Author Archives: Paeng KC

ສິ່ງທີ່ຄວນເອົາໃຈໃສ່ໃນການເຮັດທຸລະກິດສ່ວນຕົວ.

ສິ່ງເຫຼົ່ານີ້ ເປັນສິ່ງທີ່ນັກທຸລະກິດ ຫຼື ຜູ້ປະກອບການມັກຈະບໍ່ສົນໃຈໃນເວລາເລີ່ມຕົ້ນເຮັດທຸລະກິດ ຫຼື ແມ່ນແຕ່ນັກທຸລະກິດລາຍໃຫຍ່ ກໍຍັງລືມສິ່ງທີ່ຄວນເອົາໃຈໃສ່ເຫຼົ່ານີ້: ຢ່າໝັ້ນໃຈຕົວເອງເກີນໄປ: ຄວາມໝັ້ນໃຈ ເປັນສິ່ງທີ່ດີ ແຕ່ຖ້າໝັ້ນໃຈຫຼາຍເກີນໄປອາດສົ່ງຜົນເສຍໃຫ້ກັບທຸລະກິດໄດ້, ເພາະຜູ້ເຮັດທຸລະກິດຜູ້ນັ້ນ ອາດຈະບໍ່ສົນໃຈຄູ່ແຂ່ງ ແລະ ບໍ່ມີແຜນສໍາຮອງ ເມື່ອທຸລະກິດພົົບກັບຄວາມສ່ຽງ ແລະ ກາຍເປັນຄົນທີ່ເບິ່ງເຫັນແຕ່ດ້ານດຽວ ຈົນອາດເບິ່ງຂ້າມຈຸດອ່ອນຂອງທຸລະກິດຕົນເອງໄດ້. ນອກນີ້, ຄົນຜູ້ນັ້ນ ເມື່ອໝັ້ນໃຈຕົນເອງເກີນໄປ ມັກຈະບໍ່ຟັງຄວາມຄິດເຫັນຂອງຄົນອື່ນ ບໍ່ວ່າຈະເປັນຮຸ້ນສ່ວນ ຫຼື ພະນັກງານ; ການຕັດສິນໃຈທຸກຢ່າງແມ່ນຂຶ້ນກັບຕົນເອງ ຄິດວ່າຕົນເອງເກັ່ງຮູ້ໄປໝົດທຸກເລື່ອງ ອາດຈະນຳໄປສູ່ການເກີດຄວາມຜິດພາດສູງ ຫຼື ການຕັດສິນໃຈທາງທຸລະກິດສ່ຽງຕໍ່ການຂາດທຶນໄດ້. ເປັນເພື່ອນມິດທີ່ດີ: ຮູ້ເຮັດວຽກກັບທຸກຄົນ ດ້ວຍວິທີສະຫຼາດ ໂດຍຫຼີກການປະທະໂດຍກົງ ບໍ່ວ່າຈະເປັນເພື່ອນຮ່ວມງານ ຫຼື ບໍລິສັດຄູ່ແຂ່ງ. ຖ້າເປັນເພື່ອນຮ່ວມງານ ກໍຂໍໃຫ້ປຶກສາກັນດ້ວຍເຫດຜົນ ແລະ ໃຫ້ຍຶດຜົນປະໂຫຍດລວມຂອງທຸລະກິດເປັນທີ່ຕັ້ງ, ບໍ່ແມ່ນເພື່ອເອົາຊະນະເພື່ອນຮ່ວມງານພຽງຢ່າງດຽວ ເພາະຈະເຮັດໃຫ້ແຕກແຍກໃນການເຮັດວຽກເປັນທີມ. ສ່ວນການຕໍ່ສູ້ກັບຄູ່ແຂ່ງ ເຮົາຄວນຄິດຫາວິທີສູ້ແບບທີ່ສ້າງສັນ, ດ້ວຍຈຸດເດັ່ນ ຫຼື ຄຸນນະພາບຂອງສິນຄ້າ ບໍ່ແມ່ນຈະສູ້ກັນທາງດ້ານການຕັດລາຄາ ເຊິ່ງມັນຈະເຮັດໃຫ້ຮັບຜົນເສຍທັງສອງຝ່າຍ. ຢ່າເຮັດທຸກຢ່າງພຽງຄົນດຽວ: ການສ້າງທຸລະກິດຄືການສ້າງລະບົບຂຶ້ນມາເພື່ອໃຫ້ກິດຈະການດໍາເນີນໄປດ້ວຍຕົວມັນເອງໄດ້ ຖ້າທ່ານກັງວົນທຸກໆເລື່ອງ ແລະ ບໍ່ຍອມມອບໝາຍວຽກ ແລະ ອຳນາດໃນການຕັດສິນໃຈໄປໃຫ້ກັບລູກນ້ອງ ແຕ່ນຳເອົາທຸກສິ່ງທຸກຢ່າງມາລວມໄວ້ກັບຕົວທ່ານຄົນດຽວ ຈະເຮັດໃຫ້ທຸລະກິດບໍ່ສາມາດດຳເນີນໄດ້ດ້ວຍຕົວເອງ ...

Read More »

3 ວິທີຊ່ວຍປ້ອງກັນພະຍາດຫຼອດເລືອດຫົວໃຈຕີບ

ພະຍາດຫຼອດເລືອດຫົວໃຈຕີບ ເປັນພະຍາດທີ່ອັນຕະລາຍຫຼາຍສຳລັບໄວກາງຄົນ ໄປຈົນເຖິງຜູ້ສູງອາຍຸ ເພາະຫຼາຍທ່ານອາດຈະບໍ່ຮູ້ວ່າຕົວເອງເປັນພະຍາດນີ້ ຈົນຮ່າງກາຍໃຫ້ສັນຍານເຕືອນ ແລະ ຢູ່ໃນພາວະສ່ຽງຕໍ່ການເສຍຊີວິດ ແລະ ການຮັກສາກໍບໍ່ໄດ້ງ່າຍດັ່ງທີ່ຄິດ ດັ່ງນັ້ນການປະຕິບັດຕົນເອງເພື່ອຫຼຸດຄວາມສ່ຽງຕໍ່ການເກີດພະຍາດຫຼອດເລືອດຫົວໃຈຕີບ ໂດຍການເພີ່ມພະລັງໃຫ້ຊີວິດ (Power your life) ເພື່ອສຸຂະພາບຫົວໃຈທີ່ດີ ເຊິ່ງມີຢູ່ 3 ຫຼັກການດັ່ງຕໍ່ໄປນີ້: ເພີ່ມພະລັງໃຫ້ຫົວໃຈ (Fuel your heart) ເພິ່ມພະລັງໃຫ້ຫົວໃຈໄດ້ງ່າຍໆ ໂດຍການຫຼຸດການບໍລິໂພກອາຫານແຊ່ແຂງ ແລະ ອາຫານແປຮູບ ເຊິ່ງມີເກືອ, ນໍ້າຕານ ແລະ ໄຂມັນທີ່ສູງ, ຄວນເລືອກດື່ມນ້ຳສະອາດ ຫຼື ນ້ຳໝາກໄມ້ທີ່ຄັ້ນສົດ ແລະ ບໍ່ຫວານຈົນເກີນໄປ ປ່ຽນພຶດຕິກຳຈາກທີ່ເຄີຍກິນເຂົ້າໜົມຫວານເປັນປະຈຳມາເປັນໝາກໄມ້ສົດ ແລະ ຜັກໃຫ້ໄດ້ 5 ກຳມືຕໍ່ມື້ ຫຼີກເຄື່ອງດື່ມທີ່ມີແອວກໍຣໍ (Alcohol). ອອກກຳລັງກາຍເປັນປະຈຳໃຫ້ຫົວໃຈໄດ້ມີການເໜັງຕີງ (Move your heart) ໜັ່ນອອກກຳລັງກາຍ ຢ່າງໜ້ອຍ 30 ນາທີ ໃຫ້ໄດ້ 5 ເທື່ອຕໍ່ 1 ອາທິດ ເຊັ່ນ: ຍ່າງຫຼິ້ນ, ເຮັດວຽກບ້ານ, ຢ່າງຂຶ້ນລົງຄັນໄດແທນການໃຊ້ລີຟ, ຂີ່ລົດຖີບ ...

Read More »

ມື້ອື່ນເຊົ້່າ!!! ລາຄານໍ້າມັນຂາຍຍ່ອນໜ້າປໍ້າປັບລົງ ທົ່ວປະເທດ

ກະຊວງອຸດສາຫະກຳ ແລະ ການຄ້າ ແຈ້ງການ ປັບລາຄານໍ້າມັນຂາຍຍ່ອຍລົງໃນຂອບເຂດທົ່ວປະເທດ ໃນເວລາ 6 ໂມງເຊົ້າ ຂອງວັນທີ 2 ພະຈິກ 2019. ນໍ້າມັນແອັດຊັງພິເສດ ປົບລົງ 200 ກີບ/ລິດ (ຈາກ 10.710 ກີບ ເປັນ 10.510 ກີບ) ນໍ້າມັນແອັພຊັງພິເສດ ປັບລົງ 130 ກີບ/ລິດ (ຈາກ 9.240 ກີບ ເປັນ 9.110 ກີບ) ນ້ຳມັນກາຊວນ ປົບລົງ 110 ກີບ/ລິດ (ຈາກ 8.720 ເປັນ 8.610 ກີບ)  

Read More »

ເອດີບີ ສະໜອງເງິນກູ້ 140 ລ້ານໂດລາໃຫ້ລັດຖະບານລາວ ປະຕິບັດ 3 ໂຄງການໃຫຍ່

ທະນາຄານພັດທະນາອາຊີ ຫຼື ເອດີບີ ໄດ້ຕົກລົງປ່ອຍເງິນກູ້ ມູນຄ່າ 140 ລ້ານໂດລາ ໃຫ້ແກ່ລັດຖະບານ ສປປ ລາວ ປະຕິບັດ 3 ໂຄງການ ເພື່ອພັດທະນາຂະແໜງກະສິກໍາ, ຂະແໜງສຶກສາ ແລະ ການຄຸ້ມຄອງການເງິນພາກລັດ. ໃນວັນທີ 30 ຕຸລາ 2019 ທີ່ນະຄອນຫຼວງວຽງຈັນ, ທະນາຄານພັດທະນາອາຊີ ຫຼື ເອດີບີ ໄດ້ລົງນາມສັນຍາປ່ອຍເງິນກູ້ໃຫ້ແກ່ລັດຖະບານ ແຫ່ງ ສປປ ລາວ ລວມມູນຄ່າທັງໝົດ 140 ລ້ານໂດລາ; ຕາງໜ້າລັດຖະບານ ສປປ ລາວ ໂດຍ ທ່ານ ບຸນໂຈມ ອຸບົນປະເສີດ ຮອງລັດຖະມົນຕີກະຊວງການເງິນ ກັບ ທ່ານ ຢາຊູຊິ ເນກິຊິ ຜູ້ຕາງໜ້າທະນາຄານພັດທະນາອາຊີ ປະຈຳ ສປປ ລາວ; ມີທ່ານຮອງລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້, ທ່ານຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກີລາ, ຜູ້ຕາງໜ້າກະຊວງແຜນການ ແລະ ການລົງທຶນ, ທ່ານຮອງເຈົ້າແຂວງຫົວພັນ, ...

Read More »

ເທດສະການຮູບເງົາດີເດັ່ນລາວ-ຈີນ ປະຈຳປີ 2019 ໄດ້ເລີ່ມຂຶ້ນແລ້ວ!!!!

​ ໃນວັນທີ 30 ຕຸລາ 2019, ທີ່ຫໍວັດທະນະທໍາແຫ່ງຊາດ ນະຄອນຫຼວງວຽງຈັນ, ກົມຮູບເງົາກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວລາວ ( ຖວທ) ຮ່ວມກັບວິທະຍຸສາກົນແຫ່ງປະເທດຈີນ ຫຼື CRI ປະຈໍາລາວ ໄດ້ຈັດພິທີເປີດເທດສະການຮູບເງົາດີເດັ່ນ ລາວ-ຈີນປະຈໍາປີ 2019 ຂຶ້ນຢ່າງເປັນທາງການ, ໂດຍການເຂົ້າຮ່ວມຂອງທ່ານ ຈ້າວເສີງກ່າງ ທີ່ປຶກສາການເມືອງສະຖານທູດ ສປ ຈີນ ປະຈໍາ ສປປ ລາວ, ພ້ອມດ້ວຍມວນຊົນຫຼາຍພາກສ່ວນເຂົ້າຮ່ວມຫຼາຍກວ່າ 800 ຄົນ ເຂົ້າຮ່ວມພິທີເປີດ ພ້ອມກັບໄດ້ຮັບຊົມຮູບເງົາຈີນ ເລື່ອງມະຫາເສດຖີຈຳເປັນ ທີ່ພາກເປັນພາສາລາວ. ທ່ານ ວິທູນ ສຸນດາຣາ ຫົວໜ້າກົມຮູບເງົາ ກະຊວງ ຖວທ ກ່າວວ່າ: ໂດຍປະຕິບັດຕາມແຜນແມ່ບົດວ່າດ້ວຍການສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ ແລະຜົນສຳເລັດໃນການຈັດເທດສະການຮູບເງົາດີເດັ່ນ ລາວ-ຈີນໃນ ຄັ້ງຜ່ານມາ, ພາຍໃຕ້ການຊີ້ນໍາຂອງກະຊວງ ຖວທ ແລະ ສະຖານທູດ ສປ ຈີນ ປະຈຳ ສປປ ລາວ, ກົມຮູບເງົາ ກະຊວງ ຖວທ ແລະCRI ...

Read More »

ຍທຂ ແຈ້ງເຕືອນລະວັງ ກຸ່ມຄົນບໍ່ຫວັງດີ ໂຄສະນາວ່າສາມາດເຮັດໃບຂັບຂີ່ສາກົນ

ອີງຕາມແຈ້ງການຂອງ ກະຊວງ ຍທຂ ວ່າ: ຫ້ອງການກະຊວງໂຍທາທິການແລະຂົນສົ່ງ ຂໍຖືເປັນກຽດແຈ້ງເຖິງບັນດາກະຊວງ, ອົງການທຽບເທົ່າ, ບັນດາແຂວງ, ນະຄອນ, ພະນັກງານ, ທະຫານ, ຕຳຫຼວດ ແລະປະຊາຊົນລາວບັນດາເຜົ່າຫມົດທຸກຄົນຊາບກ່ຽວກັບ ການແອບອ້າງຂອງກຸ່ມຄົນບໍ່ຫວັງດີ ລົງໂຄສະນາຜ່ານສື່ອອນລາຍຫລາຍຮູບແບບວ່າສາມາດເຮັດໃບຂັບຂີ່ສາກົນຂອງສະມາຄົມລົດໂອໂຕສາກົນ (IAA) ໄດ້ ຊື່ງມີອາຍຸການນຳໃຊ້ໄດ້ເຖິງ 5 ປີ ແລະສາມາດຂັບລົດໄປໄດ້ 196 ປະເທດ ໃນທົ່ວໂລກໄດ້ນັ້ນ ແມ່ນບໍ່ເປັນຄວາມຈິງ, ຊື່ງເປັນການຕົວະຍົວະຫຼອກລວງ ເພື່ອຫວັງຜົນປະໂຫຍດ ແລະ ຫວັງທຳລາຍມ້າງເພຄວາມສະຫງົບສຸກຂອງຊາດ ການອອກໃບຂັບຂີ່ສາກົນໃຫ້ບຸກຄົນໃດຫນື່ງໄດ້ນັ້ນ ຕ້ອງແມ່ນອົງການທີ່ມີສິດອຳນາດເທົ່ານັ້ນ, ສຳລັບ ສປປ ລາວ ແມ່ນກົມຂົນສົ່ງ ກະຊວງ ໂຍທາທິການ ແລະ ຂົນສົ່ງ ທີ່ເປັນຜູ້ເຊັນຮັບຮອງ ແລະ ອະນຸຍາດໃຫ້ສະເພາະບຸກຄົນທີ່ມີໃບຂັບຂີ່ຂອງ ສປປ ລາວ ທີ່ຖືກຕ້ອງຕາມກົດຫມາຍ, ຊື່ງ ສປປ ລາວ ໄດ້ລົງນາມ ແລະ ເປັນພາຄີ ສົນທິສັນຍາສາກົນວ່າດ້ວຍການຈະລາຈອນທາງບົກ ຂອງອົງການສະຫະປະຊາຊາດເມື່ອປີ 1949 ທີ່ ເຂີແນວ ປະເທດ ສິວິດ. ດັ່ງນັ້ນ, ຈື່ງຖືເປັນກຽດແຈ້ງມາຍັງບັນດາທ່ານ, ...

Read More »

ທະນາຄານ ກຸງສີ ລາວ ເປີດບໍລິການໂອນເງິນໄປປະເທດໄທ ຜ່ານເຕັກໂນໂລຊີ Blockchain

ທະນາຄານ ກຸງສີອະຍຸດທະຍາ ຈໍາກັດ (ມະຫາຊົນ) ໄດ້ເປີດໃຫ້ບໍລິການ Krungsri Blockchian Interledger ເປັນການບໍລິການ ໂອນເງິນຜ່ານເຕັກໂນໂລຊີ ບລັອກເຊນ ຢ່າງວ່ອງໄວ ຈາກ ສປປ ລາວ ໄປຫາ ປະເທດໄທ ໂດຍການໃຊ້ເວລາບໍ່ເຖິງນາທີ ເຊິ່ງຮອງຮັບທັງສະກຸນເງິນບາດ ແລະໂດລາສະຫະລັດ ເພື່ອຊ່ວຍສະໜັບສະໜູນທຸລະກິດການຄ້າລະຫວ່າງ ລາວ-ໄທ ໃຫ້ການເຮັດທຸລະກິດມີຄວາມສະດວກສະບາຍ ແບບໄຮ້ພົມແດນ. ພິທີການເປີດໂຕງານດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 28 ຕຸລາ 2019 ຜ່ານມາ ທີ່ໂຮງແຮມ ຄລາວ ພລາຊ່າ ນະຄອນຫຼວງວຽງຈັນ ໂດຍມີຕາງໜ້າຈາກທະນາຄານແຫ່ງ ສປປ ລາວ ແລະຕາງໜ້າຈາກທະນາຄານກຸງສີອາຍຸດທະຍາ ເຂົ້າຮ່ວມ. ທ່ານ ແດນ ຮາໂຊໂນ່ ປະທານກຸ່ມທຸລະກິດລູກຄ້າລາຍຍ່ອຍ ແລະ ລູກຄ້າບຸກຄົນ, ທະນາຄານກຸງສີອາຢຸດທະຍາ ຈຳກັດ (ມະຫາຊົນ) ກ່າວວ່າ: ການຄ້າ ແລະ ການລົງທຶນລະຫວ່າງໄທ ແລະ ລາວ ເຕີບໂຕ ແລະ ມີມູນຄ່າເພີ່ມຂຶ້ນຢ່າງຕໍ່ເນື່ອງ, ດັ່ງນັ້ນ ກຸງສີຈຶ່ງໄດ້ນຳເອົານະວັດຕະກຳທາງການເງິນມາໃຊ້ ເພື່ອສະໜັບສະໜູນດ້ານທຸລະກິດການຄ້າ ລະຫວ່າງສອງປະເທດ. ໂດຍທະນາຄານໄດ້ເປີດໂຕ Krungsri Blockchain Interledger ຊຶ່ງຈະຊ່ວຍອຳນວຍຄວາມສະດວກໃຫ້ກັບຜູ້ປະກອບການທຸລະກິດ (ລາວ-ໄທ) ໃຫ້ສາມາດໂອນເງິນລະຫວ່າງປະເທດໄດ້ສະດວກ, ...

Read More »

Run For Her 2019 ປະສົບຜົນສຳເລັດເກີນຄາດ ມີນັກກິລາ ແລະ ຜູ້ເຂົ້າທັງໝົດຫຼາຍກວ່າ 2.000 ຄົນ

ໃນຕອນເຊົ້າມືດຂອງວັນທີ 27 ຕຸລາ 2019, ທີ່ເດີ່ນພະທາດຫຼວງວຽງຈັນ, ວາລະສານຂວັນໃຈ ອອນລາຍ ຮ່ວມກັບສະມາຄົມນັກທຸລະກິດແມ່ຍິງລາວ ແລະ ສະຫະພັນແລ່ນ ແລະ ລານ ແຫ່ງຊາດລາວ ໄດ້ຈັດງານແລ່ນຊຸບເປີມິນິມາລາທອນ (Run For Her 2019) ເປັນຄັ້ງທຳອິດ ເພື່ອຕໍ່ຕ້ານຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ ພາຍໃຕ້ຄຳຂວັນ “ທຸກບາດກ້າວຄືພະລັງ ຢຸດຢັ້ງຄວາມຮຸນແຮງ “.  ໂດຍການເຂົ້າຮ່ວມຂອງຫຼາຍພາກສ່ວນໃນນະຄອນຫຼວງວຽງຈັນທີ່ອອກມາຮ່ວມແຮງຮ່ວມໃຈກັນສ້າງຈຸດຍືນເພື່ອຕໍ່ຕ້ານຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍໃນຄັ້ງນີ້. ກ່າວເປີດງານໂດຍທ່ານນາງ ເກດສະໜາ ປັນຍາທິບ ຮອງຜູ້ອຳນວຍການສ້າງວາລະສານຂັວນໃຈ ແລະ ໃຫ້ກຽດເຂົ້າຮ່ວມງານໂດຍທ່ານ ຈັນດີ ພົມມະບຸດ ປະທານສະຫະພັນແລ່ນ ແລະ ລານ ແຫ່ງຊາດລາວ, ມີບັນດານັກກິລາ ສະໝັກເຂົ້າແຂ່ງຂັນຮ່ວມ ຫຼາຍກວ່າ 1.600 ຄົນ ແລະ ມີຜູ້ເຂົ້າຮ່ວມງານນີ້ທັງໝົດຫຼາຍກວ່າ 2.000 ຄົນ. ທ່ານນາງ ເກດສະຫວັນ ປັນຍາທິບ ກ່າວໃນງານວ່າ: ການຈັດງານຄັ້ງນີ້, ກໍເພື່ອ ປູກຈິດສຳນຶກໃຫ້ສັງຄົມຫັນມາເອົາໃຈໃສ່ ແລະ ຮ່ວມຍຸຕິບັນຫາຄວາມຮຸນແຮງຕໍ່ແມ່ຍິງ ແລະ ...

Read More »

ມອບ-ຮັບໜ້າທີ່ ຫົວໜ້າຫ້ອງວ່າການສູນກາງພັກ ແລະ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ

ໃນວັນທີ 24 ຕຸລາ 2019 ນີ້, ໄດ້ມີພິທີເຊັນບົດບັນທຶກ ມອບ-ຮັບ ໜ້າທີ່ລະຫວ່າງ ທ່ານ ຄຳພັນ ພົມມະທັດ ຫົວໜ້າຫ້ອງວ່າການສູນກາງພັກ ຄົນເກົ່າ ໄປເປັນ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຄົນໃໝ່, ຍ້າຍທ່ານ ກິແກ້ວ ໄຂຄຳພິທູນ ເລຂາຄະນະບໍລິຫານງານພັກ, ຫົວໜ້າຄະນະໂຄສະ ນາອົບຮົມສູນກາງພັກ ຜູ້ເກົ່າ ໄປເປັນລັດຖະມົນຕີ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແລະ ຍ້າຍທ່ານ ທອງສະລິດ ມັງໜໍ່ເມກ ມາເປັນຫົວໜ້າຫ້ອງວ່າການສູນກາງພັກ ຄົນໃໝ່. ໂດຍມີທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ທັງເປັນປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມເປັນສັກຂີພິຍານ. ໃນການມອບ-ຮັບ ໜ້າທີ່ ໃນຄັ້ງນີ້, ອີງຕາມຄຳສັ່ງຂອງກົມການເມືອງສູນກາງພັກ ວ່າດ້ວຍການຍົກຍ້າຍພະນັກງານການນຳຂັ້ນສູງໄປຮັບໜ້າທີ່ໃໝ່ ແລະ ອີງຕາມມະຕິຕົກລົງຂອງກົມການເມືອງ ວ່າດ້ວຍການແຕ່ງຕັ້ງເລຂາຄະນະບໍລິຫານງານພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ແລະ ຫົວໜ້າຫ້ອງວ່າການສູນກາງພັກ. ໂອກາດນີ້, ທ່ານ ...

Read More »

ວັນພັກທ້າຍປີນີ້ໄປທ່ຽວ ກວາງໂຈວ ດີບໍ່? ໄປ-ມາ ສະດວກເພາະມີທ່ຽວບິນ 5 ຄັ້ງຕໍ່ອາທິດ

ມາມາທາງນີ້!!! ສຳລັບໃຜທີ່ວາງແຜນຈະໄປທ່ອງທ່ຽວໃນໄລຍະທ້າຍປີນີ້ ແຕ່ຍັງບໍ່ຮູ້ຈະໄປໃສ? ເພາະວ່າກໍເປັນໄລຍະພັກຍາວ ຂອງຫຼາຍໆທ່ານ ຫຼື ມື້ພັກປະຈຳປີຍັງຫຼາຍມື້ແຕ່ກໍຍັງຄິດບໍ່ອອກຈະໄປ່ທ່ຽວໃສດີ… ແນະນຳເລີຍ ໄປທ່ຽວ ກວາງໂຈວ ເປັນແຫຼ່ງທ່ອງທ່ຽວທີ່ຂຶ້ນຊື່ລືຊາຂອງ ປະເທດຈີນ ແລະ ຫຼາຍຄົນທົ່ວໂລກຢາກໄປທ່ຽວ ໄປຊ໋ອບປິງ, ຊົມໄຟແສງສີຂອງຕຶກທີ່ທັນສະໄໝໃນຕົວເມືອງ ແລະ ຍັງມີສະຖານທີ່ທ່ອງທ່ຽວທາງວັດທະນະທຳຈີນ ອີກຢ່າງຫຼວງຫຼາຍ.  ນອກນີ້,ກໍໂດງດັງເລື່ອງອາຫານການກິນທີ່ຫຼາກຫຼາຍ ແລະ ນ່າຕື່ນເຕັ້ນອີກດ້ວຍ ໄປກັບໝູ່ເພື່ອນກໍມ່ວນມັນ, ໄປກັບຄົນຮັກກໍໂຣແມນຕິກ ຫຼື ຈະໄປກັບຄອບຄົວກໍແສນຈະອົບອຸ່ນ. ແລ້ວເປັນຫຍັງຈຶ່ງໄປກວາງໂຈວ????  ກໍເນື່ອງຈາກວ່າ ປັດຈຸບັນ, ເດີນທາງໄປກວາງໂຈວແມ່ນສະດວກສະບາຍທີ່ສຸດ ເພາະ  China Southern Airline  ໄດ້ເພີ່ມການບໍລິການຖ້ຽວບິນ ເສັ້ນທາງບິນກົງຈາກ ວຽງຈັນ – ກວາງໂຈວ ເປັນ 5 ຖ້ຽວບິນຕໍ່ອາທິດ ເລີ່ມຈາກວັນທີ 27 ຕຸລາເປັນຕົ້ນໄປ.  ເໝາະແກ່ການໃຫ້ເຮົາວາງແຜນໄດ້ຕາມໃຈ ຕາມສະດວກມື້ພັກຂອງເຮົາໄດ້ເລີຍ. ເພາະໄລຍະທ້າຍປີ ເປັນໄລຍະທີ່ຍົນຫຼາຍຖ້ຽວຈະມັກເຕັມ. ເເຕ່ China Southern Airline ຈະນຳສະເໜີລູກຄ້າ ດ້ວຍບໍລິການທີ່ສະດວກສະບາຍ ແລະ ໄດ້ລາຄາທີ່ເໝາະສົມ. ບໍ່ຕ້ອງຫ່ວງຄຳວ່າຍົນເຕັມ, ບໍ່ມີບ່ອນນັ່ງ ເປັນເຫດຜົນທີ່ເຮັດໃຫ້ທ່ານບໍ່ສາມາດໄປສະຫຼອງປີໃໝ່ກັບຄົນຮັກ, ໝູ່ເພື່ອນ ...

Read More »