ນາຍົກ ຊີ້ນຳໃຫ້ເລັ່ງຊ່ວຍເຫຼືອປະຊາຊົນ ທີ່ປະສົບໄພນໍ້າຖ້ວມ ໂດຍດ່ວນ

ວັນທີ 5 ກັນຍາ 2019 ທີ່ ສຳນັກງານນາຍົກລັດຖະມົນຕີ, ນະຄອນຫຼວງວຽງຈັນ, ໄດ້ຈັດກອງປະຊຸມດ່ວນ ເພື່ອປຶກສາຫາລືກ່ຽວກັບການແກ້ໄຂໄພພິບັດນໍ້າຖ້ວມ ຢູ່ບັນດາແຂວງພາກໃຕ້ ແລະ ພາກກາງຈຳນວນໜຶ່ງ.


ກ່ຽວກັບສະພາບນໍ້າຖ້ວມ ເນື່ອງຈາກຝົນຕົກໜັກ ທີ່ໄດ້ຮັບອິດທິພົນຂອງລົມພະຍຸໜຸນເຂດຮ້ອນໂພດູນ ແລະ ລົມພະຍຸດີເປຣຊັນ ທີ່ພັດຜ່ານເຂົ້າມາ ສປປ ລາວ ໃນໄລຍະທ້າຍເດືອນສິງຫາ ຫາ ຕົ້ນເດືອນ ກັນຍາ 2019.

ສະພາບຜົນກະທົບ ແລະ ການຊ່ວຍເຫຼືອສຸກເສີນ ຢູ່ 6 ແຂວງ ທີ່ໄດ້ຮັບຜົນກະທົບ ມີຄື: ແຂວງຄຳມ່ວນ, ແຂວງສະຫວັນນະເຂດ, ແຂວງອັດຕະປື, ແຂວງສາລະວັນ, ແຂວງຈຳປາສັກ ແລະ ແຂວງເຊກອງ.

ປັດຈຸບັນ, ສະພາບນໍ້າຖ້ວມໃນຄັ້ງນີ້ ໄດ້ສົ່ງຜົນກະທົບ 37 ເມືອງ, 788 ບ້ານ, 54.207 ຄອບຄົວ, ໂດຍມີເສຍຊີວິດ 2 ຄົນ, ສູນຫາຍ 2 ຄົນ, ປະຊາຊົນຍົກຍ້າຍ 3.400 ກວ່າຄອບຄົວ, ແລະ ໄດ້ສ້າງຄວາມເສຍຫາຍຕໍ່ຊັບສິນ ແລະ ເນື້ອທີ່ ທຳມາຫາກິນຂອງປະຊາຊົນ, ອາຄານສະຖານທີ່, ໂຮງຮຽນ, ສຸກສາລາ, ຊົນລະປະທານ, ຖະໜົນຫົນທາງ ແລະ ອື່ນໆ ເປັນຈຳນວນຫຼວງຫຼາຍ. ສຳລັບຄວາມຕ້ອງການຮີບດ່ວນ ແມ່ນລວມມີ ເຄື່ອງອຸປະໂພກ-ບໍລິໂພກ, ໂດຍສະເພາະ ອາຫານ, ນໍ້າດື່ມ, ເຄື່ອງໃຊ້ຄົວເຮືອນ, ເຄື່ອງນອນ, ເຄື່ອງກອງນ້ຳ, ເຮືອ ແລະ ງົບປະມານຮັບໃຊ້ ເປັນຕົ້ນ.

ກອງປະຊຸມ ໄດ້ລົງເລິກປຶກສາຫາລື ມາດຕະການແກ້ໄຂສຸກເສີນ ໂດຍສະເພາະການຊ່ວຍເຫຼືອປະຊາຊົນ ທີ່ຍັງຕິດຄ້າງຢູ່ ບ່ອນນ້ຳຖ້ວມ ແລະ ຄວາມຮັບຜິດຊອບຂອງແຕ່ລະຂະແໜງການກ່ຽວຂ້ອງ.

ທ່ານ ນາຍົກລັດຖະມົນຕີ ໄດ້ຊີ້ນຳໃຫ້ຈັດສົ່ງເຮືອ, ເຄື່ອງອຸປະໂພກ-ບໍລິໂພກ ແລະ ງົບປະມານຈຳນວນໜຶ່ງ ໃຫ້ແກ່ບັນດາແຂວງທີ່ໄດ້ຮັບຜົນກະທົບ ຢ່າງຮີບດ່ວນ, ພ້ອມທັງ ໄດ້ຊີ້ນຳໃຫ້ບັນດາກະຊວງ ໃຫ້ຮີບຮ້ອນຈັດຕັ້ງປະຕິບັດ ດັ່ງນີ້:

  • ໃຫ້ກະຊວງປ້ອງກັນປະເທດ ສືບຕໍ່ຊີ້ນຳ, ຈັດຕັ້ງກຳລັງທະຫານ, ພາຫະນະ, ໜ່ວຍແພດສຸກເສີນ ເຂົ້າຊ່ວຍເຫຼືອປະຊາຊົນ ທີ່ກຳລັງປະສົບໄພນໍ້າຖ້ວມ ໃຫ້ທັນການ ແລະ ທົ່ວເຖິງ;
  • ໃຫ້ກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ ວາງແຜນແກ້ໄຂ ແລະ ຊ່ວຍເຫຼືອ ໃຫ້ດີ ແລະ ແທດຕົວຈິງ ;
  • ໃຫ້ກະຊວງປ້ອງກັນຄວາມສະຫງົບ ເອົາໃຈໃສ່ ຕໍ່ວຽກງານປ້ອງກັນຄວາມສະຫງົບໃຫ້ດີ ໂດຍສະເພາະການປົກປັກຮັກສາວັດຖຸສິ່ງຂອງ ຂອງປະຊາຊົນ ໃນພາວະເກີດໄພພິບັດສຸກເສີນຄືປັດຈຸບັນ ເພື່ອບໍ່ໃຫ້ມີການສວຍໂອກາດຂອງຄົນບໍ່ດີ;
  • ໃຫ້ກະຊວງການເງິນ ແລະ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ສົມທົບກັນ ຈັດສັນງົບປະມານ ເພື່ອແກ້ໄຂໄພພິບັດຄັ້ງນີ້ ໃຫ້ໄດ້ຮັບຜົນເປັນຢ່າງດີ;
  • ໃຫ້ກະຊວງໂຍທາທິການ ແລະ ຂົນສົ່ງ ເອົາໃຈໃສ່ເກັບກຳຂໍ້ມູນ ແລະ ເລັ່ງແກ້ໄຂບັນຫາເສັ້ນທາງ, ຂົວ ແລະ ອື່ນໆ ທີ່ເປ່ເພເສຍຫາຍ ແລະ ບາງເສັ້ນທາງທີ່ຖືກຕັດຂາດ ໃຫ້ສາມາດສັນຈອນໄປມາໄດ້;
  • ໃຫ້ກະຊວງສາທາລະນະສຸກ ສົມທົບກັບກະຊວງປ້ອງກັນປະເທດ ຈັດຕັ້ງພະນັກງານແພດ-ໝໍ, ອຸປະກອນການແພດທີ່ຈຳເປັນ, ຢາປ້ອງກັນ ແລະ ປິ່ນປົວພະຍາດ ໄປຊ່ວຍ ເຫຼືອປະຊາຊົນ ຕາມຈຸດເຕົ້າໂຮມຕ່າງໆ ຂອງແຂວງທີ່ໄດ້ຮັບຜົນກະທົບ;
  • ໃຫ້ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ອອກຂ່າວແຈ້ງເຕືອນ, ແນະນຳ ແລະ ໃຫ້ຂໍ້ມູນຕ່າງໆ ແກ່ປະຊາຊົນ ຢ່າງເປັນປະຈຳ ແລະ ທັນການ;
  • ຄຽງຄູ່ກັນນັ້ນ ກໍ່ຕ້ອງໄດ້ເອົາໃຈໃສ່ແກ້ໄຂບັນຫາ ການອອກຂ່າວທີ່ບໍ່ມີມູນຄວາມຈິງ, ໃສ່ຮ້າຍປ້າຍສີ ແລະ ອື່ນໆ ຂອງສື່ສັງຄົມອອນລາຍຈຳນວນໜຶ່ງ ຢ່າງທັນການ; ໃຫ້ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເອົາໃຈໃສ່ຕິດຕາມສະພາບດິນຟ້າອາກາດ ແລະ ອອກຂ່າວໃຫ້ສັງຄົມຮັບຊາບ ຜ່ານສື່ຕ່າງໆ (ໂທລະພາບ, ວິທະຍຸ, ສື່ອອນລາຍ ແລະ ໜັງສືພິມ) ຢ່າງທັນການ ແລະ ເປັນປົກກະຕິ ເພື່ອໃຫ້ປະຊາຊົນມີສະຕິ ແລະ ກຽມພ້ອມຮັບມື.

ພ້ອມກັນນີ້, ໃຫ້ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ອອກແຈ້ງການ ກ່ຽວກັບສະພາບດິນຟ້າອາກາດ ແລະ ການກະກຽມຮັບມື ແລະ ແກ້ໄຂຜົນກະທົບຈາກໄພພິບັດ ເພື່ອໃຫ້ ຂະແໜງການ ແລະ ທ້ອງຖິ່ນ ຮັບຊາບ ແລະ ຈັດຕັ້ງປະຕິບັດ; ໃຫ້ກະຊວງພະລັງງານ ແລະ ບໍ່ແຮ່ ເອົາໃຈໃສ່ຊີ້ນຳ ແລະ ຕິດຕາມ ກ່ຽວກັບການບໍລິຫານ ແລະ ຈັດການນ້ໍາ ຢູ່ເຂື່ອນຕ່າງໆ ໃຫ້ຮັບປະກັນຄວາມປອດໄພ ແລະ ແກ້ໄຂ ຢ່າງທັນການ; ໃຫ້ກະຊວງກະສິກຳ ແລະ ປ່າໄມ້ ກະກຽມແຜນດ້ານຕ່າງໆ ເປັນຕົ້ນ ແນວພັນພືດ-ສັດ, ຝຸ່ນ-ປຸ໋ຍ, ປັດໄຈການຜະລິດ ແລະ ອື່ນໆ ເພື່ອຊ່ວຍເຫຼືອປະຊາຊົນ ພາຍຫຼັງນໍ້າບົກແຫ້ງ.

ທີ່ມາ: Lao National Radio

Comments