ຮອງນາຍົກ ຢ້ຽມຢາມຜູ້ປະສົບໄພນໍ້າຖ້ວມ ທີ່ນະຄອນປາກເຊ

ໃນວັນທີ 5 ກັນຍາ 2019 ເວລາ 11: 40 ໂມງ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ທັງເປັນປະທານ ຄອບຄຸມໄພພິບັດແຫ່ງຊາດ ແຫ່ງ ສປປລ ໄດ້ລົງພົບປະຢ້ຽມຢາມພໍ່ແມ່ປະຊາຊົນຄົນລາວຊາວນະຄອນປາກເຊທີ່ກຳລັງຖືກປະສົບພົບບັນຫາໄພພິບັດນໍ້າຖ້ວມ ຫຼາຍໆບ້ານ

ໂອກາດນີ້ ທ່ານໄດ້ຂີ່ເຮືອກວດກາເບິ່ງເຮືອນຊານບ້ານຊ່ອງ, ເນື້ອທີ່ຜະລິດຂອງປະຊາຊົນຜູ້ປະສົບໄພນ້ຳຖ້ວມຢູ່ເຂດບ້ານແກ, ນະຄອນປາກເຊ.ຈາກນັ້ນກໍ່ໄດ້ມອບເຂົ້າສານອາຫານແຫ້ງ, ນ້ຳດື່ມເພື່ອເປັນການບັນເທົາທຸກເບື້ອງຕົ້ນແກ່ປະຊາຊົນ 4 ບ້ານ ຢູ່ທີ່ສູນພັກຊົ່ວຄາວໂຮງຮຽນມັດທະຍົມຕົ້ນແກ້ວສຳພັນ ເຊີ່ງມີປະຊາຊົນບ້ານແກ, ແກ້ວສຳພັນ, ຫ້ວຍປູນ ແລະ ບ້ານໂພນສະອາດຈຳນວນ 50 ຄອບຄົວ ແລະ ໄດ້ມອບເຄື່ອງຊ່ວຍເຫຼືອແກ່ປະຊາຊົນຢູ່ເຂດອື່ນໆອີກ.

ທັງນີ້, ເພື່ອນຳເອົາຄວາມເປັນຫ່ວງເປັນໄຍຂອງພັກ-ລັດຖະບານຕໍ່ປະຊາຊົນບັນດາເຜົ່າເວົ້າສະເພາະຕໍ່ຜູ້ປະສົບໄພນ້ຳຖ້ວມໃຫ້ມີກຳລັງໃຈອົດທົນຜ່ານຜ່າຄວາມຫຸ້ຍງຍາກຈົນກວ່າສະພາບຈະເຂົ້າສູ່ປົກກະຕິ.

Cr: ເກດສະໜາ ແກ້ວສຸວັນນະແສງ

Comments