ກວດພົບ ພະນັກງານລັດສໍ້ລາດບັງຫຼວງ 970 ລາຍ ເສຍຫາຍ 999 ຕື້ກີບ, 67 ລ້ານກ່ວາ ໂດລາ (ມີຄລິບ)

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ຕອບຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດຫຼາຍໆບັນຫາໃນກອງປະຊຸມສະໄໝສາມັນເທື່ອທີ 7 ສະພາແຫ່ງຊາດ ຊຸດທີ VIII ພ້ອມຍົກໃຫ້ເຫັນບັນຫາສໍ້ລາດບັງຫຼວງ

ໂດຍທ່ານນາຍົກລັດຖະມົນຕີໄດ້ກ່າວວ່າ ໃນປີ 2018 ຜ່ານມາ ອົງການກວດກາລັດຖະບານໄດ້ດຳເນີນການຕິດຕາມກວດກາ ສະເພາະ 1213 ເປົ້າໝາຍ ກວດກາປົກກະຕິ 408 ເປົ້າໝາຍ ກວດກາຕາມຄຳສັ່ງ 129 ເປົ້າໝາຍ ກວດກາຕາມຜົນຂອງການກວດສອບ 545 ເປົ້າໝາຍ ກວດກາການລົງທຶນຂອງລັດ 131 ເປົ້າໝາຍ ພົບເຫັນຜົນເສຍຫາຍທັງໝົດ 999 ຕື້ກີບ, 67 ລ້ານກ່ວາ ໂດລາ ເກັບກູ້ຄືນມາໄດ້ 26.5 ຕື້ກີບ ກັບ 17 ລ້ານໂດລາ

ຜ່ານການຕິດຕາມກວດກາກວດພົບເຫັນຜູ້ມີພຶດຕິກຳສໍ້ລາດບັງຫຼວງທັງໝົດ 1285 ລາຍ ໃນນັ້ນມີພະນັກງານລັດທັງໝົດ 970 ລາຍ, ຜູ້ປະກອບການ 315 ລາຍ ກຳລັງດຳເນີນມາດຕະການຕາມລະບຽບກົດໝາຍຕໍ່ໄປ ພະນັກງານລັດຖືກລົງວິໄນແລ້ວ 849 ລາຍ, ດຳເນີນການສືບສວນ ສອບສວນ 153 ຄົນ, ສະຫຼຸບສຳນວນຄະດີສົ່ງໄອຍາການແລ້ວ 133 ຄົນ, ຕັດສິນລົງໂທດແລ້ວ 55 ຄົນ

ຊົມຄຼິບ

ຂອບໃຈຄລິບຂ່າວຈາກ: ຂ່າວສານປະເທດລາວ

Comments