ທາງລົດໄຟ ລາວ-ຈີນ ເຂດເມືອງວັງວຽງ ສຳເລັດຫຼາຍກວ່າ 90%

ການກໍ່ສ້າງເສັ້ນທາງລົດໄຟ ລາວ-ຈີນ ຊ່ວງທີ 5 ເຂດເມືອງວັງວຽງ ແຂວງວຽງຈັນ, ໂດຍລວມ ເປັນຕົ້ນແມ່ນການທະລຸບຸກເບີກ ແລະ ພັດທະນາເສັ້ນທາງ, ການເຈາະອຸໂມງ, ການຕິດຕັ້ງເສົາຕໍມໍ ແລະ ອື່ນໆ ມາຮອດປັດຈຸບັນແມ່ນສຳເລັດ 94%, ຮັບເໝົາໂດຍ ບໍລິສັດ ກໍ່ສ້າງ ພາເວີໄຊນາ ຈຳກັດ. ຕະຫຼອດໄລຍະການກໍ່ສ້າງ ທາງບໍລິສັດ ໄດ້ຮັບການຮ່ວມມືກັບປະຊາຊົນ ທີ່ໄດ້ຮັບຜົນກະທົບ ແລະ ໄດ້ດຳເນີນການຊົດເຊີຍ ທົດແທນຜົນເສຍ ຕາມລະບຽບ ແລະ ຂັ້ນຕອນຢ່າງຖືກຕ້ອງ.

ທ່ານ ລີ ສຽງ ຜູ້ຈັດການໜ່ວຍງານກໍ່ສ້າງຊ່ວງທີ 5 ເມືອງວັງວຽງ ແຈ້ງໃຫ້ຮູ້ວ່າ: ເສັ້ນທາງລົດໄຟລາວ-ຈີນ ເຂດເມືອງວັງວຽງມີຄວາມຍາວ 38,6 ກິໂລແມັດ,​ ມີຂົວ 15 ແຫ່ງ ຍາວ 8 ກິໂລແມັດ, ມີອຸໂມງ 8 ແຫ່ງ ຍາວ 12 ກິໂລແມັດ ແລະ ທາງ 18,9 ກິໂລແມັດ ທຸກໜ້າວຽກໄດ້ຮັບການຈັດຕັ້ງປະຕິບັດມີຄວາມຄືບໜ້າ ແລະ ມີຜົນສຳເລັດຕາມແຜນການ ແຕ່ສະເພາະວຽກໂຈະອຸໂມງ ເຫັນວ່າມີຄວາມລ້າຊ້າເລັກໜ້ອຍ ຊຶ່ງປະຕິບັດໄດ້ປະມານ 65% ເນື່ອງຈາກເຈາະພົບຫີນດຳແຂງ ແລະ ພົບນໍ້າບາດານໄດ້ເຮັດໃຫ້ນໍ້າທະລຸອອກມາຈຳນວນຫຼາຍ ແລ້ວໄປພັດເອົາດິນ ແລະ ເສດຫີນໄຫຼອອກສູ່ສາຍນໍ້າ ເຊິ່ງໄດ້ສົ່ງຜົນກະທົບຕໍ່ສິ່ງແວດລ້ອມອ້ອມຂ້າງ ດັ່ງນັ້ນ, ທາງບໍລິສັດຈຶ່ງໄດ້ເພີ່ມຄວາມລະມັດລະວັງໃນການເຈາະຊີອຸໂມງໃຫ້ມີວິທະຍາສາດສູງຕາມມາດຕະຖານສາກົນ ໂດຍສະເພາະແມ່ນຮັບປະກັນຜົນກະທົບດ້ານສິ່ງແວດລ້ອມ.

ເລື່ອງຄວາມໄວສູງສຸດໃນການແລ່ນຂອງລົດໄຟແມ່ນໄດ້ຕົກລົງຮ່ວມກັນກຳນົດໄວ້ທີ່ 160 ກິໂລແມັດຕໍ່ຊົ່ວໂມງ ສຳລັບແລ່ນຂົນສົ່ງຜູ້ໂດຍສານ ແລະ ສິນຄ້າ, ໂດຍໃຊ້ລາງດຽວ, ແລະ ນໍາໃຊ້ພະລັງງານໄຟຟ້າເປັນແຮງຂັບເຄື່ອນ, ມີລາງທີ່ມີຄວາມຍາວທັງໝົດ 414 ກິໂລແມັດ ລວມມີ 32 ສະຖານີ.


ໃນໄລຍະເບື້ອງຕົ້ນ, ແມ່ນຈະເປີດນໍາໃຊ້ກ່ອນ 20 ສະຖານີ ເຊິ່ງຈະມີພະນັກງານຮັບໃຊ້ທັງໝົດ 16.000 ຄົນ; ເສັ້ນທາງລົດໄຟສາຍດັ່ງກ່າວໃນອານາຄົດຈະເຊື່ອມລົງໄປທາງໃຕ້, ຕໍ່ກັບເສັ້ນທາງລົດໄຟຈີນ-ໄທ ຜ່ານມາເລເຊຍໄປຮອດທ່າເຮືອສິງກະໂປ ເຊິ່ງຈະເປັນກຸນແຈດອກໜຶ່ງທີ່ສຳຄັນ ເພື່ອໄຂສັງກາດໃໝ່ ໂດຍຖືເອົາຂະແໜງທາງລົດໄຟເປັນອັນກະຕຸກຊຸກຍູ້ການພັດທະນາເສດຖະກິດ-ສັງຄົມຂອງ ສປປລາວ, ເຊິ່ງສອດຄ່ອງກັບຄວາມຝັນໃນການສ້າງປະເທດລາວໃຫ້ກາຍເປັນປະເທດເຊື່ອມຈອດຂອງພາກພື້ນໃຫ້ປະກົດຜົນເປັນຈິງ.


ນັບແຕ່ໄດ້ເປີດໂຄງການກໍ່ສ້າງໃນປີ 2016 ເປັນຕົ້ນມາ, ຜູ້ຮັບເໝົາໄດ້ເອົາໃຈໃສ່ໃນການກໍ່ສ້າງເປັນຢ່າງດີ, ເຊິ່ງມາຮອດທ້າຍເດືອນມີນາທີ່ຜ່ານມາ, ໂຄງການທາງລົດໄຟລາວຈີນ ໄດ້ສຳເລັດການລົງທຶນໃນມູນຄ່າລວມ 13 ຕື້ກວ່າຢວນ, ໃນນັ້ນວຽກກໍ່ສ້າງພື້ນທາງໄດ້ສຳເລັດແລ້ວ 87%, ວຽກຂຸດເຈາະອຸໂມງຄືບໜ້າແລ້ວ 54%, ໃນນີ້ມີອຸໂມງ 13 ແຫ່ງໄດ້ສຳເລັດການຂຸດເຈາະແລ້ວ, ວຽກກໍ່ສ້າງຂົວສຳເລັດແລ້ວ 43%, ແລະ ຮອດທ້າຍປີ 2019 ຄາດວ່າໜ້າວຽກຕ່າງໆແມ່ນຈະຢູ່ໃນໄລຍະການເກັບລາຍລະອຽດຂອງໂຄງການກໍ່ສ້າງ.

ທີ່ມາ:ຂ່າວສານປະເທດລາວ

Comments