Author Archives: Paeng KC

4 ຢ່າງຄວນຫຼີກໃນການເຮັດວຽກ ທີ່ຈະທຳລາຍສຸຂະພາບ

ໃນການເຮັດວຽກບາງມື້ກໍມີວຽກຫຼາຍຈົນບໍ່ມີເວລາໄດ້ພັກຜ່ອນ ຈົນເຮັດໃຫ້ສຸຂະພາບອ່ອນເພຍແບບບໍ່ຮູ້ຕົວ ດັ່ງນັ້ນ, ວາລະສານທາເກັດ ຈຶ່ງມີວິທີແນະນໍາກ່ອນທ່ານຈະຮູ້ສຶກວ່າ ວຽກງານກຳລັງທຳລາຍສຸຂະພາບຂອງທ່ານ. 1 ບໍ່ດຶ່ມກາເຟແທນນໍ້າ        ເພາະທຸກຄົນເຊື່ອວ່າກາເຟຊ່ວຍໃຫ້ບໍ່ເຫງົານອນ ແລະ ຊ່ວຍໃຫ້ຄຶກຄັກຢູ່ຕະຫຼອດເວລາ ຖ້າເຮົາດື່ມໃນປະລິມານຫຼາຍເກີນຄວາມຕ້ອງການຂອງຮ່າງກາຍ ຈະສົ່ງຜົນລົບຕໍ່ສຸຂະພາບ ການດຶ່ມກາເຟຈະເຮັດໃຫ້ປະສາດຕື່ນຢູ່ຕະຫຼອດເວລາ ແຕ່ກົງກັນຂ້າມຮ່າງກາຍຂອງເຮົາພັດຕ້ອງການພັກຜ່ອນ ນີ້ແມ່ນຜົນມາຈາກຮ່າງກາຍຂອງເຮົາບໍ່ສາມາດປັບເວລານອນໃຫ້ເປັນປົກກະຕິ ວິທີແກ້ໄຂກໍຄືຄວນຫຼຸດປະລິມານຂອງກາເຟລົງເທື່ອລະໜ້ອຍ ເມື່ອເຮົາເຮັດໄດ້ ຮ່າງກາຍຈະປັບເຂົ້າສະພາບເປັນປົກກະຕິ, ໄດ້ພັກຜ່ອນສົມສ່ວນ ແລະ ຕື່ນມາກໍສົດຊື່ນ. 2 ບໍ່ຢູ່ກັບໜ້າຈໍຫຼາຍເກີນໄປ ຄວາມເມື່ອຍບໍ່ໄດ້ມາຈາກການເຮັດວຽກພຽງຢ່າງດຽວ ແຕ່ເກີດຈາກການທີ່ບໍລິໂພກຂ່າວສານບ້ານເມືອງຫຼາຍເກີນໄປ. ບາງຄົນເລີກວຽກມາແລ້ວຍັງບໍ່ຍອມພັກຜ່ອນຕ້ອງໄດ້ເບິ່ງໜ້າຈໍໂທລະສັບ ແລະ ເບິ່ງໂທລະພາບກ່ອນ. ທ່ານຄວນຢຸດກັບພຶດຕິກໍາແບບນີ້ ເພື່ອໃຫ້ຮ່າງກາຍໄດ້ພັກຜ່ອນ ມີຄວາມພ້ອມສໍາລັບວຽກໃນມື້ຕໍ່ມາ. 3 ເຫງົານອນໃນຕອນບ່າຍ        ທຸກຄົນຄິດວ່າການເຫງົານອນໃນຕອນບ່າຍຄົງບໍ່ມີໃຜຫຼີກພົ້ນໄດ້ ພຶດຕິກໍານີ້ສາມາດປັບປ່ຽນໄດ້ເພື່ອຊ່ວຍໃຫ້ເຮັດວຽກໄດ້ດີຂຶ້ນ. ອາຫານເປັນຕົວຊ່ວຍສໍາຄັນທີ່ຈະຊ່ວຍໃຫ້ຜ່ານອາການເຫງົານອນໃນຕອນບ່າຍ. ວິທີກໍຄື: ຄວນເລືອກກິນອາຫານທີ່ມີໂປຣຕິນຫຼາຍກວ່າພວກແປ້ງ, ນໍ້າຕານ ເພື່ອນໍາໄປສ້າງພະລັງງານແບບບໍ່ທໍາຮ້າຍຮ່າງກາຍ ແລະ ຮັກສາຄວາມສົມດຸນຂອງລະດັບນໍ້າຕານໃນເລືອດໃຫ້ຄົງທີ່ ຊຶ່ງຈະຊ່ວຍໃຫ້ຫຼຸດຜ່ອນອາການຢາກນອນໃນຕອນບ່າຍໄດ້. 4 ບໍ່ມີເວລາພຽງພໍ ຕໍ່ໃຫ້ມື້ໜຶ່ງມີ 100 ຊົ່ວໂມງ ທ່ານກໍບໍ່ສາມາດເຮັດໃຫ້ຮ່າງກາຍພັກຜ່ອນໄດ້ພຽງພໍ ຖ້າທ່ານບໍ່ສາມາດຈັດການເວລາໃຫ້ກັບຕົວທ່ານໄດ້ ຄວນແບ່ງເວລາໃຫ້ເປັນ ເພື່ອໃຫ້ຮູ້ວ່າເວລາໃດຄວນຄວນເຮັດວຽກຫຍັງ? ແລະ ເວລາໃດ? ຄວນພັກຜ່ອນໃນເວລາດ? ເພື່ອສ້າງຄວາມລື້ງເຄີຍໃຫ້ເປັນນິດໄສ ແລະ ...

Read More »

ເຈົ້າໜ້າທີ່!!!​ຮຽກຮ້ອງໃຫ້ນັກຂັບຂີ່ ຫຼີກການສັນຈອນເຂດເສັ້ນທາງທາດຫຼວງ ຫຼຸດຜ່ອນຄວາມແອອັດ

ຄວາມແອອັດຂອງການສັນຈອນໃນໄລຍະບຸນທາດຫຼວງ ຍັງເປັນບັນຫາທີ່ຍັງບໍ່ສາມາດແກ້ໄຂໄດ້ ແລະ ກໍບໍ່ແມ່ນບັນຫາທີ່ເກີດຂຶ້ນໃນປີນີ້ ແຕ່ຈະເປັນທຸກໆປີ.​ສະນັ້ນ, ທາງການຈັດຕັ້ງຂັ້ນທ່ອງຖິ່ນ, ເມືອງ ແລະ ນະຄອນຫຼວງເອງ ແມ່ນໄດ້ຊອກທຸກວິທີທາງ ເພື່ອຈະແກ້ໄຂໃຫ້ໄດ້ດີທີ່ສຸດ ດັ່ງນັ້ນ, ກໍຈຶ່ງຮຽກຮ້ອງໃຫ້ຜູ້ຂັບຂີ່ ກໍໃຫ້ເປັນສ່ວນໜື່ງຂອງການແກ້ໄຂບັນຫານີ້ເຊັ່ນດຽວກັນ ຖ້າເປັນໄປໄດ້ ກໍຢາກໃຫ້ຫຼີກລຽງການສັນຈອນ ຜ່ານເສັ້ນທາງຕ່າງໆຂອງທາດຫຼວງຖ້າບໍ່ຈຳເປັນ. ເຈົ້າໜ້າທີ່ຈະລາຈອນນະຄອນຫຼວງວຽງຈັນ ໄດ້ໃຫ້ສຳພາດໃນຕອນເຊົ້າວັນທີ 6 ພະຈິກ 2019 ນີ້ວ່າ: ທາງເຈົ້າໜ້າທີ່ໄດ້ວາງກຳລັງ 350 ຄົນປະຈພ 80 ຈຸດ ໃນບໍລິເວນງານບຸນທາດຫຼວງ ພ້ອມທັງແຕ່ງຕັ້ງ ໃຫ້ມີເຈົ້າໜ້າທີ່ປະຈຳຢູ່ແຕ່ລະປ້ອມຍາມ ທົ່ວນະຄອນຫຼວງວຽງຈັນ. ຕົວເລກດັ່ງກ່າວຖືວ່າ ສູງກວ່າແຕ່ລະປີຜ່ານມາ, ອັນນັ້ນກໍໝາຍຄວາມວ່າ ການລະບາຍລົດ ຂອງເຈົ້າໜ້າທີ່ຖືວ່າເປັນວຽກໜັກພໍສົມຄວນໃນແຕ່ລະປີ ໂດຍສະເພາະປີນີ້, ມີການວາງກຳລັງຫຼາຍກວ່າທຸກປີ ເພື່ອປະຕິບັດໜ້າທີ່ນັກແຕ່ວັນ 5-11 ພະຈິກ. ທ່ານ ພັນໂທ ເພັງສະຫວັນ ທຳມາບຼນ ຫົວໜ້າພະແນກຕຳຫຼວດຈະລາຈອນນະຄອນຫຼວງກ່າວວ່າ: ຖ້າຜູ້ຂັບຂີ່່ລົດເປັນເຈົ້າການໃນການ ປະຕິບັດຕາມແຈ້ງການ ຂອງຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ ກໍຈະສາມາດຫຼຸດຜ່ອນ ຄວາມແອອັດຂອງການສັນຈອນໃນງານບຸນປະເນີຕ່າງໆໄດ້. ທີ່ມາ: ວຽງຈັນທາຍ

Read More »

ວິທີ!!! ວາງເປົ້າໝາຍ ຄິດໃຫຍ່ຂຶ້ນ ແລະ ຍາກກວ່າເກົ່າ ເພື່ອຄວາມສຳເລັດ

ເຮັດວຽກມາຫຼາຍປີ ແຕ່ຕໍາແໜ່ງໜ້າທີ່ວຽກງານ ແລະ ເງິນເດືອນຍັງຄົງທີ່ ສະນັ້ນ, ເປັນໂອກາດດີໃຫ້ເລີ່ມຕັ້ງເປົ້າໝາຍທ້າທາຍຄວາມສໍາເລັດ. ວາງເປົ້າໝາຍ ຄິດໃຫຍ່ຂຶ້ນ ແລະ ຍາກກວ່າເກົ່າ ຫຼາຍໆເທື່ອ ເວລາຕັ້ງເປົ້າໝາຍເອົາໄວ້ແລ້ວ ຜົນອອກມາຈະບໍ່ສຳເລັດໄດ້ເຕັມຮ້ອຍ ສະນັ້ນ, ເປົ້າໝາຍທີ່ຕັ້ງໄວ້ນັ້ນຕ້ອງຂະຫຍາຍໃຫ້ມັນໃຫຍ່ ແລະ ຍາກກວ່າເກົ່າ. ລອງທົບທວນເບິ່ງວ່າ ປີຜ່ານມາ ໄດ້ເຮັດຫຍັງສໍາເລັດໄປແລ້ວແດ່! ບັນລຸເປົ້າໝາຍທີ່ໄດ້ຕັ້ງໄວ້ຈັກຢ່າງແລ້ວ ຈາກນັ້ນ ປີນີ້ເລີ່ມຕັ້ງເປົ້າໝາຍໃຫ້ຕົວເອງໃໝ່ ໂດຍເອົາຄວາມສໍາເລັດໂຕເກົ່າມາເປັນແບບຢ່າງ ແລ້ວສ້າງເປົ້າໝາຍທີ່ໃຫຍ່ກວ່າ ແລະ ລົງມືປະຕິບັດໃຫ້ເຕັມສ່ວນ. ຕັ້ງເປົ້າໝາຍຢາກຮ່ວມເຮັດວຽກກັບໃຜເປັນພິເສດ ຢູ່ໃນສາຍວຽກທີ່ທ່ານຮັບຜິດຊອບນັ້ນ ອາດມີຄົນໃດຄົນໜຶ່ງທີ່ເປັນຄົນເກັ່ງ, ມີຄວາມສາມາດ, ເປັນຄົນທີ່ທ່ານມັກ ແລະ ເປັນ Idol  ທີ່ທ່ານຄິດຢາກຈະມີໂອກາດໄດ້ຮ່ວມວຽກນໍາຈັກເທື່ອໜຶ່ງ  ເຊິ່ງມັນຈະເຮັດໃຫ້ທ່ານມີແຮງບັນດານໃຈ ເພື່ອຈະພັດທະນາຕົນເອງໃຫ້້ກ້າວຂຶ້ນໄປເຖິງຂັ້ນນັ້ນໃຫ້ໄດ້ ເຖິງວ່າທ່ານບໍ່ມີໂອກາດຈະໄດ້ຮ່ວມງານນໍາ ທ່ານກໍຈະກາຍເປັນຄົນເກັ່ງດ້ວຍຕົວທ່ານເອງໄດ້ແນ່ນອນ. ຕັ້ງເປົ້າພັດທະນາຕົນເອງ ມີຫຼາຍໆຄົນອາດຄິດວ່າ ເຮົາເກັ່ງ ແລະ ລື້ງເຄີຍກັບວຽກງານອາຊີບນີ້ດີ ເພາະເຮັດມາຫຼາຍປີ ຄວາມຄິດແບບນີ້ເປັນການຖ່ວງດຶງການພັດທະນາຕົນເອງໃນຫຼາຍໆດ້ານ ເພາະໂລກທຸກມື້ນີ້ ເຕັມໄປດ້ວຍເຕັກໂນໂລຊີທີ່ກ້າວໜ້າທັນສະໄໝ ຖ້າຍັງຄິດວ່າຕົນເອງເປັນຄົນເກັ່ງແລ້ວ ແຕ່ປະຕິບັດແບບເກົ່າໆມາຫຼາຍປີ ທ່ານກໍຄວນທົບທວນຄືນໃໝ່ ແລ້ວຈະເຫັນວ່າໂລກໄປໄກຮອດໃສ. ແລ້ວໂຕເຮົາເດຍັງຂາດຫຍັງຢູ່ ຈາກນັ້ນ, ກໍຕັ້ງເປົ້າເຝິກຝົນຕົນເອງໃຫ້ທັນກັບໂລກ. ຕັ້ງເປົ້າໝາຍເຝິກນິດໄສຕົວເອງໃໝ່ ບາງເທື່ອການເປັນຕົວຂອງຕົນເອງແບບເກົ່າມາໂດຍຕະຫຼອດ ອາດຈະໜ້າເບື່ອ ທ່ານລອງສຳຫຼວດຕົນເອງຄືນໃໝ່ເບິ່ງວ່າທີ່ຜ່ານຕົນເອງເປັນຄົນແນວໃດ? ...

Read More »

ຍິນດີກັບໜ້າທີ່ຕໍາແໜ່ງໃຫມ່ ຂອງເຈົ້າແຂວງຜົ້ງສາລີຜູ້ເກົ່າ ແລະ ຜູ້ໃໝ່

ພິທີມອບ-ຮັບ ເລຂາພັກແຂວງ, ເຈົ້້າແຂວງຜົ້ງສາລີລະຫວ່າງ ທ່ານ ຄຳເຈ່ນ ວົງໂພສີ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງຜົ້ງສາລີຜູ້ເກົ່າ ແລະ ທ່ານ ຄຳຜອຍ ວັນນະສານ ຈະມາເປັນຜູ້ຮັກສາການເລຂາພັກແຂວງ, ຮັກສາການເຈົ້້າແຂວງຜົ້ງສາລີແທນ. ພິທີໄດ້ຈັດຂື້້ນໃນຕອນບ່າຍຂອງວັນທີ 1 ພະຈິກ 2019ນີ້ ທີ່ສະໂມສອນໃຫຍ່ຂອງແຂວງຜົ້ງສາລີ ທ່ານ ບຸດສະດີ ທະນະເມືອງ ຫົວໜ້າກົມຄຸ້ມຄອງພະນັກງານ ຄະນະຈັດຕັ້ງສູນກາງພັກ ໄດ້ຂື້ນຜ່ານ ຄຳສັ່ງຂອງກົມການເມືອງສູນກາງພັກ ເລກທີ 083/ກມສພ ລົງວັນທີ່ 13/9/2019 ແລະ ຄຳສັ່ງ ຂອງນາຍົກລັດຖະມົນຕີ ວ່າດ້ວຍການຍົກຍ້າຍພະນັກງານການນຳຂັ້ນສູນກາງໄປຮັບໜ້າທີ່ໃໝ່ ໂດຍອອກຄຳສັ່ງ ຍົກຍ້າຍສະຫາຍ ຄຳເຈ່ນ ວົງໂພສີ ກໍາມະການສູນກາງພັກ, ເລຂາພັກແຂວງຜົ້ງສາລີ ໄປຮັບໜ້າທີ່ໃໝ່ຢູ່ຄະນະໂຄສະນາສູນກາງພັກ; ແລະ ຜ່ານມະຕິຕົກລົງຂອງກົມການເມືອງສູນກາງພັກເລກທີ 086/ກມສພ ລົງວັນທີ 13/9/2019 ແລະ ຜ່ານດຳລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການແຕ່ງຕັ້ງ ຜູ້ຮັກສາການເລຂາຄະນະບໍລິຫານງານພັກແຂວງຜົ້ງສາລີ ໂດຍແຕ່ງຕັ້ງ ສະຫາຍ ຄຳຜອຍ ວັນນະສານຮອງເລຂາພັກແຂວງ ຂື້ນເປັນ ຜູ້ຮັກສາການເລຂາຄະນະບໍລິຫານງານພັກແຂວງຜົ້ງສາລີ ພ້ອມນີ້ຍັງໄດ້ຜ່ານມະຕິຕົກລົງຂອງກົມການເມືອງສູນກາງພັກ ວ່າດ້ວຍການບົ່ງຕົວແຕ່ງຕັ້ງ ກໍຳມະການຄະນະບໍລິຫານງານພັກແຂວງຜົ້ງສາລີ ...

Read More »

ລະບຽບ!!! ຄວນຮູ້ໃນການສົ່ງອອກ-ນໍາເຂົ້າ ສິນຄ້າ ຜ່ານດ່ານຊາຍແດນທ້ອງຖີ່ນ ແລະ ດ່ານປະເພນີ

ຄໍາແນະນໍາ ວ່າດ້ວຍ ການຄຸ້ມຄອງການສົ່ງອອກ-ນໍາເຂົ້າ ສິນຄ້າ, ເຄື່ອງຂອງ ຜ່ານດ່ານຊາຍແດນທ້ອງຖີ່ນ ແລະ ດ່ານປະເພນີ ສະບັບເລກທີ 3708/ກງ ລົງວັນທີ 16 ກັນຍາ 2019 ມີຈຸດປະສົງຫຼັກເພື່ອ ກໍານົດຫຼັກການ, ວິທີການຄຸ້ມຄອງການສົ່ງອອກ-ນໍາເຂົ້າ ສີນຄ້າ ແລະ ເຄື່ອງຂອງ ຕາມດ່ານຊາຍແດນທ້ອງຖິ່ນ ແລະ ດ່ານຊາຍແດນປະເພນີ ເພື່ອໃຫ້ໄປໃນທິດທາງດຽວກັນກັບກົດໝາຍ ແລະ ລະບຽບການ ໂດຍສະເພາະແມ່ນ ລະບຽບການດ້ານສຸຂານາໄມພືດ-ສັດ, ສິ່ງແວດລ້ອມ ແລະ ການຄຸ້ມຄອງການຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດ. ຄໍາແນະນໍາສະບັບນີ້ໄດ້ກໍານົດປະເພດ ແລະ ປະລິມານຂອງສິນຄ້າ ແລະ ເຄື່ອງຂອງ ໃນການ ສົ່ງອອກ-ນໍາເຂົ້າ ຄື: ແນວພັນສາລີ ແມ່ນ 10 ກິໂລ ຕໍ່ຄົນ ຕໍ່ວັນ, ປະເພດສີນຄ້າເຄື່ອງມື ແລະ ກົນຈັກທີ່ໃຊ້ໃນການຜະລິດ ຄື: ລົດໄຖນາເດີນຕາມແມ່ນ 1 ຄັນຕໍ່ 1 ຄອບຄົວ, ຈັກສູບນໍ້າ 1 ເຄື່ອງຕໍ່ 1 ຄອບຄົວ, ຈັກຟາດເຂົ້າ 1 ...

Read More »

ສ ປປ ລາວ ອາດເປັນປະເທດໜຶ່ງທີ່ີສົ່ງອອກເຂົ້າສານ ຫຼາຍທີ່ສຸດໃນປະເທດອາຊຽນ

ນັກທຸລະກິດຈາກປະເທດມຽນມາ ໄດ້ໃຫ້ສຳພາດຕໍ່ທີມງານວຽງຈັນທາຍໃນມື້ວັນເສົາທີ 2 ພະຈິກ 2019 ທີ່ຜ່ານມາວ່າ : ສປປ ລາວ ອາດຈະເປັນໜຶ່ງຂອງບັນດາປະເທດທີ່ສົ່ງອອກເຂົ້າສານຫຼາຍທີ່ສູດໃນອາຊຽນ ຍ້ອນຍັງມີເນື້ອທີ່ດິນປູກເຂົ້າເປັນຈໍານວນຫຼາຍ ແລະ ຍັງອຸດົມສົມບູນບໍ່ຈຳເປັນຕ້ອງໃຊ້ສານເຄມີໃນການປູກພືດດັ່ງກ່າວ. ໃນອານາຄົດເຊື່ອວ່າ ປະເທດລາວມີຄວາມສາມາດປູກເຂົ້າເປັນສິນຄ້າເພື່ອສົ່ງອອກໄດ້ຫຼາຍກວ່າທີ່ຜ່ານມາ ແລະ ຖ້າຫາກໄດ້ຮັບການສົ່ງເສີມຢ່າງຈິງຈັງ ຈາກພາກລັດ ໂດຍການຮ່ວມມືກັບນັກລົງທຶນ ແລະ ຊາວນາ. ທ່ານ ຈໍສະວາໂຊ (U Kyaw Swar Soe) ປະທານບໍລິສັດ ນາເຣສ໌ ຈຳກັດ ແຫ່ງປະເທດ ໄດ້ກ່າວຕໍ່ສືມວນຊົນ ເນື່ອງໃນໂອກາດທີ່ມາເຊັນສັນຍາ ຊື້-ຂາຍເຂົ້າສານໃຫ້ ບໍລິສັດ ໂຮມໄຊ ການກະເສດ ຂາອອກ-ຂາເຂົ້າ ຂອງລາວ ແລະ ບໍລິການຈຳກັດ ຜູ້ດຽວ ໂດຍຮ່ວມກັບ ບໍລິສັດ ສະຫຍາມ ມ້າທອງ ຈຳກັດ ແຫ່ງປະເທດໄທ. ທ່ານ ໄດ້ອະທິບາຍຕື່ມອີກວ່າ: ການທີ່ຈະໃຫ້ປະເທດລາວກາຍເປັນປະເທດທີ່ສົ່ງອອກເຂົ້າສານຫຼາຍທີ່ສູດໃນອາຊຽນໄດ້ນັ້ນແມ່ນຍັງມີສິ່ງທ້າທາຍຫຼາຍ ເຊັ່ນ : ພາກລັດຕ້ອງໄດ້ຂະຫຍາຍລະບົບຊົນລະປະທານໃຫ້ຫຼາຍເພື່ອສະໜອງນ້ຳໃຫ້ແກ່ການຜະລິດໄດ້ທົ່ວເຖິງ ສາມາດໃຊ້ໄດ້ສອງລະດູ ຫຼື ສາມລະດູໃນການປູກເຂົ້າ. ສະເພາະ ນັກລົງທຶນ ຕ້ອງໄດ້ເອົາໃຈໃສ່ສົ່ງເສີມຊາວນາ ...

Read More »

ສັ່ງໂຈະ!!! ທຸລະກິດກ່ຽວກັບໂຮງງານອຸດສາຫະກຳປຸງແຕ່ງ ນຳໃຊ້ສິ່ງເສດເຫຼືອຢາງປລາສະຕິກ.

ກະຊວງອຸດສາຫະກໍາ ແລະ ການຄ້າ: ສັ່ງໂຈະ ການອະນຸຍາດດໍາເນີນທຸລະກິດໃໝ່ ກ່ຽວກັບໂຮງງານອຸດສາຫະກໍາປຸງແຕ່ງ ທີ່ນໍາໃຊ້ສິ່ງເສດເຫຼືອຢາງປລາສະຕິກ ເປັນວັດຖຸດິບ ເພື່ອເຮັດໃຫ້ການຄຸ້ມຄອງ, ການປັບປຸງ ແລະ ດັດສົມໂຮງງານອຸດສາຫະກໍາປຸງແຕ່ງ ທີ່ນໍາໃຊສິ່ງເສດເຫຼືອປລາສະຕິກ ເປັນວັດຖຸດິບ ໃຫ້ໄດ້ມາດຕະຖານເຕັກນິກ, ຫຼຸດຜ່ອນຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ ແລະ ສອດຄ່ອງກັບແນວທາງຂອງລັດຖະບານ ກ່ຽວກັບການພັດທະນາເສດຖະກິດ-ສັງຄົມ ໃຫ້ໄປຕາມທິດສີຂຽວ ແລະ ຍືນຍົງ. ດັ່ງນັ້ນ ກະຊວງອຸດສາຫະກໍາ ແລະ ການຄ້າ ຈິ່ງອອກຄໍາສັ່ງ ວ່າດ້ວຍການໂຈະ ການອະນຸຍາດດໍາເນີນທຸລະກິດໃໝ່ ກ່ຽວກັບໂຮງງານອຸດສາຫະກໍາປຸງແຕ່ງ ທີ່ນໍາໃຊ້ສິ່ງເສດເຫຼືອຢາງປລາສະຕິກ ເປັນວັດຖຸດິບ ເລກທີ 0903/ອຄ.ກອຫ ວັນທີ 31 ກໍລະກົດ 2019. ຄໍາສັ່ງສະບັບນີ້ ມີຜົນສັກສິດນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ ຈົນກວ່າຈະມີຄໍາສັ່ງສະບັບໃໝ່ ຫຼື ນິຕິກໍາອື່ນປ່ຽນແທນຄໍາສັ່ງສະບັບນີ້. ສໍາລັບວິສາຫະກິດ/ໂຮງງານ ທີ່ໄດ້ຮັບໃບທະບຽນວິສາຫະກິດ, ໃບອະນຸຍາດລົງທຶນ ຫຼື ໃບອະນຸຍາດດໍາເນີນທຸລະກິດ ແຕ່ຍັງບໍ່ໄດ້ຮັບໃບອະນຸຍາດປຸກສ້າງໂຮງງານ ແມ່ນໃຫ້ຢຸດຕິທັນທີ ຈົນກ່ວາຈະມີຄໍາສັ່ງສະບັບໃໝ່ ຫຼື ນິຕິກໍາອື່ນປ່ຽນແທນຄໍາສັ່ງສະບັບນີ້. ສ່ວນໂຮງງານອຸດສາຫະກໍາປຸງແຕ່ງ ທີ່ນໍາໃຊ້ສິ່ງເສດເຫຼືອປລາສະຕິກ ເປັນວັດຖຸດິບ ທີ່ໄດ້ປະກອບເອກະສານຄົບຖ້ວນແລ້ວ ແມ່ນເຫັນດີໃຫ້ສຶບຕໍ່ດໍາເນີນ ...

Read More »

ຜູ້ໄດ້ຜົນກະທົບຈາກເຂື່ອນແຕກ ຈະໄດ້ຮັບເຂົ້າ 20 ໂລ ເບ້ຍລ້ຽງ 250.000 ຕໍ່ຄົນຕໍ່ເດືອນ

ປະຊາຊົນທີ່ໄດ້ຮັບຜົນກະທົບໜັກຈາກເຫດສັນຄູກັນນ້ຳ D ເຊປຽນ-ເຊນ້ຳນ້ອຍ ແຕກ ຈຳນວນ 4,6 ພັນກວ່າຄົນ ຈະໄດ້ຮັບເຂົ້າ 20 ໂລ ແລະ ເບ້ຍລ້ຽງ 250.000 ກີບ ຕໍ່ຄົນຕໍ່ເດືອນ ແຕ່ເດືອນກັນຍາ 2019 ຮອດທ້າຍປີ 2021 ທ່ານ ເລັດ ໄຊຍະພອນ ເຈົ້າແຂວງອັດຕະປື ໄດ້ລາຍງານຄວາມຄືບໜ້າດັ່ງກ່າວ ຕໍ່ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ວ່າການລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ໃນກອງປະຊຸມລາຍງານຄວາມຄືບໜ້າໃນການແກ້ໄຂ ແລະ ຟື້ນຟູໄພພິບັດ ຈາກສັນຄູກັນນ້ຳ D ເຂື່ອນເຊປຽນ-ເຊນ້ຳນ້ອຍແຕກ ຢູ່ເມືອງສະໜາມໄຊ ແຂວງອັດຕະປື ໃນທ້າຍເດືອນກໍລະກົດ 2018 ລາຍງານລ່າສຸດເຊິ່ງໃນວັນທີ 1 ຕຸລາ 2019 ເລີ່ມແຕ່ເດືອນກັນຍາ 2019 ຮອດເດືອນທັນວາ 2021 ຈະໄດ້ຈັດຕັ້ງປະຕິບັດນະໂຍບາຍ ຊ່ວຍຈຳນວນເປົ້າໝາຍທີ່ໄດ້ຮັບຜົນກະທົບໜັກ ຈາກໄພພິບັດຄັ້ງນີ້ ຈຳນວນ 4.607 ຄົນ ເຊິ່ງຈະໄດ້ຮັບເຂົ້າ 20 ກິໂລ/ຄົນ/ເດືອນ, ...

Read More »

ບໍລິສັດ K&C Group ໄດ້ຮັບລາງວັນໃນງານ ASEAN BUSINESS AWARD 2019 ທີ່ປະເທດໄທ

ຊົມເຊີຍ 8 ບໍລິສັດ ຂອງ ສປປ ລາວ ທີ່ໄດ້ຮັບລາງວັນ Asean Business Award (ABA) 2019 ໃນງານAsean Business and  Investment Summit (ABIS), ໃນນີ້, ບໍລິສັດ K&C Group ໄດ້ຮັບລາງວັນ Women Entrepreneur ໂດຍທ່ານ ນາງ ເກດສະຫວັນ ປັນຍາທິບ CEO ຂອງບໍລິສັດເປັນຜູ້ໄດ້ຮັບລາງວັນ. ໃນຕອນແລງວັນທີ 2 ພະຈິກ 2019, ໃນງານ Asean Business and  Investment Summit (ABIS) ຢູ່ທີ່ Hall 6 ອິມແພັກ ເມືອງທອງທານີ, ປະເທດໄທເປັນເຈົ້າພາບ ໄດ້ຈັດງານມອບລາງວັນ Asean Business Award (ABA) 2019. ຈຸດປະສົງການຈັດງານ ABA 2019 ກໍເພື່ອສົ່ງເສີມພາກທຸລະກິດອາຊຽນ ທີ່ມີສັກກະຍາພາບ ແລະ ມີຄວາມໂດດເດັ່ນໃນດ້ານຕ່າງໆ ...

Read More »

ແຈ້ງເຕືອນ!!! ໃຫ້ມີສະຕິລະວັງແກ້ງໂຈນທຸບແວ່ນລົດເພື່ອເອົາຂອງມີຄ່າ

ເຈົ້າໜ້າທີ່ຕຳຫຼວດປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນໄດ້ອອກມາຢືນຢັນໃນມື້ນີ້ 30/10/2019 ວ່າ ປະຈຸບັນມີກຸ່ມຄົນບໍ່ດີທັງພາຍໃນ ແລະ ຕ່າງປະເທດໄດ້ມີການກໍ່ເຫດທຸບແວ່ນລົດເພື່ອລັກຊັບໂດຍສະເພາະໃນຕອນກາງຄືນ, ສະນັ້ນໃຫ້ປະຊາຊົນມີສະຕິຕໍ່ກັບບັນຫາດັ່ງກ່າວ. ພາຍຫຼັງທີ່ມີກໍລະນີລັກຊັບເກີດຂຶ້້ນຢູ່ບ່ອນຈອດລົດຂອງຮ້ານອາຫານແຫ່ງໜຶ່ງທີ່ ບ້ານນາຄຳ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນເວລາປະມານ 23 ໂມງ ຂອງວັນທີ 28/10/2019, ເຈົ້້າໜ້າທີ່ກໍ່ໄດ້ລາຍງານວ່າ ນັບແຕ່ຕົ້ນປີ 2019 ມາ ມີກໍລະນີດັ່ງກ່າວໄດ້ເກີດຂຶ້ນ 42 ເລື່ອງ ແລະ ແກ້ໄຂໄດ້ແລ້ວ 15 ເລື່ອງ ຈັບຜູ້ຖືກກ່າວຫາໄດ້ທັງໝົດ 15 ຄົນ ເປັນຊາຍ, ຖ້າທຽບໃສ່ປີຜ່ານມາມີ 38 ເລື່ອງ ແກ້ໄຂໄດ້ 31 ເລື້ອງ ຈັບ 39 ຄົນ ຊາຍທັງໝົດ. ສວ່ນໃຫຍ່ພວກກ່ຽວໄດ້ເຮັດວຽກເປັນກຸ່ມແກ້ງ ມີທັງຄົນລາວ ແລະ ຕ່າງປະເທດ ຮ່ວມກັນ. ທາງເຈົ້າໜ້າທີ່ຕຳຫຼວດຍັງໄດ້ກ່າວເຕືອນ ໃຫ້ປະຊາຊົນມີສະຕິບໍ່ໃຫ້ເອົາຂອງມີຄ່າປະໄວ້ໃນລົດ ໂດຍສະເພາະເງີນ, ກະເປົາ ແລະ ອື່ນໆ ເພາະມັນຈະເປັນສິ່ງລໍ້ຕາ ແລະ ລໍ້ໃຈກຸ່ມຄົນບໍ່ດີດັ່ງກ່າວ. ນອກຈາກນັ້ນ, ຄວນຈອດລົດໄວ້ບ່ອນທີ່ປອດໄພ ແລະ ສາມາດເບີ່ງເຫັນໄດ້ງ່າຍ ເພາະພວກນີ້ເຮັດວຽກເປັນກຸ່ມແກ້ງ ໂດຍສະເພາະເຂດທະນາຄານ ...

Read More »