ສະຖານທູດໄທ ຮ່ວມກັບ ເອັດສຊີຈີ ຈັດໂຄງການຮັກສາສຸຂະພາບແຂ້ວໃຫ້ແກ່ ພຣະສົງ 999 ອົງ

ເອັດສຊີຈີ ໄດ້ມອບເງິນຈໍານວນ 850.000 ບາດ ເພື່ອເປັນຄ່າອຸປະກອນການແພດ ແລະ ການຈັດໂຄງການກິດຈະກໍາ ແລະ ຈະມີພຣະພິຂຸສົງ ແລະ ສໍາມະເນນຈາກທົ່ວນະຄອນຫຼວງວຽງຈັນ ເດີນທາງມາຮັບບໍລິການຮັກສາທາງທັນຕະກໍາຫຼາຍກວ່າ 999 ອົງ.

ສະຖານເອກອັກຄະຣາຊະທູດໄທປະຈໍານະຄອນຫຼວງວຽງຈັນ ສປປ ລາວ ຮ່ວມກັບ ເອັດສຊີຈີ ເຊີ່ງເປັນອົງກອນຊັ້ນນໍາທີ່ມຸ້ງສ້າງຄວາມຍືນຍົງໃນອາຊຽນ ພ້ອມດ້ວຍຜູ້ປະກອບການໄທໃນ ສປປ ລາວ ຮ່ວມກັນຈັດກິດຈະກໍາກວດສຸຂະພາບ ແລະ ຮັກສາແຂ້ວໃຫ້ແກ່ພຣະສົງ ແລະ ສໍາມະເນນຫຼາຍກວ່າ 999 ອົງ.  ໂດຍມີຄະນະທັນຕະແພດ ຈາກໜ່ວຍທັນຕະກໍາພຣະຣາດຊະທານ ຄະນະແພດສາດ ຈຸລາລົງກອນມະຫາວິທະຍາໄລພ້ອມເຈົ້າໜ້າທີ່ສະໜັບສະໜູນຫຼາຍກວ່າ 70 ຄົນ ມາໃຫ້ບໍລິການໃນວັນທີ 5 ແລະ 6 ມິຖຸນາ 2019 ທີ່ ວັດອົງຕື້ມະຫາວິຫານ ນະຄອນຫຼວງວຽງຈັນ ສປປ ລາວ.

ທ່ານ ກຽດຕິຄຸນ ຊາດປະເສີດ ເອກອັກຄະຣາຊະທູດໄທ ປະຈໍານະຄອນຫຼວງວຽງຈັນ ກ່າວວ່າ: ການບໍລິການທັນຕະກໍາໃນຄັ້ງນີ້ຈັດຂຶ້ນເນື່ອງໃນໂອກາດ ພຣະຣາດຊະພິທີບໍຣົມຣາຊາພິເສກ 2019 ແລະ ສະເຫຼີມສະຫຼອງວັນຄ້າຍວັນເກີດຂອງພຣະລາຊິນີ ປະຈໍາປີ 2019 ໂດຍເປັນຄວາມຮ່ວມມືລະຫວ່າງ ສະຖານເອກອັກຄະຣາຊະທູດໄທ ປະຈໍານະຄອນຫຼວງວຽງຈັນ ຄະນະທັນຕະແພດສາດ ຈຸລາລົງກອນມະຫາວິທະຍາໄລ ແລະ ວິທະຍາໄລສົງອົງຕື້ / ວັດອົງຕື້ມະຫາວິຫານ ແລະ ນັບເປັນຄັ້ງທໍາອິດທີ່ມີການອອກໜ່ວຍທັນຕະກໍາເຄື່ອນທີ່ຂອງໄທຖວາຍແກ່ພຣະສົງ ແລະ ສໍາມະເນນລາວ ແລະ ຍັງເປັນການສົ່ງເສີມຄວາມຮ່ວມມືດ້ານສາທາລະນະສຸກໄທ – ລາວ ລວມທັງການເຮັດບຸນ ທໍານຸບໍາລຸງພຣະພຸດທະສາສະໜາ ໃນໂອກາດນີ້ ທ່ານ ກຽດຕິຄຸນ ຊາດປະເສີດ ໄດ້ກ່າວຂອບໃຈພາກເອກກະຊົນໄທ – ລາວ ແລະ ຜູ້ມີຈິດສັດທາຄົນໄທໃນ ສປປ ລາວ ແລະ ຄົນລາວທີ່ໃຫ້ການສະໜັບສະໜູນໂຄງການດີໆໃນຄັ້ງນີ້.

ທ່ານ ນິທິ ພັດທະຣະໂຊກ, Presidentທຸລະກິດຊີມັງ ແລະ ຜະລິດຕະພັນກໍ່ສ້າງ ເອັດສຊີຈີກ່າວວ່າ: ການມີສຸຂະພາບທີ່ດີ ເປັນປັດໃຈພື້ນຖານໃນການດໍາລົງຊີວິດ ທາງເອັດສຊີຈີເຫັນຄວາມສຳຄັນໃນການພັດທະນາຄຸນນະພາບຊີວິດ ເພື່ອນໍາໄປສູ່ການພັດທະນາຢ່າງຍືນຍົງ ທາງດ້ານສັງຄົມ ແລະ ວັດທະນະທໍາ ກິດຈະກໍາໃນຄັ້ງນີ້ ຈະເປັນການຊ່ວຍລົດບັນຫາສຸຂະພາບທີ່ເກີດຂຶ້ນແກ່ພຣະສົງ ຊ່ວຍໃຫ້ພຣະສົງສາມາດປະຕິບັດກິດ ແລະ ສືບທອດພຸດທະສາສະໜາຕໍ່ໄປໄດ້ແບບຍືນຍົງ.

ທ່ານ ນິທິ ພັດທະຣະໂຊກ ກ່າວເພີ່ມຕື່ມວ່າ ກິດຈະກໍາຄັ້ງນີ້ ເກີດຂື້ນໄດ້ດ້ວຍຄວາມຮ່ວມມືຂອງຫຼາຍພາກສ່ວນ ທັງສະຖານເອກອັກຄະຣາຊະທູດໄທທີ່ນະຄອນຫຼວງວຽງຈັນ, ຜູ້ປະກອບການໄທໃນ ສປປ ລາວ, ຄະນະທັນຕະແພດ ແລະ ເຈົ້າໜ້າທີ່ສະໜັບສະໜູນ ໂດຍຍິນດີທີ່ໄດ້ເຫັນທຸກຄົນຮ່ວມເປັນຈິດອາສາ ເຮັດຄວາມດີຕາມແນວທາງພຣະຣາດຊະດໍາຣິ ມີຄວາມສາມັກຄີປອງດອງ ຮ່ວມແຮງ ຮ່ວມໃຈປະກອບກິດຈະກໍາສາທາລະນະເພື່ອປະໂຫຍດສຸກຂອງສ່ວນລວມ ໂດຍບໍ່ຫວັງສິ່ງຕອບແທນ ແລະ ຍັງໄດ້ນັກສຶກສາທຶນມະຫາວິທະຍາໄລຈາກໂຄງການ SCG Sharing the Dream ມາເປັນອາສາສະໝັກຮ່ວມກິດຈະກໍາອີກດ້ວຍ ນອກຈາກນີ້ ຂໍຂອບໃຈມາຍັງພຣະອາຈານໃຫຍ່ ປອ. ພວງປະເສີດ ພູມມາວົງ ຜູ້ອໍານວຍການ ວິທະຍາໄລສົງວັດອົງຕື້ ແລະ ເຈົ້າອາວາດວັດອົງຕື້ມະຫາວິຫານ ທີ່ອະນຸຍາດໃຫ້ໃຊ້ສະຖານທີ່ຂອງວັດ ແລະ ອໍານວຍຄວາມສະດວກໃນການຈັດກິດຈະກໍາ ອິກທັງພາກລັດ ແລະ ພາກເອກກະຊົນຂອງ ສປປ ລາວ ທີ່ມີສ່ວນຮ່ວມໃນໂຄງການນີ້ດໍາເນີນໄດ້ຢ່າງຮຽບຮ້ອຍ.

ນອກຈາກນີ້ ເອັດສຊີຈີ ໄດ້ມອບເງິນຈໍານວນ 850.000 ບາດ ເພື່ອເປັນຄ່າອຸປະກອນການແພດ ແລະ ການຈັດໂຄງການກິດຈະກໍາ ແລະ ຄາດວ່າຈະມີພຣະພິຂຸສົງ ແລະ ສໍາມະເນນຈາກທົ່ວນະຄອນຫຼວງວຽງຈັນ ເດີນທາງມາຮັບບໍລິການຮັກສາທາງທັນຕະກໍາຫຼາຍກວ່າ 999 ອົງ ເຊິ່ງ ເອັດສຊີຈີ ຫວັງວ່າຜົນສໍາເລັດຈາກຄວາມຮ່ວມມືຄັ້ງນີ້ ຈະເປັນສ່ວນໜຶ່ງໃນການສົ່ງເສີມໃຫ້ພາກເອກກະຊົນໄທຮ່ວມມືກັນຈັດກິດຈະກໍາເພື່ອສັງຄົມ ສປປ ລາວ ໃນດ້ານຕ່າງໆ ເພີ່ມຂຶ້ນຕໍ່ເນື່ອງແບບຍືນຍົງໃນອານາຄົດ.

 

 

Comments