ກະຊວງການເງິນ ໂຈະການປະຕິບັດໜ້າທີ່ຕໍ່ພະນັກງານສັງກັດຢູ່ກົມພາສີ ຍ້ອນຜູ້ກ່ຽວລະເມີດກົດໝາຍ

ລັດຖະມົນຕີກະຊວງການເງິນຕົກລົງ: ງົດການປະຕິບັດຫນ້າທີ່ຊົ່ວຄາວຕໍ່ພະນັກງານສັງກັດຢູ່ກົມພາສີຍ້ອນຜູ້ກ່ຽວລະເມີດກົດໝາຍ ແລະ ລະບຽບການດັ່ງມີລາຍຊື່ລຸ່ມນີ້:
1. ທ້າວ ພຸດສະດາວັນ ອິນສີຊຽງໃໝ່
2. ທ້າວ ທິວາພອນ ສຸລິນທອນ
3. ທ້າວ ສະຫງວນຈິດ ວົງເດືອນ
4. ທ້າວ ສີຈັນ ອິນທິວົງ

ພະນັກງານທີ່ຖືກງົດປະຕິບັດໜ້າທີ່ຊົ່ວຄາວບໍ່ມີສິດເຄື່ອນໄຫວວຽກງານທາງລັດຖະການ ແລະ ເຄື່ອນໄຫວວຽກອື່ນໆທີ່ເປັນການປັ່ນປ່ວນ ແລະ ກໍຄວາມບໍ່ສະຫງົບທີ່ມີຜົນສະທ້ອນຕໍ່ບຸກຄົນແລະການຈັດຕັ້ງພັກ-ລັດ ຢ່າງເດັດຂາດ ແລະ ຕ້ອງມອບວຽກທີ່ຕົນເອງຮັບຜິດຊອບຄືນໃຫ້ການຈັດຕັ້ງທີ່ຕົນສັງກັດຢູ່ຢ່າງເປັນລາຍລັກອັກສອນ ແລະຂາດຕົວ
ໄລຍະງົດການປະຕິບັດໜ້າທີ່ຊົ່ວຄາວໃຫ້ຫັກເງີນເດືອນ ແລະ ເງີນອຸດຫນູນ 50% ໄວ້ ນັບແຕ່ງວດ 3 ປີ 2019 ເປັນຕົ້ນໄປ ຈົນກວ່າຈະສຳເລັດການດຳເນີນຕາມກົດລະບຽບກົດໝາຍ ຫ້ອງການກະຊວງການເງີິນ, ກົມຈັດຕັ້ງ ແລະ ພະນັກງານ, ກົມພາສີ, ທຸກພາກສ່ວນທີ່ກ່ຽວຂ້ອງຈົ່ງຮັບຮູ້ ແລະຈັດຕັ້ງປະຕິບັດຂໍ້ຕົກລົງສະບັບນີ້ຢ່າງເຂັ້ມງວດ, ໃຫ້ກົມພາສີເຜີຍແຜ່ຂໍ້ຕົກລົງສະບັບນີ້ໃຫ້ພະນັກງານ-ລັດຖະກອນຂອງຕົນຮັບຊາບຢ່າງທົ່ວເຖິງ ຂໍ້ຕົກລົງສະບັບນີ້ມີຜົນບັງຄັບໃຊ້ນັບແຕ່ວັນລົງລາຍເຊັ່ນເປັນຕົ້ນໄປ.

 

Comments