ຜູ້ໄດ້ຜົນກະທົບຈາກເຂື່ອນແຕກ ຈະໄດ້ຮັບເຂົ້າ 20 ໂລ ເບ້ຍລ້ຽງ 250.000 ຕໍ່ຄົນຕໍ່ເດືອນ

ປະຊາຊົນທີ່ໄດ້ຮັບຜົນກະທົບໜັກຈາກເຫດສັນຄູກັນນ້ຳ D ເຊປຽນ-ເຊນ້ຳນ້ອຍ ແຕກ ຈຳນວນ 4,6 ພັນກວ່າຄົນ ຈະໄດ້ຮັບເຂົ້າ 20 ໂລ ແລະ ເບ້ຍລ້ຽງ 250.000 ກີບ ຕໍ່ຄົນຕໍ່ເດືອນ ແຕ່ເດືອນກັນຍາ 2019 ຮອດທ້າຍປີ 2021

ທ່ານ ເລັດ ໄຊຍະພອນ ເຈົ້າແຂວງອັດຕະປື ໄດ້ລາຍງານຄວາມຄືບໜ້າດັ່ງກ່າວ ຕໍ່ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ວ່າການລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ໃນກອງປະຊຸມລາຍງານຄວາມຄືບໜ້າໃນການແກ້ໄຂ ແລະ ຟື້ນຟູໄພພິບັດ ຈາກສັນຄູກັນນ້ຳ D ເຂື່ອນເຊປຽນ-ເຊນ້ຳນ້ອຍແຕກ ຢູ່ເມືອງສະໜາມໄຊ ແຂວງອັດຕະປື ໃນທ້າຍເດືອນກໍລະກົດ 2018

ລາຍງານລ່າສຸດເຊິ່ງໃນວັນທີ 1 ຕຸລາ 2019 ເລີ່ມແຕ່ເດືອນກັນຍາ 2019 ຮອດເດືອນທັນວາ 2021 ຈະໄດ້ຈັດຕັ້ງປະຕິບັດນະໂຍບາຍ ຊ່ວຍຈຳນວນເປົ້າໝາຍທີ່ໄດ້ຮັບຜົນກະທົບໜັກ ຈາກໄພພິບັດຄັ້ງນີ້ ຈຳນວນ 4.607 ຄົນ ເຊິ່ງຈະໄດ້ຮັບເຂົ້າ 20 ກິໂລ/ຄົນ/ເດືອນ, ເງິນແຮ ແລະ ເບ້ຍລ້ຽງ 250.000 ກີບ/ຄົນ/ເດືອນ.

ສ່ວນປະຊາຊົນ 13 ບ້ານ ຈຳນວນ 3.123 ຄົນ ທີ່ໄດ້ຮັບຜົນກະທົບປານກາງ ແລະ ເບົາ ຍັງໄດ້ສືບຕໍ່ຮັບເຂົ້າກິນ 18 ກິໂລ/ຄົນ/ເດືອນ, ເຊິ່ງສະເລ່ຍຈະມີລາຍຈ່າຍທັງໝົດ 2,3 ຕື້ກວ່າກີບ/ເດືອນ. ມາຮອດປັດຈຸບັນ ລູກຫຼານພໍ່ແມ່ປະຊາຊົນທີ່ໄດ້ຮັບຜົນກະທົບ ໄດ້ເຂົ້າຮຽນເປັນປົກກະຕິ, ທັງສົ່ງໄປຮຽນຕໍ່ໃນລະດັບສູງຢູ່ສະຖານບັນການສຶກສາຂັ້ນສູນກາງ. ພ້ອມດຽວກັນນັ້ນ, ພໍ່ແມ່ປະຊາຊົນ ກໍໄດ້ຮັບການບໍລິການກວດສຸຂະພາບ, ປິ່ນປົວ, ຈ່າຍຢາ ແລະ ສັກຢາຂັ້ນພື້ນຖານເປັນປົກກະຕິ ແລະ ໃນກໍລະນີເຈັບໜັກ ແມ່ນໄດ້ນຳສົ່ງໂຮງໝໍເມືອງ ແລະ ແຂວງ.

ທີ່ມາ: ຂ່າວສານປະເທດລາວ

Comments