ຍິນດີກັບໜ້າທີ່ຕໍາແໜ່ງໃຫມ່ ຂອງເຈົ້າແຂວງຜົ້ງສາລີຜູ້ເກົ່າ ແລະ ຜູ້ໃໝ່

ພິທີມອບ-ຮັບ ເລຂາພັກແຂວງ, ເຈົ້້າແຂວງຜົ້ງສາລີລະຫວ່າງ ທ່ານ ຄຳເຈ່ນ ວົງໂພສີ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງຜົ້ງສາລີຜູ້ເກົ່າ ແລະ ທ່ານ ຄຳຜອຍ ວັນນະສານ ຈະມາເປັນຜູ້ຮັກສາການເລຂາພັກແຂວງ, ຮັກສາການເຈົ້້າແຂວງຜົ້ງສາລີແທນ. ພິທີໄດ້ຈັດຂື້້ນໃນຕອນບ່າຍຂອງວັນທີ 1 ພະຈິກ 2019ນີ້ ທີ່ສະໂມສອນໃຫຍ່ຂອງແຂວງຜົ້ງສາລີ

ທ່ານ ບຸດສະດີ ທະນະເມືອງ ຫົວໜ້າກົມຄຸ້ມຄອງພະນັກງານ ຄະນະຈັດຕັ້ງສູນກາງພັກ ໄດ້ຂື້ນຜ່ານ ຄຳສັ່ງຂອງກົມການເມືອງສູນກາງພັກ ເລກທີ 083/ກມສພ ລົງວັນທີ່ 13/9/2019 ແລະ ຄຳສັ່ງ ຂອງນາຍົກລັດຖະມົນຕີ ວ່າດ້ວຍການຍົກຍ້າຍພະນັກງານການນຳຂັ້ນສູນກາງໄປຮັບໜ້າທີ່ໃໝ່ ໂດຍອອກຄຳສັ່ງ ຍົກຍ້າຍສະຫາຍ ຄຳເຈ່ນ ວົງໂພສີ ກໍາມະການສູນກາງພັກ, ເລຂາພັກແຂວງຜົ້ງສາລີ ໄປຮັບໜ້າທີ່ໃໝ່ຢູ່ຄະນະໂຄສະນາສູນກາງພັກ; ແລະ ຜ່ານມະຕິຕົກລົງຂອງກົມການເມືອງສູນກາງພັກເລກທີ 086/ກມສພ ລົງວັນທີ 13/9/2019 ແລະ ຜ່ານດຳລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການແຕ່ງຕັ້ງ ຜູ້ຮັກສາການເລຂາຄະນະບໍລິຫານງານພັກແຂວງຜົ້ງສາລີ ໂດຍແຕ່ງຕັ້ງ ສະຫາຍ ຄຳຜອຍ ວັນນະສານຮອງເລຂາພັກແຂວງ ຂື້ນເປັນ ຜູ້ຮັກສາການເລຂາຄະນະບໍລິຫານງານພັກແຂວງຜົ້ງສາລີ

ພ້ອມນີ້ຍັງໄດ້ຜ່ານມະຕິຕົກລົງຂອງກົມການເມືອງສູນກາງພັກ ວ່າດ້ວຍການບົ່ງຕົວແຕ່ງຕັ້ງ ກໍຳມະການຄະນະບໍລິຫານງານພັກແຂວງຜົ້ງສາລີ ໂດຍແຕ່ງຕັ້ງສະຫາຍ ພອນໄຊ ອ່ອນສາ, ສະຫາຍ ວີສອນ ລາວເມົາ, ສະຫາຍ ພອນສຸຈິດ ລີລາວົງ, ສະຫາຍ ທອງຕື້ ເກຍສະບົງ ເປັນກໍຳມະການຄະນະບໍລິຫານງານພັກແຂວງຜົ້ງສາລີ.ຂ່າວ: ສົມຄິດ ແກ້ວນວນລາ
ພາບ: ສົມຈັນ ຄູນແກ້ວ

Comments