ບົດລາຍງານຂອງທ່ານ ນາຍົກ ທີ່ໄດ້ສະເໜີຕໍ່ກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດ

ນາຍົກລັດຖະມົນຕີລາຍງານສະພາບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດສຳລັບ 4 ເດືອນຕົ້ນປີ 2019 ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດຊຸດທີ VIII:

ເສດຖະກິດຂອງລາວ ໂດຍລວມ ຍັງສືບຕໍ່ເຕີບໂຕໃນລະດັບດີ, ອີງຕາມບົດລາຍງານຂອງທ່ານ ທອງລຸນ ສີສຸລິດ, ນາຍົກ ລັດຖະມົນຕີ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ແຜນງົບປະມານແຫ່ງລັດ ໄລຍະ 4 ເດືອນ, ຄາດຄະເນ 6 ເດືອນຕົ້ນປີ ແລະ ທິດທາງແຜນການສຳລັບ 6 ເດືອນທ້າຍປີ 2019 ຕໍ່ມື້ທຳອິດຂອງກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ VIII ໃນວັນທີ 5 ມິຖຸນາ 2019. ໃນບົດລາຍງານດັ່ງກ່າວ, ທ່ານນາຍົກລັດຖະມົນຕີ ໄດ້ລົງເລິກແຕ່ລະບັນຫາດັ່ງນີ້:

1. ສະພາບການຂອງພາກພື້ນ ແລະ ສາກົນ ໃນ 4 ເດືອນຜ່ານມາໄດ້ຜັນແປໄປຢ່າງສັບສົນ, ໂດຍສະເພາະແມ່ນບັນຫາເສດຖະກິດຂອງໂລກ ທີ່ຍັງບໍ່ທັນຂະຫຍາຍຕົວດີ ແລະ ຄວາມຂັດແຍ່ງທາງດ້ານການຄ້າ ລະຫວ່າງປະເທດມະຫາອຳນາດ ທາງດ້ານເສດຖະກິດ. ອັດຕາການຂະຫຍາຍຕົວຂອງເສດຖະກິດໃນພາກພື້ນຫຼຸດລົງ ຈາກລະດັບ 5,9% ໃນປີ 2018 ມາເປັນ 5,7% ໃນປີ 2019 ແລະ ປະເທດທີ່ກໍາລັງພັດທະນາໃນອາຊີ ຄາດວ່າຈະຂະຫຍາຍຕົວຫຼຸດລົງຈາກລະດັບ 6,4% ໃນປີ 2018 ມາເປັນ 6,2% ໃນປີ 2019. ນະໂຍບາຍປິດລ້ອມທາງການຄ້າ ໃນການສົ່ງອອກນໍ້າມັນ ໃນຕາເວັນອອກກາງ ໄດ້ສົ່ງຜົນໃຫ້ລາຄານໍ້າມັນ ໃນຕະຫຼາດໂລກ ເພີ່ມສູງຂຶ້ນ. ສະພາບຂອງພາກພື້ນ ແລະ ສາກົນດັ່ງກ່າວ ໄດ້ສົ່ງຜົນກະທົບທາງກົງ ແລະ ທາງອ້ອມ ຕໍ່ການຄຸ້ມຄອງເສດຖະກິດມະຫາພາກ ຂອງປະເທດເຮົາ ທີ່ມີຄວາມບອບບາງຢູ່ແລ້ວ ໃຫ້ພົບຄວາມທ້າທາຍຂຶ້ນຕື່ມ. ພ້ອມກັນນີ້, ປະເທດຂອງພວກເຮົາ ຍັງໄດ້ຮັບຜົນກະທົບຈາກໄພພິບັດທາງທໍາມະຊາດ ໃນກາງປີ 2018 ເຊິ່ງຕາມການປະເມີນຜົນເສຍຫາຍ ທັງໝົດມີປະມານ 3.167 ຕື້ກີບ ຫຼື ປະມານ 372 ລ້ານໂດລາສະຫະລັດ, ຊຶ່ງເປັນບັນຫາໜັກໜ່ວງ ແລະ ເພີ່ມຄວາມຕ້ອງການທາງດ້ານງົບປະມານ ທີ່ຈໍາເປັນ ແລະ ເລັ່ງດ່ວນ ເພື່ອມາສຸມໃສ່ການແກ້ໄຂ.

2. ສະພາບການພັດທະນາທາງດ້ານເສດຖະກິດ ໂດຍລວມແລ້ວເຫັນວ່າ ເສດຖະກິດ ຍັງສືບຕໍ່ເຕີບໂຕໃນລະດັບດີ ເມື່ອທຽບກັບປະເທດໃນພາກພື້ນ ແຕ່ຢູ່ໃນຈັງວະທີ່ຊ້າລົງ ຖ້າທຽບໃສ່ຫຼາຍປີຜ່ານມາ. ຂ້າພະເຈົ້າຂໍຍົກບາງສະພາບທີ່ພົ້ນເດັ່ນ ສຳລັບໄລຍະ 4 ເດືອນ ດັ່ງນີ້:  ຜົນຜະລິດເຂົ້ານາແຊງ ບັນລຸໄດ້ປະມານ 453.230 ໂຕນ ເທົ່າກັບ 10,3% ຂອງແຜນການຜະລິດ ເຂົ້ານາແຊງ (ມະຕິສະພາ 4,4 ລ້ານໂຕນ), ສາລີ-ອາຫານສັດ ຄາດຄະເນຜົນຜະລິດປະມານ 30.000 ໂຕນ ເທົ່າກັບ 3% ຂອງແຜນການ (ມະຕິສະພາ 1 ລ້ານໂຕນ), ມັນຕົ້ນ ຄາດຄະເນຜົນຜະລິດປະມານ 113.056 ໂຕນ ເທົ່າກັບ 4,9% ຂອງແຜນການ (ມະຕິສະພາ 2,28 ລ້ານໂຕນ).

ພ້ອມນີ້, ລັດຖະບານໄດ້ສຸມທຶນແກ້ໄຂ ສະພາບຜົນກະທົບຈາກອຸທົກກະໄພ ໃນປີ 2018 ຜ່ານມາ ໂດຍໄດ້ອະນຸມັດ ເງິນແກ້ໄຂສຸກເສີນໃຫ້ ຂະແໜງກະສິກຳ-ປ່າໄມ້ ຈຳນວນ 40 ຕື້ກີບ ແລະ ເງິນຟື້ນຟູໄພພິບັດ ຈຳນວນ 115,52 ຕື້ກີບ, ເຊິ່ງມາຮອດປະຈຸບັນ ທຶນດັ່ງກ່າວ ໄດ້ຖືກຈັດຕັ້ງປະຕິບັດເປັນສ່ວນໃຫຍ່ ແລະ ຈຳນວນໜຶ່ງຢູ່ໃນຂັ້ນຕອນຈັດຊື້-ຈັດຈ້າງ, ຊຸກຜູ້ປະຕິບັດໂຄງການ ເພື່ອເຮັດໃຫ້ການຜະລິດກ້າວເຂົ້າສູ່ສະພາບປົກກະຕິ.

 ການນໍາເຂົ້າ-ສົ່ງອອກ ບັນລຸໄດ້ 2.573 ລ້ານໂດລາສະຫະລັດ ເທົ່າກັບ 22,7% ຂອງແຜນການ (ມະຕິສະພາ 11.291 ລ້ານໂດລາສະຫະລັດ), ໃນນີ້: ການນໍາເຂົ້າ: ໄດ້ປະມານ 1.217 ລ້ານໂດລາສະຫະລັດ, ເທົ່າກັບ 21% ຂອງແຜນການ (ມະຕິສະພາ 5.775 ລ້ານໂດລາສະຫະລັດ) ເຊິ່ງສິນຄ້ານໍາເຂົ້າສ່ວນໃຫຍ່ແມ່ນ ນໍ້າມັນເຊື້ອໄຟ, ພາຫະນະ ແລະ ຊິ້ນສ່ວນອາໄຫຼ່, ເຄື່ອງໃຊ້ໄຟຟ້າ, ອຸປະກອນກົນຈັກ ແລະ ອຸປະກອນ ກໍ່ສ້າງ; ການສົ່ງອອກ: ປະຕິບັດໄດ້ 1.356 ລ້ານໂດລາສະຫະລັດ ເທົ່າກັບ 24,5 % ຂອງແຜນການ (ມະຕິສະພາ 5.516 ລ້ານໂດລາສະຫະລັດ) ເຊິ່ງສິນຄ້າສົ່ງອອກ ຕົ້ນຕໍແມ່ນ ໄຟຟ້າ, ແຮ່ທາດ, ມັນຕົ້ນ, ຄໍາປະສົມ, ເຄື່ອງນຸ່ງຫົ່ມ ແລະ ເຄື່ອງໃຊ້ໄຟຟ້າ.  ການຄຸ້ມຄອງລາຄາສິນຄ້າ ລວມທັງສິນຄ້າປະເພດ ສະບຽງອາຫານ ເຮັດໄດ້ດີຂຶ້ນ ແລະ ຊ່ວຍເຮັດໃຫ້ລາຄາສິນຄ້າເໜັງຕີງຢູ່ໃນລະດັບປົກກະຕິ ແລະ ສົມເຫດສົມຜົນ ໂດຍສະເພາະໃນໄລຍະບຸນເທດສະການຕ່າງໆ. ການຈໍລະຈອນສິນຄ້າສາມາດໄປທົ່ວເຖິງໃນຂອບເຂດທົ່ວປະເທດ ເຊິ່ງມີມູນຄ່າທັງໝົດ 15.500 ຕື້ກີບ, ທຽບໃສ່ແຜນປີປະຕິບັດໄດ້ 23,8% ເພີ່ມຂຶ້ນ 11,8% ທຽບໃສ່ໄລະຍະດຽວກັນຂອງປີຜ່ານມາ (ມະຕິສະພາ 64.375 ຕື້ກີບ).

Comments