Author Archives: Paeng KC

ວອນພາກສ່ວນທີ່ກ່ຽວຂ້ອງລົງກວດກາດ່ວນ!!! ຈາກການປ່ອຍນໍ້າເສຍລົງຊະຊາຍ ຂອງໂຮງງານ

ວັນທີ 15 ພຶດສະພາ 2019 ນີ້ຄືນໍ້າເສຍຈາກໂຮງງານແຮ່ມ ຢູ່ບ້ານທ່າສີ ເມືອງບໍລິຄັນ ແຂວງບໍລິຄຳໄຊ ຈາກການປ່ອຍນໍ້າເສຍລົງຊະຊາຍ ລົງໃສ່ທົ່ງນາເລີຍ ສົ່ງຜົນກະທົບຕໍ່ປະຊາຊົນເຂດໃກ້ຄຽງເດືອດຮ້ອນທົ່ວໆກັນ ຝາກກົດໄລ ກົດແຊ່ ໃຫ້ເຖິງຂັນເທີງ ພາກສ່ວນຮັບຜິດຊອບແນ່ເດີທຸກຄົນ ຂໍ້ມູນຈາກ: ຂ່າວໜ້າ 1

Read More »

ຊຽງຂວາງປະຕິບັດວິໄນຕໍ່ພະນັກງານ-ລັດຖະກອນຂັ້ນແຂວງ ແລະ ເມືອງ 27 ຄົນ!!!

ໃນຕົ້ນເດືອນເມສາ 2019 ຄະນະກຳມະການວິໄນຂັ້ນແຂວງ ໄດ້ຕົກລົງ ແລະ ສະເໜີໃຫ້ຄະນະປະຈຳພັກແຂວງ, ອົງການປົກຄອງແຂວງໆຊຽງຂວາງ ອອກມະຕິຕົກລົງປະຕິບັດວິໄນ ຕໍ່ພະນັກງານ-ລັດຖະກອນຂັ້ນແຂວງ ແລະ ເມືອງຄຸ້ມຄອງ ຈຳນວນ 27 ຄົນ ທີ່ມີຂໍ້ບົກຜ່ອງຕໍ່ການປະຕິບັດໜ້າທີ່ ແລະ ຄວາມຮັບຜິດຊອບຂອງຕົນ. ຕາມຂໍ້ມູນຈາກແຂວງຊຽງຂວາງຮູ້ວ່າ: ການລະເມີດຂອງພະນັກງານແມ່ນໄດ້ສວຍໃຊ້ໜ້າທີ່ຕຳແໜ່ງ ເຊັນ ເອກະສານບໍ່ຖືກຕ້ອງໃຫ້ແກ່ບໍລິສັດ ແລະ ຜູ້ປະກອບການ ທີ່ດຳເນີນທຸລະກິດຕ່າງໆເຊັ່ນ: ເຊັນໃບສະເໜີຂາຍໜີ້ໂຄງການແບບມີສ່ວນຫຼຸດ ໂດຍບໍ່ຖືກຕ້ອງຕາມມູນຄ່າຄ້າງສຳລະຕົວຈິງ, ເຊັນໃບອະນຸມັດສຳລະການຈ່າຍເງິນຊ້ຳຊ້ອນໂຄງການລົງທຶນຂອງລັດ ແລະ ເຊັນຢັ້ງຢືນຜະລິດຕະພັນໄມ້ບໍ່ຖືກຕ້ອງຈາກໂຮງງານເພື່ອສົ່ງອອກໄປຕ່າງແຂວງ ແລະ ຕ່າງປະເທດ ທີ່ເປັນການລະເມີດຕໍ່ຄຳສັ່ງເລກທີ15/ນຍ, ລະເມີດລະບຽບການຂອງກະຊວງອຸດສາຫະກຳ ແລະ ການຄ້າ, ກະຊວງການເງິນ, ກະຊວງແຜນການ ແລະ ການລົງທຶນ ທັງເປັນການລະເມີດຕໍ່ກົດໝາຍວ່າດ້ວຍພະນັກງານ-ລັດຖະກອນ, ກົດໝາຍຕ້ານການສໍ້ລາດບັງຫຼວງ ແລະ ມີຄວາມບົກຜ່ອງໃນການລະເມີດຕໍ່ກົດລະບຽບຂອງພັກ. ການຕົກລົງປະຕິບັດວິໄນຕໍ່ພະນັກງານຂັ້ນແຂວງ ແລະ ເມືອງຄຸ້ມຄອງມີດັ່ງນີ້: 1, ພະນັກງານ ພະແນກອຸດສາຫະກຳ ແລະ ການຄ້າແຂວງ ຈຳນວນ 4 ຄົນ ທີ່ພົວພັນກັບການກວດກາ ແລະ ສົ່ງອອກຜະລິດຕະພັນໄມ້ 2, ພະນັກງານ ພະແນກກະສິກຳ ...

Read More »

ຍ້ອນຫຍັງ?? ຄົນລາວເຮັດວຽກຄຸນນະພາບຕ່ຳກວ່າຄົນກຳປູເຈຍ 10% ແລະ ຫວຽດນາມ 50%

ທະນາຄານໂລກສະເໜີໃຫ້ລາວລົງທຶນໃສ່ການພັດທະນາດ້ານມະນຸດ ເພື່ອເພີ່ມຜະລິດຕະພາບ ສະ​ບາຍ​ດີບັນ​ດາ​ທ່ານ​ນັກ​ອ່ານ​ທີ່​ຮັກ​ແພງ ເມື່ອ​ເດືອນ​ກ່ອນ ຂ້າ​ພະ​ເຈົ້າ​ໄດ້​ຮ່ວມ​ຮັບ​ປະ​ທານ​ອາ​ຫານ​ກັບ​ທ່ານ​ຜູ້​ອຳ​ນວຍ​ການ​ໃຫຍ່​​ບໍ​ລິ​ສັດຕ່າງ​ປະ​ເທດ​ແຫ່ງ​ໜຶ່ງທີ່​ມາ​ລົງ​ທຶນ​ຢູ່​ປະ​ເທດ​ລາວ​ເກືອບ 20 ປີ ​ທ່ານຈົ່ມເລື່ອງ​ພະ​ນັກ​ງານ​ຄົນ​ລາວ​​ທີ່​ເຮັດ​ວຽກ​ຢູ່​ຫ້ອງ​ການ​ຂອງ​ທ່ານ​ທີ່​ຂາດ​ຄວາມ​ກະ​ຕື​ລື​ລົ້ນ ບໍ່​ເອົາ​ໃຈ​ໃສ່​ໃນ​ວຽກ​ງານ ​ແລະ ມັກ​ງ່າຍມັກສະ​ບາຍຫຼາຍ​ເກີນ​ໄປ ເພາະທ່ານ​ເປັນ​ຫ່ວງ​ເວ​ລາ​​ອອກ​ຈາກ​ບໍ​ລິ​ສັດ​ໄປ​ແລ້ວ ຢ້ານພວກ​ເຂົາ​ບໍ່​ມີ​ວຽກ​ເຮັດ, ຈະ​ໄປ​ເຮັດ​ວຽກ​ຢູ່​ໃສ? ແລ້ວໃຜ​ຈະ​ຮັບ​ເອົາ?. ຖື​ເປັນ​ເລື່ອງ​ທີ່​ໜ້າ​ຄິດ ເພາະ​ແທນ​ທີ່​ພະ​ນັກ​​ງານ​ຈະ​ຫ່ວ​ງອະ​ນາ​ຄົດ​ຂອງ​ຕົນ​ເອງ ນີ້​ພັດ​ເປັນ​ຄົນ​ອື່ນ​ທີ່​ມາ​ຫ່ວງ​ອະ​ນາ​ຄົດ​ໃຫ້​​ແທນ. ພໍ​ດີ​ຂ້າ​ພະ​ເຈົ້າ​ຄິດ​ເຫັນ​ເຫດ​ການ​ຄັ້ງ​ໜຶ່ງ​ເມື່ອ​ເກືອບ 20​ປີ ມີ​ບໍ​ລິ​ສັດ​ຕັດ​ຫຍິບ​ແຫ່ງ​ໜຶ່ງ ​ເຊິ່ງເປັນ​ໂຮງ​ງານ​ຕັດ​ຫຍິບ​ຂອງ​ຕ່າງ​ປະ​ເທດ​ທີ່ໄດ້ຢຸດ​ກິດ​ຈະ​ການທີ່​ແຂວງ​ສະ​ຫວັນ​ນະ​ເຂດ ປະ​ເທດ​ລາວ​ເຮົາ ທັງໆ​ທີ່​ເປີດ​ພ້ອມ​ກັນກັບໂຮງ​ງານ​ທີ່​ຢູ່​ປະ​ເທດ​ຫວຽດ​ນາມ, ​ຢູ່​ລາວ​ຢຸດ ແຕ່​ຢູ່​ຫວຽດ​ນາມ​​ພັດ​ຍັງ​ເປີດ​ມາ​ຮອດ​ທຸກວັນ​ນີ້ ໂດຍ​ສາ​ເຫດຫຼັກໆ ເປັນ​ຍ້ອນ​ແຮງ​ງານ​ລາວ​​ຍັງ​ບໍ່​ມີ​ຜະ​ລິດ​ຕະ​ພາບ​ພໍ ເມື່ອ​ປຽບ​ທຽບ​ກັບ​ຄົນ​ໃນ​ປະ​ເທດ​ໃກ້​ຄຽງ. ຂ້າ​ພະ​ເຈົ້າ​ເວົ້າ​ແບບນີ້ ກໍ​ບໍ່​ໄດ້​ມີ​ເຈດ​ຕະ​ນາ​ມາ​ດູ​ຖູກ​ຄົນ​ລາວ​ດ້ວຍ​ກັນ ເພາະ​ນີ້​ເປັນ​ເລື່ອງ​ຈິງ ຍ້ອນ​ເອື້ອຍ​ຂ້າ​ພະ​ເຈົ້າເຮັດ​ວຽກ​ຢູ່​ໃນ​ພະ​ແນກ​ບຸກ​ຄະ​ລາ​ກອນ (ພະ​ແນກ​ຈັດ​ຕັ້ງ) ເຊິ່ງ​ຕອນນັ້ນ​ເປັນ​ໄລຍະ​ທີ່​ຂ້າ​ພະ​ເຈົ້າ​ຍັງ​ຮຽນ​ຢູ່​ຊັ້ນມັດ​ທະ​ຍົມແລະ ບໍ່​ທັນ​ຮູ້ດອກວ່າ ແຮງ​ງານ​ທີ່​ມີ​ຜະ​ລິດ​ຕະ​ພາບນັ້ນ​ເປັນ​ແນວ​ໃດ? ​ຍ້ອນເອື້ອຍ​ເຮັດ​ວຽກຈິງ​ທີ່​ພະ​ແນກ​ບຸກ​ຄະ​ລາ​ກອນ​ຈິ່ງ​ພົບ​ບັນ​ຫານີ້ຢ່າງຫຼວງຫຼາຍຕົວ​ຢ່າງ: ຮອດ​ຍາມ​ເຮັດ​ນາ ​ຄົນ​ງານ​ຈຳ​ນວນ​ໜຶ່ງ​ກໍ​​ຂໍ​ລາ​ອອກ​ໄປເຮັດ​ນາ ໂດຍບໍ່​ສົນ​ໃຈ​ວ່າ ບໍ​ລິ​ສັດ​ມີ​ຍອດ​ສັ່ງ​ຊື້​ຈາກ​ລູກ​ຄ້າ​ຫຼາຍແລະ​ຕ້ອງ​ຜະ​ລິດ​ເສື້ອ​ຜ້າ​ໃຫ້​ທັນ​ຕາມ​ກຳ​ນົດ​ເວ​ລາ​ສົ່ງໃຫ້​ລູກ​ຄ້າ, ບາງ​ຄັ້ງ​ທາງ​ໂຮງ​ງານ​ກໍ​ຕ້ອງ​ສົ່ງ​ຄົນ​ໄປ​ນົບ​ໄປ​ໄຫວ້ ເພື່ອ​​ຂໍໃຫ້​​ພວກ​ເຂົາກັບ​ເຂົ້າ​ມາ​ເຮັດ​ວຽກ, ແຕ່ພວກ​ເຂົາ​ກໍ​ບໍ່​ສົນ​ໃຈ ບາງ​ຄົນຍິ່ງ​ພັດ​ສວຍ​ໂອ​ກາດ​ຂໍ​ຂຶ້ນ​ຄ່າ​ແຮງ, ທາງ​ໂຮງ​ງານ​ຈິ່ງ​ຈຳ​ເປັນ​ຂຶ້ນ​ໃຫ້ ເຖິງ​ຈະ​ມີ​ຜົນ​ກະທົບ​ໄລ​ຍະ​ຍາວ​ດ້ານ​ຄ່າ​ໃຊ້​ຈ່າຍ​ຕໍ່​ໂຮງ​ງານ​ກໍ​ຕາມ, ແຕ່​ເມື່ອ​ຄົນ​ໜຶ່ງ​ຂຶ້ນ ຄົນ​ອື່ນ​ໆກໍ​​ຂໍ​ຂຶ້ນ​ຕາມ ແຕ່​ຖ້າບໍ່​ຂຶ້ນ​ໃຫ້ ກໍ​ພາ​ກັນ​ນັດ​ຢຸດ​ງານ ຍິ່ງ​ສ້າງ​ຄວາມ​ເສຍ​ຫາຍ​ໃຫ້​ໂຮງ​ງານ​ຕື່ມ ເຊິ່ງບໍ່​ລວມ​ການ​ຜະ​ລິດບໍ່​ໄດ້​ມາດ​ຕະ​ຖານຍ້ອນ​ຄົນ​ງານ​ປ່ຽນ​ກັນ​ອອກໆ​ເຂົ້າໆ ຈົນ​ສຸດ​ທ້າຍ​ໂຮງ​ງານ​ກໍ​ຖືກ​ປັບ​ໄໝ ເພາະ​ເສື້ອ​ຜ້າ​ຂາດ​ຄຸນ​ນະ​ພາບ ເຊິ່ງບໍ່​ລວມ​ບາງ​ລາຍ​ທີ່​​ຍັດ​ໝາກ​ກ້ວຍ​ໃສ່ ເພາະ​ບໍ່​ພໍ​ໃຈ​ຫົວ​ໜ້າ​ຄຸມ​ງານ​ທີ່​ເຄັ່ງ​ຂັດ​ເກີນ​ໄປ​ ຫຼື ເປັນ​ຍ້ອນ​ຄວາມ​ບັງ​ເອີນ​ທີ່​ມີ​ໝາກ​ກ້ວຍ​ແລ່ນ​ເຂົ້າ​ໄປ​ໃນ​ເສື້ອ​ຜ້າ​ເອງ​ແຕ່​ສິ່ງ​ທີ່ບໍ່​ບັງ​ເອີນ​ກໍ​ຄື​ໂຮງ​ງານ​ເສຍ​ຫາຍ, ເສຍ​ຄວາມ​ໜ້າ​ເຊື່ອ​ຖື ...

Read More »

ຍີ່ປຸ່ນ ມອບເງິນຊ່ວຍເຫຼືອການສຶກສາ ຢູ່ເມືອງສະໜາມໄຊ 361 ລ້ານກວ່າກີບ

ອົງການອາສາສະໝັກນາໆຊາດຍີ່ປຸ່ນ ນໍາໂດຍ ທ່ານ ນາງ ຊາຊິໂກ ໂທມິນະກະ ໄດ້ມອບທຶນຊ່ວຍເຫຼືອດ້ານການສຶກສາ ມູນຄ່າ 361.600.000 ກີບ ໃຫ້ຜູ້ປະສົບໄພພິບັດນໍ້າຖ້ວມ ທີ່ເມືອງສະ ໜາມໄຊ ແຂວງ ອັດຕະປື ໃນວັນທີ 13 ພຶດສະພາ 2019, ໂດຍມອບຜ່ານ ທ່ານ ອຸ່ນຫຼ້າ ໄຊຍະສິດ ຄະນະປະຈໍາພັກແຂວງ ຮອງເຈົ້າແຂວງອັດຕະປື, ໂດຍມີພາກສ່ວນກ່ຽວຂ້ອງສອງຝ່າຍ ເຂົ້າຮ່ວມ. ໂອກາດດຽວກັນ ທ່ານ ອຸ່ນຫຼ້າ ໄຊຍະສິດ ກໍໄດ້ລາຍງານສະພາບໄພພິບັດນໍ້າຖ້ວມ ທີ່ເມືອງສະໜາມໄຊ ແຂວງອັດຕະປື ໂດຍຫຍໍ້ ໃຫ້ແກ່ອົງການອາສາສະໝັກນາໆຊາດຍີ່ປຸ່ນ ທີ່ມາຊ່ວຍເຫຼືອຄັ້ງນີ້ ໄດ້ຮັບຊາບ, ພ້ອມມອບໃບຊົມເຊີຍ ເພື່ອເປັນການຍ້ອງຍໍ ແລະ ສະແດງຄວາມຂອບໃຈ ຮູ້ບຸນຄຸນຢ່າງລົ້ນເຫຼືອ ທີ່ໄດ້ມີນໍ້າໃຈມະນຸດສະທໍາ, ເປັນຫ່ວງເປັນໄຍ ແລະ ໃຫ້ການຊ່ວຍເຫຼືອ ປະຊາຊົນຜູ້ປະສົບໄພ ເມືອງສະໜາມໄຊ ແຂວງອັດຕະປື.

Read More »

ວິໄສທັດຂອງລັດຖະບານ ແຕ່ນີ້ຮອດປີ 2030 ຄື ເຮັດໃຫ້ລາຍໄດ້ສະເລ່ຍຕໍ່ຫົວຄົນບັນລຸໄດ້ 7.351 ໂດລາ

ວິ­ໄສ ​ທັດ​ການ​ພັດ­ທະ­ນາ​ແຕ່​ນີ້​ຮອດ​ປີ 2030 ໄດ້​ກຳ­ນົດ​ແຈ້ງ ຕ້ອງ​ສືບ­ຕໍ່​ຮັບ­ປະ­ກັນ​ໃຫ້​ປະ­ເທດ​ເຮົາ​ມີ​ສະ­ຖຽນ​ລະ​ພາບ​ທາງດ້ານ​ ການ­ເມືອງ​ທີ່​ໝັ້ນ­ຄົງ ແລະ ມີ​ຄວາມ​ສະຫງົບ​ປອດ​ໄພ ທາງ​ດ້ານ​ສັງ­ຄົມ​ຢ່າງ​ໜັກ​ແໜ້ນ, ມີ​ຂະ­ໜາດ​ເສດຖະ­ກິດ ຫຼື ​​ລວມຍອດ​ມູນ​ຄ່າຂອງ ​ຜະ­ລິດ​ຕະ​ພັນ​ພາຍ​ໃນ ຫຼື ຈີ​ດີ​ພີ (GDP) ຫຼາຍ​ກວ່າ​ປີ 2015 ເຖິງ 4 ເທົ່າ​ກວ່າ. ໃນ​ປີ 2014-2015 ປະ­ມານ 102.320 ຕື້​ກີບ ຫຼື 12,8 ຕື້​ໂດ​ລາ​ສະ­ຫະ­ລັດ, ລາຍ​ໄດ້​ສະ­ເລ່ຍ​ຕໍ່​ຫົວ​ຄົນ​ບັນ­ລຸ 15,8 ລ້ານກີບ ຫຼື​ປະ­ມານ 1.970 ໂດ​ລາ, ຮອດ​ປີ 2030 ລາຍ​ໄດ້ສະເລ່ຍຕໍ່​ຫົວຄົນໃຫ້ບັນ­ ລຸ​ໄດ້  7.351 ໂດ​ລາ. ການ​ພັດ­ທະ ນາ​ແບບ​ຍືນ​ຍົງ​ໄດ້​ເຂົ້າ​ສູ່​ລວງ​ເລິກ, ເສດ­ຖະ­ກິດ ມີ​ການ​ເຕີບ​ໂຕ​ທີ່​​ໝັ້ນ​ທ່ຽງ, ໜັກ​ແໜ້ນ, ຕໍ່​ເນື່ອງ ແລະ ມີ​ຄວາມ​ຍືນ​ຍົງ. ເມື່ອ​ຮອດ​ປີ 2030 ໃຫ້​ເປັນ​ປະ ເທດ​ມີ​ລາຍ​ຮັບ ປານ​ກາງ​-ສູງ ແລະ ບັນ­ລຸ​ບັນ­ດາ​ເປົ້າ​ໝາຍ​ການ​ພັດທະນາ​ແບບ​ຍືນ​ຍົງ ໂດຍ​ພື້ນ­ຖານ, ມີ​ຄວາມ​ສາ­ມາດ​ເປັນ​ເຈົ້າ​ຕົນ​ເອງ ທາງ​ດ້ານການ​ເງິນ​ຢ່າງ​ໜັກ​ແໜ້ນ. ລະ­ບົບ​ການ​ເງິນ​​–​ເງິນ­ຕາ​ທັນ​ສະ ໄໝ, ມີ​ປະ­ສິດ­ທິ­ພາບ, ສະ­ດວກ​ຄ່ອງຕົວ ແລະ ເອື້ອ​ອຳ­ນວຍ​ໃຫ້ແກ່ການ​ບໍ­ລິ­ການ​ດ້ານ​ການ​ເງິນ, ການ​ລົງທຶນ ແລະ ການ​ຜະ​ລິດ​​ທຸ­ລະ​ກິດ. ເສດຖະ­ກິດ​ຕະ­ຫຼາດ​ຕາມ​ທິດ​ສັງ­ຄົມ​ນິ­ຍົມ ໄດ້​ຮັບການ​ພັດ­ທະ­ນາຢ່າງເປັນ​ລະ­ບົບ, ບັນ­ດາ​ພາກ­ສ່ວນ​ເສດ­ຖະ­ກິດ​ເປັນ​ກຳ­ລັງ​ແຮງ​ໃຫ້​ແກ່​ເສດ­ຖະ­ກິດ​ແຫ່ງ​ຊາດ ມີ​ຄວາມ​ໜັກ​ແໜ້ນ, ມີ​ລະ­ບົບ​ໂຄງ​ລ່າງ​ພື້ນ­ຖານ​ເສດ­ຖະ­ກິດ​ທີ່​ເຂັ້ມ​ແຂງ. ສ້າງ​ໄດ້​ໂຄງ​ປະ­ກອບ​ເສດ­ຖະ­ກິດ​ທີ່​ຖື​ເອົາ​ກະ­ສິ­ກຳ​ຕິດ​ແໜ້ນ​ກັບ​ ອຸດ­ສາ­ຫະກຳ ແລະ ...

Read More »

ພິທີເຊັນສັນຍາຊື້​ເຂົ້າຈ້າວ ລະຫວ່າງ ບໍ​ລິ​ສັດ​ເບຍ​ລາວ ແລະ ​ສະ​ມາ​ຄົມເຂົ້າ​ລາວ​

ໂດຍ​ປະ​ຕິ​ບັດຕາມ​ແນວ​ທາງນະ​ໂຍ​ບາຍຂອງພັກ ແລະ ລັດຖະ​ບານ ກ່ຽວ​ກັບການ​ສົ່ງ​ເສີ​ມ ​ແລະ ນຳ​ໃຊ້ສິນ​ຄ້າ​ກໍ​ຄືຜົນ​ຜະ​ລິດພາຍ​ໃນ​ປະ​ເທດ. ໃນ​ຕອນ​ເຊົ້າຂອງວັນ​ທີ 10 ພຶ​ດ​ສະ​ພາ 2019, ຢູ່ທີ່ບໍ​ລິ​ສັດເບຍ​ລາວ ຈຳກັດ ​ໄດ້​ຈັດໃຫ້​ພິ​ທີ​ເຊັນ​ສັນ​ຍາ​ຊື້-ຂາຍ​ເຂົ້າ​ຈ້າວ ລະ​ຫວ່າງ ບໍ​ລິ​ສັດເບຍ​ລາວ​ ຈຳ​ກັດ ກັບ ສະ​ມາ​ຄົມເຂົ້າ​ລາວ ນະ​ຄອນ​ຫຼວງວຽງ​ຈັນ, ເພື່ອເປັນ​ການສົ່ງ​ເສີມຊາວ​ນາ​ລາວດ້ວຍ​ການ​ຊື້​ເຂົ້າທີ່​ຜະ​ລິດ​ພາຍ​ໃນ​ປະ​ເທດມາ​​​ເປັນ​ວັດ​ຖຸ​ດິບໃຫ້​ແກ່ການ​ຜະ​ລິດເບຍ. ໃນ​ປັດຈຸ​ບັນ​ນີ້, ບໍ​ລິ​ສັດ​ເບຍ​ລາວ​ຈຳ​ກັດແມ່ນມີ​ຄວາມ​ຕ້ອງ​ການເຂົ້າ​ຈ້າວ​ເມັດ​ຫັກເພື່ອມາ​ເປັນສ່ວນປະກອບເຂົ້າໃນການ​ຜະ​ລິດ​ເບຍປີ​ໜຶ່ງປະ​ມານ 20,000 ໂຕນ. ສະເພາະ, ໃນ​ມື້​ນີ້ບໍ​ລິ​ສັດແມ່ນ​ຈະໄດ້​ເຮັດ​ພິ​ທີເຊັນ​ສັນ​ຍາຊື້​ເຂົ້າກັບສະ​ມາ​ຄົມ​ເຂົ້າ​ລາວນະ​ຄອນ​ຫຼວງວຽງ​ຈັນຈຳ​ນວນ 6.500 ໂຕນ ນັບແຕ່ວັນທີ 1 ພຶດສະພາ ຫາ ເດືອນຕຸລາ 2019 ລວມມູນຄ່າ 21.5 ຕື້ກັບ , ຖ້າ​ລວມ​ກັນກັບ​ການ​ເຊັນ​ສັນ​ຍາກັບຜູ້​ສະ​ໜອງອີກ​ລາຍ​ໜຶ່ງທີ່​ແຂວງຈຳ​ປາ​ສັກຈຳ​ນວນ 1.400 ໂຕນກໍ​ລວມ​ເປັນທັງ​ໝົດ 7.900 ໂຕນ, ມູນ​ຄ່າທັງ​ໝົດປະ​ມານ 26.2 ຕື້​ກີບ. ເຂົ້າ​ຮ່ວມໃນ​ພິ​ທີ​ເຊັນ​ສັນ​ຍາດັ່ງ​ກ່າວຕາງ​ໜ້າ​ໃຫ້ບໍ​ລິ​ສັດ​ເບຍ​ລາວໃນ​ການ​ເຊັນ​ສັນ​ຍາ​ແມ່ນ ທ່ານ ເຮັນ​ຣິກແອນ​ເດີ​ຊັນ (Henrik Andersen) ຜູ້​ອຳ​ນວຍການ ​ບໍ​ລິ​ສັດ​ເບຍ​ລາວ​ຈຳ​ກັດ, ສ່ວນ​ຕາງ​ໜ້າໃຫ້ສະ​ມາ​ຄົມ​ເຂົ້າ​ລາວນະ​ຄອນ​ຫຼວງວຽງ​ຈັນແມ່ນ ທ່ານ ນາງ ຈັນ​ເພັງ ແສງ​ທະ​ວີ, ທ່ານ ​ນາງ ...

Read More »

ລາວ-ຈີນຮ່ວມມືກັນພັດທະນາເວັບໄຊການທ່ອງທ່ຽວລາວເປັນພາສາຈີນ

ໃນວັນທີ 9 ພຶດສະພາ 2019, ຢູ່ໂຮງແຮມວຽງຈັນພລາຊາ, ນະຄອນຫລວງວຽງຈັນ, ໄດ້ຈັດພິທີເຊັນບົດບັນທຶກຄວາມເຂົ້າໃຈກ່ຽວກັບການຮ່ວມມືດ້ານການພັດທະນາເວັບໄຊການທ່ອງທ່ຽວລາວເປັນພາສາຈີນ. ຮ່ວມເຊັນບົດບັນທຶກດັ່ງກ່າວ, ຝ່າຍລາວ ແມ່ນ ທ່ານ ສູນ ມະນີວົງ, ຫົວໜ້າກົມໂຄສະນາການທ່ອງທ່ຽວ, ກະຊວງ ຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແລະ ຝ່າຍຈີນ ແມ່ນທ່ານ ຫລີ່ ຈ້ຽນ, ກຳມະການຜູ້ຈັດການໃຫ່ຍບໍລິສັດຄຸນຫມິງ ຊອ໋ບແວ ເຕັກໂນໂລຊີຈຳກັດ. ເຂົ້າຮ່ວມພິທີໃນຄັ້ງນີ້, ທ່ານ ອຸ່ນທວງ ຂາວພັນ, ຮອງລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະທ່ອງທ່ຽວ ພ້ອມດ້ວຍຜູ້ຕາງໜ້າຂອງບັນດາພາກສ່ວນກ່ຽວຂ້ອງຂອງທັງສອງຝ່າຍ. ໃນໂອກາດນີ້, ທ່ານ ສູນ ມະນີວົງ, ຫົວໜ້າກົມໂຄສະນາການທ່ອງທ່ຽວ, ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຍົກໃຫ້ເຫັນວ່າ: ການສ້າງເວັບໄຊການທ່ອງທ່ຽວລາວເປັນພາສາຈີນຈະຊ່ວຍໂຄສະນາ ແລະ ດຶງດູດນັກທ່ອງທ່ຽວຈີນໃຫ້ເຂົ້າມາທ່ຽວລາວຫລາຍຂື້ນໃນອານາຄົດ ແລະ ກາຍເປັນຂີດໝາຍໜຶ່ງທີ່ສຳຄັນໃນການພົວພັນຮ່ວມມືລະຫວ່າງສອງຊາດລາວ ແລະ ຈີນ, ໂດຍສະເພາະ ໃນໂອກາດປີທ່ອງທ່ຽວລາວ-ຈີນ 2019 ເພື່ອໃຫ້ໄດ້ຮັບການຈັດຕັ້ງປະຕິບັດ ແລະ ພັດທະນາຕາມຍຸດທະສາດ “ໜື່ງແລວໜື່ງເສັ້ນທາງ” ຂອງປະເທດຈີນຢ່າງມີປະສິດທິພາບ. ລັດຖະບານລາວຖືເອົາວຽກງານການທ່ອງທ່ຽວເປັນຂະແໜງເສດຖະກິດໜຶ່ງທີ່ສຳຄັນ ...

Read More »

ຄວາມຄືບໜ້າ!!! ເຫດການໄຟໄຫມ້ ໄອເຕັກຕຶກເກົ່າ ມື້ນີ້…. (ມີຄຼິບຄວາມເສຍຫາຍ)

ຕອນນິ້, ແມ່ນສາມາດຄວບຄຸມເຊື້ອເພີງ ຈຸດເກີດໄຟໄຫມ້ໄດ້ແລ້ວ!!!!! (ຊົມຄຼິບ) ມື້ນີ້,​ ວັນທີ 10 ພຶດສະພາ 2019 ເວລາ 9:00 ໂມງເຊົ້າ ໄດ້ເກີດເຫດໄຟໄຫມ້ ລາວໄອເຕັກ ຕຶກເກົ່າ, ນະຄອນຫຼວງວຽງຈັນ. ເຊິ່ງມື້ນີ້, ແມ່ນຈະໄດ້ມີງານວາງສະແດງສິນຄ້າ ຜະລິດຕະພັນລາວ (Made In laos) ທີ່ມີຂຶ້ນລະຫວ່າງວັນທີ 10-19 ພຶດສະພານີ້. ເຊິ່ງແນ່ນອນ ອາດຈະມີການເລື່ອນງານເລັກໜ້ອຍ ແຕ່ກໍຍັງບໍ່ໄດ້ມີລາຍງານຢ່າງເປັນທາງການ. ພາບຂ່າວເຫດການຕ່າງໆແມ່ນໄດ້ມີປະຊາຊົນ ຫຼາຍຄົນໄດ້ເຜີຍແພ່ໃຫ້ຮັບຮູ້ທາງສື່ສັງຄົມອອນລາຍ ສະແດງໃຫ້ເຫັນຄວັນດຳກຸ້ມອອກມາຈາກຕຶກໄອເຕັກເປັນຈຳນວນຫຼາຍ ແຕ່ກໍຍັງບໍ່ທັນໄດ້ເຫັນເປັນແປວໄຟຂຶ້ນແຮງ. ທັງນີ້, ຍັງບໍ່ທັນມີລາຍງານຈາກເຈົ້າໜ້າທີ່ຢ່າງເປັນທາງການກ່ຽວກັບ ສາເຫດຂອງການເກີດໄຟໄຫມ້ໃນຄັ້ງນີ້ເທື່ອ, ລວມທັງຍັງບໍ່ທັນມີລາຍງານກ່ຽວກັບຄວາມເສຍຫາຍ, ຜູ້ໄດ້ຮັບບາດເຈັບ ຫຼື ເສຍຊີວິດ ເວລາປະມານ 9:20 ໂມງ ເຈົ້າໜ້າທີ່ໄດ້ເລັ່ງເຂົ້າດັບໄຟ ມີລົດດັບເພີງເຂົ້າດັບ 5 ຄັນ  ແລະ ສາມາດມອດໄຟໄດ້ທັນການ ເວລາ 9:40 ໂມງ ໜ່ວຍກູ້ໄພມູນນິທິຈີນ  ລາຍງານວ່າ ສາມາດມອດໄຟໄດ້ແລ້ວ ພ້ອມເຜີຍຈຸດທີ່ເກີດໄຟໄຫມ້ ແມ່ນບໍລິເວນກ້ອງຂັ້ນໄດຂຶ້ນໄປໂຮງຮູບເງົາ. ສ່ວນລາຍລະອຽດຕ່າງໆກ່ຽວກັບ ເຫດການຄັ້ງນີ້ ຈະໄດ້ມາລາຍງານໃຫ້ທຸກຄົນໄດ້ຮັບຮູ້ເປັນໄລຍະ. ທີ່ມາ: ...

Read More »

ລັດຖະບານກູ້ເງິນ 20 ລ້ານໂດລາ ປັບປຸງການຄຸ້ມຄອງການເງິນແຫ່ງລັດ ໃຫ້ເປັນທັນສະໄໝ

ລັດຖະບານໄດ້ເຊັນສັນຍາກູ້ຢືມເງິນ 20 ລ້ານໂດລາ ຈາກສະມາຄົມເພື່ອການພັດທະນາສາກົນ ( IDA ) ຂອງທະນາຄານໂລກ ເພື່ອປະຕິບັດໂຄງການປັບປຸງຄຸ້ມຄອງລະບົບການເງິນແຫ່ງລັດເປັນທັນສະໄໝ ( E – FITS ) ສ້າງ ຄວາມເຂັ້ມແຂງໃຫ້ແກ່ການຄຸ້ມຄອງການເງິນແຫ່ງລັດທີ່ຈະຊ່ວຍໃຫ້ເສດຖະກິດຂະຫຍາຍຕົວແບບຍືນຍົງ ແລະ ໝັ້ນຄົງ. ພິທີເຊັນສັນຍາກູ້ຢືມເງິນມີຂຶ້ນໃນວັນທີ 9 ພຶດສະພາ 2019 ທີ່ນະຄອນຫຼວງວຽງຈັນ ຕາງໜ້າລັດຖະບານ ແຫ່ງ ສປປ ລາວ ໂດຍແມ່ນ ທ່ານ ນາງ ທິບພະກອນ ຈັນທະວົງສາ ຮອງລັດຖະມົນຕີກະຊວງການເງິນ ແລະ ທ່ານ ນິໂກລາ ປອນຕາຣາ ຫົວໜ້າຫ້ອງການທະນາຄານໂລກ ປະຈຳ ສປປ ລາວ, ມີທ່ານ ສິດທິສອນ ເທບພາສີ ຫົວໜ້າກົມການເງິນຕ່າງປະເທດ ແລະ ຄຸ້ມຄອງໜີ້ສິນ, ຮອງຫົວໜ້າຫ້ອງການກະຊວງການເງິນ, ຕາງໜ້າສະມາຄົມ IDA, ຫ້ອງການທະນາຄານໂລກ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ການສະໜອງທຶນກູ້ຢືມ ຈໍານວນ 20 ລ້ານໂດລາສະຫະລັດ ຂອງສະມາຄົມເພື່ອການພັດທະນາສາກົນ ເພື່ອປະຕິບັດໂຄງການປັບປຸງຄຸ້ມຄອງລະບົບການເງິນແຫ່ງລັດເປັນທັນສະໄໝ ( ...

Read More »

ການນໍາລາວ ສະແດງຄວາມຊົມເຊີຍ ຕໍ່ການຂຶ້ນຄອງລາດຊະບັນລັງ ຂອງສົມເດັດເຈົ້າຈັກກະພັດ ນາຣຸຮິໂຕະ ແຫ່ງປະເທດຍີ່ປຸ່ນ

ໃນວັນທີ 9 ພຶດສະພາ 2019 ທີ່ສະຖານທູດຍີ່ປຸ່ນ ປະຈໍາ ສປປ ລາວ, ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ລົງນາມປຶ້ມສະ ແດງຄວາມຊົມເຊີຍ ຕໍ່ການຂຶ້ນຄອງລາດຊະບັນລັງ ຂອງ ສົມເດັດ ເຈົ້າຈັກກະພັດ ນາຣຸຮິໂຕະ ແຫ່ງ ປະເທດຍີ່ປຸ່ນ. ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ທຸກຖ້ວນໜ້າ ກໍຄື ໃນນາມສ່ວນຕົວ ຂໍໍຖືເປັນກຽດຢ່າງສູງ ສົ່ງຄໍາຊົມເຊີຍອັນອົບອຸ່ນ ແລະ ອວຍ ພອນໄຊອັນປະເສີດ ມາຍັງ ສົມເດັດ ເຈົ້າຈັກກະພັດ ນາຣຸຮິໂຕະ ແຫ່ງ ປະເທດຍີ່ປຸ່ນ, ເນື່ອງໃນໂອ ກາດຂຶ້ນຄອງລາດຊະບັນລັງຂອງ ສົມເດັດ ໃນວັນທີ 1 ພຶດສະພາ 2019 ຜ່ານມາ. ຂ້າພະເຈົ້າ ເຊື່ອໝັ້ນວ່າ ພາຍໃຕ້ພະບໍຣົມໂພທິພານຂອງ ສົມເດັດ ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ...

Read More »