ເຈົ້າໜ້າທີ່!!!​ຮຽກຮ້ອງໃຫ້ນັກຂັບຂີ່ ຫຼີກການສັນຈອນເຂດເສັ້ນທາງທາດຫຼວງ ຫຼຸດຜ່ອນຄວາມແອອັດ

ຄວາມແອອັດຂອງການສັນຈອນໃນໄລຍະບຸນທາດຫຼວງ ຍັງເປັນບັນຫາທີ່ຍັງບໍ່ສາມາດແກ້ໄຂໄດ້ ແລະ ກໍບໍ່ແມ່ນບັນຫາທີ່ເກີດຂຶ້ນໃນປີນີ້ ແຕ່ຈະເປັນທຸກໆປີ.​ສະນັ້ນ, ທາງການຈັດຕັ້ງຂັ້ນທ່ອງຖິ່ນ, ເມືອງ ແລະ ນະຄອນຫຼວງເອງ ແມ່ນໄດ້ຊອກທຸກວິທີທາງ ເພື່ອຈະແກ້ໄຂໃຫ້ໄດ້ດີທີ່ສຸດ ດັ່ງນັ້ນ, ກໍຈຶ່ງຮຽກຮ້ອງໃຫ້ຜູ້ຂັບຂີ່ ກໍໃຫ້ເປັນສ່ວນໜື່ງຂອງການແກ້ໄຂບັນຫານີ້ເຊັ່ນດຽວກັນ ຖ້າເປັນໄປໄດ້ ກໍຢາກໃຫ້ຫຼີກລຽງການສັນຈອນ ຜ່ານເສັ້ນທາງຕ່າງໆຂອງທາດຫຼວງຖ້າບໍ່ຈຳເປັນ.

ເຈົ້າໜ້າທີ່ຈະລາຈອນນະຄອນຫຼວງວຽງຈັນ ໄດ້ໃຫ້ສຳພາດໃນຕອນເຊົ້າວັນທີ 6 ພະຈິກ 2019 ນີ້ວ່າ: ທາງເຈົ້າໜ້າທີ່ໄດ້ວາງກຳລັງ 350 ຄົນປະຈພ 80 ຈຸດ ໃນບໍລິເວນງານບຸນທາດຫຼວງ ພ້ອມທັງແຕ່ງຕັ້ງ ໃຫ້ມີເຈົ້າໜ້າທີ່ປະຈຳຢູ່ແຕ່ລະປ້ອມຍາມ ທົ່ວນະຄອນຫຼວງວຽງຈັນ.

ຕົວເລກດັ່ງກ່າວຖືວ່າ ສູງກວ່າແຕ່ລະປີຜ່ານມາ, ອັນນັ້ນກໍໝາຍຄວາມວ່າ ການລະບາຍລົດ ຂອງເຈົ້າໜ້າທີ່ຖືວ່າເປັນວຽກໜັກພໍສົມຄວນໃນແຕ່ລະປີ ໂດຍສະເພາະປີນີ້, ມີການວາງກຳລັງຫຼາຍກວ່າທຸກປີ ເພື່ອປະຕິບັດໜ້າທີ່ນັກແຕ່ວັນ 5-11 ພະຈິກ.

ທ່ານ ພັນໂທ ເພັງສະຫວັນ ທຳມາບຼນ ຫົວໜ້າພະແນກຕຳຫຼວດຈະລາຈອນນະຄອນຫຼວງກ່າວວ່າ: ຖ້າຜູ້ຂັບຂີ່່ລົດເປັນເຈົ້າການໃນການ ປະຕິບັດຕາມແຈ້ງການ ຂອງຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ ກໍຈະສາມາດຫຼຸດຜ່ອນ ຄວາມແອອັດຂອງການສັນຈອນໃນງານບຸນປະເນີຕ່າງໆໄດ້.

ທີ່ມາ: ວຽງຈັນທາຍ

Comments