ເປີດເຝິກອົບຮົມການຂຽນຂ່າວແບບວິເຄາະ ໃຫ້ແກ່ສື່ມວນຊົນລາວ

ກົມສື່ມວນຊົນໜຸ່ມລາວ, ສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ ແລະ ອົງການ CFI Media Development ປະເທດຝຣັ່ງ ໄດ້ຈັດການເຝຶກອົບຮົມ ການຂຽນຂ່າວແບບວິເຄາະ ໃຫ້ແກ່ 14 ສໍານັກຂ່າວ ທີ່ມາຈາກວິທະຍຸ, ໂທລະພາບ, ໜັງສືພິມ, ວາລະສານ ແລະ ສື່ອອນລາຍ ທົ່ວນະຄອນຫຼວງວຽງຈັນ ພາຍໃຕ້ຫົວຂໍ້: “ການພັດທະນາແບບຍືນຍົງ”. ການເຝິກອົບຮົມໄດ້ຈັດຂຶ້ນລະຫວ່າງ 2-4 ກັນຍາ 2019 ທີ່ຜ່ານມາ ຢູ່ໂຮງແຮມ Lao Poet Hotel ນະຄອງຫຼວງວຽງຈັນ. ໂດຍການເປີດຊຸດເຝິກອົບຮົມຂອງທ່ານ  ທ່ານ ບຸນຕາ ເທບພະວົງ ຮອງເລຂາຄະນະບໍລິຫານຊາວໜຸ່ມປະຊາຊົນປະຕິວັດລາວ.

ການເຝິກອົບຮົມ, ນັກສື່ມວນຊົນ ຈະໄດ້ຮຽນຮູ້ ໃນຫົວຂໍ້ຫຼັກໆດັ່ງນີ້:

1.ແນວຄວາມຄິດຫຼັກຂອງການພັດທະນາແບບຍືນຍົງ, ການປ່ຽນແປງດິນຟ້າອາກາດ ແລະ ຜົນກະທົບຂອງການປ່ຽນແປງດິນຟ້າອາກາດຕໍ່ເສດຖະກິດຂອງລາວ,

2. ຜົນກະທົບຕໍ່ດິນຟ້າອາກາດຕໍ່ກັບວຽກງານສາທາລະນະສຸກ (ສຸຂະພາບ),

3. ທັກສະພື້ນຖານຂອງການຂຽນຂ່າວ/ກຳນົດຫົວຂໍ້ ແລະ ການສ້າງຄູ່ຮ່ວມງານດ້ວຍທ່າແຮງທີມີຢູ່,

4. ບົດບາດຂອງສື່ໃນການປົກປັກຮັກສາສິ່ງແວດລ້ອມ ແລະ ການພັດທະນາແບບຍືນຍົງ.

5. ການຂຽນກ່ຽວກັບບັນຫາທີ່ລະອຽດອ່ອນ ແລະ ການກວດກາ ການລາຍງານຂ່າວ ແລະ ຄວາມສ່ຽງຂອງການລາຍງານຂ່າວປອມ,

6. ການວາງແຜນຍຸດທະສາດໃນການສື່ສານ,

7. ການຂຽນຂ່າວ ລົງເລິກສະເພາະດ້ານ ຫຼືຊ່ຽວຊານສະເພາະດ້ານ,

8. ວິທີດຶງດູດຜູ້ອ່ານ ໃຫ້ມີຄວາມສົນໃຈໃນຂ່າວທີຂຽນ.

ນອກນັ້ນ, ກໍໄດ້ຖາມ-ຕອບ ສົນທະນາແລກປ່ຽນປະສົບການໃນດ້ານເກັບກຳຂ່າວຂອງນັກສື່ມວນຊົນທີ່ພົບຄວາມຫຍຸ້ງຍາກ ແລະ ຈຸດອ່ອນຂອງສື່ມວນຊົນລາວເຮົາມາແກ້ໄຂຮ່ວມກັນ.

ການເຝິກອົບຮົມດັ່ງກ່າວ, ຍັງຈະໄດ້ຈັດຂຶ້ນອີກເປັນຄັ້ງທີ 2 ເຊິ່ງຈະນັກສື່ມວນຊົນທຸກສຳນັກ ກໍຈະໄດ້ຂຽນຂ່າວ ໃນຫົວຂໍ້: ການພັດທະນາ ແບບຍືນຍົງ ໃນ ສປປ ລາວ ເປັນຂອງຕົນເອງເພື່ອວິເຄາະເຈາະເລິກໃນຫົວຂໍ້ຕ່າງໆທີ່ຕົນເອງສ້າງຂຶ້ນ ມາເຜີຍແພ່ໃຫ້ສັງຄົມໄດ້ຮັບຮູ້ກັນ.

Comments