ບໍລິສັດ K&C Group ໄດ້ຮັບລາງວັນໃນງານ ASEAN BUSINESS AWARD 2019 ທີ່ປະເທດໄທ

ຊົມເຊີຍ 8 ບໍລິສັດ ຂອງ ສປປ ລາວ ທີ່ໄດ້ຮັບລາງວັນ Asean Business Award (ABA) 2019 ໃນງານAsean Business and  Investment Summit (ABIS), ໃນນີ້, ບໍລິສັດ K&C Group ໄດ້ຮັບລາງວັນ Women Entrepreneur ໂດຍທ່ານ ນາງ ເກດສະຫວັນ ປັນຍາທິບ CEO ຂອງບໍລິສັດເປັນຜູ້ໄດ້ຮັບລາງວັນ.

ໃນຕອນແລງວັນທີ 2 ພະຈິກ 2019, ໃນງານ Asean Business and  Investment Summit (ABIS) ຢູ່ທີ່ Hall 6 ອິມແພັກ ເມືອງທອງທານີ, ປະເທດໄທເປັນເຈົ້າພາບ ໄດ້ຈັດງານມອບລາງວັນ Asean Business Award (ABA) 2019.

ຈຸດປະສົງການຈັດງານ ABA 2019 ກໍເພື່ອສົ່ງເສີມພາກທຸລະກິດອາຊຽນ ທີ່ມີສັກກະຍາພາບ ແລະ ມີຄວາມໂດດເດັ່ນໃນດ້ານຕ່າງໆ ແລະ ສົ່ງເສີມ SME ໃນອາຊຽນທີ່ຈະກ້າວຂຶ້ນເປັນບໍລິສັດຊັ້ນນໍາ ແລະ ມີສັກກະຍາພາບໃນການແຂ່ງຂັນໃນລະດັບສາກົນ ເຊິ່ງຖືເປັນກົນໄກ ສຳຄັນໃນການສົ່ງເສີມສ້າງຄວາມເຂັ້ມແຂງໃຫ້ແກ່ປະຊາຄົມເສດກິດອາຊຽນ ACE.

ສຳລັບປະເທດລາວແມ່ນມີ 8 ບໍລິສັດ ທີ່ໄດ້ຮັບລາງວັນ Asean Business Award (ABA) 2019 ທີ່ປະເທດໄທ ໂດຍຈາກການຄັດເລືອກຂອງ ຄະນະກຳມະການ Asean ໄດ້ແກ່

  1. ທ່ານ ນາງ ເກດສະຫວັນ ປັນຍາທິບ ບໍລິສັດ K&C Group ໄດ້ຮັບລາງວັນ Women Entrepreneur

 

2. ທ່ານ ບຸນລໍາ ແກ້ວອາສາ ບໍລິສັດ ນໍ້າດື່ມ ໂລມາຄຳ Lomakham Drinking water & Ice Factory  ໄດ້ຮັບລາງວັນ SME Excellence- CSR

3. ທ່ານ Kevyn McGranw ASEAN Contact Center ໄດ້ຮັບລາງວັນ SME Excellence-Employment

4. ທ່ານ ຈັນທະວົງ ພະມີສິດ Phouvong Laos Retail Corporation Co.,Ltd ໄດ້ຮັບລາງວັນ Family Business

5. ທ່ານ ເຈດຕະນາ ວຽງສາລີ BIZGITAL Company Limited ໄດ້ຮັບລາງວັນ Most Promising Digitalized MSME

6. ທ່ານ ສຸລິໂຍ ວົງດາລາ LOCA Company ໄດ້ຮັບລາງວັນ Start-up & IDE

7. ທ່ານ ນາງ ອິນແປງ SAMUNTEE ບໍລິສັດ Paksong Development Export-Import Sole Co.,Ltd ໄດ້ຮັບລາງວັນ Agri-Based

8. ທ່ານ ຄຳມະນີ RASOHONE ບໍລິສັດ Khammany General  ໄດ້ຮັບລາງວັນ Young Entrepreneur

 

Comments