ຈັດຕັ້ງປະຕິບັດມາດຕະການ ສະກັດກັ້ນໄພເງິນເຟີ້ ແລະ ປັບປຸງນະໂຍບາຍເງິນຕາ

“ການຈັດຕັ້ງປະຕິບັດມາດຕະການ ການສະກັດກັ້ນໄພເງິນເຟີ້ ແລະ ປັບປຸງນະໂຍບາຍເງິນຕາ, ເປັນຕົ້ນ ຮັກສາອັດຕາເງິນເຟີ້ສະເລ່ຍໃນລະດັບ 1,5% ຊຶ່ງຢູ່ໃນຂອບສະພາແຫ່ງຊາດຮັບຮອງໝົດປີບໍ່ເກີນ 5%, ຮັກສາປະລິມານເງິນ M2 ຢູ່ໃນລະດັບ 9% ຊຶ່ງສະພາແຫ່ງຊາດຮັບຮອງສະເລ່ຍບໍ່ເກີນ 20%, ຮັກສາຄ່າເງິນກີບຢູ່ໃນກອບເໜັງຕີງບໍ່ເກີນ +5% ຕາມມະຕິສະພາແຫ່ງຊາດກຳນົດ, ຄຸ້ມຄອງສ່ວນຕ່າງລະຫວ່າງອັດຕາແລກປ່ຽນທະນາຄານທຸລະກິດ ແລະ ຕະຫຼາດ ສຳລັບເງິນກີບ ທຽບໃສ່ເງິນໂດລາສະຫະລັດ ສະເລ່ຍຢູ່ໃນລະດັບ 1,7% ແລະ ເງິນກີບ ທຽບໃສ່ເງິນບາດ ສະເລ່ຍຢູ່ໃນລະດັບ 0,4%  ຊຶ່ງເປັນອັດຕາທີ່ບໍ່ຕ່າງກັນຫຼາຍ“

ນອກຈາກນີ້, ລັດຖະບານກໍມີຄວາມຄືບໜ້າ ໃນການຈັດຕັ້ງປະຕິບັດວຽກງານທີ່ກຳນົດໃນມາດຕະການນີ້ ເປັນຕົ້ນການສົ່ງເສີມການຊຳລະສະສາງຜ່ານລະບົບທະນາຄານ,ການປັບປຸງໂຄງສ້າງລາຄານໍ້າມັນ (ຕັດຕົ້ນທຶນທີ່ພາໃຫ້ລາຄານໍ້າມັນສູງຂຶ້ນ), ການສົ່ງເສີມການໃຊ້ພະລັງງານທົດແທນ-ສົ່ງເສີມການນຳໃຊ້ລົດໄຟຟ້າໂດຍກຳນົດນະໂຍບາຍຫຼຸດຜ່ອນພາສີນຳເຂົ້າ, ສົ່ງເສີມການຜະລິດເປັນສິນຄ້າ ເພື່ອຫຼຸດຜ່ອນການນຳເຂົ້າ ແລະອື່ນໆ.

ລັດຖະບານຈະເພີ່ມຄວາມເອົາໃຈໃສ່ ໃນການຈັດຕັ້ງປະຕິບັດບາງວຽກທີ່ກຳນົດໃນມາດຕະການກ່ຽວກັບການສະກັດກັ້ນໄພເງິນເຟີ້ ແລະ ປັບປຸງນະໂຍບາຍການເງິນເປັນຕົ້ນ ການເພີ່ມຄັງສຳຮອງເງິນຕາຕ່າງປະເທດ ເພື່ອອຳນວຍຄວາມສະດວກ, ຊຸກຍູ້ ແລະ ຊ່ວຍເຫຼືອ ເພື່ອການຊຳລະສະສາງ; ການພັດທະນາຕະຫຼາດທຶນ ແລະ ຊຸກຍູ້ຕະຫຼາດຫຼັກຊັບ; ການຊຸກຍູ້, ສົ່ງເສີມ ແລະ ອຳນວຍຄວາມສະດວກໃນການຜະລິດສິນຄ້າ.

ທ່ານ ທອງລຸນ ສີສຸລິດ ກ່າວວ່າ: ສຳລັບ ການຈັດຕັ້ງປະຕິບັດມາດຕະການກ່ຽວກັບການປັບປຸງສະພາບແວດ ລ້ອມ ແລະ ອຳນວຍຄວາມສະດວກໃນການດຳເນີນທຸລະກິດ,ຊຶ່ງລັດຖະບານໄດ້ໃຫ້ຄວາມສຳຄັນ ແລະ ຖືເອົາວຽກງານການປັບປຸງບັນດາລະບຽບການ ແລະ ກົນໄກປະສານງານ ໃນການດຳເນີນທຸລະກິດຢູ່ ສປປລາວ ເປັນບຸລິມະສິດ ແລະ ແຕ່ລະຂະແໜງການໄດ້ເອົາໃຈໃສ່ຢ່າງຕັ້ງໜ້າຊອກຫາວິທີທາງແກ້ໄຂ ເພື່ອປັບປຸງຕົວຊີ້ວັດທີ່ຕິດພັນກັບຂະແໜງການຕົນໃຫ້ດີຂຶ້ນ ໂດຍຜ່ານການປຶກສາຫາລືກັນຢູ່ໃນຫຼາຍໆກອງປະຊຸມ.

ບັນຫາທີ່ກ່າວມາຂ້າງເທິງນີ້, ແນ່ນອນຈະຕ້ອງໄດ້ຮັບການແກ້ໄຂ, ລັດຖະບານຈະບໍ່ປະປ່ອຍໃຫ້ບັນຫາສືບຕໍ່ຄ້າງຄາບໍ່ມີທາງອອກ, ລັດຖະບານຈະສືບຕໍ່ຊີ້ນຳໃຫ້ຂະແໜງການກ່ຽວຂ້ອງຮັບຜິດຊອບລົງເລິກຕິດຕາມ,ກວດກາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດບັນດາມາດຕະການດັ່ງກ່າວພ້ອມທັງລາຍງານຄວາມຄືບໜ້າ ໃນການຈັດຕັ້ງປະ ຕິບັດໃຫ້ລັດຖະບານທຸກໆ 3 ເດືອນ.

ທີ່ມາ: Support Prime Minister Thongloun Sisoulith

Comments