Author Archives: Paeng KC

ລັດຖະບານ ຕັ້ງເປົ້າເກັບລາຍຮັບ ເພີ່ມຂຶ້ນ 2% ຂອງຈີດີພີ

ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ ໄດ້ລາຍງານຕໍ່ກອງປະຊຸມສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ VIII ໃນວັນທີ 7 ພະຈິກ 2019 ກ່ຽວກັບມາດຕະການແກ້ໄຂສະພາບຄວາມຫຍຸ້ງຍາກເສດຖະກິດ – ການເງິນ ໃຫ້ຮູ້ວ່າ: ເປົ້າໝາຍສູ້ຊົນເພື່ອໃຫ້ຖານະການເງິນ – ງົບປະມານມີຄວາມໝັ້ນທ່ຽງໂດຍພື້ນຖານໃນ 3 – 4 ປີຕໍ່ໜ້າ ຄື: ຕ້ອງຮັບປະກັນເຮັດໃຫ້ເສດຖະກິດມີສະຖຽນລະພາບ ແລະ ຂະຫຍາຍຕົວຢ່າງຕໍ່ເນື່ອງໃນລະດັບ 6,5 – 7% ໂດຍຈັດຕັ້ງປະຕິບັດຕາມແຜນປັບໂຄງສ້າງເສດຖະກິດ ແລະ 8 ມາດຕະການຊຸກຍູ້ເສດຖະກິດຂອງລັດຖະບານ ແລະ ມາດຕະການອື່ນໆທີ່ສໍາຄັນ; ຕ້ອງຊຸກຍູ້ວຽກງານການຈັດເກັບລາຍຮັບພາຍໃນໃຫ້ເພີ່ມຂຶ້ນຢ່າງໜ້ອຍ 2% ຂອງ GDP ຈາກປະມານ 15% ຂອງ GDP ໃນປັດຈຸບັນເປັນ 17% ຂອງ GDP ພາຍໃນ   3 – 4 ປີຕໍ່ໜ້າ​ ເພື່ອໃຫ້ລາຍ ຮັບພາຍໃນດຸນດ່ຽງກັບລາຍຈ່າຍພາຍໃນ ( ລວມລາຍຈ່າຍດອກເບ້ຍ ...

Read More »

10 ວຽກທີ່ລັດຖະບານ ຈະຕ້ອງຮີບຮ້ອນແກ້ໄຂ ໃນປີ 2020

ການຈັດຕັັ້ງປະຕິບັດວຽກງານຂອງລັດຖະບານ ໃນໄລຍະ 9 ເດືອນທີ່ຜ່ານມາ ເຖິງວ່າປະເຊີນຄວາມທ້າທາຍຫຼາຍດ້ານ ແຕ່ກໍຍັງຮັກສາຕົວເລກການເຕີບໂຕທາງເສດຖະກິດໃນລະດັບດີຕໍ່ເນື່ອງ, ການດຸນດ່ຽງລາຍຮັບ – ລາຍຈ່າຍພາຍໃນມີທ່າຕັັ້ງໜ້າ, ບັນຫາໜີ້ສິນໂຄງການລົງທຶນຂອງລັດໄດ້ຮັບການແກ້ໄຂ. ພ້ອມນັ້ນ, ກໍ່ໄດ້ສະໜອງທຶນໃຫ້ຜູ້ປະກອບການທຸລະກິດຂະໜາດນ້ອຍ ແລະ ກາງ. ແຕ່ກໍຍັງມີຂໍ້ຄົງຄ້າງຫຼາຍດ້ານທີ່ຕ້ອງໄດ້ຮີບຮ້ອນແກ້ໄຂ ໃນປີ 2020. ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ລາຍງານໃນກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ VIII ວ່າ: ຜົນງານທີ່ຍາດມາໄດ້ສະແດງອອກເຖິງຄວາມເອົາໃຈໃສ່, ຄວາມຮັບຜິດຊອບ ແລະ ການປະກອບສ່ວນຂອງບັນດາຂະແໜງການ ແລະ ທ້ອງຖິ່ນ ເຮັດໃຫ້ພວກເຮົາສາມາດຮັກສາສະຖຽນລະພາບຂອງເສດຖະກິດມະຫາພາກ ແລະ ສ້າງເງື່ອນໄຂໃຫ້ປະເທດຊາດຂອງພວກເຮົາ ສາມາດສືບຕໍ່ພັດທະນາຕາມແຜນພັດທະນາເສດຖະກິດ – ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 8 ທີສະພາແຫ່ງຊາດໄດ້ຮັບຮອງ. ເຖິງຢ່າງໃດກໍຕາມ, ລັດຖະບານຕີລາຄາດ້ວຍຄວາມເປັນຈິງ ວ່າພວກເຮົາຍັງມີຂໍ້ຄົງຄ້າງຫຼາຍດ້ານທີ່ຕ້ອງໄດ້ຮີບຮ້ອນແກ້ໄຂ ໃນປີ 2020 ເປັນຕົ້ນແມ່ນ: ການຂະຫຍາຍຕົວຂອງເສດຖະກິດ ( GDP ) ໃນປີ 2019 ບັນລຸພຽງ ປະມານ 6,4% ...

Read More »

ຊີວອນ ວົງຊູບເປີ ຈູເນຍ ຖືກແຕ່ງຕັ້ງເປັນທູດສັນຕະວະໄມຕີຄົນໃໝ່ ຈາກອົງການອຸຍນີເຊັບ

ທ່ານ ຊີວອນ ຈອຍ (Siwon Choi) ຈາກ ວົງຊູບເປີ ຈູເນຍ ດາລາຊື່ດັງ ຈາກປະ ເທດ ສ.ເກົາຫລີ ໄດ້ຖືກແຕ່ງຕັ້ງເປັນ ທູດສັນຕະວະໄມຕີຄົນໃໝ່ ປະຈຳພາກພື້ນອາຊີຕາເວັນອອກ ແລະ ປາຊີຟິກ ຂອງອົງການກອງທຶນເພື່ອເດັກ ແຫ່ງ ສະຫະປະຊາຊາດ (ອຸຍນີເຊັບ) ໃນງານສະ ເຫຼີມສະຫຼອງຄົບຮອບ 30 ປີ ຂອງການຮັບຮອງເອົາສົນທິສັນຍາວ່າດ້ວຍສິດທິເດັກ, ເຊິ່ງຈັດຂຶ້ນໃນວັນທີ 11 ພະຈິກ 2019 ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ. ທ່ານ ນາງ ຄາຣິນ ຮູນຊັອບ ຜູ້ອຳນວຍການໃຫຍ່ອົງການຢູນີເຊັບ ປະຈຳພາກພື້ນອາຊີຕາ ເວັນອອກ ແລະ ປາຊີຟິກ ໄດ້ກ່າວວ່າ: ຂ້າພະເຈົ້າມີຄວາມຍິນດີ ແຈ້ງວ່າ ທ່ານ ຊີວອນ ຈອຍ ຖືກແຕ່ງຕັ້ງເປັນເປັນທູດສັນຕະວະໄມຕີ ປະຈຳພາກພື້ນຄົນໃໝ່ຂອງເຮົາ. ຕະຫຼອດ 4 ປີທີ່ຜ່ານມາ ທ່ານ ຊີວອນ ຈອຍ ໄດ້ເອົາໃຈໃສ່ບັນຫາທີ່ກ່ຽວກັບເດັກ ໂດຍຜ່ານບົດບາດຂອງເພິ່ນທີ່ເປັນ ຜູ້ຕາງໜ້າພິເສດສຳລັບ ອົງການຢູນີເຊັບ ໃນສ. ...

Read More »

ເຊບໂຣເລດ ເປີດຕົວລົດໃຫມ່ປີ 2020 Equinox ແລະ Malibu

ກຸ່ມບໍລິສັດມະນີຍົມກຣຸບ ຜູ້ນຳເຂົ້າ ແລະ ຈັດຈຳໜ່າຍ ລົດ Chevrolet ແຕ່ພຽງຜູ້ດຽວໃນປະເທດລາວ  ໄດ້ເປີດຕົວລົດໃຫມ່  Chevrolet  2 ລຸ້ນຄື: Equinox ປີ 2020 ແລະ Malibu 2020. ພ້ອມຈັດງານລ້ຽງຂອບໃຈລູກຄ້າ ຢູ່ທີ່ສູນ Chevrolet  Lao T2.ໃນຄ່ຳຄືນຂອງວັນທີ 8 ພະຈິກ 2019 ທີ່ຜ່ານມາ ໂດຍການເຂົ້າຮ່ວມຂອງທ່ານ  ວຽງສະຫວັດ ສີພັນດອນ ຮອງລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ,  ທ່ານ ສຸກສະຫວັນ ສີຫາເທບ ປະທານກຸ່ມບໍລິສັດ ມະນີຍົມກຣຸບ, ພ້ອມບັນດາແຂກຄົນສຳຄັນ, ບັນດາລູກຄ້າ ໄດ້ເຂົ້າຮ່ວມຢ່າງຫຼວງຫຼາຍ. ທ່ານ ສຸກສະໝອນ ສີຫາເທບ  ກ່າວໃນງານວ່າ: ບໍລິສັດ ເຊບໂຣເລດ ລາວ ເປັນໜື່ງບໍລິສັດໃນເຄືອຂອງກຸ່ມ ມະນີຍົມກຣຸບ ໄດ້ເປັນຜູ້ນຳເຂົ້າ ແລະ ຈັດຈຳໜ່າຍລົດ Chevrolet   ແຕ່ພຽງຜູ້ດຽວໃນປະເທດລາວ ແຕ່ປີ 2012 ແລະ ໃກ້ຈະຄົບຮອບ 7 ປີແລ້ວ ໃນວັນທີ 12 ...

Read More »

ປີ 2020 ລັດຖະບານຈະເນັ້ນ ຫຼຸດຜ່ອນການນຳເຂົ້າ ແລະ ໃຫ້ມີເຫຼືອເພື່ອສົ່ງອອກ

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ລາຍງານໃຫ້ຮູ້ໃນກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ VIII ໃນວັນທີ 7 ພະຈິກ 2019 ຜ່ານມານີ້ວ່າ:  ລັດຖະບານວາງແຜນ ປີ 2020 ຈະສຸມໃສ່ເພີ່ມທະວີແກ້ໄຂທຸກອຸປະສັກທີ່ພົວພັນເຖິງການສົ່ງເສີມການຜະລິດ ແລະ ການບໍລິການ ເປັນຕົ້ນ ການຜະລິດກະສິກໍາເປັນສິນຄ້າ ເພື່ອສະໜອງສະບຽງອາຫານທີ່ພຽງພໍ, ຫຼຸດຜ່ອນການນໍາເຂົ້າ ແລະ ມີເຫຼືອ ເພື່ອສົ່ງອອກໃຫ້ຫຼາຍຂຶ້ນ, ເອົາໃຈໃສ່ສົ່ງເສີມການຜະລິດອຸດສາຫະກໍາປຸງແຕ່ງ ແລະ ອຸດສາຫະກໍາ ທີ່ພວກເຮົາມີທ່າແຮງເພື່ອສົ່ງອອກ ແນໃສ່ສ້າງລາຍຮັບເປັນເງິນຕາຕ່າງປະເທດເພີ່ມຂຶ້ນ ເປັນຕົ້ນ ອຸດສາຫະກໍາປຸງແຕ່ງຜະລິດຕະພັນກະສິກໍາ, ກະແສໄຟຟ້າ, ແຮ່ທາດ, ເຂດເສດຖະກິດພິເສດ, ຫັດຖະກໍາອື່ນໆທີ່ເປັນມູນເຊື້ອ ເຊັ່ນ: ຝ້າຍໄໝ, ຈັກສານ, ຄວັດແກະສະຫລັກ ແລະ ອື່ນໆ. ຈະຕ້ອງໄດ້ເພີ່ມຄວາມພະຍາຍາມ ເພື່ອສືບຕໍ່ສ້າງພື້ນຖານທີ່ໜັກແໜ້ນ ໃຫ້ແກ່ການຫັນໂຄງປະກອບເສດຖະກິດ ໃຫ້ການພັດທະນາໄປຕາມທິດການເຕີບໂຕທີ່ມີຄຸນນະພາບ ແລະ ດ້ວຍຈັງຫວະເຕີບໂຕທີ່ໝັ້ນທ່ຽງ, ປະສົມປະສານຢ່າງກົມກຽວ ລະຫວ່າງ ການເຕີບໂຕທາງດ້ານເສດຖະກິດ ແລະ ສັງຄົມ, ຮັກສາໄດ້ຄວາມຍືນຍົງ ແລະ ສວຍງາມທາງດ້ານທໍາມະຊາດ ແລະ ສິ່ງແວດລ້ອມ ...

Read More »

ການບິນໄທ ຈັດແພັກເກັດບັດໂດຍສານລາຄາພິເສດ ສຳລັບເດີນທາງໃນກຸ່ມປະເທດ CLMV

ບໍລິສັດການບິນໄທ ຈຳກັດ ມະຫາຊົນ ຈັດ Packets  “One Pass One Price Value Card” ຈຳໜ່າຍບັດໂດຍສານຊັ້ນປະຫຍັດ ຖ້ຽວດຽວຈຳນວນ 4 ສະບັບ ເພື່ອອຳນວຍຄວາມສະດວກໃຫ້ແກ່ຜູ້ໂດຍສານທີ່ຈະເດີນທາງໃນເສັ້ນທາງລະຫວ່າງກຸງເທບ ແລະ ກຸ່ມປະເທດ CLMV ຄື: ພະນົມເປັນ, ສຽມລຽບ, ວຽງຈັນ, ຫຼວງພະບາງ, ຢາງກຸ້ງ, ມັນດະເລ, ໂຮ່ຈີ່ມິ້ນ, ຮ່າໂນ່ຍ ລາຄາຕໍ່ແພັກເກັດເລີ່ມຕົ້ນ 260 ໂດລາ ເລີ່ມຈຳໜ່າຍຕັ້ງແຕ່ວັນທີ 11 ພະຈິກ – 10 ທັນວາ 2019. ທ່ານ ກໍລະກົດ ຊາຕະສິງ ຜູ້ອຳນວຍການຝ່າຍຂາຍ ປະເທດໄທ ບໍລິສັດການບິນໄທ ຈຳກັດ ມະຫາຊົນ ກ່າວວ່າ: ບໍລິສັດ ການບິນໄທ ໄດ້ຈັດແພັກເກັດ “One Pass One Price Value Card” ຈຳໜ່າຍບັດໂດຍສານຊັ້ນປະຫຍັດ ຖ້ຽວດຽວຈຳນວນ 4​ ສະບັບ ສາມາດໃຊ້ເດີນທາງໃນຖ້ຽວບິນທັງການບິນໄທ ...

Read More »

ເປີດໂຕປື້ມໃຫມ່ 4 ເຫຼັ້ມ ພາສາລາວ-ຈີນ ພາຍໃຕ້ຫົວຂໍ້ “ເປີດປະຕູ ສູ່ປະເທດຈີນ”

ວິທະຍຸສາກົນແຫ່ງປະເທດຈີນ CRI ປະຈຳລາວ ຮ່ວມມືກັບ ສະມາຄົມນັກປະພັນລາວ ໄດ້ຈັດງານແນະນຳປື້ມໃຫມ່ 2 ພາສາ ລາວ-ຈີນ ພາຍໃຕ້ຫົວຂໍ້  “ເປີດປະຕູ ສູ່ປະເທດຈີນ” ໃນວັນທີ 7 ພະຈິກ 2019 ນີ້, ທີ່ຫໍສະໝຸດແຫ່ງຊາດ. ໂດຍ​ການ​ເຂົ້າ​ຮ່ວມ​ຂອງ​ ທ່ານ ​ໂພ​ສີ ແກ້ວ​ມະ​ນີ​ວົງ ຜູ້​ອຳ​ນວຍ​ການ​ໃຫຍ່ ວິ​ທະ​ຍຸ​ກະ​ຈາຍ​ສຽງ​ແຫ່​ງ​ຊາດ, ທ່ານ ສຳ​ລານ ຫຼວງ​ອາ​ໄພ ຮອງ​ຫົວ​ໜ້າ​ກົມ​ພິມ​ຈຳ​ໜ່າຍ ກະ​ຊວງ​ຖະ​ແຫຼງ​ຂ່າວ, ວັດ​ທ​ະ​ນະ​ທຳ ແລະ ທ່ອງ​ທ່ຽວ; ມີຜູ້ຕາງໜ້ານັກປະພັນລາວ,​ ຄູ-ອາຈານ, ນັກ​ຮຽນ, ນັກ​ສຶກ​ສາ, ພ້ອມ​ດ້ວຍ​ພາ​ກ​ສ່ວນ​ກ່ຽວ​ຂ້ອງ​ຂອງ​ ລາວ-ຈີນ ເຂົ້າ​ຮ່ວມ. ງານຄັ້ງນີ້ ໄດ້ນໍາສະເໜີປຶ້ມໃໝ່ 4 ເຫຼັ້ມ ເຊິ່ງ ເປັນຜົນງານຮ່ວມມືລະຫວ່າງວິທະຍຸສາກົນແຫ່ງປະເທດຈີນ ແລະ ສະມາຄົມນັກປະພັນລາວ ເຊິ່ງໄດ້ຈັດພິມເປັນ 2 ພາສາລາວ-ຈີນ. ປຶ້ມ “ຮູ້ຮອບຈີນ” ເປັນປຶ້ມສາລານຸກົມກ່ຽວກັບປະເທດຈີນ ໂດຍໄດ້ແນະນໍາພູມສັນຖານ, ຊັບພະຍາກອນ, ປະຊາກອນ, ການເມືອງ, ການທ່ອງທ່ຽວ, ຊົນເຜົ່າກັບສາສະໜາ, ສະຖາປັດຕະຍະກໍາ ແລະອື່ນໆຂອງຈີນ ​ເຊິ່ງໄດ້ກວມລວມສະພາບ​ໂດຍ​ຫຍໍ້ຂອງຈີນຢ່າງເປັນລະບົບ, ຜູ້​ອ່ານ​ສາມາດ​ເຂົ້າ​ໃຈປະເທດຈີນຢ່າງ​ລະອຽດ. ປຶ້ມ “ກະວີເພື່ອເຈົ້າ-ບົດກະວີຈີນ ສະໄໝປັດຈຸບັນຮ້ອຍບົດ” ໄດ້ເລືອກເອົາບົດກະວີສະໄໝປັດຈຸບັນທີ່ດີເດັ່ນຂອງຈີນທັງ​ໝົດ 100 ບົດ ​ເຊິ່ງມີເນື້ອໃນທີ່ຫຼາກ​ຫຼາຍເຊັ່ນ: ຄວາມຮັກ, ...

Read More »

ສາເຫດ!!! ທີ່ເຮັດໃຫ້ເສດຖະກິດຂອງປະເທດລາວ ບໍ່ຂະຫຍາຍຕົວຕາມຄາດໝາຍ

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ລາຍງານຕໍ່ສະມາຊິກສະພາ ໃນກອງປະຊຸມສະໃໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດຊຸດທີ VIII ທີ່ໄດ້ເປີດຢ່າງເປັນທາງການມື້ເຊົ້າຂອງ ວັນທີ 7 ພະຈິກ 2019 ນີ້ວ່າ: ສະພາບແວດລ້ອມການພັດທະນາເສດຖະກິດປີນີ້ ແມ່ນດຳເນີນໄປທ່າມກາງທີ່ສາກົນສືບຕໍ່ຜັນແປໄປຢ່າງສັບສົນ, ສົງຄາມການຄ້າລະຫວ່າງປະເທດມະຫາອຳນາດ ບວກກັບຄວາມເຄັ່ງຕຶງຢູ່ໃນຂົງເຂດຕ່າງໆຂອງໂລກ ສົ່ງຜົນກະທົບທາງກົງ ແລະ ທາງອ້ອມຕໍ່ຫຼາຍປະເທດ ແລະ ສ້າງຄວາມຜັນຜວນຕໍ່ຕະຫຼາດການເງິນ, ຕະຫຼາດທຶນຂອງທົ່ວໂລກເຮັດໃຫ້ການເຕີບໂຕຂອງເສດຖະກິດຖືກກະທົບ ກອງທຶນການເງິນລະຫວ່າງປະເທດ (IMF) ໄດ້ປັບຫຼຸດຄາດຄະເນອັດຕາການເຕີບໂຕຂອງເສດຖະກິດໂລກ ລົງຈາກ 3,2% ໃນປີ 2019 ມາເປັນ 3% ແລະ ຈາກ 3,5% ສໍາລັບປີ 2020 ເປັນ 3,4% ເຊິ່ງຖືວ່າເປັນອັດຕາຕ່ຳສຸດໃນຮອບ 10 ປີ ເຊິ່ງແນ່ນອນຈະສົ່ງຜົນກະທົບຕໍ່ບ້ານເຮົາຢ່າງຫຼີກລ້ຽງບໍ່ໄດ້ ປະເທດເຮົາໃນປີນີ້ ຍັງບໍ່ທັນຫຼຸດພົ້ນອອກຈາກຄວາມຫຍຸ້ງຍາກທີ່ມີລັກສະນະຊຳເຮື້ອແຫ່ງການຂາດດຸນໃນດ້ານຕ່າງໆທີ່ໜັກໜ່ວງ ບວກກັບໄພພິບັດ, ອຸທົກກະໄພໃນປີ 2018 ແລະ ຕໍ່ເນື່ອງໃສ່ປີ 2019 ກາຍເປັນອຸປະສັກໃຫ້ແກ່ການພັດທະນາ, ທັງເປັນການຈຳກັດແຫຼ່ງງົບປະມານ ເພື່ອອັດສີດເຂົ້າໃສ່ການກະຕຸ້ນເສດຖະກິດ ແລະ ...

Read More »

ລັດຖະບານ ມີແຜນເພີ່ມຕົວເລກລັດຖະກອນໃໝ່ເພີ່ມເປັນ 2.000 ຄົນ

ຕາມຂ່າວໜັງສືພິມ ວຽງຈັນທາຍ ໃຫ້ຮູ້ວ່າ ລັດຖະບານມີແຜນ ຈະຮັບລັດຖະກອນ 2.000 ຄົນໃນປີ 2020 ເພີ່ມຈາກຈຳນວນ 1.500 ໃນປີນີ້. ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງ ການເງິນ ໄດ້ລາຍງານແຜນການດັ່ງກ່າວຕໍ່ກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ VIII ເຊິ່ງກຳລັງດຳເນີນໃນປັດຈຸບັນ. ລັດຖະບານໄດ້ຂຶ້ນ ແຜນຕົວເລກລັດຖະກອນໃໝ່ 2.000 ຄົນໃນ ປີ 2020 ແລະ ໄດ້ຂຶ້ນແຜນລາຍ ຈ່າຍໄວ້ແລ້ວ. ທ່ານ ສົມດີ ໄດ້ສະເໜີກອງປະຊຸມສະພາແຫງຊາດໃຫ້ພິຈາລະນາ ແລະ ຮັບຮອງ ເອົາຕົວເລກດັ່ງກ່າວ ແລະ ທ່ານ ຍັງກ່າວຕື່ມອີກວ່າ: ໃນປີນີ້, ຈຳນວນພະນັກງານ ອອກຮັບອູດໜູນບໍານານມີປະມານ 4,000 ຄົນ ໂດຍອິງຕາມການລາຍງານຂອງ ກະຊວງພາຍໃນ. ດັ່ງນັ້ນ, ຕ້ອງໄດ້ຂຶ້ນແຜນທົນແທນໄວ້ ເພື່ອບໍ່ໃຫ້ມີການຂາດແຄນ. ປີ 2018, ລັດຖະບານໄດ້ອະນຸມັດ 1.500 ຄົນ, ຕົວເລກດັ່ງກ່າວຫຼຸດລົງຈາກ ປີ 2017 ແມ່ນ ...

Read More »

ຮອງປະທານປະເທດ ໄດ້ຮັບຫຼຽນລະດັບຊາດ ຍີ່ປຸ່ນ ຈາກເຈົ້າຈັກກະພັດ ນາຣຸຮິໂຕະ

ໃນວັນທີ 7 ພະຈິກ 2019, ຢູ່ສຳນັກພະຣາຊະວັງຍີ່ປຸ່ນ, ທ່ານ ພັນຄຳ ວິພາວັນ ຮອງປະທານປະເທດ ແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ເຂົ້າຮັບຫຼຽນ Grand Cordon of the Order of the Rising Sun ຈາກເຈົ້າຈັກກະພັດ ນາຣຸຮິໂຕະ ແຫ່ງຍີ່ປຸ່ນ ເຊິ່ງແມ່ນຫຼຽນລະດັບຊາດ ຂັ້ນສູງສຸດ ຂອງຍີ່ປຸ່ນ ທີ່ມອບໃຫ້ຊາວຕ່າງຊາດ. ທ່ານ ພັນຄໍາ ວິພາວັນ ໄດ້ມີຜົນງານຫຼາຍດ້ານໃນການປະກອບສ່ວນເຂົ້າໃນການພົວພັນຮ່ວມມືລະຫວ່າງລາວ-ຍີ່ປຸ່ນ ໃນໄລຍະດຳລົງຕຳແໜ່ງ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໂດຍລວມແລ້ວ ທ່ານຮອງປະທານປະເທດ ສປປ ລາວ ໃຫ້ຄວາມສໍາຄັນ ຕໍ່ການພົວພັນຮ່ວມມື ກັບ ຍີ່ປຸ່ນ ໃນຂະແໜງການສຶກສາ, ກິລາ, ວັດທະນະທໍາ ແລະ ສັງຄົມ ຕະຫຼອດມາ. ສະເພາະໄລຍະຫຼັງນີ້ ທ່ານໄດ້ສະໜັບສະໜູນ ຍີ່ປຸ່ນ ລົງສະໝັກເປັນເຈົ້າພາບຈັດງານແຂ່ງຂັນກິລາ ໂອແລມປິກ 2020 ເຊິ່ງ ສປປ ...

Read More »