ນາຍົກລາວ ສົ່ງສານຊົມເຊີຍເຖິງ ທ່ານ ພົນເອກ ປຣະຍຸດ ຈັນໂອຊາ ທີ່ໄດ້ດຳລົງຕຳແໜງນາຍົກໄທ ອີກສະໄໝ

ທ່ານ ທອງ​ລຸນ ສີ​ສຸ​ລິດ ນາຍົກລັດຖະມົນຕີ ​ແຫ່ງ ສາທາ​ລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ​ລາວ ​ໄດ້​ສົ່ງ​ສານ​ຊົມ​ເຊີຍ ​ເຖິງ ທ່ານ ພົນ​ເອກ ປຣະຢຸດ ຈັນ​ໂອຊາ ນາຍົກລັດຖະມົນຕີ ​ແຫ່ງ ລາຊະ​ອານາຈັກ​ໄທ ທີ່​ບາງກອກ.

“ເນື່ອງໃນໂອກາດທີ່ ທ່ານ ໄດ້ຮັບເລືອກຕັ້ງ ແລະ ໄດ້ຮັບການສະໜັບສະໜູນ ຈາກລັດຖະສະພາຢ່າງຖ້ວມລົ້ນ ເພື່ອໃຫ້ດໍາລົງຕໍາແໜ່ງເປັນນາຍົກລັດຖະມົນຕີ ແຫ່ງ ລາຊະອານາຈັກໄທ, ໃນນາມລັດຖະບານ ແລະ ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກໍຄື ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍຖືເປັນກຽດຢ່າງສູງ ສົ່ງຄໍາຊົມເຊີຍອັນອົບອຸ່ນ ແລະ ຈິງໃຈມາຍັງທ່ານ”.

“ຂ້າພະເຈົ້າຍິນດີ ທີ່ຈະເຮັດວຽກຮ່ວມກັບ ທ່ານ ຢ່າງໃກ້ຊິດ ເພື່ອສືບຕໍ່ເສີມສ້າງສາຍພົວພັນ ມິດຕະພາບ ແລະ ການຮ່ວມມື ຖານບ້ານໃກ້ເຮືອນຄຽງທີ່ດີຕໍ່ກັນ ລະຫວ່າງ ສາທາລະນະລັດ ປະຊາທິ ປະໄຕ ປະຊາຊົນລາວ ແລະ ລາຊະອານາຈັກໄທ ໃຫ້ນັບມື້ນັບຈະເລີນງອກງາມຍິ່ງໆຂຶ້ນ ເພື່ອກ້າວໄປສູ່ການເປັນຄູ່ຮ່ວມຍຸດທະສາດ ເພື່ອການຈະເລີນເຕີບໂຕ ແລະ ການພັດທະນາແບບຍືນຍົງ ລະຫວ່າງສອງປະເທດ ນໍາເອົາຜົນປະໂຫຍດຕົວຈິງ ແລະ ຄວາມສົມບູນພູນສຸກ ມາສູ່ປະຊາຊົນສອງຊາດ ລາວ ແລະ ໄທ ກໍຄື ເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມື ເພື່ອການພັດທະນາໃນພາກພື້ນອາຊຽນ ແລະ ໃນໂລກ.”

“ຂ້າພະເຈົ້າ ຂໍອວຍພອນໄຊອັນປະເສີດມາຍັງ ທ່ານ ຈົ່ງມີພະລານາໄມສົມບູນ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດໃນພາລະກິດອັນສູງສົ່ງ ແລະ ມີກຽດສະຫງ່າຂອງທ່ານ”.

ທັງນີ້ ທ່ານ ພົນເອກ ປຣະຢູດ ຈັນໂອຊາ ໄດ້ຮັບຄະແນນສຽງສ່ວນຫຼາຍຈາກການລົງຄະແນນດ້ວຍການເອີ້ນຊື່ຂອງສະມາຊິກສະພາຜູ້ແທນລາຊະດອນ ເມື່ອວັນພຸດທີ່ຜ່ານມາ (5 ພຶດສະພາ 2019) ໂດຍມີຄະແນນສຽງສະໜັບສະໜຸນ 500 ຄະແນນ ໃນຂະນະທີ່ ທ່ານ ທະນາທອນ ຈຶງຣຸ່ງເຣືອງກິດ ຫົວໜ້າພັກອະນາຄົດໃໝ່ ໄດ້ຮັບ 244 ສຽງ ເຮັດໃຫ້ ທ່ານ ພົນເອກ ປຣະຢຸດ ໄດ້ດຳລົງຕຳແໜ່ງເປັນນາຍົກລັດຖະມົນຕີໄທຕໍ່ອີກໜຶ່ງສະໄໝ.

ທີ່ມາ: ສຳນັກຂ່າວສານປະເທດລາວ

Comments