ກຽມພົບກັບ ງານຕະຫຼາດນັດແຮງງານ (Job Fair 2019) ຈະຈັດຂຶ້ນໃນກາງ ເດືອນຕຸລານີ້

ໃນຕອນບ່າຍຂອງມື້ນີ້, ວັນທີ 7 ມິຖຸນາ 2018 ໄດ້ມີການຈັດງານຖະແຫຼງຂ່າວກ່ຽວກັບການຈັດງານຕະຫຼາດນັດແຮງງານ Job Fair 2019 ທີ່ຫ້ອງປະຊຸມ ພະແນກແຮງງານນະຄອນຫຼວງວຽງຈັນ, ໂດຍການແຫຼ່ງຂ່າວຂອງທ່ານ ນາງ  ລໍາພອຍ ສີອັກຄະຈັນ ຫົວໜ້າພະແນກ ແຮງງານ ແລະສະຫວັດດີການສັງຄົມ ນະຄອນຫຼວງວຽງຈັນ ແລະ ທ່ານ ສີບຸນທໍາ ສີບຸນມີ ຮອງຜູ້ອໍານວຍການໃຫຍ່ ບໍລິສັດ ລາວເວີນ ມະຫາຊົນ ພ້ອມດ້ວຍບັນດາຜູ້ປະກອບການຫົວໜ່ວຍທຸລະກິດຕ່າງໆເຂົ້າຮ່ວມ. ເຊິ່ງງານຕະຫຼາດແຮງງານ ຫຼື Job Fair 2019 ນີ້ ຈະໄດ້ມີຂຶ້ນໃນວັນທີ 16-20 ຕຸລາ 2019 ທີ່ຈະມາເຖິງນີ້  5 ມື້ເຕັມ ຢູ່ທີ່ສູນການຄ້າ ລາວ-ໄອເຕັກ ຕືກເກົ່າ.

ນັກຮຽນນັກສຶກສາຈົບໃໝ່ ຫຼື ຜູ້ທີ່ກຳລັງຊອກຫາວຽກເຮັດງານທຳ ຫຼື ຜູ້ຕ້ອງການປ່ຽນວຽກໃໝ່ໃຫ້ເໝາະກັບຕົນເອງ ແມ່ນບໍຄວນພາດງານນີ້. ເຊິ່ງນອກຈາກ, ຈະໄດ້ຊົມບູດງານວາງສະແດງຈາກສຳນັກງານ,​ອົງກອນຕ່າງໆທີ່ຕ້ອງການຮັບພະນັກງານເພີ່ມແລ້ວ ພາຍໃນງານນີ້,​ຍັງມີກິດຈະກຳຫຼາກຫຼາຍກ່ຽວກັບເລື່ອງແຮງງານດັ່ງນີ້:

  • ຈັດເວທີສົນທະນາໃນຫົວຂໍ້ຕ່າໆເຊັ່ນ:  1. ຮຽນຫຍັງ? ຈຶ່ງຈະມີວຽກເຮັດ (ການສ້າງແຮງບັນດານໃຈໃຫ້ຊີວິດ), 2 ຫົວຂໍ້: ຫຼຸດຜ່ອນການວ່າງງານ (ກ່ຽວການສ້າງ ແລະ ພັດທະນາສີມືແຮງງານ, ຄວາມຕ້ອງການຂອງຕະຫຼາກແຮງງານ, ບັນຫາ ແລະ ສິ່ງທ້າທາຍ)
  • ສຳມະນາໃນຫົວຂໍ້: ການແນະແນວອາຊີບ ແລະ ສານການຮຽນ, ການເຜີຍແພ່ ແລະ ໃຫ້ຄວາມຮູ້ຂອງຈຸດບໍລິການຈັດຫາງານ ແລະ ການປະກັນຫວ່າງງານ.
  • ມີກິດຈຳກຳແຂ່ງຂັນຕ່າງໆເຊັ່ນ: ການຕົບແຕ່ງໂຕະອາຫານ,  ແຂ່ງຂັນການແກະສະຫຼັກຜັກ, ໝາກໄມ້, ແຂ່ງຂັນແຕ່ງຜົມເຈົ້າສາວ ແລະ ແຕ່ງເລັບ.
  • ກິດຈະກຳຖາມ-ຕອບ ຄວາມຮູ້ກ່ຽວກັບວຽກງານພັດທະນາສີມືແຮງງານ ແລະ ຈັດຫາງານເພື່ອ ລຸ້ນຮັບລາງວັນ.

ຈຸດປະສົງໃນການຈັດງານແມ່ນໃນຄັ້ງນີ້, 1. ເພື່ອສ້າງໂອກາດ ແລະ ເອື້ອອຳນວຍຄວາມສະດວກ ໃຫ້ຜູ້ທີ່ກຳລັງຊອກຫາວຽກເຮັດງານທຳ ແລະ ບັນດາຫົວໜ່ວຍແຮງງານໄດ້ມີເວທີ ພົບປະກັນແລ້ວນຳໄປສູ່ການຈັດຈ້າງງານ.

2. ເພື່ອເປັນການສ້າງເງື່ອນໄຂໃຫ້ຜູ້ອອກແຮງງານທີ່ຕ້ອງການພັດທະນາສີມືແຮງງານສາມາດເຂົ້າເຖິງສະຖາບັນການສຶກສາຕ່າງໆ ເພື່ອຍົກລະດັບສີມືແຮງງານ ແທດເໝາະກັບຄວາມຕ້ອງການຂອງຕະຫຼາດແຮງງານ.

3. ເພື່ອໂຄສະນາຂໍ້ມູນຂ່າວສານຕະຫຼາດແຮງງານ,​ແນວໂນ້ມຄວາມຕ້ອງການຂອງຕະຫຼາດແຮງງານໃນອະນາຄົດ.

4. ເພື່ອເປັນເວທີໃນການສົ່ງເສີມການຕະຫຼາດຂອງບັນດາຫົວໜ່ວຍແຮງງານ,​ບັນດາໂຄງການ ແລະ ອົງການຈັດຕັ້ງສັງຄົມ.

5. ເພື່ອຫຼຸດຜ່ອນອັດຕາການຫວ່າງງານ ແລະ ຫຼຸດຜ່ອນການເຄື່ອນຍ້າຍແຮງງານໄປຕ່າງປະເທດແບບບໍຸ່ືກຕ້ອງ ທັງເປັນການສົ່ງເສີມການເຮັດວຽກຢູ່ພາຍໃນປະເທດ.

 

Comments