Author Archives: Paeng KC

“ໂລກນີ້ບໍ່ຍຸຕິທໍາດອກ ເຈົ້າຕ້ອງເປີດໃຈຍອມຮັບ”

“ໂລກນີ້ບໍ່ຍຸຕິທໍາດອກ ເຈົ້າຕ້ອງເປີດໃຈຍອມຮັບ”ທ່ານບິວເກດ (Bill Gates) ເສດຖີອັນດັບຕົ້ນຂອງໂລກ ຜູ້ບຸກເບີກ “ໂປຣແກຣມ” ລະບົບປະຕິບັດການຄອມພິວເຕີ ໄດ້ກ່າວໄວ້. ເພາະທຸກສິ່ງທຸກຢ່າງມັນມີເຫດ ແລະຜົນທີ່ຈະຕ້ອງເປັນແບບນັ້ນ ແລະຖ້າເບິ່ງໃນອີກມຸມໜຶ່ງ ການທີ່ມັນເປັນແບບນັ້ນ ກໍອາດຖືວ່າຍຸຕິທຳດີແລ້ວ … ແມ່ນແນວໃດກັນແທ້? ຄໍລໍາໃໝ່ “Change in Mindset” ຄໍລໍາທີ່ຈະເຮັດໃຫ້ທ່ານຕັ້ງຄໍາຖາມ ກັບຄວາມເຊື່ອແບບເກົ່າໆ ໃນແນວຄວາມຄິດແບບໃໝ່ໆ ເຊິ່ງບົດຄວາມທຳອິດ ເຮົາຈະມາໃຫ້ທ່ານຕັ້ງຄຳຖາມກັບ “ຄວາມຮັ່ງມີ”. ທ່ານອາດເຄີຍໄດ້ຍິນຄວາມຄິດຂອງຫຼາຍໆຄົນທີ່ວ່າ “ຄົນຮັ່ງມີຄວນຈະແບ່ງຊັບສິນມາໃຫ້ຄົນທຸກຍາກແດ່ ເພື່ອໃຫ້ເກີດຄວາມເທົ່າທຽມກັນໃນສັງຄົມ” ຫຼືບາງຄົນອາດຄິດຫຼິ້ນໆວ່າ “ລັດຖະບານຄວນຈະເອົາເງິນຈາກກຸ່ມຄົນທີ່ຮັ່ງມີແລ້ວມາແຈກຢາຍແກ່ປະຊາຊົນຜູ້ທຸກຍາກ ຫຼື ຄວນຈະເກັບພາສີອາກອນຄົນຮັ່ງມີໃຫ້ຫຼາຍຂຶ້ນ” ເພື່ອແກ້ໄຂບັນຫາຄວາມທຸກຍາກ ແນວຄິດການແບ່ງປັນຊັບພະຍາກອນແບບນີ້ ມີໃຫ້ເຫັນຢູ່ທົ່ວໂລກມາດົນແລ້ວ ຈົນເຮັດໃຫ້ເກີດມີນິທານທີ່ໂດ່ງດັງ ຈົນຖືກສ້າງເປັນກາຕູນ ແລະຮູບເງົາຂຶ້ນມາເຊັ່ນ: ໂຣບິນຮູດ (Robin hood) ທີ່ມີເນື້ອເລື່ອງກ່າວເຖິງຊາຍຄົນໜຶ່ງໄປປຸ້ນເງິນຂອງຄົນຮັ່ງມີ ເພື່ອເອົາມາແຈກຢາຍໃຫ້ຄົນທຸກຍາກສ່ວນຕົວພະເອກທີ່ເປັນໂຈນກໍໄດ້ຮັບຄຳຍ້ອງຍໍຊົມເຊີຍທີ່ເຮັດແບບນັ້ນ. ທ່ານຄິດວ່ານັ້ນແມ່ນຄວາມຍຸຕິທຳທາງສັງຄົມແລ້ວບໍ່? ແລ້ວວິທີນີ້ມັນຊ່ວຍໃຫ້ຄົນທຸກຍາກ ຮັ່ງມີຂຶ້ນໄດ້ແນວໃດ? ແລ້ວຍ້ອນຫຍັງ ຄົນຮັ່ງ ຈຶ່ງຮັ່ງມີຫຼາຍຂຶ້ນ? ເຮົາລອງມາຄົ້ນຫາຄຳຕອບພ້ອມໆກັນເລີຍ. ເປັນຫຍັງຄົນຮັ່ງ ຈຶ່ງຮັ່ງມີຫຼາຍຂຶ້ນ? ຄົນທີ່ຮັ່ງມີ ແມ່ນມາຈາກຫຼາຍສາເຫດ ບາງຄົນກໍໄດ້ຮັບມໍລະດົກຈາກພໍ່-ແມ່, ບາງຄົນກໍຮັ່ງມີຍ້ອນໄດ້ແຕ່ງດອງກັບຜູ້ທີ່ມີຖານະດີ ບາງຄົນກໍຍ້ອນຖືກເລກ ຖືກລາງວັນໃຫຍ່ໆ ບາງຄົນກໍໄດ້ມາຈາກການສໍ້ໂກງຄົນອື່ນ ...

Read More »

ຄອນໂດສຸດຫຼູໃນເຂດ Phayathai ໂຄງການຈາກ Sansiri ແນ່ໃສ່ພັດທະນາຊີວິດການເປັນຢູ່ຂອງຄົນເມືອງຫຼວງ

ໃນທຸກໄລຍະເວລາຂອງມື້, ແຖວເຂດ Phayathai ທີ່ຕັ້ງຢູ່ໃຈກາງກຸງເທບມະຫານະຄອນແມ່ນຄຶກຄື້ນໄປດ້ວຍກິດຈະກຳຕ່າງໆ. ຜູ້ພັກອາໄສ, ພະນັກງານຫ້ອງການ, ນັກທ່ອງທ່ຽວ ແລະ ຜູ້ທີ່ມາຢ້ຽມຢາມຕ່າງກໍໄດ້ຮັບຜົນປະໂຫຍດຈາກຄວາມສະດວກສະບາຍໃນການເຂົ້າເຖິງການຂົນສົ່ງສາທາລະນະຮູບແບບຕ່າງໆທີ່ເຊື່ອມຕໍ່ກັບເຂດໃຈກາງເມືອງທີ່ເປັນແຫຼ່ງສູນການຄ້າ, ສະຖາບັນສຶກສາ ແລະ ສິ່ງອຳນວຍຄວາມສະດວກອື່ນໆທີ່ໃຫຍ່ທີ່ສຸດໃນກຸງເທບ. ແນ່ນອນວ່າ, ໂຄງການ XT Phayathai ກໍບໍ່ພາດທີ່ຈະເປີດໂຕຫ້ອງພັກສຸດຫຼູໃນເຂດດັ່ງກ່າວ.  ໂດຍເປັນສ່ວນໜຶ່ງຂອງ Sansiri ພາຍໃຕ້ “ແບຣນ” XT ທີ່ແນໃສ່ພັດທະນາຊີວິດການເປັນຢູ່, ໂຄງການນີ້ໄດ້ເຂົ້າມາເປັນສ່ວນເຕີມເຕັມໃຫ້ແກ່ເຂດທີ່ພັກອາໄສດັ່ງກ່າວເພື່ອໃຫ້ປະຊາຊົນສາມາດເຮັດວຽກ, ທ່ຽວຫຼິ້ນ ແລະ ເດີນທາງໄປມາໄດ້ຕາມອັດທະຍາໄສ. ດ້ວຍລົດໄຟຟ້າ BTS ທີ່ຕັ້ງຢູ່ຫ່າງພຽງແຕ່ 600 ແມັດ, ລົດໄຟທີ່ເຊື່ອມຕໍ່ ແລະ ໃຊ້ເວລາເດີນທາງໂດຍກົງຫາສະໜາມບິນສຸວັນນະພູມພຽງແຕ່ 30 ນາທີ, ແລະ ທາງດ່ວນສາຍຕ່າງໆເຮັດໃຫ້ມີເສັ້ນທາງໃນການເດີນທາງໄປພາກສ່ວນອື່ນໆຂອງເມືອງໄດ້ສະດວກ. ຂົງເຂດດັ່ງກ່າວຍັງຈະໄດ້ຮັບຜົນປະໂຫຍດເພີ່ມຕື່ມຈາກລົດໄຟຟ້າ BTS ສາຍສີສົ້ມທີ່ຈະຖືກຂະຫຍາຍຕື່ມອີກໃນອະນາຄົດ. ໃນຖານະຜູ້ພັດທະນາການບໍລິການດ້ານອະສັງຫາລິມາຊັບຄົບວົງຈອນຊັ້ນນ້ຳຂອງປະເທດໄທທັງຍັງເປັນຜູ້ບຸກເບີກປະສົບການດ້ານທີ່ພັກອາໄສຂອງຄົນລຸ້ນໃໝ່, Sansiri ຈຶ່ງໄດ້ພັດທະນາແບຣນ XT ສຳລັບຄົນຍຸກ Millennial ໃຫ້ກາຍເປັນ “XT ທີ່ສົ່ງເສີມຮູບແບບການໃຊ້ຊີວິດ” ໂດຍເນັ້ນໜັກກຸ່ມລູກຄ້າໃນຕະຫຼາດທີ່ຕ້ອງການພື້ນທີ່ພັກອາໄສທີ່ມີຊີວິດຊີວາອັນແທດເໝາະ ແລະ ເຕີມເຕັມໃຫ້ແກ່ຮູບແບບການໃຊ້ຊີວິດອັນຟົດຟື້ນໃນຕົວເມືອງ. ອາຄານທີ່ພັກທັງສອງຫຼັງຂອງໂຄງການຖືກສ້າງຂຶ້ນໃນຮູບຊົງທັນສະໄໝ, ເຕັມໄປດ້ວຍຄວາມຮູ້ສຶກອົບອຸ່ນ ແລະ ເປັນມິດທີ່ອອກແບບໂດຍອີງຕາມຮູບຊົງຂອງຮັງນົກ. ໂຄງການນີ້ປະກອບມີອາຄານ 41 ...

Read More »

ຕ້ອງຫາເວລາໄປໃຫ້ໄດ້!!! ງານວາງສະແດງຮູບພາບ ສະເຫຼີມສະຫຼອງ ວັນຊາດ ສປ ຈີນ ຄົບຮອບ 70 ປີ

ວັນທີ 25 ກັນຍາ 2019, ວິທະຍຸສາກົນ ແຫ່ງປະເທດຈີນ CRI ປະຈຳລາວ, ໄດ້ເປີດງານວາງສະແດງຮູບພາບ ພາຍໃຕ້ຫົວຂໍ້ “ພະລັງແຫ່ງການກ້າວເດີນ” ເພື່ອເປັນການສະເຫຼີມສະຫຼອງ ວັນສະຖາປະນາ ສປ ຈີນ ຄົບຮອບ 70 ປີ ໃນວັນທີ 1 ຕຸລາ 2019 ທີ່ຈະມາເຖິງນີ້ (1949 ຫາ ປີ 2019) ແລະ ເປັນການສ້າງບັນຍາກາດ ປີທ່ອງທ່ຽວລາວຈີນ ປີ 2019 ໃຫ້ຄຶກຄື້ນ, ໃຫ້ກຽດເຂົ້າຮ່ວມງານໂດຍທ່ານ ປິ່ນປາດໜາ ພັນທະມາລີ  ຫົວໜ້າກົມສື່ມວນຊົນ  ກະຊວງຖະແຫຼງຂ່າວ,​ ວັດທະນະທຳ ແລະ ທ່ອງທ່ຽວ, ທ່ານ ບົວແກ້ວ ພູມວົງໄຊ ຫົວໜ້າກົມການຂ່າວ ກະຊວງການຕ່າງປະເທດ, ມີບັນດາພາກສ່ວນທີ່ກ່ຽວຂ້ອງ, ແຂກຖືກເຊີນເຂົ້າຮ່ວມຢ່າງຄຶກຄື້ນ. ງານວາງສະແດງຮູບພາບ “ພະລັງແຫ່ງການກ້າວເດີນ” ແມ່ນໄດ້ຈັດຂຶ້ນຢູ່ທີ່ສູນການຄ້າວຽງຈັນເຊັນເຕີ້ ແລະ ຈະໄດ້ເປີດໃຫ້ທຸກຄົນໄດ້ເຂົ້າຊົມຕັ້ງແຕ່ມື້ນີ້ຈົນຮອດວັນທີ 2 ເດືອນຕຸລາ, ເຊິ່ງເປີດໃຫ້ຊົມໂດຍບໍ່ເສຍຄ່າ. ທ່ານ ນາງ ສຸດທິດາ ຫົວໜ້າ ວິທະຍຸຈີນສາກົນ ...

Read More »

ເຊີນຊວນ!!! ເຂົ້າຮ່ວມແລ່ນ 385 ກິໂລ ເພື່ອເດັກນ້ອຍ ແລະເພື່ອບັນເທົາໄພພິບັດ

ໂຄງການ “ແລ່ນ 385 ກິໂລ ເພື່ອເດັກນ້ອຍ ແລະ ເພື່ອບັນເທົາໄພພິບັດ” ແມ່ນການແລ່ນແຕ່ນະຄອນຫຼວງວຽງຈັນ ຫາ ນະຄອນຫຼວງພະບາງ ເພື່ອລະດົມທຶນ ຊ່ວຍໂຮງໝໍເດັກທີ່ຫຼວງພະບາງ ແລະ ຊ່ວຍບັນເທົາໄພນ້ຳຖ້ວມ ແລະ ໄພພິບັດອື່ນໆ. ງານຖະແຫຼ່ງຂ່າວເພື່ອຈັດງານແລ່ນຄັ້ງນີ້ ຈະໄດ້ຈັດຂຶ້ນຢູ່ ທີ່ຮ້ານຂອບໃຈເດີ ໃນວັນອາທິດ ທີ່ 29 ກັນຍາ 2019 ເວລາບ່າຍ 2 ໂມງ ທີ່ຈະມາເຖິງນີ້. ດັ່ງນັ້ນ, ຈຶ່ງຢາກເຊີນຊວນນັກແລ່ນອາຊີບ ຫຼື ສະໝັກຫຼິ້ນ ທັງພາຍໃນ ແລະ ຕ່າງປະເທດ ເຂົ້າຮ່ວມງານ ແລະ ເຂົ້າຮ່ວມແລ່ນນຳໂຄງການເພື່ໍອເປັນສ່ວນໜຶ່ງຂອງການຊ່ວຍເຫຼືອສັງຄົມກັບທີມວີຣັນ. ໂຄງການ “ແລ່ນ 385 ກິໂລ ເພື່ອເດັກນ້ອຍ ແລະເພື່ອບັນເທົາໄພພິບັດ” ແມ່ນສ່ວນໜຶ່ງຂອງການສະເຫຼີມສະຫຼອງຄົບຮອບ 5 ປີຂອງທີມວີຣັນໂດຍມີຈຸດປະສົງເພື່ອສືບຕໍ່ຊ່ວຍເຫຼືອດ້ານສຸຂະພາບຂອງເດັກນ້ອຍຜ່ານໂຮງໝໍເພື່ອນລາວສຳລັບເດັກນ້ອຍເປັນປີທີ່ 5 ແລະ ເພື່ອປະກອບສ່ວນເຂົ້າໃນການຕອບສະໜອງການບັນເທົາທຸກຕໍ່ໄພນ້ຳຖ້ວມທີ່ກຳລັງເກີດຂຶ້ນ ທາງພາກໃຕ້ຂອງປະເທດລາວ. ເປົ້າໝາຍແລະຈຸດປະສົງ: ຊ່ວຍເຫຼືອດ້ານສຸຂະພາບຂອງເດັກນ້ອຍຢູ່ແຂວງຫຼວງພະບາງແລະບັນດາແຂວງທາງພາກເໜືອຂອງລາວ. ໃຫ້ການຊ່ວຍເຫຼືອປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມແລະໄພພິບັດທາງທຳມະຊາດອື່ນໆ. ສົ່ງເສີມການມີຊີວິດທີ່ມີສຸຂະພາບທີ່ແຂງແຮງ. ສົ່ງເສີມການແລ່ນໄລຍະໄກຢູ່ໃນລາວ. ສະຫຼອງຄົບຮອບ 5 ປີຂອງທີມວີຣັນຢ່າງມີປະໂຫຍດ. ການແລ່ນ 385 ກມ ຈາກນະຄອນຫຼວງວຽງຈັນຫາຫຼວງພະບາງເປັນເວລາ 4 ...

Read More »

ແຂວງຈຳປາສັກ ໄດ້ຮັບເຄື່ອງຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມແລ້ວ ມູນຄ່າ 5 ຕື້ກ່ວາກີບ

ແຂວງຈຳປາສັກໄດ້ຮັບເຄື່ອງຊ່ວຍເຫລືອຜູ້ປະສົບໄພນ້ຳຖ້ວມແລ້ວ ມູນຄ່າ 5 ຕື້ກ່ວາກີບປັດຈຸບັນ ແຂວງຈຳປາສັກໄດ້ຮັບການຊ່ວຍເຫລືອຜູ້ປະ ສົບໄພນ້ຳຖ້ວມແລ້ວ ມູນຄ່າ 5 ຕື້ 100 ກວ່າລ້ານກີບ ໃນນັ້ນແມ່ນລວມທັງພາກລັດ, ບຸກຄົນ, ນິຕິບຸກຄົນ, ນັກທຸລະກິດ, ທັງພາຍໃນ ແລະ ຕ່າງປະເທດ ເຊິ່ງທ່ານ ບົວລິນ ວົງພະຈັນ ຮອງເຈົ້າແຂວງ ຈຳປາສັກ, ປະທານຄະນະກຳມະການປ້ອງ ກັນ,ຄວບຄຸມ ແລະ ຟື້ນຟູໄພພິບັດແຂວງ ຈຳປາສັກ ໃຫ້ສຳພາດວ່າ: ລັດຖະບານກໍ່ຄືອຳນາດການປົກຄອງທຸກຂັ້ນໄດ້ເອົາໃຈໃສ່ຕໍ່ການຊ່ວຍເຫລືອປະຊາຊົນ ເປັນຕົ້ນແມ່ນໄດ້ລົງໄປໃກ້ຊິດຕິດ ແທດ ແລະ ມອບເຄື່ອງອຸປະໂພກ, ບໍລິໂພກຊ່ວຍເຫລືອປະຊາຊົນ ແລ້ວໃນແຕ່ລະບ້ານ, ຄອບຄົວໃດຂາດທີ່ຢຸ່ອາໄສ ເຮືອນຖືກນໍ້າຖ້ວມຊຸເສຍຫາຍ ກໍເລັ່ງໃຫ້ການແກ້ໄຂ. ນອກຈາກໄດ້ມອບເຄື່ອງອຸປະໂພກ, ບໍລິໂພກ ແລ້ວ ກໍໄດ້ຈັດຊື້ເຂົ້າກິນ ເພື່ອແຈກຢາຍໃຫ້ປະຊາຊົນຜູ້ປະສົບໄພນ້ຳຖ້ວມແລ້ວ 66 ໂຕນ, ໃນນັ້ນເມືອງຊະນະສົມບູນ 10 ໂຕນ, ນະຄອນປາກເຊ 10 ໂຕນ, ປະທຸມພອນ 10 ໂຕນ, ໂພນທອງ 5 ໂຕນ, ປາກຊ່ອງ 4 ໂຕນ, ...

Read More »

ເມື່ອເກີດຂໍ້ຂັດແຍ່ງຈາກການເຮັດທຸລະກິດຈະແກ້ໄຂແນວໃດ?

ໃນການດໍາເນີນທຸະກິດ ແນ່ນອນວ່າບໍ່ໄດ້ງ່າຍສະເໝີໄປ ເພາະມີບັນຫາໃຫ້ແກ້ໄຂ ແລະປັບປຸງຢູ່ຕະຫຼອດເວລາ ເຊິ່ງບາງຄັ້ງ ອາດຫຼີກບໍ່ພົ້ນເລື່ອງຂອງການເກີດຂໍ້ຂັດແຍ່ງ ກັບຄູ່ຮ່ວມທຸລະກິດ ເຊິ່ງອາດເກີດມາຈາກ ການບໍ່ປະຕິບັດຕາມສັນຍາ ຫຼື ປະຕິບັດສັນຍາ ແບບບໍ່ມີຄຸນນະພາບເຊິ່ງສ້າງຄວາມເສຍຫາຍ ຫຼື ຄວາມບໍ່ພໍໃຈ ໃຫ້ແກ່ຄູ່ຮ່ວມທຸລະກິດ. ເມື່ອສັນຍາທີ່ເຊັນກັນ ບໍ່ໄດ້ຮັບການປະຕິບັດ ຜູ້ໄດ້ຮັບຄວາມເສຍຫາຍ ອາດຕັ້ງຄໍາຖາມວ່າ ຕົນເອງຄວນເຮັດແນວໃດ, ເລີ່ມຈາກຂັ້ນຕອນໃດ ແລະ ມີວິທີການແກ້ໄຂທາງກົດໝາຍແນວໃດເພື່ອປົກປ້ອງທຸລະກິດ, ສິດ ແລະ ຜົນປະໂຫຍດອັນຊອບທໍາຂອງຕົນ. ໃນການແກ້ໄຂຂໍ້ຂັດແຍ່ງ ທີ່ເກີີດຂຶ້ນຈາກການດໍາເນີນທຸລະກິດນັ້ນ ສາມາດແກ້ໄຂໄດ້ດ້ວຍຫຼາຍວິທີດ້ວຍກັນ ໂດຍຂຶ້ນກັບວ່າ ສັນຍາທີ່ໄດ້ເຊັນກັນນັ້ນ ກໍານົດວິທີການແກ້ໄຂຂໍ້ຂັດແຍ່ງໄວ້ແບບໃດ. ໃນກໍລະນີທີ່ສັນຍາ ຫາກບໍ່ໄດ້ກໍານົດວິທີການແກ້ໄຂຂໍ້ຂັດແຍ່ງໄວ້ຄູ່ກໍລະນີ ກໍສາມາດພິຈາລະນາ ເລືອກເອົາວິທີການແກ້ໄຂຂໍ້ຂັດແຍ່ງໃດໜຶ່ງ ທີ່ເຫັນວ່າເໝາະສົມ ຂ້າງລຸ່ມນີ້: ການແກ້ໄຂຂໍ້ຂັດແຍ່ງ ດ້ວຍການປະນີປະນອມໂດຍ ຄູ່ຮ່ວມທຸລະກິດ…. ການແກ້ໄຂຂໍ້ຂັດແຍ່ງ ດ້ວຍຄູ່ຮ່ວມທຸລະກິດເອງ ຖືເປັນບາດກ້າວທໍາອິດໃນການເລີ່ມຕົ້ນທີ່ດີ ໃນການແກ້ໄຂບັນຫາ ໂດຍຜູ້ໄດ້ຮັບຄວາມເສຍຫາຍ ຄວນແຈ້ງເປັນລາຍລັກອັກສອນໃຫ້ ແກ່ອີກຝ່າຍຮັບຮູ້ ຕໍ່ການລະເມີດນັ້ນ ແລະ ເພື່ອໃຫ້ຢຸດເຊົາການລະເມີດສັນຍາດັ່ງກ່າວ. ການແຈ້ງເປັນລາຍລັກອັກສອນ ໃຫ້ຄູ່ກໍລະນີທີ່ລະເມີດສັນຍາ ແມ່ນເປັນຜົນດີອີກຢ່າງໜຶ່ງ ເພາະຖືໄດ້ວ່າ ເຮົາບໍ່ໄດ້ຍອມຮັບ ຫຼື ເຫັນດີໃຫ້ມີການລະເມີດດັ່ງກ່າວ. ແຕ່ໂດຍສ່ວນໃຫຍ່ການແກ້ໄຂໃນລັກສະນີ້ ບໍ່ໄດ້ຮັບຜົນດີ ...

Read More »

ລັດຖະບານ!! ນຳເອົາເຂົ້າສານຄັງແຮ່ອອກມາແຊກແຊງຊ່ວຍປະຊາຊົນ ຍ້ອນລາຄາຂຶ້ນກາຍ 20%

ນະຄອນຫຼວງວຽງຈັນ ນຳເອົາເຂົ້າຈາກຄັງແຮ 2 ພັນໂຕນ ອອກມາແຊກແຊງລາຄາຕະຫຼາດ ພາຍຫຼັງເຂົ້າຂຶ້ນກາຍ 20% ພິທີເປີດຈຳໜ່າຍເຂົ້າຄັງແຮແຊກແຊງລາຄາ ແລະ ດັດສົມຕະຫຼາດ ຈັດຂຶ້ນໃນວັນທີ 23 ກັນຍາ 2019 ທີ່ຕະຫຼາດສະອາດຊາວບ້ານ, ບ້ານດົງຄໍາຊ້າງ, ເມືອງຫາດຊາຍຟອງ. ຈາກສະພາບລາຄາສິນຄ້າປະເພດເຂົ້າ ເລີ່ມແຕ່ທ້າຍເດືອນມີຖຸນາອເຖິງ ຕົ້ນເດືອນກັນຍາ 2019 ເຫັນວ່າ: ສະພາບເຂົ້າມີການເໜັງຕີງລາຄາເພີ່ມຂຶ້ນຢ່າງຕໍ່ເນື່ອງມາເຖິງອາທິດທີ 2 ຂອງເດືອນກັນຍາ ຄື: ລາຄາເຂົ້າເປືອກໜຽວ ເທົ່າກັບ 4.350 ກີບ/ກິໂລ; ຖ້າສົມທຽບໃສ່ທ້າຍເດືອນມີຖຸນາ ລາຄາເຂົ້າເປືອກເທົ່າກັບ 3.500 ກີບ/ກິໂລ; ເຫັນວ່າມີລາຄາເພີ່ມຂຶ້ນ 1.500 ກີບ/ກິໂລ ຫຼື ເທົ່າກັບ 24,28%. ລາຄາສານໜຽວປະເພດ 2 ເທົ່າກັບ 8.500 ກີບ/ກິໂລ; ຖ້າສົມທຽບໃສ່ທ້າຍເດືອນມີຖຸນາ ລາຄາເຂົ້າສານໜຽວປະເພດ 2 ເທົ່າກັບ 7.000 ກີບ/ກິໂລ ເຫັນວ່າມີລາຄາເພີ່ມຂຶ້ນ 1.500 ກີບ/ກິໂລຫຼືເທົ່າກັບ 21,48%. ສະນັ້ນ, ເພື່ອປະຕິບັດຕາມທິດຊີ້ນຳຂອງຂັ້ນເທິງໃນການຈັດຕັ້ງປະຕິບັດວຽກງານຄຸ້ມຄອງຄັງແຮເຂົ້າແຊກແຊງລາຄາ ແລະ ດັດສົມຕະຫຼາດຂອງລັດຖະບານໃຫ້ມີປະສິດທິຜົນ ແລະ ຮັບປະກັນໃຫ້ມີສະຖຽນລະພາບທາງດ້ານລາຄາ, ...

Read More »

ຜູ້ອຳນວຍການໃຫຍ່ທະນາຄານ ອາເຮັສບີລາວ ມີປະສົບການຫຼາຍກວ່າ 30 ປີ ບໍລິການດ້ານການເງິນ ແລະທະນາຄານ.

ຂຶ້ນປົກໃນເດືອນກັນຍາ 2019 ພວກເຮົາໄດ້ຮັບກຽດສຳພາດທ່ານ Danny Ling ຜູ້ອຳນວຍການໃຫຍ່ທະນາຄານອາເຮັສບີລາວຈຳກັດເຊິ່ງທ່ານມີປະສົບການຫຼາຍກວ່າ 30 ປີໃນການເຮັດວຽກໃນຂະແໜງບໍລິການ ດ້ານການເງິນແລະທະນາຄານ.  ທ່ານໄດ້ອະທິບາຍໃຫ້ຮູ້ເຖິງການພັດທະນາແລະການເຕີບໃຫຍ່ຂະຫຍາຍຕົວ ຂອງທະນາຄານອາເຮັສບີຕະຫລອດໄລຍະ 5 ປີທີ່ຜ່ານມາແຜນການດໍາເນີນງານແລະເປົ້າໝາຍໃນອານາຄົດ.  ໂດຍທ່ານ Danny Ling ໄດ້ເລີ່ມເຂົ້າມາປະຈຳການທີ່ທະນາຄານອາເຮັສບີລາວນັບແຕ່ປີ 2014 ເປັນຕົ້ນມາ. ຂໍໃຫ້ທ່ານອະທິບາຍໂດຍສັງເຂບກ່ຽວກັບ ທະນາຄານອາເຮັສບີ ລາວ ຈຳກັດ? ທະນາຄານ ອາເຮັສບີ ລາວ ຈຳກັດ ແມ່ນພາກສ່ວນໜຶ່ງຂອງກຸ່ມທະນາຄານອາເຮັສບີ ເຊິ່ງເປັນກຸ່ມທຸລະກິດການເງິນແບບຄົບວົງຈອນ ອັນດັບ 4 ຂອງມາເລເຊຍ.ທຸລະກິດຫຼັກຂອງກຸ່ມທະນາຄານແບ່ງອອກເປັນ 3 ຂະແໜງສຳຄັນດັ່ງລຸ່ມນີ້: ກຸ່ມທະນາຄານເພື່ອລູກຄ້າລາຍຍ່ອຍ, ກຸ່ມທຸລະກິດສາກົນ ແລະ ກຸ່ມທະນາຄານເພື່ອການລົງທຶນ. ການດໍາເນີນທຸລະກິດຂອງກຸ່ມທະນາຄານໃນພາກພື້ນແມ່ນຂະຫຍາຍກວມເອົາ 9 ປະເທດລວມມີ: ມາເລເຊຍ, ສິງກະໂປ, ອິນໂດເນເຊຍ, ໄທ, ບຣູໄນ, ກຳປູເຈຍ, ຮົງກົງ, ຫວຽດນາມ ແລະ ສປປ ລາວ, ກຸ່ມທະນາຄານ ອາເຮັສບີມີແຮງບັນດານໃຈໃນການສືບຕໍ່ມອບປະສົບການທີ່ເໜືອລະດັບໃຫ້ແກ່ລູກຄ້າ ແລະ ສ້າງມູນຄ່າໃຫ້ແກ່ຄູ່ຮ່ວມລົງທຶນເພື່ອໃຫ້ໄດ້ຮັບການຍອມຮັບໃນຖານະຜູ້ນຳດ້ານກຸ່ມທຸລະກິດທີ່ໃຫ້ບໍລິການດ້ານການເງິນລະດັບສາກົນ. ທະນາຄານ ອາເຮັສບີ ລາວ ໄດ້ເປີດດຳເນີນການມາຕັ້ງແຕ່ຕົ້ນເດືອນ ...

Read More »

ສປປ ລາວ ຈັດຢູ່ໃນອັນດັບ 154 ຈາກ 190 ປະເທດ ທີ່ມີຄວາມຍາກງ່າຍໃນການດໍາເນີນທຸລະກິດ

ໃນບົດລາຍງານ ຂອງທະນາຄານໂລກ Doing Business 2019 ເຊິ່ງຜົນການສຶກສາຄວາມງ່າຍດາຍໃນການເນີນທຸລະກິດຈໍານວນ 190 ປະເທດ ຊີ້ໃຫ້ເຫັນວ່າ ສປປ ລາວ ຍັງຄົງຢູ່ໃນອັນດັບຕໍ່າທີ່ສຸດໃນພາກພື້ນອາຊີຕາເວັນອອກ ແລະ ເຂດປາຊີຟິກ, ຄືພຽງແຕ່ຖືກຈັດໃນອັນດັບດີກວ່າ ສ ມຽນມາ (171) ແລະ ຕີມໍເລສເຕ້ (178). ແຕ່ເມືອທຽບໃສ່ປະເທດເພື່ອນບ້ານອາຊຽນ ແລະ ປະເທດຄູ່ແຂ່ງໃນພາກພື້ນແລ້ວ ສປປ ລາວ ກໍຍັງຢູ່ໃນອັນດັບທີ່ລາກທ້າຍຢູ່ ເຊັ່ນ: ກໍາປູເຈຍ (138), ສສ ຫວຽດນາມ (69), ຣຊ ໄທ (27), ມາເລເຊຍ (15) ເຊິ່ງ ສປປ ລາວ ຖືກຈັດຢູ່ໃນອັນດັບທີ 154. ໃນ 10 ໝວດຕົວຊີ້ວັດ ມີພຽງໝວດຕົວຊີ້ວັດການຄ້າຂ້າມແດນ ທີ່ມີການປ່ຽນແປງໃນລຳດັບດີຂຶ້ນ ຄືຈາກລໍາດັບທີ 124 (2018) ມາເປັນ 76 (2019). ດັ່ງນັ້ນ ພາລະກິດຂອງບັນດາຂະແໜງການກ່ຽວຂ້ອງ ຍັງມີຫຼາຍບັນຫາທີ່ຈະຕ້ອງໄດ້ບຸກທະລຸ ເພື່ອສືບຕໍ່ປັບປຸງແວດລ້ອມການດຳເນີນທຸລະກິດໃນ ສປປ ລາວ ...

Read More »

Micro Influencer ເຄື່ອງມືການຕະຫຼາດທີ່ບໍ່ໄດ້ໂຄສະນາເກີນຈິງ… ແຕ່ໄດ້ຜົນແທ້!!!

ກະແສສັງຄົມແບບ “ຊີວິດຕິດຣີວິວ” (Review) ກາຍເປັນສ່ວນສໍາຄັນຂອງການຊື້ສິນຄ້າໄປພ້ອມກັບຍຸກ “ອິນເຕີເນັດ” ທີ່ຂໍ້ມູນຕ່າງໆສາມາດຄົ້ນຫາໄດ້ຢ່າງງ່າຍໆ, ຍັງລະອຽດ, ເຈາະເລິກ ຈົນນໍາມາເຊິ່ງການຕັດສິນໃຈຊື້ທີ່ງ່າຍຂຶ້ນ ແລະ ເປັນການຈ່າຍເງິນທີ່ກຸ້ມຄ່າທີ່ສຸດ. ການ “ຣີວິວ” ສິນຄ້າຮູບແບບຕ່າງໆ ທັງການຂຽນ “ຣີວິວ” ຫຼືເຮັດເປັນ VDO ເຜີຍແຜ່ຜ່ານທາງ Facebook Page ຕ່າງໆເກີດຂຶ້ນຢ່າງຫຼວງຫຼາຍ ແລະ ສົ່ງຜົນຕໍ່ການຊື້ສິນຄ້າຫຼາຍຂຶ້ນ ຈົນກາຍມາເປັນສ່ວນໜຶ່ງຂອງການຕະຫຼາດບໍ່ໜ້ອຍໄປກວ່າການໂຄສະນາ. ແຕ່ພຶດຕິກໍາຂອງຄົນຍຸກໃໝ່ ການທີ່ເຈົ້າຂອງສິນຄ້າອອກມາປະກາດວ່າ ສິນຄ້າຂອງເຮົາດີແນວໃດ ນັ້ນບໍ່ໄດ້ມີນໍ້າໜັກເທົ່າກັບ ມີໃຜຄົນໃດຄົນໜຶ່ງທີ່ໜ້າເຊື່ອຖື ແລະ ແບ່ງປັນຄວາມຮູ້ສຶກອອກມາຫຼັງຈາກໄດ້ລອງໃຊ້ສິນຄ້ານັ້ນແທ້ໆ. ພຶດຕິກໍາດັ່ງກ່າວເປັນທີ່ມາຂອງ ຍຸດທະສາດການຕະຫຼາດທີ່ໃຫ້ ບັນດາຜູ້ມີອິດທິພົນໃນໂລກຂອງສື່ສັງຄົມອອນໄລ໌ (Social Media)ຫຼື ການຕະຫຼາດຜູ້ມີອິດທິພົນ (Influencer Marketing)ໃນການກະຕຸ້ນຍອດຂາຍ. ໂດຍໃຫ້ຜູ້ທີ່ມີຄົນຮູ້ຈັກ ແລະຕິດຕາມຫຼາຍ (Influencer)ເຮັດໜ້າທີ່ “ຣີວິວ” ສິນຄ້າ ເພື່ອຈູງໃຈໃຫ້ເກີດການຊື້ສິນຄ້ານັ້ນໃນທີ່ສຸດ. Influencer Marketing ແບ່ງອອກເປັນ 4 ກຸ່ມຕາມຈໍານວນຜູ້ຕິດຕາມ (Followers) ທີ່ຫຼຸດລື່ນກັນຄື: ກຸ່ມ Celebrities, ກຸ່ມ Power Influencer, ກຸ່ມ Peer ...

Read More »