30 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງ ທະນາຄານ ຮ່ວມພັດທະນາ.

ໃນໄລຍະ 30 ປີ ຜ່ານມາທະນາຄານ ຮ່ວມພັດທະນາ ໄດ້ພັດທະນາຕົນເອງໃຫ້ມີຄວາມເຂັ້ມແຂງທາງດ້ານການເງິນ, ມີຄວາມແຂງແກ່ນທາງດ້ານການບໍລິການລູກຄ້າ ແລະ ການບໍລິຫານມີນະໂຍບາຍທີ່ເຂັ້ມແຂງ, ເຮັດໃຫ້ທະນາຄານຮ່ວມພັດທະນາ ກ້າວໄປສູ່ຄຸນນະພາບໃໝ່ ທີ່ໄດ້ມາດຕະຖານສາກົນ,ໄດ້ຂະຫຍາຍຕານ່າງການບໍລິການໄປທົ່ວປະເທດ ເຊິ່ງມີຈໍານວນ 60 ໜ່ວຍບໍລິການ ເພີ້ມຂຶ້ນ 15 ເທົ່າຕົວ ໄດ້ປ່ຽນແປງຮູບແບບການບໍລິຫານຢ່າງມືອາຊີບ ຊຶ່ງໄດ້ເອົາໃຈໃສ່ວຽກງານການບໍລິການໃຫ້ເປັນທີ່ປະທັບໃຈຂອງລູກຄ້າທຸກລະດັບ, ເຮັດໃຫ້ JDB ກາຍເປັນທະນາຄານທີ່ທັນສະໄໝໄດ້ມາດຕະຖານສາກົນ, ໄດ້ຮັບການຢັ້ງຢືນ ISO 9001: 2015 ໃນດ້ານການບໍລິການເພື່ອບໍລິຫານ ແລະ ຈັດການຄຸນນະພາບໃນວຽກງານການບໍລິການລູກຄ້າທຸກລະດັບຢ່າງປະທັບໃຈ.

  • ວິໄສທັດ:

ທ່ານ ບຸນສະຫວ່າງ ພິລາໄຊພິທັກ ໄດ້ເບິ່ງທິດທາງການຂະຫຍາຍຕົວຂອງເສດຖະກິດ ແລະ ການເງິນຂອງໂລກບົນພື້ນຖານການປະຕິວັດອຸດສະຫະກໍາຄັ້ງທີ 4 ຂອງໂລກ ຫຼື ເອີ້ນວ່າຍຸກ Digital 4.0ເຊິ່ງມັນເປັນແນວທາງການພັດທະນາຂອງ JDBໃຫ້ກ້າວເປັນທະນາຄານທີ່ນໍາໜ້າທາງດ້ານເຕັກໂນໂລຊີ ທັນຍຸກທັນສະໄໝຢູ່ໃນ ສປປ ລາວ ແລະ ຢູ່ໃນພາກພື້ນສາມາດຮອງຮັບກັບສະພາບການແຂ່ງຂັນໄດ້ເພື່ອຮັບໃຊ້ການບໍລິການລູກຄ້າໄດ້ຢ່າງສະດວກສະບາຍ ລູກຄ້າສາມາດນໍາໃຊ້ໄດ້ທຸກຂອດບໍລິການຂອງ JDB ໄດ້, ໂດຍບໍ່ຈໍາເປັນເຂົ້າມາຫາໜ່ວຍບໍລິການຂອງທະນາຄານ, ມຸ່ງເນັ້ນໃຫ້ເປັນສັງຄົມທີ່ບໍ່ໃຊ້ເງິນສົດ “Cash less Society”ເທື່ອລະກ້າວ ເພື່ອໃຫ້ບັນລຸຕາມຈຸດປະສົງ ແລະ ເປົ້າໝາຍດັ່ງກ່າວທະນາຄານ ຮ່ວມພັດທະນາ ໄດ້ມີຍຸດທະສາດດັ່ງນີ້:….(ລາຍລະອຽດເພີ່ມຕື່ມສາມາດຊອກອ່ານໄດ້ໃນວາລະສານທາເກັດ ສະບັບ 154 ເດືອນພຶດສະພາ 2019 ໄດ້ທີ ສຳນັກງານຫ້ອງການພາກລັດ ແລະ ເອກະຊົນ, ຫ້ອງສະໝຸດ, ຮ້ານອາຫານ, ຮ້ານກາເຟ, ຮ້ານ kaogee cafe, ຮ້ານ The pizza company ແລະ ຫຼາຍໆບ່ອນໃນນະຄອນຫຼວງ ຫຼື ສອບຖາມຈອງເປັນສະມາຊິກໄດ້ທີ່ເບີ 021 216 666)

30 years of growth for JDB

Over the past thirty years, JDB has developed strongly financially, enhanced its customer services and administration, and adopted steadfast policies, leading
to the expansion of its nationwide service network to 60 service units, an increase of 15, the professionalization of its administration, and close attention paid to services so as to make a positive impression on customers of all levels,thus making JDB an modern bank with international standards, having received ISO 9001: 2015 accreditation for its services, administration, and impressively high quality management in the provision of services to customers of all levels.

• Vision:

Bounsavang Philasayphithak saw the global economic and financial expansion
based on the 4th Industrial Revolution, also referred to as “Digital 4.0”, which was a means through which JDB could develop gradually into a leading bank in terms of modern technology in the Lao PDR and the region in order to be able to support competitiveness and cater to customers comfortably. Customers will be able to use all JDB’s services without needing to visit a service center and this will move us gradually towards a cashless society. In order to achieve this, JDB has the following
strategy:

Comments