ທ່ານ​ ສີ​ຈິ້ນ​ຜິງ​ ເດີນທາງຢ້ຽມຢາມ ລັດເຊຍ ພົບປະກັບ​ ທ່ານ​ ປູ​ຕິນ ທ່າມກາງຄວາມຂັດແຍ່ງທາງການຄ້າກັບອາເມລິກາ

ຕາມຂ່າວຊີອາໄອ, ວັນ​ທີ 5 ມິຖຸນາ​ນີ້ ທ່ານ​ ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ຈະ​ເດີນ​ທາງ​ໄປ​ຢ້ຽມ​ຢາມ​ລັດ​ເຊຍ​ ທາງ​ລັດ​ຖະ​ກິດ​ເປັນ​ຄັ້ງ​ທຳ​ອິດຫຼັງ​ຈາກ​ທ່ານ​ໄດ້​ຮັບ​ການ​ເລືອກ​ຕັ້ງ​ເປັນ​ປະ​ທານ​ປະ​ເທດ​ຈີນ ອີກ​ສະ​ໄໝ​ໜຶ່ງ, ການ​ພົບ​ປະ​ກັນ​ລະ​ຫວ່າງ​ ທ່ານ ​ສີ​ຈິ້ນ​ຜິງ ກັບ ​ທ່ານ ​ປູ​ຕິນ ປະ​ທາ​ນາ​ທິ​ບໍ​ດີ​ລັດ​ເຊຍ ຈະ​ໄດ້​ຮັບ​ຄວາມ​ສົນ​ໃຈ​ຢ່າງ​ສູງ ເຊິ່ງ​ເວ​ລາ​ການ​ພົບ​ປະ​ໃກ້​ຈະ​ມາ​ເຖິງແລ້ວ.

ທ່ານ​ ສີ​ຈິ້ນ​ຜິງ ໄດ້​​ສະ​ແດງ​ຄວາມ​ຮູ້​ສຶກ​ຕໍ່ການ​ພົວ​ພັນ​ແບບ​ສ່ວນ​ຕົວ​ລະ​ຫວ່າງ​ຕົນ​ ກັບ ​ທ່ານ​ ປູ​ຕິນ​ ດ້ວຍ​ຄຳ​ວ່າ “ນິໄສ​ເຂົ້າກັນ​ໄດ້”, “ເພື່ອນ​ມິດ​ທີ່​ຮູ້​ໃຈ​ກັນ”.

ສ່ວນ​ທ່ານ​ປູ​ຕິນ​ໄດ້​ເອີ້ນ ທ່ານ​ ສີ​ຈິ້ນ​ຜິງ ​ເປັນ “ເພື່ອນມິດ​ທີ່​ດີ”, “ຄູ່​ຮ່ວມ​ທີ່​ໜ້າ​ເຊື່ອ​ຖື​ທີ່​ສຸດ”. ໃນ​ໄລ​ຍະ 6 ປີ​ຜ່ານ​ມາ, ທ່ານ​ສີ​ຈິ້ນ​ຜິງ ​ແລະ​ ທ່ານ ​ປູ​ຕິນ ​ໄດ້​ພົບ​ປະ​ກັນ​ເຖິງ 28 ຄັ້ງ.

ການ​ແລກ​ປ່ຽນ​ພົບ​ປະ​ກັນ​ຢ່າງ​ເນື່ອງ​ນິດ​ລຽນ​ຕິດ​ແບບນີ້ ບໍ່​ພຽງ​ແຕ່​ສະ​ແດງ​ໃຫ້​ເຫັນ​ວ່າ ການ​ພົວ​ພັນ​ຈີນ-ລັດ​ເຊຍ​ມີ​ລະ​ດັບ​ສູງ ​ແລະ​ ມີ​ຄວາມ​ໝາຍ​ພິ​ເສດ​ເທົ່າ​ນັ້ນ ​ຍັງ​ສະ​ແດງ​ໃຫ້​ເຫັນ​ວ່າ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ຖື​ເປັນ​ບູ​ລິ​ມະ​ສິດ​ໃນ​ວາ​ລະ​ວຽກ​​ງານການ​ຕ່າງ​ປະ​ເທດ​ຂອງ​ໃຜ​ລາວ.

Comments