ທ່ານ H.E. John Pearson ເອກອັກຄະຣາຊະທູດອັງກິດ ປະຈຳລາວ ໃຫ້ກຽມຢ້ຽມຢາມ ສູນພາສາອັງກິດ Pingu…

ທ່ານ H.E. John Pearson ເອກອັກຄະຣາຊະທູດອັງກິດ ປະຈຳລາວ ໃຫ້ກຽມຢ້ຽມຢາມ ສູນພາສາອັງກິດ Pingu…

ໃນຕອນແລງຂອງວັນທີ 27 ກັນຍາ 2019 ທີ່ຜ່ານມາ ໄດ້ມີການນັດພົບປະຢ້ຽມຢາມສູນພາສາອັງກິດ Pingu ຢູ່ທີ່ອາຄານ ເຄຊີ ໂດຍເປັນການພົບປະກັນລະຫວ່າງ ບັນດາຜູ້ບໍລິຫານ Pingu’s English In Laos  ແລະ ທ່ານ H.E. John Pearson ທ່ານເອກອັກຄະຣາຊະທູດອັງກິດ ປະຈຳ ສປປລາວ ແລະ ທ່ານ ນາງ Sara Wheeler MBE, Priminiter’s Trade Envoy Relationship Manager (London, UK )… ພ້ອມດ້ວຍຄູ-ອາຈານເຂົ້າຮ່ວມ.

 

ເຊິ່ງ Pingu’s English ນີ້ແມ່ນໄດ້ມີການເຊັນສັນຍາເປັນ Pingu’s English In Laos ຕັ້ງແຕ່ ວັນທີ 12 ມິຖຸນາ 2019, ທີ່ລອນດອນ, ປະເທດອັງກິດ ເຊິ່ງເປັນການຮ່ວມມືລະຫວ່າງ ກຸ່ມບໍລິສັດລິນກົວໂຟນ (Linguaphone Group) ສະຫະຣາຊະອານາຈັກອັງກິດ ແລະ ບໍລິສັດ K&C Group Sole Co.,LTDປະເທດລາວ. ຝ່າຍລາວລົງນາມໂດຍ ທ່ານ ນາງ ເກດສະຫັວນ ປັນຍາທິບ ອຳນວຍການບໍລິສັດ K&C Group ສຳລັບຝ່າຍອັງກິດລົງນາມໂດຍ ທ່ານ Derek Price, ປະທານບໍລິສັດ Linguaphone Group.

ສຳລັບ Pingu’s English ເປັນໂຮງຮຽນສອນພາສາອັງກິດສຳລັບເດັກນ້ອຍ3 ປີ ຫາ 9 ປີ, ໄດ້ຮັບການວິໄຈ ແລະ ພັດທະນາຂຶ້ນໂດຍກຸ່ມບໍລິສັດລິນກົວໂຟນ (Linguaphone Group) ແຫ່ງປະເທດອັງກິດ, ເຊິ່ງເປັນອົງກອນລະດັບໂລກທີ່ມີຄວາມຊ່ຽວຊານດ້ານການສອນພາສາມາຫຼາຍກວ່າ 100 ປີ. ສຳລັບຫຼັກສູດ Pingu’s English ແມ່ນຖືກພັດທະນາຂຶ້ນໃນປີ 2008 ເຊິ່ງພັດທະນາຂຶ້ນມາສໍາລັບເດັກນ້ອຍທີ່ຈະໃຊ້ພາສາອັງກິດເປັນພາສາທີສອງໂດຍສະເພາະ ແລະ ກົງກັບເກນມາດຕະຖານສາກົນ Common European Framework of Reference for Languages (CEFR), ໃນປັດຈຸບັນມີຫຼາຍກວ່າ 70 ປະເທດທົ່ວໂລກໄດ້ນຳຫຼັກສູດການສອນຂອງ Linguaphone ໄປໃຊ້ໃນການສອນພາສາອັງກິດ.

 

Comments