ແຈ້ງເຕືອນ!!! ໃຫ້ມີສະຕິລະວັງແກ້ງໂຈນທຸບແວ່ນລົດເພື່ອເອົາຂອງມີຄ່າ

ເຈົ້າໜ້າທີ່ຕຳຫຼວດປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນໄດ້ອອກມາຢືນຢັນໃນມື້ນີ້ 30/10/2019 ວ່າ ປະຈຸບັນມີກຸ່ມຄົນບໍ່ດີທັງພາຍໃນ ແລະ ຕ່າງປະເທດໄດ້ມີການກໍ່ເຫດທຸບແວ່ນລົດເພື່ອລັກຊັບໂດຍສະເພາະໃນຕອນກາງຄືນ, ສະນັ້ນໃຫ້ປະຊາຊົນມີສະຕິຕໍ່ກັບບັນຫາດັ່ງກ່າວ.

ພາຍຫຼັງທີ່ມີກໍລະນີລັກຊັບເກີດຂຶ້້ນຢູ່ບ່ອນຈອດລົດຂອງຮ້ານອາຫານແຫ່ງໜຶ່ງທີ່ ບ້ານນາຄຳ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນເວລາປະມານ 23 ໂມງ ຂອງວັນທີ 28/10/2019, ເຈົ້້າໜ້າທີ່ກໍ່ໄດ້ລາຍງານວ່າ ນັບແຕ່ຕົ້ນປີ 2019 ມາ ມີກໍລະນີດັ່ງກ່າວໄດ້ເກີດຂຶ້ນ 42 ເລື່ອງ ແລະ ແກ້ໄຂໄດ້ແລ້ວ 15 ເລື່ອງ ຈັບຜູ້ຖືກກ່າວຫາໄດ້ທັງໝົດ 15 ຄົນ ເປັນຊາຍ, ຖ້າທຽບໃສ່ປີຜ່ານມາມີ 38 ເລື່ອງ ແກ້ໄຂໄດ້ 31 ເລື້ອງ ຈັບ 39 ຄົນ ຊາຍທັງໝົດ. ສວ່ນໃຫຍ່ພວກກ່ຽວໄດ້ເຮັດວຽກເປັນກຸ່ມແກ້ງ ມີທັງຄົນລາວ ແລະ ຕ່າງປະເທດ ຮ່ວມກັນ.

ທາງເຈົ້າໜ້າທີ່ຕຳຫຼວດຍັງໄດ້ກ່າວເຕືອນ ໃຫ້ປະຊາຊົນມີສະຕິບໍ່ໃຫ້ເອົາຂອງມີຄ່າປະໄວ້ໃນລົດ ໂດຍສະເພາະເງີນ, ກະເປົາ ແລະ ອື່ນໆ ເພາະມັນຈະເປັນສິ່ງລໍ້ຕາ ແລະ ລໍ້ໃຈກຸ່ມຄົນບໍ່ດີດັ່ງກ່າວ. ນອກຈາກນັ້ນ, ຄວນຈອດລົດໄວ້ບ່ອນທີ່ປອດໄພ ແລະ ສາມາດເບີ່ງເຫັນໄດ້ງ່າຍ ເພາະພວກນີ້ເຮັດວຽກເປັນກຸ່ມແກ້ງ ໂດຍສະເພາະເຂດທະນາຄານ ແລະ ສະຖານທີ່ບໍລິການການເງິນຕ່າງໆ.

ຂ່າວ: ສຸກນິລັນດອນ

ພາບ: ຕຳຫຼວດປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ

Comments