ສ ປປ ລາວ ອາດເປັນປະເທດໜຶ່ງທີ່ີສົ່ງອອກເຂົ້າສານ ຫຼາຍທີ່ສຸດໃນປະເທດອາຊຽນ

ນັກທຸລະກິດຈາກປະເທດມຽນມາ ໄດ້ໃຫ້ສຳພາດຕໍ່ທີມງານວຽງຈັນທາຍໃນມື້ວັນເສົາທີ 2 ພະຈິກ 2019 ທີ່ຜ່ານມາວ່າ : ສປປ ລາວ ອາດຈະເປັນໜຶ່ງຂອງບັນດາປະເທດທີ່ສົ່ງອອກເຂົ້າສານຫຼາຍທີ່ສູດໃນອາຊຽນ ຍ້ອນຍັງມີເນື້ອທີ່ດິນປູກເຂົ້າເປັນຈໍານວນຫຼາຍ ແລະ ຍັງອຸດົມສົມບູນບໍ່ຈຳເປັນຕ້ອງໃຊ້ສານເຄມີໃນການປູກພືດດັ່ງກ່າວ. ໃນອານາຄົດເຊື່ອວ່າ ປະເທດລາວມີຄວາມສາມາດປູກເຂົ້າເປັນສິນຄ້າເພື່ອສົ່ງອອກໄດ້ຫຼາຍກວ່າທີ່ຜ່ານມາ ແລະ ຖ້າຫາກໄດ້ຮັບການສົ່ງເສີມຢ່າງຈິງຈັງ ຈາກພາກລັດ ໂດຍການຮ່ວມມືກັບນັກລົງທຶນ ແລະ ຊາວນາ.

ທ່ານ ຈໍສະວາໂຊ (U Kyaw Swar Soe) ປະທານບໍລິສັດ ນາເຣສ໌ ຈຳກັດ ແຫ່ງປະເທດ ໄດ້ກ່າວຕໍ່ສືມວນຊົນ ເນື່ອງໃນໂອກາດທີ່ມາເຊັນສັນຍາ ຊື້-ຂາຍເຂົ້າສານໃຫ້ ບໍລິສັດ ໂຮມໄຊ ການກະເສດ ຂາອອກ-ຂາເຂົ້າ ຂອງລາວ ແລະ ບໍລິການຈຳກັດ ຜູ້ດຽວ ໂດຍຮ່ວມກັບ ບໍລິສັດ ສະຫຍາມ ມ້າທອງ ຈຳກັດ ແຫ່ງປະເທດໄທ. ທ່ານ ໄດ້ອະທິບາຍຕື່ມອີກວ່າ: ການທີ່ຈະໃຫ້ປະເທດລາວກາຍເປັນປະເທດທີ່ສົ່ງອອກເຂົ້າສານຫຼາຍທີ່ສູດໃນອາຊຽນໄດ້ນັ້ນແມ່ນຍັງມີສິ່ງທ້າທາຍຫຼາຍ ເຊັ່ນ : ພາກລັດຕ້ອງໄດ້ຂະຫຍາຍລະບົບຊົນລະປະທານໃຫ້ຫຼາຍເພື່ອສະໜອງນ້ຳໃຫ້ແກ່ການຜະລິດໄດ້ທົ່ວເຖິງ ສາມາດໃຊ້ໄດ້ສອງລະດູ ຫຼື ສາມລະດູໃນການປູກເຂົ້າ. ສະເພາະ ນັກລົງທຶນ ຕ້ອງໄດ້ເອົາໃຈໃສ່ສົ່ງເສີມຊາວນາ ໂດຍສະເພາະແມ່ນທຶນ, ແນວພັນ, ເຕັກນິກໃນການປູກ ແລະ ອື່ນໆ ເພື່ອໃຫ້ຜະລິດເຂົ້າໄດ້ທັງປະລິມານ ແລະ ຄຸນນະພາບທີ່ສາມາດແຂ່ງຂັນກັບພາກພື້ນໄດ້.

ຂ່າວ: ສົມພາວັນ
ທີ່ມາ: ວຽງຈັນທາຍລາວ

Comments