ງານເປີດຕົວຢ່າງເປັນທາງການຂອງ Shiseido Beauty Center ສາຂາ Beauty Avenue ເຊິ່ງເປັນສາຂາໃໝ່ໃນລາວ!!!

ງານເປີດຕົວຢ່າງເປັນທາງການຂອງ Shiseido Beauty Center ສາຂາ Beauty Avenue ໃນລາວ!!!

ໃນວັນທີ 28 ກັນຍາ 2019 ທີ່ຜ່ານມາ ທ່ານ ມິກິໂອະ ກຸລະຕະ  ແລະ ທ່ານນາງ ນົບພະການ ບົວພິມ CEO of Beauty Product Import, Export ທັງເປັນ CEO Shiseido Laos  ໄດ້ຈັດງານເປີດ Sheiseido Beauy Center ສາຂາ Beauty Avenue ຢ່າງເປັນທາງການ ເຊິ່ງໄດ້ຮັບກຽດເຂົ້າຮ່ວມໂດຍ ທ່ານ ອິວາກາມິ ກັດຊຸ່ຍສິ  ຫົວຫນ້າອົງການສະພາການຄ້າຢີ່ປຸ່ນ ປະຈຳລາວ ທ່ານ ນັດຖະນັດ ປະຕິສຳພິທາ Senior Marketing & Brand Strategy Manager, Sheiseido Thailand ແລະ ທ່ານນາງ ແຕ້ວ ນັດທະພອນ ເຕມີຣັກ Shiseido Thailand Brand Ambassador ດາຣາ ແລະ ນັກສະແດງຊື່ດັງຈາກປະເທດໄທ ທີ່ມາຮ່ວມສະແດງຄວາມຍິນດີໃນໂອກາດນີ້ ແລະ ສື່ມວນຊົນຢ່າງຫລວງຫລາຍ.

ພາຍໃນງານ ແຂກຜູ້ມີກຽດ ແລະ ສື່ມວນຊົນ ໄດ້ຮ່ວມເຂົ້າຢ້ຽມຊົມໂສມຫນ້າໃຫມ່ ຈາກການຕົກແຕ່ງຮ້ານໃນແບບ Mininal ໂທນສີຂາວແດງ ໃຫ້ຄວາມຮູ້ສຶກໂລ່ງສະບາຍ ແລະລູກຄ້າຍັງສາມາດເລືອກເບິ່ງຜະລິດຕະພັນຄວາມງາມທີ່ຫລາກຫລາຍຈາກ Shiseido ທັງ Skincare ແລະ Makeup ທີ່ຕອບໂຈດທຸກຄວາມຕ້ອງການ ແລະ ທຸກ Lifestyle ໃນແບບ Japanese Beauty  ຟດຍມີຜູ້ຊ່ຽວຊານທາງດ້ານຄວາມງາມ ທີ່ຖ້າໃຫ້ຄຳແນະນຳ ແລະ ໃຫ້ບໍລິການຢ່າງໃກ້ຊິດ, ພ້ອມກັນນີ້ ຄຸນ ແຕ້ວ ນັດທະພອນ ເຕມີຣັກ Shiseido Thailand Brand Ambassador ໄດ້ມາເລົ່າປະສົບການຄວາມງາມຂອງຜິວງາມ ໃນແບບແຕ້ວ ດ້ວຍກຸ່ມຜະລິດຕະພັນ Shiseido Ultimune ແລະ Shiseido White Lucent ພ້ອມກິດຈະກຳທີ່ສຸດ Exclusive ກັບຄຸນແຕ້ວຢ່າງໃກ້ຊິດ,  ເຊິ່ງໃນງານນີ້ນັບວ່າເປັນການເປີດສາຂາໃຫມ່ຂອງ Shiseido Beauty Center ສາຂາ Beauty Avenue ທີ່ຕັ້ງຢູ່ຖະໜົນສາມແສນໄທ ເຍື້ອງກັບ ຮ້ານ Mango ໂດຍນອກຈາກທາງຮ້ານຈະມີຜະລິດຕະພັນຄວາມງາມຫລາກຫລາຍແລ້ວ ໃນຮ້ານຍັງມີການໃຫ້ບໍລິການທາງດ້ານຄວາມງາມ ຢ່າງຫລວງຫລາຍ ເຊັ່ນວ່າ ການແຕ່ງຫນ້າ ເຮັດຊົງຜົມ Spa Treatment ຕ່າງໆ ບອກໄດ້ເລຍວ່າ ມາບ່ອນນີ້ບ່ອນດຽວ ຄົບຈົບ.

Sheiseido Beauy Center ສາຂາ Beauty Avenue ເປີດໃຫ້ບໍລິການຢ່າງເປັນທາງການແລ້ວຕັ້ງແຕ່ມື້ນີ້  ເບີໂທຕິດຕໍ່: 02052314123

Facebook Page: Shiseido Laos

 

Comments