4 ຢ່າງຄວນຫຼີກໃນການເຮັດວຽກ ທີ່ຈະທຳລາຍສຸຂະພາບ

ໃນການເຮັດວຽກບາງມື້ກໍມີວຽກຫຼາຍຈົນບໍ່ມີເວລາໄດ້ພັກຜ່ອນ ຈົນເຮັດໃຫ້ສຸຂະພາບອ່ອນເພຍແບບບໍ່ຮູ້ຕົວ ດັ່ງນັ້ນ, ວາລະສານທາເກັດ ຈຶ່ງມີວິທີແນະນໍາກ່ອນທ່ານຈະຮູ້ສຶກວ່າ ວຽກງານກຳລັງທຳລາຍສຸຂະພາບຂອງທ່ານ.

1 ບໍ່ດຶ່ມກາເຟແທນນໍ້າ

       ເພາະທຸກຄົນເຊື່ອວ່າກາເຟຊ່ວຍໃຫ້ບໍ່ເຫງົານອນ ແລະ ຊ່ວຍໃຫ້ຄຶກຄັກຢູ່ຕະຫຼອດເວລາ ຖ້າເຮົາດື່ມໃນປະລິມານຫຼາຍເກີນຄວາມຕ້ອງການຂອງຮ່າງກາຍ ຈະສົ່ງຜົນລົບຕໍ່ສຸຂະພາບ ການດຶ່ມກາເຟຈະເຮັດໃຫ້ປະສາດຕື່ນຢູ່ຕະຫຼອດເວລາ ແຕ່ກົງກັນຂ້າມຮ່າງກາຍຂອງເຮົາພັດຕ້ອງການພັກຜ່ອນ ນີ້ແມ່ນຜົນມາຈາກຮ່າງກາຍຂອງເຮົາບໍ່ສາມາດປັບເວລານອນໃຫ້ເປັນປົກກະຕິ ວິທີແກ້ໄຂກໍຄືຄວນຫຼຸດປະລິມານຂອງກາເຟລົງເທື່ອລະໜ້ອຍ ເມື່ອເຮົາເຮັດໄດ້ ຮ່າງກາຍຈະປັບເຂົ້າສະພາບເປັນປົກກະຕິ, ໄດ້ພັກຜ່ອນສົມສ່ວນ ແລະ ຕື່ນມາກໍສົດຊື່ນ.

2 ບໍ່ຢູ່ກັບໜ້າຈໍຫຼາຍເກີນໄປ

ຄວາມເມື່ອຍບໍ່ໄດ້ມາຈາກການເຮັດວຽກພຽງຢ່າງດຽວ ແຕ່ເກີດຈາກການທີ່ບໍລິໂພກຂ່າວສານບ້ານເມືອງຫຼາຍເກີນໄປ. ບາງຄົນເລີກວຽກມາແລ້ວຍັງບໍ່ຍອມພັກຜ່ອນຕ້ອງໄດ້ເບິ່ງໜ້າຈໍໂທລະສັບ ແລະ ເບິ່ງໂທລະພາບກ່ອນ. ທ່ານຄວນຢຸດກັບພຶດຕິກໍາແບບນີ້ ເພື່ອໃຫ້ຮ່າງກາຍໄດ້ພັກຜ່ອນ ມີຄວາມພ້ອມສໍາລັບວຽກໃນມື້ຕໍ່ມາ.

3 ເຫງົານອນໃນຕອນບ່າຍ

       ທຸກຄົນຄິດວ່າການເຫງົານອນໃນຕອນບ່າຍຄົງບໍ່ມີໃຜຫຼີກພົ້ນໄດ້ ພຶດຕິກໍານີ້ສາມາດປັບປ່ຽນໄດ້ເພື່ອຊ່ວຍໃຫ້ເຮັດວຽກໄດ້ດີຂຶ້ນ. ອາຫານເປັນຕົວຊ່ວຍສໍາຄັນທີ່ຈະຊ່ວຍໃຫ້ຜ່ານອາການເຫງົານອນໃນຕອນບ່າຍ. ວິທີກໍຄື: ຄວນເລືອກກິນອາຫານທີ່ມີໂປຣຕິນຫຼາຍກວ່າພວກແປ້ງ, ນໍ້າຕານ ເພື່ອນໍາໄປສ້າງພະລັງງານແບບບໍ່ທໍາຮ້າຍຮ່າງກາຍ ແລະ ຮັກສາຄວາມສົມດຸນຂອງລະດັບນໍ້າຕານໃນເລືອດໃຫ້ຄົງທີ່ ຊຶ່ງຈະຊ່ວຍໃຫ້ຫຼຸດຜ່ອນອາການຢາກນອນໃນຕອນບ່າຍໄດ້.

4 ບໍ່ມີເວລາພຽງພໍ

ຕໍ່ໃຫ້ມື້ໜຶ່ງມີ 100 ຊົ່ວໂມງ ທ່ານກໍບໍ່ສາມາດເຮັດໃຫ້ຮ່າງກາຍພັກຜ່ອນໄດ້ພຽງພໍ ຖ້າທ່ານບໍ່ສາມາດຈັດການເວລາໃຫ້ກັບຕົວທ່ານໄດ້ ຄວນແບ່ງເວລາໃຫ້ເປັນ ເພື່ອໃຫ້ຮູ້ວ່າເວລາໃດຄວນຄວນເຮັດວຽກຫຍັງ? ແລະ ເວລາໃດ? ຄວນພັກຜ່ອນໃນເວລາດ? ເພື່ອສ້າງຄວາມລື້ງເຄີຍໃຫ້ເປັນນິດໄສ ແລະ ມີເວລາໃຫ້ຮ່າງກາຍ ແລະ ສະໜອງ ໄດ້ພັກຜ່ອນຢ່າງເຕັມສ່ວນ.

Habits you should avoid having at work

Some days we just have too much work and not enough time to rest, making us unconsciously weaker. Therefore, Target Magazine would like to provide you with some advice before you begin to feel that your work is ruining your health:

  1. Drink less coffee and more water

Everyone believes that coffee helps to keep us awake and energetic at all times. However, if we drink more of it than our body really needs, the coffee will negatively affect our health. Coffee will keep our nervous system constantly awake, which undermines the body’s need to rest and disrupts our normal sleeping hours. The way to resolve this issue is to gradually reduce coffee consumption. Then, our body will resume its normal state whereby we can rest and wake up refreshed as usual.

  1. Do not spend too much time on screen

Exhaustion does not only arise from excessive working, but also from following the news too much. After finishing work, some people do not rest but keep using their mobile phone and watching television. You should stop this behavior so that your body gets to rest and is ready for the next day.

  1. Avoid feeling sleepy during the day

Everybody wrongly thinks that feeling sleepy during the day is inevitable. This behavior can be changed in order to improve our working performance. Food is one thing that can help to reduce sleepiness. You should eat proteins rather than flours and sugar because they build up non-harmful energy and maintain your blood’s sugar balance which will help to reduce sleepiness during the day.

  1. Manage your time better

Even if you had 100 hours in a day, your body will not get sufficient rest if you cannot manage your time well so that you know when you should work and when you should take a break. This needs to be done regularly and habitually so that your body and brain will have sufficient time to rest fully.

 

Comments