ສັ່ງໂຈະ!!! ທຸລະກິດກ່ຽວກັບໂຮງງານອຸດສາຫະກຳປຸງແຕ່ງ ນຳໃຊ້ສິ່ງເສດເຫຼືອຢາງປລາສະຕິກ.

ກະຊວງອຸດສາຫະກໍາ ແລະ ການຄ້າ: ສັ່ງໂຈະ ການອະນຸຍາດດໍາເນີນທຸລະກິດໃໝ່ ກ່ຽວກັບໂຮງງານອຸດສາຫະກໍາປຸງແຕ່ງ ທີ່ນໍາໃຊ້ສິ່ງເສດເຫຼືອຢາງປລາສະຕິກ ເປັນວັດຖຸດິບ
ເພື່ອເຮັດໃຫ້ການຄຸ້ມຄອງ, ການປັບປຸງ ແລະ ດັດສົມໂຮງງານອຸດສາຫະກໍາປຸງແຕ່ງ ທີ່ນໍາໃຊສິ່ງເສດເຫຼືອປລາສະຕິກ ເປັນວັດຖຸດິບ ໃຫ້ໄດ້ມາດຕະຖານເຕັກນິກ, ຫຼຸດຜ່ອນຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ ແລະ ສອດຄ່ອງກັບແນວທາງຂອງລັດຖະບານ ກ່ຽວກັບການພັດທະນາເສດຖະກິດ-ສັງຄົມ ໃຫ້ໄປຕາມທິດສີຂຽວ ແລະ ຍືນຍົງ. ດັ່ງນັ້ນ ກະຊວງອຸດສາຫະກໍາ ແລະ ການຄ້າ ຈິ່ງອອກຄໍາສັ່ງ ວ່າດ້ວຍການໂຈະ ການອະນຸຍາດດໍາເນີນທຸລະກິດໃໝ່ ກ່ຽວກັບໂຮງງານອຸດສາຫະກໍາປຸງແຕ່ງ ທີ່ນໍາໃຊ້ສິ່ງເສດເຫຼືອຢາງປລາສະຕິກ ເປັນວັດຖຸດິບ ເລກທີ 0903/ອຄ.ກອຫ ວັນທີ 31 ກໍລະກົດ 2019. ຄໍາສັ່ງສະບັບນີ້ ມີຜົນສັກສິດນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ ຈົນກວ່າຈະມີຄໍາສັ່ງສະບັບໃໝ່ ຫຼື ນິຕິກໍາອື່ນປ່ຽນແທນຄໍາສັ່ງສະບັບນີ້.

ສໍາລັບວິສາຫະກິດ/ໂຮງງານ ທີ່ໄດ້ຮັບໃບທະບຽນວິສາຫະກິດ, ໃບອະນຸຍາດລົງທຶນ ຫຼື ໃບອະນຸຍາດດໍາເນີນທຸລະກິດ ແຕ່ຍັງບໍ່ໄດ້ຮັບໃບອະນຸຍາດປຸກສ້າງໂຮງງານ ແມ່ນໃຫ້ຢຸດຕິທັນທີ ຈົນກ່ວາຈະມີຄໍາສັ່ງສະບັບໃໝ່ ຫຼື ນິຕິກໍາອື່ນປ່ຽນແທນຄໍາສັ່ງສະບັບນີ້.

ສ່ວນໂຮງງານອຸດສາຫະກໍາປຸງແຕ່ງ ທີ່ນໍາໃຊ້ສິ່ງເສດເຫຼືອປລາສະຕິກ ເປັນວັດຖຸດິບ ທີ່ໄດ້ປະກອບເອກະສານຄົບຖ້ວນແລ້ວ ແມ່ນເຫັນດີໃຫ້ສຶບຕໍ່ດໍາເນີນ ແຕ່ມອບໃຫ້ພະແນກອຸດສາຫະກໍາ ແລະ ການຄ້າແຂວງ, ນະຄອນຫຼວງ ສົມທົບກັບພາກສ່ວນກ່ຽວຂ້ອງ ຕິດຕາມກວດກາ ຖ້າພົບເຫັນໂຮງງານໃດບໍ່ປະຕິບັດຕາມທີ່ໄດ້ກໍານົດໃນກົດໝາຍ ແລະ ລະບຽບການກ່ຽວຂ້ອງ ແມ່ນໃຫ້ໂຈະການຜະລິດ ແລະ ຖອນໃບຢັ້ງຢືນດໍາເນີນກິດຈະການໂຮງງານ.

ດາວໂຫລດ Lao: ຄໍາສັ່ງ ວ່າດ້ວຍການໂຈະ ການອະນຸຍາດດໍາເນີນທຸລະກິດໃໝ່ ກ່ຽວກັບໂຮງງານອຸດສາຫະກໍາປຸງແຕ່ງ ທີ່ນໍາໃຊ້ສິ່ງເສດເຫລືອຢາງປາສະຕິກ ເປັນວັດຖຸດິບ ເລກທີ 0903/ອຄ.ກອຫ ວັນທີ 31 ກໍລະກົດ 2019.

ທີ່ມາ:ສູນຂໍ້ມູນຂ່າວສານທາງດ້ານການຄ້າ ຂອງ ສປປ ລາວ / Lao PDR Trade Portal

Comments