ວິທີ!!! ວາງເປົ້າໝາຍ ຄິດໃຫຍ່ຂຶ້ນ ແລະ ຍາກກວ່າເກົ່າ ເພື່ອຄວາມສຳເລັດ

ເຮັດວຽກມາຫຼາຍປີ ແຕ່ຕໍາແໜ່ງໜ້າທີ່ວຽກງານ ແລະ ເງິນເດືອນຍັງຄົງທີ່ ສະນັ້ນ, ເປັນໂອກາດດີໃຫ້ເລີ່ມຕັ້ງເປົ້າໝາຍທ້າທາຍຄວາມສໍາເລັດ.

  • ວາງເປົ້າໝາຍ ຄິດໃຫຍ່ຂຶ້ນ ແລະ ຍາກກວ່າເກົ່າ

ຫຼາຍໆເທື່ອ ເວລາຕັ້ງເປົ້າໝາຍເອົາໄວ້ແລ້ວ ຜົນອອກມາຈະບໍ່ສຳເລັດໄດ້ເຕັມຮ້ອຍ ສະນັ້ນ, ເປົ້າໝາຍທີ່ຕັ້ງໄວ້ນັ້ນຕ້ອງຂະຫຍາຍໃຫ້ມັນໃຫຍ່ ແລະ ຍາກກວ່າເກົ່າ. ລອງທົບທວນເບິ່ງວ່າ ປີຜ່ານມາ ໄດ້ເຮັດຫຍັງສໍາເລັດໄປແລ້ວແດ່! ບັນລຸເປົ້າໝາຍທີ່ໄດ້ຕັ້ງໄວ້ຈັກຢ່າງແລ້ວ ຈາກນັ້ນ ປີນີ້ເລີ່ມຕັ້ງເປົ້າໝາຍໃຫ້ຕົວເອງໃໝ່ ໂດຍເອົາຄວາມສໍາເລັດໂຕເກົ່າມາເປັນແບບຢ່າງ ແລ້ວສ້າງເປົ້າໝາຍທີ່ໃຫຍ່ກວ່າ ແລະ ລົງມືປະຕິບັດໃຫ້ເຕັມສ່ວນ.

  • ຕັ້ງເປົ້າໝາຍຢາກຮ່ວມເຮັດວຽກກັບໃຜເປັນພິເສດ

ຢູ່ໃນສາຍວຽກທີ່ທ່ານຮັບຜິດຊອບນັ້ນ ອາດມີຄົນໃດຄົນໜຶ່ງທີ່ເປັນຄົນເກັ່ງ, ມີຄວາມສາມາດ, ເປັນຄົນທີ່ທ່ານມັກ ແລະ ເປັນ Idol  ທີ່ທ່ານຄິດຢາກຈະມີໂອກາດໄດ້ຮ່ວມວຽກນໍາຈັກເທື່ອໜຶ່ງ  ເຊິ່ງມັນຈະເຮັດໃຫ້ທ່ານມີແຮງບັນດານໃຈ ເພື່ອຈະພັດທະນາຕົນເອງໃຫ້້ກ້າວຂຶ້ນໄປເຖິງຂັ້ນນັ້ນໃຫ້ໄດ້ ເຖິງວ່າທ່ານບໍ່ມີໂອກາດຈະໄດ້ຮ່ວມງານນໍາ ທ່ານກໍຈະກາຍເປັນຄົນເກັ່ງດ້ວຍຕົວທ່ານເອງໄດ້ແນ່ນອນ.

  • ຕັ້ງເປົ້າພັດທະນາຕົນເອງ

ມີຫຼາຍໆຄົນອາດຄິດວ່າ ເຮົາເກັ່ງ ແລະ ລື້ງເຄີຍກັບວຽກງານອາຊີບນີ້ດີ ເພາະເຮັດມາຫຼາຍປີ ຄວາມຄິດແບບນີ້ເປັນການຖ່ວງດຶງການພັດທະນາຕົນເອງໃນຫຼາຍໆດ້ານ ເພາະໂລກທຸກມື້ນີ້ ເຕັມໄປດ້ວຍເຕັກໂນໂລຊີທີ່ກ້າວໜ້າທັນສະໄໝ ຖ້າຍັງຄິດວ່າຕົນເອງເປັນຄົນເກັ່ງແລ້ວ ແຕ່ປະຕິບັດແບບເກົ່າໆມາຫຼາຍປີ ທ່ານກໍຄວນທົບທວນຄືນໃໝ່ ແລ້ວຈະເຫັນວ່າໂລກໄປໄກຮອດໃສ. ແລ້ວໂຕເຮົາເດຍັງຂາດຫຍັງຢູ່ ຈາກນັ້ນ, ກໍຕັ້ງເປົ້າເຝິກຝົນຕົນເອງໃຫ້ທັນກັບໂລກ.

  • ຕັ້ງເປົ້າໝາຍເຝິກນິດໄສຕົວເອງໃໝ່

ບາງເທື່ອການເປັນຕົວຂອງຕົນເອງແບບເກົ່າມາໂດຍຕະຫຼອດ ອາດຈະໜ້າເບື່ອ ທ່ານລອງສຳຫຼວດຕົນເອງຄືນໃໝ່ເບິ່ງວ່າທີ່ຜ່ານຕົນເອງເປັນຄົນແນວໃດ? ນິດໄສແບບໃດ? ຫຼັງຈາກນັ້ນກໍໃຫ້ຄົນໃກ້ສິດບອກອີກເທື່ອໜຶ່ງວ່າ ເຂົາເຈົ້າຄິດແບບໃດກັບເຮົາ? ກັບນິດໄສຂອງເຮົາ ແຕ່ຄວນເປີດໃຈຮັບຟັງຄວາມຄິດເຫັນ ແລະ ຄຳຕຳນິໃຫ້ໄດ້ ເພາະນິດໄສບາງຢ່າງມັນຢູ່ກັບຕົວເຮົາຈົນລື້ງເຄີຍ ແລະ ນິດໄສບາງຢ່າງກໍສົ່ງຜົນເສຍໃຫ້ກັບວຽກງານທີ່ເຮັດຢູ່ ຫຼັງຈາກຮູ້ຈຸດອ່ອນນິດໄສຂອງຕົນເອງແລ້ວ ໃຫ້ຟ້າວແກ້ໄຂ ແລະ ປ່ຽນພຶດຕິກຳທີ່ດີຂຶ້ນກວ່າເກົ່າ.

  • ສ້າງແຮງຈູງໃຈຕາມເປົ້າໝາຍເປັນໄລຍະ

ແຮງຈູງໃຈ ກໍຄືກັບການໃຫ້ຂອງຂວັນຕົວເອງ ຖ້າເຮົາເຮັດບາງຢ່າງສໍາເລັດຕາມເປົ້າໝາຍທີ່ວາງໄວ້ ເຮົາອາດສ້າງແຮງຈູງໃຈ ເຊັ່ນ: ຕ້ອງມີເງິນໃນທະນາຄານເພີ່ມຂຶ້ນ, ທ້າຍປີຈະຊື້ສິ່ງຂອງບາງຢ່າງ ຫຼື ຕັ້ງເປົ້າໝາຍຊື້ດິນປຸກເຮືອນ ແລະ ທີ່ສໍາຄັນຢ່າປະມາດຕົນເອງ ຖ້າຄົນອຶ່ນເຮັດໄດ້ເຮົາກໍເຮັດໄດ້ເຊັ່ນກັນ.

  • ຂຽນເປັນບົດບັນທຶກ

ຕັ້ງເປົ້າໝາຍຫຼາຍສິ່ງຫຼາຍຢ່າງໃນຄວາມຄິດແລ້ວກໍລືມ. ສະນັ້ນ, ຂຽນເປົ້າໝາຍລົງທຸກຂໍ້ທີ່ຄິດໃສ່ເຈ້ຍໄວ້ ໃຊ້ເປັນຄະຕິເຕືອນໃຈ, ໃຊ້ເປັນແຮງບັນດານໃຈໃນການເຮັດວຽກເພື່ອໃຫ້ເຖິງເປົ້າໝາຍ ແຕ່ຢ່າລືມວ່າ ຖ້າຈົດແລ້ວບໍ່ເຮັດ ເຖິງວ່າເຮົາບໍ່ລືມ ກໍບໍ່ມີຄວາມໝາຍ.

Set a target toward success

    Have you been working for many years, but your position and salary still remain the same? 2017 is a good opportunity to set a target toward success.

  • Set a target, think big, and challenge yourself

In many cases, targets are set but might not be completely achieved. You can try reviewing your previous year to see what you achieved and which targets you did reach. From that, you can start setting new goals for yourself by referring to your previous success as a motivation and try to achieve bigger and more challenging goals.

  • Set a specific target of who you would like to work with

In your line of work, there must be an outstanding and skillful individual who you admire as your idol, and who you would like to have an opportunity to work with. This will inspire you to develop yourself further to the same level as that person. Although you might not end up working with the person you admire, you will definitely become a better person.

  • Set a self-improvement target 

Many people might think that we are good at and familiar with this career because we have been doing it for several years. This kind of thought will obstruct self-improvement in various ways. The world nowadays is full of modern technology, so we should not think that we are already good and continue to do the same thing as usual. We should review our environment and we will see how much the world has changed. We will be able to figure out what we lack and then we can improve ourselves to keep up with the world.

  • Set a target to change your habits

Sometimes, if you keep on being yourself as always, it becomes boring. Therefore, you should re-examine yourself to see how you actually are. What kind of habits do you have? You can also ask for comments from others to see what they think of you and your habits, though you need to be open-minded regarding such comments and criticisms. Some of your habits may be long-standing and familiar to you but they can have negative impacts on your work. After realizing your own weaknesses, you should urgently address and correct such negativity to become a better person.

  • Keep building periodic motivation for achieving targets

Motivation is like a self-rewarding act. After we achieve any set target, we can motivate ourselves by making a deposit into a bank account, buying New Year’s gifts, or setting a goal of buying a piece of land for constructing a house. Most importantly, we should never underestimate ourselves: if someone else can do something, we can do it too.

  • Keep a record

We tend to forget when we set too many goals in our mind. Therefore, we should record them on paper to remind and inspire us to reach those goals. Please remember, however, that although the record can remind us of our targets, if we do not work on them, the record is meaningless.

 

Comments