ປະທານປະເທດ ຕ້ອນຮັບທູດປະເທດເພື່ອນມິດ  ຍື່ນສານຕາຕັ້ງ ພ້ອມແຕ່ງຕັ້ງທູດລາວ ປະຈຳແບນຊິກ

ໃນຕອນເຊົ້າວັນທີ 17 ພຶດສະພາ 2019 ທີ່ທຳນຽບປະທານປະເທດ, ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບທູດປະເທດເພື່ອນມິດ ເຂົ້າຍື່ນສານຕາຕັ້ງ ເພື່ອດຳ ລົງຕຳແໜ່ງເປັນ ເອກອັກຄະລັດຖະທູດ ຄົນໃໝ່ປະຈຳ ສປປ ລາວ ຕາມລຳດັບດັ່ງນີ້: ທ່ານ Dinkar Asthana ເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ອິນເດຍ ຄົນໃໝ່ ປະຈຳ ສປປ ລາວ ເຊິ່ງມີສຳນັກງານການທູດຕັ້ງຢູ່ ນະຄອນຫຼວງວຽງຈັນ, ທ່ານ Antonis Toumazis ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ໄຊປຣັດ ຄົນໃໝ່ປະຈຳ ສປປ ລາວ ເຊິ່ງມີສຳນັກງານການທູດຕັ້ງຢູ່ ນະຄອນຫຼວງປັກກິ່ງ ສປ ຈີນ ແລະ ທ່ານ Obaid Saeed Obaid Bintaresh Aidhaheri ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສະຫະອາຣັບ ເອມີເຣດ ຄົນໃໝ່ປະຈຳ ສປປ ລາວ ໂດຍມີສຳນັກງານການທູດຕັ້ງຢູ່ ນະຄອນຫຼວງ ຮ່າໂນ້ຍ ສສ ຫວຽດນາມ.


ໃນວັນດຽວກັນ, ທ່ານ ບຸນຍັງ ວໍລະຈິດ ກໍໄດ້ມອບສານແຕ່ງຕັ້ງໃຫ້ ທ່ານ ພູໂຂງ ສີສຸລາດ ເພື່ອໄປດຳລົງຕຳແໜ່ງເປັນ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ປະ ເທດແບນຊິກ ຕື່ມອີກ.

ທີ່ມາ: ຂ່າວສານປະເທດລາວ

Comments