ລະບຽບ!!! ຄວນຮູ້ໃນການສົ່ງອອກ-ນໍາເຂົ້າ ສິນຄ້າ ຜ່ານດ່ານຊາຍແດນທ້ອງຖີ່ນ ແລະ ດ່ານປະເພນີ

ຄໍາແນະນໍາ ວ່າດ້ວຍ ການຄຸ້ມຄອງການສົ່ງອອກ-ນໍາເຂົ້າ ສິນຄ້າ, ເຄື່ອງຂອງ ຜ່ານດ່ານຊາຍແດນທ້ອງຖີ່ນ ແລະ ດ່ານປະເພນີ ສະບັບເລກທີ 3708/ກງ ລົງວັນທີ 16 ກັນຍາ 2019 ມີຈຸດປະສົງຫຼັກເພື່ອ ກໍານົດຫຼັກການ, ວິທີການຄຸ້ມຄອງການສົ່ງອອກ-ນໍາເຂົ້າ ສີນຄ້າ ແລະ ເຄື່ອງຂອງ ຕາມດ່ານຊາຍແດນທ້ອງຖິ່ນ ແລະ ດ່ານຊາຍແດນປະເພນີ ເພື່ອໃຫ້ໄປໃນທິດທາງດຽວກັນກັບກົດໝາຍ ແລະ ລະບຽບການ ໂດຍສະເພາະແມ່ນ ລະບຽບການດ້ານສຸຂານາໄມພືດ-ສັດ, ສິ່ງແວດລ້ອມ ແລະ ການຄຸ້ມຄອງການຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດ.

ຄໍາແນະນໍາສະບັບນີ້ໄດ້ກໍານົດປະເພດ ແລະ ປະລິມານຂອງສິນຄ້າ ແລະ ເຄື່ອງຂອງ ໃນການ ສົ່ງອອກ-ນໍາເຂົ້າ ຄື: ແນວພັນສາລີ ແມ່ນ 10 ກິໂລ ຕໍ່ຄົນ ຕໍ່ວັນ, ປະເພດສີນຄ້າເຄື່ອງມື ແລະ ກົນຈັກທີ່ໃຊ້ໃນການຜະລິດ ຄື: ລົດໄຖນາເດີນຕາມແມ່ນ 1 ຄັນຕໍ່ 1 ຄອບຄົວ, ຈັກສູບນໍ້າ 1 ເຄື່ອງຕໍ່ 1 ຄອບຄົວ, ຈັກຟາດເຂົ້າ 1 ເຄື່ອງຕໍ່ 1 ຄອບຄົວ ແລະ ໂຮງສີເຂົ້ານ້ອຍ 1 ເຄື່ອງຕໍ່ 1 ຄອບຄົວ. ສໍາລັບສິນຄ້າກະສິກໍາ ກ່ຽວກັບພືດ ແລະ ຜະລິດຕະພັນພືດ ຄື: ແນວພັນສາລີ 10 ກິໂລຕໍ່ຄົນຕໍ່ວັນ, ແນວພັນພືດຜັກ 200 ກລາມຕໍ່ຄົນຕໍ່ວັນ, ແນວພັນຕະກູນຖົ່ວ 5 ກິໂລຕໍ່ຄົນຕໍ່ວັນ ແລະ ເບ້ຍໄມ້ໃຫ້ໝາກ, ເບ້ຍໄມ້ປະດັບ ແລະ ເບ້ຍໄມ້ອຸດສາຫະກໍາ 10 ເບ້ຍຕໍ່ຄົນຕໍ່ວັນ.

ສໍາລັບນະໂຍບາຍທາງດ້ານພາສີ-ອາກອນ ການສົ່ງອອກ-ນໍາເຂົ້າສີນຄ້າ, ເຄື່ອງຂອງ ທີ່ມີມູນຄ່າບໍ່ເກີນ 50 ໂດລາສະຫະລັດ ແມ່ນຈະໄດ້ຮັບການຍົກເວັ້ນພາສີ-ອາກອນ ຕາມມາດຕາ 19 ການຍົກເວັ້ນພາສີ-ອາກອນ ແລະ ພັນທະອື່ນໆທົ່ວໄປ ອີງຕາມບົດແນະນໍາກະຊວງການເງິນ ເລກທີ 04/ສພຊ ວັນທີ 20 ທັນວາ 2011. ໃນກໍລະນີທີ່ມີມູນຄ່າເກີນທີ່ກໍານົດໃວ້ (ສູງກ່ວາ 50 ໂດລາສະຫະລັດ) ແມ່ນສິນຄ້າ, ເຄື່ອງຂອງດັ່ງກ່າວຈະຕ້ອງສົ່ງອອກ-ນໍາເຂົ້າຜ່ານດ່ານຊາຍແດນສາກົນ. ຍົກເວັ້ນກໍລະນີທີ່ຜູ້ສົ່ງອອກ-ນໍາເຂົ້າສິນຄ້າ, ເຄື່ອງຂອງນັ້ນ ໄດ້ຮັບອະນຸຍາດຈາກຂະແໜງການກ່ຽວຂ້ອງ ຫຼື ໄດ້ຂື້ນທະບຽນຖືກຕ້ອງຕາມກົດໝາຍວ່າດ້ວຍວິສາຫະກິດ. ລາຍລະອຽດຕາມເອກະສານຄັດຕິດມານີ້.

ສ່ວນລາຍລະອຽດເພີ້ມເຕີບກ່ຽວກັບການຄຸ້ມຄອງ ແລະ ກວດກາສິນຄ້າ, ສິດ ແລະ ໜ້າທີຮັບຜິດຊອບຂອງເຈົ້າໜ້າທີ ແມ່ນຕາມເອກະສານທີຕິດຄັດມານີ້ ຫລື ກົດ

ທີ່ມາ: ສູນຂໍ້ມູນຂ່າວສານທາງດ້ານການຄ້າ ຂອງ ສປປ ລາວ / Lao PDR Trade Portal

Comments