ທີ່ເປີດຕົວແຂນຫຸ່ນຍົນດີເຈ ດ້ວຍການໃຊ້ Soft ...

Read More »

ທ່ານ ປອ ຄໍາແພງ ໄຊສົມແພງ ລັດຖະມົນຕີກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ

ສະບັບເດືອນມີນາ ນີ້ ພວກເຮົາໄດ້ຮັບກຽດສໍາພາດຂຶ້ນປົກຂອງ ທ່ານ ປອ ຄໍາແພງ ໄຊສົມແພງ ລັດຖະມົນຕີກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ ເຊິ່ງທ່ານຈະໄດ້ສະເໜີໃຫ້ຊາບເຖິງວິໄສທັດການພັດທະນາແຕ່ນີ້ເຖິງປີ 2030 ພ້ອມທັງຍຸດທະສາດພັດທະນາ ວຽກງານໃນໄລຍະ 10 ປີ ໂດຍສະເພາະແມ່ນການພັດທະນາທາງດ້ານສີມືແຮງງານ ແລະ ການຄຸ້ມຄອງແຮງງານ ແລະ ອື່ນໆ. -ວິໄສທັດການພັດທະນາ ແຕ່ນີ້ເຖິງປີ 2030 ແລະ ຍຸດທະສາດພັດທະນາວຽກງານແຮງງານ ແລະ ສະຫວັດດີການສັງຄົມ ໃນໄລຍະ 10 ປີ ວາງເປົ້າໝາຍໄວ້ແນວໃດ? ການພັດທະນາສີມືແຮງງານ ແລະ ຈັດຫາງານ; ວຽກງານຄຸ້ມຄອງແຮງງານ; ວຽກງານປະກັນສັງຄົມ ມີບາດກ້າວຂະຫຍາຍຕົວ ແລະ ມີສິ່ງທ້າທາຍແນວໃດ? ຂ້າພະເຈົ້າ ຕາງໜ້າໃຫ້ຄະນະພັກ ຄະນະກະຊວງ ຂອງກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຂໍສະແດງຄວາມຂອບໃຈມາຍັງ ບັນນາທິການວາລະສານທາເກັດ ທີ່ໃຫ້ຄວາມສົນໃຈຕໍ່ກັບວຽກງານຂອງກະຊວງ ທີ່ເປັນວຽກງານໜຶ່ງທີ່ມີຄວາມສໍາຄັນຫຼາຍ,ປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ VIII ...

Read More »

ສ້າງແຮງງານມີຄຸນນະພາບ ສາມາດແຂ່ງຂັນ-ແກ້ງແຍ້ງ

ສະບັບເດືອນມີນາ ນີ້ ພວກເຮົາໄດ້ຮັບກຽດສໍາພາດຂຶ້ນປົກຂອງ ທ່ານ ປອ ຄໍາແພງ ໄຊສົມແພງ ລັດຖະມົນຕີກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ ເຊິ່ງທ່ານຈະໄດ້ສະເໜີໃຫ້ຊາບເຖິງວິໄສທັດການພັດທະນາແຕ່ນີ້ເຖິງປີ 2030 ພ້ອມທັງຍຸດທະສາດພັດທະນາ ວຽກງານໃນໄລຍະ 10 ປີ ໂດຍສະເພາະແມ່ນການພັດທະນາທາງດ້ານສີມືແຮງງານ ແລະ ການຄຸ້ມຄອງແຮງງານ ແລະ ອື່ນໆ. -ວິໄສທັດການພັດທະນາ ແຕ່ນີ້ເຖິງປີ 2030 ແລະ ຍຸດທະສາດພັດທະນາວຽກງານແຮງງານ ແລະ ສະຫວັດດີການສັງຄົມ ໃນໄລຍະ 10 ປີ ວາງເປົ້າໝາຍໄວ້ແນວໃດ? ການພັດທະນາສີມືແຮງງານ ແລະ ຈັດຫາງານ; ວຽກງານຄຸ້ມຄອງແຮງງານ; ວຽກງານປະກັນສັງຄົມ ມີບາດກ້າວຂະຫຍາຍຕົວ ແລະ ມີສິ່ງທ້າທາຍແນວໃດ? ຂ້າພະເຈົ້າ ຕາງໜ້າໃຫ້ຄະນະພັກ ຄະນະກະຊວງ ຂອງກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຂໍສະແດງຄວາມຂອບໃຈມາຍັງ ບັນນາທິການວາລະສານທາເກັດ ທີ່ໃຫ້ຄວາມສົນໃຈຕໍ່ກັບວຽກງານຂອງກະຊວງ ທີ່ເປັນວຽກງານໜຶ່ງທີ່ມີຄວາມສໍາຄັນຫຼາຍ,ປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ VIII ...

Read More »

“ອິຊຶມິ” ສ້າງໃຫ້ເດັກນ້ອຍເກັ່ງຄະນິດສາດ, ຄິດໄລ່ໄວ ແລະ ສະໝອງໄວ…

ທ່ານ ທັດສະຫວັນ ແຮມມະນີ (ຄູເຊັ່ງ) ຜູ້ອໍານວຍການສູນພັດທະນາການສຶກສາ ອິຊຶມິ (IZUMI) ຫຼືເປັນທີ່ຮູ້ກັນດີໃນນາມຜູ້ລິເລີ່ມສ້າງຕັ້ງໂຮງຮຽນອັດສະຣິຍະ “ຊິຈິດະ” (SHICHIDA) ໄດ້ເປີດໃຈກັບທາງວາລະສານເຖິງແຮງຈູງໃຈກ່ອນທີ່ຈະຫັນອາຊີບມາເປັນຄູເພື່ອຖ່າຍທອດຄວາມຮູ້ຄວາມສາມາດໃຫ້ກັບເດັກນ້ອຍລາວ ສ້າງໃຫ້ເດັກນ້ອຍລາວມີທັກສະນະ ມີສະໝອງທີ່ສະຫຼາດ ຫຼັກແຫຼມ. ສໍາລັບປະຫວັດສ່ວນຕົວໂດຍສັງເຂບຂອງ “ຄູເຊັ່ງ” ທ່ານໄດ້ໃຫ້ຮູ້ວ່າ:ກ່ອນມາເຮັດໂຮງຮຽນສອນເພີ່ມສ້າງເດັກອັດສະລິຍະ “ຊິຈິດະ” ແລະ ໂຮງຮຽນສອນເພີ່ມ “ລູກຄິດ ອິຊຶມິ” ສ້າງເດັກນ້ອຍໃຫ້ເກັ່ງຄະນິດສາດ, ຄິດໄລ່ໄວ ແລະ ສະໝອງໄວນີ້, ຂ້າພະເຈົ້າເຄີຍເປັນວິສະວະກອນຂຽນໂປແກຣມອອກແບບລະບົບໂທລະສັບອິນເຕີເນັດ ທີ່ບໍລິສັດ OKI ຢູ່ Tokyo ມາເປັນເວລາ 3 ປີ ແລະ ເປັນຜູ້ຈັດການຝ່າຍເຕັກໂນໂລຊີ ຢູ່ບໍລິສັດ NTT Communication ສາຂາປະເທດລາວ ຮັບຜິດຊອບກ່ຽວກັບວຽກງານ ອິນເຕີເນັດ ແລະ ໂທລະຄົມມະນາຄົມ ເປັນເວລາ 2 ປີ ກ່ອນຈະຕັດສິນໃຈມາລົງທຶນເຮັດທຸລະກິດໂຮງຮຽນ. -ສິ່ງໃດທີ່ສ້າງແຮງບັນດາໃຈໃຫ້ທ່ານໄດ້ມາເປີດສູນ ອິຊຶມິ ແຫ່ງນີ້? ຂ້າພະເຈົ້າ ຢາກເຫັນເດັກນ້ອຍລາວໃນວັນນີ້ ເຕີບໃຫຍ່ຂຶ້ນໄປເປັນຄົນທີ່ມີຄຸນະພາບສູງ ແລະ ມີສະຕິປັນຍາເປັນເລີດໃນວັນຂ້າງໜ້າ ເພື່ອນໍາໃຊ້ຊັບພະຍາກອນທາງດ້ານມັນສະໝອງເຂົ້າໃນການສ້າງສາ ແລະ ປົກປັກຮັກສາປະເທດຊາດ ຄືດັ່ງທີ່ປະເທດຈະເລີນສີວິໄລ ...

Read More »

ເປັນ​ຫຍັງ​ຄົນ​ຈີນ​ ເຮັດການຄ້າຈຶ່ງຮັ່ງມີ? (ຕໍ່​ຈາກ​ສະ​ບັບ​ກ່ອນ)

ສະບາຍດີບັນດາທ່ານຜູ້ອ່ານທີ່ຮັກແພງຂ້າພະເຈົ້າຂໍອະນຸຍາດຂຽນບົດຄວາມກ່ຽວຫຼັກປັດຊະຍາການຄ້າຂອງຄົນຈີນຕໍ່ອີກໃນສະບັບເດືອນກຸມພາ ປີ 2019 ນີ້. ເມື່ອພະເຈົ້າແຜ່ນດິນ ຊິນຊີ້ຮວງ (Qin Shi Huang) ໄດ້ສະຖາປານາພະອົງຂຶ້ນເປັນພະເຈົ້າແຜ່ນດິນແຫ່ງລາຊະວົງຊິນທີ່ເປັນອານາຈັກທີ່ຍິ່ງໃຫຍ່ທຳອິດຂອງປະເທດຈີນແລ້ວ ພໍ່ຄ້າລີກໍໄດ້ກາຍເປັນທ່ານເສນາອາມາດທີ່ເຮັດໜ້າທີ່ເປັນເໝືອນດັ່ງນາຍົກລັດຖະມົນຕີມີເງິນຄໍາອຳນາດ ແລະ ອິດທິພົນໃຫຍ່ລົ້ນຟ້າໃນເວລາຕໍ່ມາຖືວ່າປະສົບຄວາມສຳເລັດຈາກການລົງທຶນກໍ່ຕັ້ງລາຊະວົງ ສົມກັບທີ່ໄດ້ຕັ້ງໃຈໄວ້. ປະຫວັດສາດແຫ່ງການກຳເນີດລາຊະວົງທຳອິດຂອງຈີນທີ່ມາຈາກການລົງທຶນເຮັດການຄ້ານີ້ ໄດ້ຖືກສອນກັນຜ່ານຮຸ່ນລູກຮຸ່ນຫຼານຊາວຈີນພວກເຂົາເກ່ງເລື່ອງເຮັດການຄ້າບໍ່ແມ່ນເກີດຂຶ້ນໃນມື້ໜຶ່ງຍາມດຽວແຕ່ມັນຄືຄວາມຮູ້ທີ່ຖືກສະສົມມານັບພັນໆປີ ແລະ ກໍບໍ່ສະເພາະການເຮັດການຄ້າ, ເລື່ອງການປະດິດຄິດຄົ້ນຂອງຊາວຈີນໃນເມື່ອກ່ອນກໍກ້າວໜ້າທີ່ສຸດໃນໂລກເຊັ່ນ: ເຂັມທິດ, ການພິມ, ໝື້ປືນ ແລະ ການປະດິດເຈ້ຍໃຊ້ກ່ອນໝູ່ໃນໂລກ ລວມທັງວິທະຍາສາດການເດີນເຮືອ ໂດຍກ່າວກັນວ່າ ນັກສຳຫຼວດທີ່ໄປເຖິງແຜ່ນດິນອາເມຣິກາກ່ອນໝູ່ນັ້ນ; ບໍ່ແມ່ນ ທ່ານ ຄຣິດສະຕອບເຟີ ໂຄລຳບັສ (ChristopherColumbus) ແຕ່ແມ່ນທ່ານ ເຈີ້ງເຫີ (Zheng He) ແມ່ທັບເຮືອທີ່ຍິ່ງໃນລາຊະວົງ ມິງ (Ming Dynasty)ຂອງຈີນຕ່າງຫາກ ທີ່ໄປຢຽບແຜ່ນດິນອາເມຣິກາໃນປີ 1421 ຫຼື ປະມານ 71 ປີ ກ່ອນທີ່ ຄຣິດສະຕອບເຟີໂຄລຳບັສ ຈະໄປຮອດອາເມຣິກາ,  ກອງເດີນເຮືອຂອງແມ່ທັບເຈີ້ງເຫີແມ່ນໃຫຍ່ກວ່າຂອງ ຄຣິດສະຕອບເຟີໂຄລຳບັສ ຫຼາຍຮ້ອຍເທົ່າ, ເສຍດາຍທີ່ເວລາຕໍ່ມາ ຍ້ອນຄວາມບໍ່ເປັນເອກະພາບຂອງຂຸນນາງ ແລະ ພະເຈົ້າແຜ່ນດິນອົງໃໝ່ທີ່ຄອງລາດໃນລາຊະວົງມິງ ໄດ້ປິດປະເທດ ແລະ ທຳລາຍກອງເຮືອທີ່ຍິ່ງໃຫຍ່ສະທ້ານໂລກ, ແຜ່ນດິນຈີນກໍກາຍເປັນເໝືອນດັ່ງມັງກອນນອນຫຼັບທີ່ຫາກໍເລີ່ມຕື່ນຂຶ້ນຫຼັງຈາກປົດປ່ອຍປະເທດໃນປີ ...

Read More »

ມາຮູ້ຈັກ!!! ວິທີສ້າງ Brand Storytelling

ດັ່ງທີ່ໄດ້ສະເໜີໄປແລ້ວໃນວາລະສານ ສະບັບເດືອນກ່ອນໜ້ານີ້ ທີ່ຜູ້ຂຽນໄດ້ໃຫ້ຮູ້ວ່າ ການມີ  Brand Storytelling ຫຼື ມີເລື່ອງເລົ່າຂອງແບຣນ ແມ່ນມີຄວາມສໍາຄັນ ແລະ ຈໍາເປັນທີ່ສຸດໃນທຸລະກິດບໍ່ວ່າຈະເປັນ ສິນຄ້າ ຫຼື ການບໍລິການ ເພາະຖ້າເຮົາມີ Brand ທີ່ດີແລ້ວ ເຮົາກໍຍັງຈຳເປັນຕ້ອງມີ Brand Storytelling ໃຫ້ກັບທຸລະກິດ ເຊິ່ງລາຍລະອຽດກໍໄດ້ຂຽນໃຫ້ທຸກທ່ານໄດ້ອ່ານກັນແລ້ວໃນສະບັບເດືອນກຸມພາ. ສະນັ້ນ, ມາໃນສະບັບ ເດືອນມີນານີ້ ຜູ້ຂຽນຈະມານຳສະເໜີໃຫ້ຮູ້ຈັກ ວິທີ ແລະ ຫຼັກການໃນການສ້າງ Brand Storytelling ເຊິ່ງກໍບໍ່ໄດ້ມີຫຼັກການທີ່ຫຍຸ້ງຍາກ, ສັບສົນ ຖ້າເຮົາເຂົ້າໃຈໃນທຸລະກິດຂອງເຮົາດີແລ້ວ ທຸກຢ່າງກໍເປັນເລື່ອງງ່າຍໆສະເໝີ. ມາເບິ່ງກັນເລີຍ ຫຼັກການສຳຄັນໃນການສ້າງ Brand Storytelling ມີ 3 ວິທີຄື: ຮູ້ວ່າ ເຮົາແມ່ນໃຜ: ຕົວເຮົາໃນທີ່ນີ້ໝາຍເຖິງ Brand ນັ້ນເອງ ຕ້ອງຮູ້ວ່າ Brand ເຮົາແມ່ນຫຍັງ? ຍຶດໝັ້ນກັບສິ່ງໃດ? ແລ້ວຈະແທນດ້ວຍຄຳເວົ້າແບບໃດ? ເພື່ອຄວາມຊັດເຈນຂອງ Brand ແລະ ຈຸດເດັ່ນທີ່ເຮົາຕ້ອງດຶງອອກມານໍາສະເໜີ ຫຼື ເລືອກໃຊ້ສີເພື່ອແທນຕົວ Brand ເຊັ່ນ: ...

Read More »

ເບຍລາວ ຈະປົດປ້າຍໂຄສະນາ ແລະ ປັບປຸງໂຄສະນາອື່ນໆ ໃຫ້ແລ້ວພາຍໃນ 1 ເດືອນ

ໃນວັນທີ 15 ພຶດສະພາ 2019 ອໍານວຍການບໍລິສັດ ເບຍລາວ ທ່ານ ສູນທອນ ສິຣິສັກ ແຈ້ງໃບສະເໜີ ເລກທີ 0864 ລົງວັນທີ 15 ພຶດສະພາ 2019 ເຖິງ ລັດຖະມົນຕີ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ອງ, ແລະ ລັດຖະມົນຕີ ກະຊວງສາທາລະນະສຸກ. ໂດຍເນື້ອໃນຂອງໃບສະເໜີ ແມ່ນມີ 3 ປະເດັນຫຼັກ ຄື: 1. ບໍລິສັດ ເບຍລາວ ຈະຢຸດຕິການໂຄສະນາເບຍ ໃນປ້າຍໂຄສະນາໃຫຍ່ ທຸກແຫ່ງ ຈົນກວ່າຈະມີ ລະບຽບການໂຄສະນາເຄື່ອງດຶ່ມທີ່ມີທາດເຫຼົ້າ ທີ່ຊັດເຈນ 2. ບໍລິສັດ ເບຍລາວ ຈະປັບປຸງປ້າຍໄຟ, ປ້າຍຮ້ານຄ້າ ແລະ ສາວເຊຍເບຍ ໃຫ້ສໍາເລັດ ພາຍໃນ 1​ ເດືອນ, ລວມເຖິງການປະເມີນເສດຖະກິດ ທີ່ສົ່ງຜົນກະທົບຕໍ່ອຸດສາຫະກໍາການຄ້າຍ່ອຍ, ການທ່ອງທ່ຽວ, ການຈ້າງງານ, ແລະ ການມອບພັນທະໃຫ້ ລັດຖະບານ ສປປ ລາວ. ແລ້ວນໍາສະເໜີ ...

Read More »

ເຜີຍແລ້ວ!!! ສາເຫດ ໄຟໄໝ້ໄອເຕັກ ຕຶກເກົ່າ ສ້າງຄວາມເສຍຫາຍ 30 ກວ່າຮ້ານ

ເຫດການໄຟໄໝ້ ສູນການຄ້າ ລາວ ໄອເຕັກ ໃນທ້າຍອາທິດຜ່ານມາ ສ້າງຄວາມເສຍຫາຍໃຫ້ກັບຜູ້ປະກອບການ 30 ກວ່າຮ້ານ ທີ່ນຳສິນຄ້າເພື່ອກຽມຮ່ວມງານວາງສະແດງຜະລິດຕະພັນລາວ ທີ່ມີກຳນົດເປີດຂຶ້ນໃນລະຫວ່າງວັນທີ 10 – 19 ພຶດສະພາ ເຮັດໃຫ້ຕ້ອງໄດ້ເລື່ອນງານດັ່ງກ່າວໄປຈົນກວ່າຈະຟື້ນຟູຕຶກໃຫ້ກັບສູ່ສະພາບປົກກະຕິ. ຫຼ້າສຸດ, ເຈົ້າໜ້າທີ່ສະກັດກັ້ນ ແລະ ຕ້ານອັກຄີໄພ ( ສຕອ ) ໄດ້ເຜີຍສາເຫດແມ່ນຍ້ອນໄຟຟ້າລັດວົງຈອນ.  ທ່ານ ພັນໂທ ຈັນທະບູນ ມະນີວົງ ຫົວໜ້າພະແນກ ສຕອ ຖະແຫຼງຕໍ່ນັກຂ່າວ ວ່າ: ຜ່ານການກວດກາ, ສອບຖາມຜູ້ຢູ່ໃນເຫດການ ແລະ ຂໍ້ມູນຈາກກ້ອງວົງຈອນປິດ ຈິຶ່ງຮູ້ວ່າກ່ອນໄຟໄໝ້ໃນເວລາປະມານ 8:30 ໂມງ ມີພະນັກງານໄຟຟ້າປະຈໍາສູນການຄ້າ ລາວ – ໄອເຕັກ ເຮັດໜ້າທີ່ເປີດໄຟ ແລະ ເປີດແອເປັນປະຈໍາ ກ່ອນເປີດໃຫ້ລູກຄ້າເຂົ້າໄປຂາຍ, ຕໍ່ມາປະມານ 35 ນາທີ ໄດ້ຍິນສຽງແຕກດັງຂຶ້ນ 1 ຄັ້ງ ພະນັກງານໄຟຟ້າຈຶ່ງເຂົ້າໄປເບິ່ງພົບເຫັນໄຟໄໝ້ລັດວົງຈອນ ( ຊັອດ ) ຢູ່ກະດານໄຟເທິງຮ້ານຂາຍເຄື່ອງປະດັບຍົນ ພະນັກງານຈຶ່ງນໍາເອົາບັ້ງດັບເພີງມາດັບມອດ ແຕ່ບໍ່ສາມາດດັບໄດ້, ເຮັດໃຫ້ໄໝ້ລາມໄປຕາມສາຍໄຟ ...

Read More »