ມາຮູ້ຈັກກັບ!!! ຕະຫຼາດຮຸ້ນ-ຕະຫຼາດຫຼັກຊັບລາວ ວ່າມີການເຄື່ອນໄຫວແນວໃດ?

ຫຼາຍທ່ານອາດເຄີຍໄດ້ຍິນຂ່າວ ແລະ ຮັບຮູ້ການເຄື່ອນໄຫວຊື້-ຂາຍຮຸ້ນ ຜ່ານສື່ສານມວນຊົນອື່ນໆທັງພາຍໃນ ແລະ ຕ່າງປະເທດມາແດ່ແລ້ວ. ແຕ່ເຊື່ອວ່າ ຍັງມີຫຼາຍທ່ານທີ່ຍັງບໍ່ທັນຮັບຮູ້ ແລະ ເຂົ້າໃຈວ່າ: ຕະຫຼາດຮຸ້ນ ກໍຄື ຕະຫຼາດຫຼັກຊັບ ເຄື່ອນໄຫວວຽກງານຄືແນວໃດແດ່ ແລະ ເນື້ອໃນໃຈຄວາມຫຼັກໆໃນການມີຕະຫຼາດຮຸ້ນນີ້ແມ່ນເພື່ອຫຍັງກັນແທ້. ດັ່ງນັ້ນ, ຈຶ່ງຂໍສະເໜີບົດຄວາມນີ້ ໃນມຸມມອງທັດສະນະຂອງຜູ້ຂຽນ ໂດຍສົມທົບກັບການສຳພາດ ແລະ ສອບຖາມກັບຜູ້ທີ່ມີຄວາມເຂົ້າໃຈພາບລວມຂອງຕະຫຼາດຮຸ້ນລາວນັ້ນ ມາຖ່າຍທອດຕໍ່ເພື່ອເປັນການແລກປ່ຽນປະສົບການໃຫ້ກັນ ແລະ ກັນຊາບ.

ໃນຄວາມຈິງແລ້ວ ຕະຫຼາດຮຸ້ນລາວ ມີຊື່ທາງການວ່າ “ຕະຫຼາດຫຼັກຊັບລາວ” ເປັນຕະຫຼາດຫຼັກຊັບແຫ່ງດຽວຂອງ ສປປ ລາວ ທີ່ໄດ້ເຄື່ອນໄຫວວຽກງານຫຼັກຊັບໃນລາວຢ່າງຖືກຕ້ອງຕາມກົດໝາຍວ່າດ້ວຍຫຼັກຊັບ ທີ່ຢູ່ພາຍໃຕ້ການຄຸ້ມຄອງ-ຕິດຕາມຂອງລັດຖະບານແຫ່ງ ສປປ ລາວ ຜ່ານ ຄະນະກຳມະການຄຸ້ມຄອງຫຼັກຊັບ (ຄຄຊ) ໂດຍມີສໍານັກງານ ຄຄຊ ເປັນເສນາທິການໃຫ້ແກ່ ຄຄຊ. ໃນນັ້ນ, ເຄື່ອງມືທາງການເງິນ ທີ່ເຮົາເອີ້ນກັນວ່າ “ຫຼັກຊັບ” ທີ່ສາມາດນໍາໄປຊື້-ຂາຍຢູ່ຕະຫຼາດດັ່ງກ່າວນັ້ນ ແມ່ນບໍ່ມີພຽງແຕ່ ຮຸ້ນ ກໍຄື ຮຸ້ນສາມັນ ເຊິ່ງຖືກຈັດປະເພດວ່າເປັນ ຫຼັກຊັບທຶນ ເທົ່ານັ້ນ ແຕ່ຍັງລວມມີ ຫຼັກຊັບໜີ້ (ເຊັ່ນວ່າ: ພັນທະບັດລັດຖະບານ, ຮຸ້ນກູ້ ແລະ ອື່ນໆ), ກອງທຶນຮ່ວມ ແລະ ຫຼັກຊັບປະເພດອື່ນໆຕາມການກຳນົດຂອງ ຄຄຊ. ສະນັ້ນ, ຕະຫຼາດຫຼັກຊັບ ຈຶ່ງຖືກຕັ້ງເປັນຊື່ເອີ້ນທາງການ ທັງນີ້ກໍເພື່ອໃຫ້ສະທ້ອນຕົວຈິງຂອງຕະຫຼາດດັ່ງກ່າວໄດ້ຢ່າງຊັດເຈນ ແລະ ຈະແຈ້ງ.

ການເຂົ້າໄປຊື້-ຂາຍ ແລະ ຖືຄອງຫຼັກຊັບນັ້ນເຮົາຖືວ່າເປັນ ການລົງທຶນໃນຫຼັກຊັບ. ໃນນັ້ນ, ຜູ້ອອກຈໍາໜ່າຍຫຼັກຊັບ ບໍ່ວ່າຈະເປັນກະຊວງການເງິນ, ບໍລິສັດມະຫາຊົນ ຫຼື ນິຕິບຸກຄົນໃດໜຶ່ງທີ່ໄດ້ປະຕິບັດຕາມຂັ້ນຕອນ ແລະ ລະບຽບກົດໝາຍທີ່ກ່ຽວຂ້ອງຢ່າງສົມບູນ ໂດຍໄດ້ຮັບອະນຸຍາດໃຫ້ອອກຈຳໜ່າຍຈາກ ສຳນັກງານ ຄຄຊ ຈຶ່ງສາມາດນຳເອົາຫຼັກຊັບຂອງຕົນອອກຂາຍໃຫ້ແກ່ມວນຊົນ. ຜູ້ລົງທຶນທີ່ສົນໃຈກໍຈະສຶກສາຂໍ້ມູນສິດ, ຜົນປະໂຫຍດ ແລະ ຄວາມສ່ຽງຂອງການລົງທຶນຢ່າງລະອຽດ ແລ້ວຕັດສິນໃຈນໍາເອົາເງິນຂອງຕົນເຂົ້າໄປຊື້ຫຼັກຊັບນັ້ນ ເຊິ່ງຜູ້ທີ່ຊື້ຈະກາຍເປັນຜູ້ຖືຄອງຫຼັກຊັບ ແລະ ໄດ້ຮັບສິດຕາມຄຸນລັກສະນະຂອງຫຼັກຊັບນັ້ນໆ. ຈາກຈຸດນີ້, ຜູ້ທີ່ຖືຄອງຫຼັກຊັບຈະເກີດມີຄວາມຕ້ອງການຂາຍ ຫຼື ມີຜູ້ລົງທຶນອື່ນໆຕ້ອງການຊື້; ດັ່ງນັ້ນ, ຜູ້ອອກຈໍາໜ່າຍຫຼັກຊັບຈຶ່ງນໍາເອົາຫຼັກຊັບຂອງຕົນເຂົ້າໄປຈົດທະບຽນຢູ່ຕະຫຼາດຫຼັກຊັບ ເພື່ອອໍານວຍຄວາມສະດວກໃຫ້ແກ່ການແລກປ່ຽນຊື້-ຂາຍຫຼັກຊັບລະຫວ່າງຜູ້ຊື້ ແລະ ຜູ້ຂາຍ ໂດຍຜ່ານກົນໄກຕະຫຼາດຊື້-ຂາຍ ແລະ ໂຄງສ້າງນິຕິກຳຮອງຮັບຢ່າງມີການຈັດຕັ້ງ.

ພວກເຮົາເຫັນໄດ້ວ່າ ຕະຫຼາດຫຼັກຊັບຈຶ່ງເປັນຕະຫຼາດຂອງການແລກປ່ຽນຊື້-ຂາຍ–ປ່ຽນມືກັນລະຫວ່າງຜູ້ຊື້ທີ່ຕ້ອງການຖືຄອງຫຼັກຊັບ ແລະ ຜູ້ຂາຍທີ່ຕ້ອງການປ່ຽນຫຼັກຊັບເປັນເງິນ. ເວົ້າງ່າຍໆກໍຄື ເປັນບ່ອນທີ່ສ້າງສະພາບຄ່ອງໃນການປ່ຽນຫຼັກຊັບເປັນເງິນ ແລະ ເງິນເປັນຫຼັກຊັບ. ແຕ່ເພື່ອຮັບປະກັນວ່າ ການຊື້-ຂາຍປ່ຽນມືກັນນັ້ນມີ ຄວາມຍຸດຕິທຳ, ຖືກຕ້ອງ, ໂປ່ງໃສ ໂດຍສະເພາະແມ່ນຂອດການກໍານົດລາຄາຊື້-ຂາຍກັນນັ້ນ, ຕະຫຼາດຫຼັກຊັບຈຶ່ງນໍາໃຊ້ລະບົບໄອທີທີ່ທັນສະໄໝເຂົ້າຊ່ວຍເພື່ອໃຫ້ສະທ້ອນລາຄາຂອງຕະຫຼາດໄດ້ຢ່າງມີປະສິດທິພາບ ໂດຍອີງຕາມກົນໄກອຸປະສົງ-ອຸປະທານ. ນອກຈາກນີ້, ສິ່ງທີ່ມີຜົນຕໍ່ກັບການຕັດສິນໃຈຊື້-ຂາຍຂອງຜູ້ລົງທຶນ ກໍຂາດບໍ່ໄດ້ເລືື່ອງການວິເຄາະຂໍ້ມູນຂ່າວສານ. ດັ່ງນັ້ນ, ໜ້າທີ່ໜຶ່ງທີ່ສໍາຄັນຂອງຕະຫຼາດຫຼັກຊັບກໍແມ່ນການສົ່ງຜ່ານຂໍ້ມູນຂ່າວສານທີ່ປິ່ນອ້ອມຫຼັກຊັບນັ້ນໆໃຫ້ຜູ້ລົງທຶນໄດ້ຢ່າງທົ່ວເຖິງ ແລະ ຮັບປະກັນຄວາມສະເໝີພາບກັນ.

ເຖິງຢ່າງໃດກໍຕາມ, ຕະຫຼອດໄລຍະທີ່ຕະຫຼາດຫຼັກຊັບລາວເຮົາໄດ້ເຄື່ອນໄຫວວຽກງານຫຼັກຊັບ ກ້າວສູ່ປີທີ 9 (2010-ປັດຈຸບັນ) ກໍເຫັນໄດ້ວ່າ ມີ 9 ບໍລິສັດມະຫາຊົນເຊັ່ນ: ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ​, ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ, ບໍລິສັດ ລາວເວີນ ມະຫາຊົນ, ບໍລິສັດ ປີໂຕຣລ້ຽມເທຣດດິ້ງລາວ ມະຫາຊົນ, ບໍລິສັດ ສຸວັນນີ ໂຮມເຊັນເຕີ ມະຫາຊົນ, ບໍລິສັດ ພູສີ ກໍ່ສ້າງ ແລະ ພັດທະນາ ມະຫາຊົນ, ບໍລິສັດ ຊີມັງລາວ ມະຫາຊົນ, ບໍລິສັດ ມະຫະທຶນ ເຊົ່າສິນເຊື່ອ ມະຫາຊົນ ແລະ ບໍລິສັດ ລາວອາໂກຣເທັກ ມະຫາຊົນ ໄດ້ນຳເອົາຮຸ້ນຂອງບໍລິສັດ ເຂົ້າມາຈົດທະບຽນໃນຕະຫຼາດຫຼັກຊັບລາວ; ພ້ອມນີ້, ກະຊວງການເງິນ ກໍໄດ້ນໍາເອົາພັນທະບັດລັດຖະບານເຂົ້າມາຈົດທະບຽນເຊັ່ນດຽວກັນ.

ຈາກສິ່ງທີ່ຜູ້ຂຽນໄດ້ຕັ້ງຂໍ້ສັງເກດ ເຫັນໄດ້ວ່າ: ການເຂົ້າໄປລົງທຶນໃນຫຼັກຊັບລາວເຮົາ ຜູ້ລົງທຶນຕ້ອງໄດ້ສຶກສາຂໍ້ມູນຢ່າງລະອຽດຖີ່ຖ້ວນ ເພາະການລົງທຶນບໍ່ວ່າຈະເປັນກ້້ອນນ້ອຍ ຫຼື ກ້ອນໃຫຍ່ ຜູ້ທີ່ນຳເງິນລົງໄປລົງທຶນກໍຄາດຫວັງຕໍ່ຜົນຕອບແທນໃນອະນາຄົດທັງໄລຍະສັ້ນ ແລະ ໄລຍະຍາວສະເໝີ. ທັງນີ້, ສິ່ງທີ່ຜູ້ຂຽນຢາກຝາກໃຫ້ຜູ້ອ່ານ ກໍຄືຜູ້ທີ່ມີຄວາມສົນໃຈໃນດ້ານນີ້ ຕ້ອງໄດ້ໃຫ້ຄວາມສຳຄັນເພີ່ມຕໍ່ການສຶກສາຂໍ້ມູນກ່ອນການລົງທຶນ ບໍ່ວ່າຈະເປັນເລື່ອງຂອງລາຄາຫຼັກຊັບ, ລາຍລະອຽດກ່ຽວກັບເອກະສານທາງດ້ານນິຕິກຳ, ກົນໄກການຊື້-ຂາຍ, ສຶກສາຜະລິດຕະພັນຫຼັກຊັບໃນຕະຫຼາດຫຼັກຊັບ ໃຫ້ເຂົ້າໃຈດີສາກ່ອນກ່ອນທີ່ຈະຕັດສິນໃຈລົງທຶນ.

(ວາລະສານທາເກັດ ສະບັບ 154 ເດືອນພຶດສະພາ 2019 ໄດ້ທີ ສຳນັກງານຫ້ອງການພາກລັດ ແລະ ເອກະຊົນ, ຫ້ອງສະໝຸດ, ຮ້ານອາຫານ, ຮ້ານກາເຟ, ຮ້ານ kaogee cafe, ຮ້ານ The pizza company ແລະ ຫຼາຍໆບ່ອນໃນນະຄອນຫຼວງ ຫຼື ສອບຖາມຈອງເປັນສະມາຊິກໄດ້ທີ່ເບີ 021 216 666)

Stock Market – Lao Securities Exchange

Many of you may have heard and understand share trading via the domestic or overseas mass media but I believe that many of you still do not truly understand it and understand how the stock market or the LSX works and what it is all about. I am therefore writing this article from my own perspective together with that of an interviewee and asking questions about the interviewee’s overall understanding of the LSX to exchange experiences and learn from each other.

In reality, the LSX is the stock market of the Lao PDR and operates activities pertaining to securities in Laos in accordance with the Law on Securities under the authority of the government of the Lao PDR via the Lao Securities Commission (LSC) led by the LSC Office (LSCO). Here, financial instruments, referred to as “securities” may be traded on the market. This does not merely apply to shares and ordinary shares, which can be classified as collateral, but also includes debt securities (such as government bonds, debentures, and so forth), consolidated funds, and other types of shares as specified by the LSC. The “Lao Securities Exchange” is therefore its official name to reflect the true facts of the market clearly.

Trading and holdings are considered investments into securities. Among these are those selling securities, such as the Ministry of Finance (MoF), public companies, and individuals, who follow the procedures and legal regulations in full by, for example, receiving permission from the LSCO before bringing securities to be sold publicly. Interested investors study their rights, interests, and investment risks in detail and decide on whether to invest their money in a given security and those that buy become securities holders and have rights according to the nature of the security in question. Then, the securities holder may wish to sell or another investor may wish to buy. The seller must therefore take their securities to be registered at the LSX in order to facilitate trading between buyers and sellers via the market trading mechanisms and legislative structure supporting its organization.

We can therefore see that the LSX is a market for trading between those wishing to buy securities and those wishing to convert them to liquid capital but they must ensure that trading is fair, legal, and transparent, especially with respect to the specification of the sales price. The LSX is therefore a modern IT system used to reflect prices on the market efficiently based on supply and demand mechanisms. In addition, factors which affect an investor’s trading decisions are essential and they must analyze the data and information. Therefore, one of the duties of the LSX is to provide data associated with securities to investors broadly and ensure equitability.

The LSX has been in operation for nearly nine years now (2010-present) and nine companies have gone public: the Banque pour le Commerce Exterieur Lao Public (BCEL); the EDL Generation Public Company (EDL-Gen); the Lao World Public Company (LWPC); the Petroleum Trading Lao Public Company (PTL); the Souvanny Home Center Public Company (SVN); the Phousy Construction and Development Public Company (PCD); the Lao Cement Public Company (LCC); the Mahatheun Public Leasing Public Company (MHTL); and the Lao Agrotech Public Company (LAT), which are all registered at the LSK. Also, the MoF takes government bonds there to be registered.

From what I can see, investing at the LSX requires the investor to study the data in detail and in full, irrespective of the size of their investment. People who invest are hoping for a return in the short- or long-term future. Anyone interested in this should attach great importance to studying the data first before investing, irrespective of which type of security they are investing in. Details concerning legislation, trading mechanisms, and security productivity studies at the LSX should be clearly understood before making the decision to in

 

Comments