ລັດຖະມົນຕີ ກະຊວງການຕ່າງປະເທດ ຕີມໍ ເລສເຕ ຕີລາຄາສູງຕໍ່ ສປປ ລາວ… 

ລັດຖະມົນຕີ ກະຊວງການຕ່າງປະເທດ ຕີມໍ ຕີລາຄາສູງຕໍ່ ສປປ ລາວ  ໃນການສະໜັບສະໜູນ ເຂົ້າເປັນສະມາຊິກອາຊຽນຂອງ ຕີມໍ ເລສເຕ
ທ່ານ ດິໂອນິຊິໂອ ດາ ຄອສຕາ ບາໂບ ໂຊອາເຣສ ລັດຖະມົນຕີ ກະຊວງການຕ່າງປະເທດ ແລະ ການຮ່ວມມືຕີມໍ-ເລສເຕ ໄດ້ຕາງໜ້າໃຫ້ລັດຖະບານ ຕີມໍ ເລສເຕ ຕີລາຄາສູງ ແລະ ສະແດງຄວາມຂອບໃຈຕໍ່ລັດຖະບານລາວ ທີ່ໄດ້ໃຫ້ການຊ່ວຍເຫຼືອປຶກສາຫາລື ການສະໝັກເຂົ້າເປັນສະມາຊິກອາຊຽນ ຂອງ ຕີມໍ ເລສເຕ ໃນໄລຍະຜ່ານມາ, ພ້ອມສະແດງຄວາມຍິນດີ ຕໍ່ການເສີມຂະຫຍາຍ ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງ ສອງປະເທດ ໃຫ້ນັບມື້ໄດ້ຮັບການຍົກລະດັບສູງຂຶ້ນ ແລະ ມີບາດກ້າວອັນໃໝ່ໃນອະນາຄົດ ເພື່ອນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ.

ທີ່ມາ: ຂ່າວສານປະເທດລາວ

Comments