ຂ່າວດີ……ມີທຶນໃຫ້ຮຽນຟຣີ ສ້າງໂອກາດໃຫ້ຜູ້ບໍ່ມີວຽກເຮັດໄດ້ມີອາຊີບມີວຽກງານທຳ

?? ມາແລ້ວທຶນຮຽນຟຣີ…….ບໍ່ໄດ້ເສຍຄ່າຮຽນ ແລະ ອຸປະກອນການຮຽນ ?? ໄລຍະຮຽນ 3 ເດືອນ ແລະ ໄປເຮັດວຽກຕໍ່ເອົາປະສົບການຕົວຈິງ. ມີ 2 ສາຂາວິຊາ

1.ວິຊາການໂຮງແຮມ
2. ວິຊາ ປຸງແຕ່ງອາຫານ
ສະໜັບສະໜູນທຶນໂດຍ ໂຄງການລາວ/029

?? ເງື່ອນໄຂຜູ້ສະໝັກ ?

1. ຕ້ອງຈົບປະຖົມ ແຕ່ບໍ່ຈົບມັດທະຍົມຕົ້ນ
2. ຄອບຄົວຂາດເຂີນທຶນໃຫ້ລູກຫລານຮຽນ

3. ຕ້ອງເປັນບຸກຄົນສັນຊາດລາວ ຢູ່ໃນນະຄອນຫຼວງວຽງຈັນ ຫລືຕ່າງແຂວງກໍ່ໄດ້ ?ແຕ່ຕ້ອງມີພາຫະນະ ເພື່ອຖຽວຕອນໄປເຮັດວຽກ?
4. ເປັນບຸກຄົນທີ່ບໍ່ມີຄະດີ ແລະ ບໍ່ຫຍຸ້ງກ່ຽວກັບສິ່ງເສບຕິດຜິດກົດຫມາຍ

5. ທີ່ສຳຄັນທີ່ສຸດຄືຄົນທີ່ວ່າງງານ ຮຽນເພື່ອຢາກໄປເຮັດວຽກແທ້ ເພາະຫຼັຈາກຮຽນຈົບທາງໂຮງຮຽນຈະຊອກວຽກເຮັດໃຫ້ພ້ອມ ? ມາຮຽນເພື່ອຢາກຮູ້ ຮຽນເພື່ອມາເອົາໃບປະກາດ ບໍ່ເອົາ? ຮຽນຈົບຕ້ອງໄປເຮັດວຽກຕາມສັນຍາເບື້ອງຕົ້ນ


6. ຕ່າງແຂວງ ແລະຄົນບ້ານໄກມີຫໍພັກໃຫ້ຢູ່ຟຣີໃນໄລຍະຮຽນ 3 ເດືອນ ແລະໄລຍະຊອກຫາງານອີກ 1 ເດືອນ
7. ອາຍຸ 18-35 ປີ ບໍ່ຈຳກັດເພດ

ສົນໃຈໂທສອບຖາມ 021 540545. 021 261566
ສະຖານທີ່ຕັ້ງ ບ້ານດົງປ່າແຫຼບ ເມືອງ ຈັນທະບູລີ ນະຄອນຫຼວງວຽງຈັນ

Comments