Author Archives: Paeng KC

ບັນຫາຫຼັກທີ່ ຜູ້ປະກອບການ ແລະ ນັກການຕະຫຼາດອອນລາຍ ສ່ວນຫຼາຍຕ້ອງພົບ…

ປັດຈຸບັນສັງເກດເຫັນວ່າ ຫຼາຍໆທຸລະກິດເລີ່ມເຂົ້າມາເຮັດການຕະຫຼາດອອນລາຍຫຼາຍຂຶ້ນ. ນັ້ນກໍເນື່ອງຈາກວ່າ ໃນຍຸກນີ້ເປັນຍຸກທີ່ທຸກຄົນຫັນມາສົນໃຈ ແລະ ຢູ່ແຕ່ກັບໂລກ Social ຖ້າຈະເຮັດການຕະຫຼາດຄືເມື່ອກ່ອນແມ່ນບໍ່ສາມາດຈະເຂົ້າເຖິງລູກຄ້າກຸ່ມເປົ້າໝາຍໄດ້… ແຕ່ໃນການເຮັດການຕະຫຼາດອອນລາຍ ກໍບໍ່ແມ່ນວ່າໃຜ ຫຼືທຸລະກິດໃດ ກໍສາມາດເຮັດໄດ້ ແລະ ເມື່ອເຮັດແລ້ວກໍບໍ່ແມ່ນວ່າຈະສາມາດເຂົ້າເຖິງລູກຄ້າກຸ່ມເປົ້າໝາຍໄດ້ຢ່າງເຕັມ 100% ຫຼືບາງທຸລະກິດ ອາດຈະບໍ່ສາມາດເຂົ້າເຖິງກຸ່ມລູກຄ້າດ້ວຍຊໍ້າ; ອາດຈະເນື່ອງມາຈາກຍັງຂາດບຸກຄະລາກອນທີ່ມີຄວາມຊ່ຽວຊານຢູ່ຫຼາຍ ເຊິ່ງບັນຫາຫຼັກທີ່ເຮັດໃຫ້ບໍ່ສາມາດເຂົ້າເຖິງລູກຄ້າໄດ້ກໍມີຫຼາຍເຫດຜົນດ້ວຍກັນ ເຊິ່ງຜູ້ຂຽນຢາກຈະມາສະເໜີ 3 ບັນຫາຫຼັກ ທີ່ຜູ້ປະກອບການ ແລະ ນັກການຕະຫຼາດອອນລາຍ ສ່ວນຫຼາຍຕ້ອງພົບ… ຈົນເຮັດໃຫ້ບໍ່ປະສົບຄວາມສໍາເລັດໄດ້… ແລ້ວເມື່ອພົບບັນຫາແລ້ວຄວນຈະແກ້ໄຂແນວໃດ? ໃຊ້ງົບປະມານຫຼາຍເກີນໄປ ໃນການໂຄສະນາຜ່ານສື່ Social Media ຫຼື Chanel Online ນັ້ນ ຕ້ອງໃຊ້ຜູ້ຊ່ຽວຊານໃນລະດັບໜຶ່ງໃນການ Optimize Ads (ເພີ່ມປະສິດທິພາບໃນການໂຄສະນາ) ເຊິ່ງຈະຊ່ວຍໃຫ້ເຮົາປະຢັດງົບປະມານໄດ້, ເພາະນັກການຕະຫຼາດ ຫຼື ຜູ້ປະກອບການຫຼາຍຄົນ ອາດຈະຍັງບໍ່ເຂົ້າໃຈເລິກເລື່ອງ Digital Marketing ອາດຈະຄິດວ່າຢາກໄດ້ແຕ່ໄລ້ຫຼາຍໆ ຫຼື ຢາກໃຫ້ຄົນເຫັນຫຼາຍໆ ໂດຍລືມຄິດເລື່ອງຍອດຂາຍໄປ ເຮັດໃຫ້ບາງເທື່ອເຮົາເສຍງົບປະມານໄປຫຼາຍຕໍ່ກັບການບູ໊ດບົດຄວາມ ຫຼືສິນຄ້າທີ່ເຮົາໂພສລົງໄປ ພຽງແຕ່ເປັນການເພີ່ມຍອດ Follow ແຕ່ບໍ່ໄດ້ເພີ່ມຍອດຂາຍແຕ່ຢ່າງໃດ. ສື່ສານເຖິງກຸ່ມເປົ້າໝາຍຜິດກຸ່ມ ການວິເຄາະລູກຄ້າກຸ່ມເປົ້າໝາຍນັ້ນສໍາຄັນຫຼາຍ ຖ້າເຮົາເລືອກກຸ່ມເປົ້າໝາຍຜິດ ອາດຈະເຮັດໃຫ້ເຮົາພາດໃນເລື່ອງຂອງການອອກແບບບົດຄວາມທັງໝົດ; ...

Read More »

ການນໍາແຂວງອັດຕະປືເລັ່ງຟື້ນຟູ ຊີວິດການເປັນຢູ່ຂອງປະຊາຊົນໃຫ້ກັບສູ່ສະພາບປົກກະຕິໂດຍໄວ, ພ້ອມທັງ…..ກົດເຂົ້າໄປອ່ານເລີຍ…  

​​​​ໃນຕອນເຊົ້າຂອງວັນທີ 9 ຕຸລາ 2018 ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການສະເພາະກິດ ແກ້ໄຂໄພພິບັດລະດັບຊາດ ໄດ້ໃຫ້ກຽດໂອ້ລົມຊີ້ນຳ ຕໍ່ອໍານາດການປົກຄອງ ແຂວງອັດຕະປື. ທ່ານ ຮອງນາຍົກໄດ້ມີຄຳເຫັນເນັ້ນໜັກ ໃຫ້ອໍານາດການປົກຄອງແຂວງອັດຕະປື ​ສືບຕໍ່ເອົາໃຈໃສ່ ເປັນຕົ້ນ: ກໍ່ສ້າງທີ່ພັກອາໃສຊົ່ວຄາວຂອງປະຊາຊົນ ໃຫ້ສໍາເລັດໂດຍໄວ້ ໂດຍໃຫ້ມີການຄຸ້ມຄອງ ແລະ ເສີມກໍາລັງເຂົ້າໃນການປຸກສ້າງພື້ນຖານໂຄງລ່າງຕ່າງໆ ເພື່ອໃຫ້ສໍາເລັດໂດຍໄວ; ບຸກເບີກເນື້ອທີ່ການຜະລິດຂອງປະຊາຊົນ; ເກັບກໍາ, ຈັດສັນ ແລະ ເກັບມ້ຽນເຄື່ອງຊ່ວຍເຫຼືອບັນເທົາທຸກໃຫ້ດີ. ຄະນະຈັດຕັ້ງຮັບຜິດຊອບສູນໃຫ້ ສືບຕໍ່ຕິດຕາມສະພາບການດໍາລົງຊີວິດ ຂອງປະຊາຊົນພາຍໃນສູນຢ່າງເປັນປົກກະຕິ ໂດຍສະເພາະ ສະພາບທາງດ້ານແນວຄິດຈິດໃຈ ຂອງປະຊາຊົນ; ເອົາໃຈໃສ່ວຽກງານຄຸ້ມຄອງສູນພັກເຊົາຊົ່ວຄາວ ເປັນຕົ້ນ ການຮັກສາຄວາມສະອາດ, ການແກ້ໄຂລະບົບລະບາຍນໍ້າເປື້ອນພາຍໃນສູນ ເພື່ອຮັບປະກັນສຸຂະພາບ, ຊີວິດ ແລະ ຫຼີກບໍ່ໃຫ້ເກີດມີພະຍາດລະບາດ. ເອົາໃຈໃສ່ວຽກງານການສຶກສາ ໂດຍມອບໃຫ້ຂະແໜງການສຶກສາແຂວງ, ເມືອງ ກໍານົດແຜນການ ເພື່ອແກ້ໄຂໃຫ້ລະອຽດ ອັນໃດຈະມອບໃຫ້ສູນກາງຊ່ວຍເຫຼືອ ແລະ ອັນໃດຈະແມ່ນທ້ອງຖິ່ນແກ້ໄຂ; ສືບຕໍ່ຕິດຕາມ ແລະ ປະຕິບັດນະໂຍບາຍໃຫ້ປະຊາຊົນ ຢ່າງເປັນປົກກະຕິ ໃນນີ້ ຕ້ອງໄດ້ມີການສຶກສາອົບຮົມ, ອະທິບາຍໃຫ້ປະຊາຊົນ ມີຄວາມເຂົ້າໃຈຕໍ່ນະໂຍບາຍທີ່ພັກ ແລະ ລັດມອບໃຫ້. ພ້ອມດຽວກັນນີ້, ໃຫ້ເອົາໃຈໃສ່ຈັດສັນເຂດຜະລິດ ...

Read More »

ບຼ໊ອກເຊນ (Blockchain) ນະວັດຕະກໍາ 2018 ທີ່ທຸລະກິດລາວຄວນນໍາມາໃຊ້…

ໃນຍຸກດິຈິຕອນ, ວິຖີຊີວິດຂອງພວກເຮົາສ່ວນໃຫຍ່ແມ່ນມີການເຮັດທຸລະກຳການເງິນ ຈ່າຍໂອນ, ຊື້ເຄື່ອງອອນລາຍ, ຊື້ປີ້ຍົນ, ຈອງໂຮງແຮມ ແລະອີກຫຼາກຫຼາຍກິດຈະກຳເປັນປະຈຳ ໂດຍຜ່ານບັດເຄຣດິດ ກໍຄືຕ້ອງໃຊ້ລະຫັດຜ່ານສະເພາະ (Password) ເຊິ່ງຖືວ່າເປັນຄວາມລັບສ່ວນບຸກຄົນເພື່ອຢືນຢັນການຈ່າຍເງິນ, ການເຮັດທຸລະກຳຕ່າງໆເອີ້ນວ່າ Transaction. ສະນັ້ນ, ການຮັກສາຄວາມປອດໄພຂອງຂໍ້ມູນຈຶ່ງເປັນເລື່ອງທີ່ສຳຄັນຫຼາຍ ເພື່ອເຮັດໃຫ້ຜູ້ຊົມໃຊ້ໝັ້ນໃຈວ່າ ຂໍ້ມູນເຫຼົ່ານັ້ນຈະບໍ່ຮົ່ວໄຫຼ ຫຼືຖືກໃຜບາງຄົນປ່ຽນແປງມັນ. ເຊິ່ງໂດຍປົກກະຕິແລ້ວການສ້າງຄວາມເຊື່ອຖືນີ້ ຈະຕ້ອງໄດ້ເພິ່ງພາຄົນກາງ ຫຼືພາກສ່ວນທີ່ສາມ (Centralized trusted party) ມາຊ່ວຍກວດສອບຄວາມໜ້າເຊື່ອຖື. ຖ້າຫາກທ່ານເຮັດທຸລະກຳອອນລາຍເລື້ອຍໆ ຈະສັງເກດເຫັນຄຳທີ່ຂຽນວ່າ Secured by ຫຼື Protected by ຕາມດ້ວຍຊື່ຂອງພາກສ່ວນທີສາມໃດໜຶ່ງ ເຊິ່ງແນ່ນອນວ່າ ທ່ານຕ້ອງໄດ້ຈ່າຍຄ່າທຳນຽມບໍລິການ ໃຫ້ພາກສ່ວນນີ້ທຸກໆຄັ້ງ. ບຼ໊ອກເຊນ (Blockchain) ແມ່ນເຕັກໂນໂລຊີດ້ານຄວາມປອດໄພ ແລະໜ້າເຊື່ອຖືກຂອງຂໍ້ມູນ ໂດຍບໍ່ຕ້ອງອາໄສພາກສ່ວນທີ່ສາມກວດສອບ ເປັນການຮ້ອຍຕໍ່ຂໍ້ມູນເຂົ້າໄວ້ນໍາກັນທັງໝົດ ເປັນຖານຂໍ້ມູນທີ່ມີການຈັດການຊຸດຂໍ້ມູນທີ່ມີການເພີ່ມຂຶ້ນຢ່າງຕໍ່ເນື່ອງ, ມີການກວດສອບຄວາມຖືກຕ້ອງ ແລະ ຄວາມປອດໄພເຊິ່ງກັນ ແລະ ກັນ. ໂດຍບຼ໊ອກເຊນຈະເຮັດວຽກໃນຮູບແບບການເກັບຂໍ້ມູນ (Data Structure) ແບບໜຶ່ງ ທີ່ເຮັດໃຫ້ຂໍ້ມູນທຸລະກຳດິຈິຕອນ (Digital Transaction) ຂອງແຕ່ລະຄົນສາມາດ Share ໄປຍັງທຸກຄົນໄດ້ເປັນຕ່ອງໂສ້ (Chain) ທີ່ເຮັດໃຫ້ ...

Read More »

​ເປັນ​ຂ່າວ​ດັງ!!! ເມື່ອ ມ​ສ ວຽງ​ຈັນ ບໍ່ອະ​ນຸ​ຍາດ​ໃຫ້​ນັກ​ຮຽນ​ຖື ສະ​ມາດທ໌​ໂຟນມາ​ໂຮງ​ຮຽນ.

ກ່ອນ​ອື່ນ​ຂ້າ​ພະ​ເຈົ້າ​ຂໍ​ແນະ​ນຳ​ຕົນ​ເອງ ຊື່ ກາບ​ແກ້ວ ທຳ​ມະ​ວົງ ເປັນ​ນັກ​ຂຽນ​ນ້ອງ​ໃໝ່​ຂອງວາ​ລະ​ສານ​ທາ​ເກັດ ຂໍ​ຝາກ​ເນື້ອ​ຝາກ​ໂຕ​ນຳ​ທ່ານ​ນັກ​ອ່ານ. ສ່ວນ​ຫົວ​ຂໍ້​ທຳ​ອິດ​ໃນ​ທາ​ເກັດນີ້ ຂ້າ​ພະ​ເຈົ້າຂໍ​ອະ​ນຸ​ຍາດ​​ເລີ່ມ​​ຈາກເລື່ອງ​ການ​ພັດ​ທະ​ນາ​ຄົນ ເພາະ​ເຍົາ​ວະ​ຊົນ​ຄື​ອະ​ນາ​ຄົດ​ຂອງ​ຊາດ ໂດ​ຍ​ສະ​ເພາະ​​​ເລື່ອງ”ສະ​ມາດ​ທ໌ໂຟນ” (Smart Phone) ທີ່​ຖື​ວ່າ​ເປັນ​ອຸ​ປະ​ກອນ “ໄຮ​ເທັກ”​ ຊ່ວຍ​ໃຫ້​ຊີ​ວິດ​ຄົນ​ເຮົາ​ສະ​ດວກ​ຂຶ້ນ ແຕ່​ໃນ​ອີກ​ດ້ານ​ໜຶ່ງ ມັນ​​ເປັນ​​ດັ່ງໄພ​ງຽບ​ທີ່ໄປ​ກະ​ທົບ​ຕໍ່​ນັກ​ຮຽນ ເພາະມັນ​ເປັນ​​ແມ່​ເຫຼັກ​ທີ່​​​ດຶງ​ດູດ​ເອົາ​ຄວາມ​ສົນ​ໃຈ ຈົນເຮັດ​ໃຫ້​ນັກ​​ຮຽນຂາດ​ສະ​ມາ​ທິ​ໃນ​ການ​ໃຝ່​​​ຫາ​ຄວາມຮູ້ ຖ້າຫາກບໍ່​ຮູ້​ຈັກ​​ນຳ​ໃຊ້​​ໃຫ້​ຖືກວິ​ທີ ແລະ ເໝາະ​ສົມ. ​ພໍ​ແຕ່ມີ​ຂ່າວ​ວ່າ: ມ​ສ ວຽງ​ຈັນ ບໍ່​ອະ​ນຸ​ຍາດ​ໃຫ້​ນັກ​ຮຽນ​​ຊັ້ນ ມ1 ຮອດ ມ7 ເອົາ”​ສະ​ມາດທ໌​ໂຟນ”​ໄປ​ໃຊ້​ຢູ່​ໂຮງ​ຮຽນ​ ໂດຍ​ເລີ່ມ​ຈາກ​ວັນ​ທີ 31/08/2018 ມື້​ໄຂ​ສົກ​ຮຽນ​ໃໝ່ 2018-2019 ເປັນ​ຕົ້ນ​ໄປ ​​ຖື​ເປັນ​ໂຮງ​ຮຽນ​ທຳ​ອິດ​ທີ່​ລິ​ເລີ່ມ​ໂຄງ​ການນີ້ ອັນໄດ້​ເຮັດ​ໃຫ້​ພໍ່​ແມ່​ຜູ້​ປົກ​ຄອງ​ເປັນ​ຫ່ວງ​ເປັນ​ໃຍ​ຕໍ່​ຄວາມ​ປອດ​ໄພ ຢ້ານ​ຕິດ​ຕໍ່​​ຫາ​ລູກໆ​ບໍ່​ໄດ້, ແຕ່​​ບໍ່​ມີ​ຄວາມ​ແຕກ​ຕື່ນໃດໆ​ທີ່​ຈະ​​ຮ້ອນແຮງໄປ​ກວ່າ​​ ກະ​ແສ​ຢູ່​ຊຸມ​ຊົນ”​ອອນ​ໄລ໌”​​ (Facebook) ທີ່​​​ເປັນຊ່ອງ​ທາງ​ກະ​ຈາຍ​ຂ່າວ​ອັນ​ວ່ອງ​​ໄວທັນ​ໃຈ​. ຫຼາຍ​ຄົນ​ໄດ້​ວິ​ພາກວິ​ຈານ​ໄປ​ຕ່າງໆ​ນາງໆ ທັງ​ເຫັນ​ດີ ແລະ ເຫັນ​ຕ່າງ ແຕ່​ຜູ້​ທີ່​ຕ່າງ​ໝູ່ນັ້ນ ກໍ​ຄື​ກຸ່ມ​ຄົນ​ທີ່​​ລໍ​ຖ້າ​ຈອບ​ວິຈານດ້ານລົບ​ຢ່າງ​ດຽວ. ​ທ່ານ ນາງ ວຽງ​ສຸ​ວັນ ພະ​ໄຊ​ສົມ​ບັດ ຜູ້​ອຳ​ນວຍ​ການ ມ​ສ ວຽງ​ຈັນ ໄດ້​ໄຂ​ຂໍ້​ຂ້ອງ​ໃຈ​ໃຫ້ຮູ້​ຕື່ມ​ອີກວ່າ: ​ທາງ​ໂຮງ​ຮຽນ​ກໍ​ຜ່ອນ​ສັ້ນ​ຜ່ອນ​ຍາວ ຍອມ​ອະ​ນຸ​ຍາດ​ໃຫ້​ນັກ​ຮຽນ​​ຖືໂທ​ລະ​ສັບ​ລຸ້ນ​ທຳ​ມະ​ດາ ​ທີ່​ສາ​ມາດ​ຕິດ​ຕໍ່​ກັບ​ພໍ່​ແມ່​ຜູ້​ປົກ​ຄອງ​ໄດ້​ ແລະ ...

Read More »

10 Startups ທີ່ໄດ້ຮັບຄັດເລືອກຈາກ Google ໃຫ້ເຂົ້າສູ່ງານ Demo Day Asia

ປັດຈຸບັນຄວາມທັນສະໄໝທາງດ້ານເຕັກໂນໂລຊີນັບມື້ນັບສູງຂຶ້ນ ເຮັດໃຫ້ນັກທຸລະກິດທັງຫຼາຍທີ່ເມື່ອກ່ອນດໍາເນີນທຸຸລະກິດແບບທົ່ວໄປ ຫັນມາສົນໃຈທຸລະກິດ Startup ຫຼາຍຂຶ້ນ. ໂດຍສະເພາະບັນດາປະເທດທີ່ພັດທະນາແລ້ວແມ່ນໄດ້ມີການແຂ່ງຂັນກັນສ້າງ Startup ປ່ຽນໂລກຂຶ້ນຢ່າງຫຼວງຫຼາຍ. ເຊິ່ງໃນນັ້ນ, ບັນດານັກທຸລະກິດໃນປະເທດທີ່ກໍາລັງພັດທະນາ ກໍໄດ້ພະຍາຍາມຊອກຫາ Startup ທີ່ເໝາະສົມເພື່ອທີ່ຈະນໍາເຂົ້າມາພັດທະນາຕໍ່ໃນປະເທດຕົນເອງ, ລວມທັງນັກທຸລະກິດໃນປະເທດລາວເຮົາກໍເຊັ່ນກັນ ທີ່ພວມເບິ່ງຕະຫຼາດຢູ່ວ່າອັນໃດເໝາະທີ່ຈະນໍາມາໃຊ້ໃນບ້ານເຮົາແດ່? ມື້ນີ້ທາງວາລະສານທາເກັດ ຈຶ່ງຢາກຈະມາແນະນໍາ 10 Startups ປ່ຽນໂລກທີ່ຖືກ Google ຄັດເລືອກໃຫ້ເຂົ້າຮ່ວມໃນງານ Demo day Asia ທີ່ໄດ້ຂຶ້ນໃນເດືອນກັນຍາທີ່ຜ່ານມາ ທີ່ ຊຽງໄຮ້ ປະເທດຈີນ. ມາເບິ່ງນໍາກັນເລີຍວ່າມີຫຍັງໃໝ່ໆແດ່? ແລະ ອັນໃດເໝາະສົມມາເຮັດໃນບ້ານເຮົາ? One Stock Home (ຈາກປະເທດໄທ) ເປັນ E-commerce Platform ສໍາລັບການເລືອກຊື້ວັດສະດຸກໍ່ສ້າງ ເພື່ອເຊື່ອມໂຍງຜູ້ກໍ່ສ້າງ, ຜູ້ຂາຍ ແລະ ຜູ້ຊື້ ໂດຍບໍ່ຕ້ອງມີຄ່າໃຊ້ຈ່າຍສິ້ນເປືອງ ເລື່ອງສາງເກັບມ້ຽນສິນຄ້າ, ບໍ່ມີຄ່າຍົກຍ້າຍສິນຄ້າ ຫຼື ຄ່ານາຍໜ້າ ພາຍໃຕ້ສະໂລແກນ “ປ່ຽນຄວາມວຸ້ນວາຍເລື່ອງວັດສະດຸກໍ່ສ້າງ ໃຫ້ເປັນເລື່ອງງ່າຍໆພຽງປາຍນິ້ວ” ໂດຍທ່ານຈະສາມາດເລືອກຊື້ວັດສະດຸກໍ່ສ້າງ ທີ່ມີຄຸນນະພາບຕາມທີ່ທ່ານຕ້ອງການໄດ້ງ່າຍຂຶ້ນ ແລະ ບໍ່ຖືກເອົາປຽບເລື່ອງລາຄາ ເພາະໃນ “ເວັບໄຊ໌” ຈະເຊື່ອມຕໍ່ກັບບັນດາບໍລິສັດໃຫຍ່ໆ. ສະນັ້ນ, ...

Read More »

ສິ່ງທີ່ເຈົ້າຂອງ Brand 2019 ຕ້ອງເອົາໃຈໃສ່

ຖ້າທ່ານຢາກເປັນຜູ້ປະກອບການແນວໜ້າໃນຍຸກນີ້ ກ່ອນອື່ນຕ້ອງລຶບຄວາມຄິດເກົ່າໆ ຫຼືຄວາມເຂົ້າໃຈຕື້ນໆກ່ຽວກັບ Brand ວ່າເປັນພຽງຍີ່ຫໍ້ ຫຼືກາສິນຄ້າ (Logo) ໄປຈາກຫົວ ແລະ ມາທຳຄວາມເຂົ້າໃຈ ໃຫ້ເລິກເຊິ່ງຂຶ້ນຕື່ມວ່າ Brand ຍັງໝາຍລວມເຖິງ: ຄວາມຮັບຮູ້ ຄວາມຮູ້ສຶກ ຫຼືຄວາມປະທັບໃຈໂດຍລວມຂອງລູກຄ້າ ການຕີຄວາມຄຸນຄ່າ ຂອງສິນຄ້າຫຼືບໍລິການ ທີ່ຍີ່ຫໍ້ (Brand) ນັ້ນໆໄດ້ສ້າງຂຶ້ນ ຜ່ານການໂຄສະນາ ປະສົບການຊົມໃຊ້ ພາບລັກຂອງອົງກອນ ບຸກຄະລາກອນ ແລະອື່ນໆ ທີ່ກ່ຽວຂ້ອງກັບສິນຄ້າ ແລະບໍລິການ ຂອງຍີ່ຫໍ້ດັ່ງກ່າວ. ສະນັ້ນ, ການສ້າງ Brand ຈຶ່ງຕ້ອງຄິດ ແລະ ວາງແຜນຢ່າງຮອບດ້ານ ເພື່ອຄວາມຍືນຍົງໄລຍະຍາວ ບໍ່ແມ່ນພຽງແຕ່ສາມາດສ້າງສິນຄ້າ ຫຼືບໍລິໃດໜຶ່ງມາຂາຍໄດ້ກໍຖືວ່າເປັນ Brand ແລ້ວ. ເຖິງວ່າການເກີດຂຶ້ນຂອງເຕັກໂນໂລຊີນີ້ ຈະເຮັດໃຫ້ບັນດາທຸລະກິດຂະໜາດນ້ອຍແລະຂະໜາດກາງ (SMEs) ມີຕົວຕົນຫຼາຍຂຶ້ນ ຫຼືເອີ້ນໄດ້ວ່າ “ໝົດຍຸກປາໃຫຍ່ກິນປານ້ອຍ” ແລ້ວກໍຕາມ, ແຕ່ທ່າມກາງກະແສພາຍຸຂໍ້ມູນຂ່າວສານ ຂອງຍຸກດິຈິຕອນ ກໍເກີດສິ່ງທ້າທາຍໃໝ່ໆໃຫ້ກັບທຸລະກິດທຸກໆຂະໜາດ ທີ່ຕ້ອງໄດ້ອັບເດດ ຮຽນຮູ້ ແລະປັບຕົວຢູ່ຕະຫຼອດເວລາ ໂດຍສະເພາະຜູ້ປະກອບການໜ້າໃໝ່. ມື້ນີ້ວາລະສານທາເກັດເຮົາ ຈຶ່ງໄດ້ຍົກເອົາແນວໂນ້ມ ຫຼື Trend ໃໝ່ໆ ໃນການສ້າງ ...

Read More »

ມະຕິສໍາຄັນທີ່ສະພາຮັບຮອງ ມີຄື:…

ຫາກເພື່ອນຜູ້ອ່ານຕິດຕາມກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດຊຸດທີ່ VIII ທີ່ດໍາເນີນເປັນເວລາ 18 ວັນ ເຕັມໃນເດືອນ ມິຖຸນາ ຜ່ານມາຈະເຫັນວ່່າມີອັນພົ້ນເດັ່ນຫຼາຍຢ່າງພິເສດໃນກອງປະຊຸມຄັ້ງນີ້ໄດ້ມີ ມະຕິສະພາ ກ່ຽວກັບການຊີ້ແຈງອະທິບາຍຕໍ່ບັນຫາພົ້ນເດັ່ນທາງດ້ານເສດຖະກິດ-ສັງຄົມ. ສະນັ້ນ ວາລະສານຂອງພວກເຮົາສະບັບນີ້ຈຶ່ງຂໍນໍາສະເໜີມະຕິກອງປະຊຸມສະພາວ່າດ້ວຍການຮັບຮອງເອົາການຊີ້ແຈງອະທິບາຍຂອງລັດຖະບານຕໍ່ກັບຄໍາຊັກຖາມຂອງສະມາຊິກສະພາບາງບັນຫາດັ່ງນີ້: ໂຄງປະກອບລາຄານໍ້າມັນເຊື້ອໄຟ; ຮັບຮອງເອົາການຊີ້ແຈງອະທິບາຍຂອງລັດຖະບານກ່ຽວກັບໂຄງປະກອບ ແລະ ມາດຕະການຄຸ້ມຄອງລາຄານໍ້າມັນເຊື້ອໄຟ; ນອກຈາກນັ້ນກອງປະຊຸມສະພາສະເໜີໃຫ້ລັດຖະບານເອົາໃຈໃສ່ບາງບັນຫາເພີ່ມເຕີມດັ່ງນີ້: ຮີບຮ້ອນພິຈາລະນາ ຫຼຸດລາຄານໍ້າມັນເຊື້ອໄຟລົງ ໂດຍສະເພາະ ນໍ້າມັນກາຊວນ, ນໍ້າມັນແອັດຊັງທໍາມະດາ ທີ່ມີຜົນກະທົບສູງ ຕໍ່ການຜະລິດ ແລະ ການເປັນຢູ່ຂອງປະຊາຊົນ ໂດຍໃຫ້ມີການຄົ້ນຄ້ວາຄືນ ໂຄງປະກອບລາຄານໍ້າມັນເຊື້ອໄຟ ເພື່ອໃຫ້ສົມເຫດສົມຜົນ ແລະ ທຸກລາຍຮັບຂອງລັດຈາກນໍ້າມັນເຊື້ອໄຟຕ້ອງລວມສູນເຂົ້າງົບປະມານ ຕາມມາດຕາ 6 ຂອງກົດໝາຍວ່າດ້ວຍ ງົບປະມານແຫ່ງລັດ. ສືບຕໍ່ຈັດຕັ້ງປະຕິບັດ ດໍາລັດຂອງນາຍົກລັດຖະມົນຕີ ສະບັບເລກທີ 331/ນຍ,​ລົງວັນທີ 27 ຕຸລາ 2017 ວ່າດ້ວຍທຸລະກິດນໍ້າມັນເຊື້ອໄຟ ເປັນຕົ້ນ ການປັບປຸງ ລັດວິສາຫະກິດນໍ້າມັນເຊື້ອໄຟ, ທຸລະກິດນໍ້າມັນເຊື້ອໄຟ ໃຫ້ໄດ້ມາດຕະຖານ ແລະ ສະໜອງນໍ້າມັນເຊື້ອໄຟທີ່ມີຄຸນນະພາບ. ຄົ້ນຄ້ວາຊອກທາງອອກ ເພື່ອປະຫຍັດ ແລະ ຫຼຸດຜ່ອນຕົ້ນທຶນການນໍາເຂົ້ານໍ້າມັນເຊື້ອໄຟ ດ້ວຍນໍາໃຊ້ລົດທີ່ນໍາໃຊ້ພະລັງງານໄຟຟ້າ, ອາຍແກັສ ເພື່ອການຂົນສົ່ງມວນຊົນໃນຕົວເມືອງ. ຄົ້ນຄ້ວາວິທີການ ...

Read More »

PPB ປ້າຍໂຄສະນາ ຕາມເສັ້ນທາງໃຫຍ່ຫຼາຍຈຸດທີ່ ໂດດເດັ່ນບໍ່ຄືໃຜ

ຫຼາຍທ່ານອາດຈະສະດຸດຕາກັບປ້າຍໂຄສະນາພາຍໃຕ້ຊື່ PPB ຕາມເສັ້ນທາງໃຫຍ່ຫຼາຍຈຸດທີ່ໂດດເດັ່ນບໍ່ຄືໃຜ ຊຶ່ງເຮັດໃຫ້ທີມງານຂອງພວກເຮົາສົນໃຈນໍາສະເໜີເລື່ອງກ່ຽວກັບທຸລະກິດບໍລິການປ້າຍໂຄສະນານີ້ ໂດຍສະເພາະແນວຄິດສໍາຄັນໃນການດໍາເນີນທຸລະກິດປະເພດນີ້ ທ່າມກາງການແຂ່ງຂັນກັບບໍລິສັດອື່ນ ແລະ ສື່ການຕະຫຼາດອອນໄລ໌ໃນປັດຈຸບັນ. ປ້າຍໂຄສະນາ PPB ແມ່ນດໍາເນີນງານພາຍໃຕ້ບໍລິສັດ Panyathip Plan B media LaoCompany Limited PPB ຊຶ່ງເປັນບໍລິສັດຮ່ວມທຶນລະຫວ່າງບໍລິສັດ Panyathip Advertising ປະເທດລາວ ແລະ ບໍລິສັດ Plan B Media ປະເທດໄທຊຶ່ງເປີດຕົວມາໄດ້ເກືອບເຂົ້າສອງປີແລ້ວ ໂດຍມີປ້າຍໂຄສະນາ Billboard ທີ່ຫຼາກຫຼາຍໃນຕົວເມືອງທົ່ວນະຄອນຫຼວງວຽງຈັນ ນອກນັ້ນຍັງມີແຜນຈະຂະຫຍາຍໄປຍັງຕ່າງແຂວງໃນທົ່ວປະເທດ. ທ່ານນາງ ເລືອງສີຣິ ສະທິຣະກຸລ ຕໍາແໜ່ງ Senior Manager International Business Development ທີ່ໃຫ້ກຽດສໍາພາດກັບທີມງານວາລະສານ ທາເກັດ ຂອງພວກເຮົາວ່າ;   ບໍລິສັດແມ່ນເນັ້ນໜັກຍົກລະດັບປ້າຍໂຄສະນາໃນລາວໃຫ້ໄດ້ມາດຕະຖານສາກົນ ສະນັ້ນການຕິດຕັ້ງປ້າຍໃນແຕ່ລະຈຸດພວກເຮົາຈຶ່ງຕ້ອງຄໍານຶງເຖິງ ຄວາມງາມຂອງຕົວເມືອງ, ກົດລະບຽບຈະລາຈອນ ແລະ ວັດທະນະທໍາອັນດີງາມຂອງລາວເຮົາພ້ອມ. ເລື່ອງການໃຫ້ບໍລິການພວກແມ່ນເຮົາເນັ້ນໃຫ້ເປັນລະດັບມືອາຊີບ ແລະ ຄຸນະພາບລະດັບສາກົນໂດຍສະເພາະ ການນໍາສະເໜີຄວາມແຕກຕ່າງຂອງການບໍລິການເຊັ່ນ: ມາດຕະຖານຂອງປ້າຍ, ສີສັນ, ຈັກພິມ ແລະ ອື່ນໆ ລວມເຖິງການປະເມີນຜົນພາຍຫຼັງການໃຊ້ປ້າຍໂຄສະນາຂອງພວກເຮົາເຊັ່ນ: ...

Read More »

7 ຂໍ້ແນະນໍາ ຈາກຜູ້ປະກອບການວິສາຫະກິດຂະໜາດນ້ອຍ ແລະ ກາງ…

ການເຮັດທຸລະກິດໃນປະຈຸບັນ ແມ່ນຕ້ອງປະເຊີນກັບການແຂ່ງຂັນສູງບໍ່ວ່າ ຈະເປັນທາງກົງ ແລະ ທາງອ້ອມ ແລະ ກໍເປັນການເພີ່ມຄວາມສ່ຽງຕໍ່ກັບຜົນສໍາເລັດຂອງການເຮັດທຸລະກິດຕາມແຜນທີ່ຕັ້ງໄວ້. ແນ່ນອນວ່າ ຜົນສໍາເລັດໃນການເຮັດທຸລະກິດ ຂຶ້ນກັບ ຍຸດທະສາດ, ການຕະຫຼາດ ແລະ ເຕັກໂນໂລຊີ. ແຕ່ບາງຄັ້ງ, ເຮົາອາດໃຊ້ຄໍາແນະນໍາຕ່າງໆ ເພື່ອຈັດການກັບບັນຫາບາງຢ່າງ ເພື່ອໃຫ້ທຸລະກິດເດີນແມ່ນແລ່ນສະດວກຍິ່ງຂຶ້ນ. ສະນັ້ນ, ທາເກັດສະບັບນີ້ ເຮົາໄດ້ສັງລວມຂໍ້ຄິດ/ຄໍາແນະນໍາ ຈາກບັນດາຜູ້ປະກອບການທີ່ເປັນວິສາຫະກິດຂະໜາດນ້ອຍ ແລະ ກາງ ເພື່ອໃຫ້ບັນດາທ່ານຜູ້ອ່ານ ນໍາໄປໃຊ້ ໂດຍສະເພາະ ແມ່ນບາງຄໍາແນະນໍາ ທີ່ອາດແທດເໝາະກັບບັນຫາໃນທຸລະກິດຂອງທ່ານ ເພື່ອໃຫ້ເກີດຜົນສໍາເລັດ. ຄໍາແນະນໍາ 1: ໃຫ້ຕິດຕາມ ແລະ ຢູ່ໃນສື່ສັງຄົມອອນໄລ໌ທີ່ລູກຄ້າເປົ້າໝາຍຂອງທ່ານຢູ່ນັ້ນ: ໃຫ້ຮູ້ວ່າ ລູກຄ້າຂອງທ່ານ ໃຊ້ເວລາອອນໄລ໌ສ່ວນໃຫຍ່ຢູ່ໃນສື່ໃດ, ເວັບໄຊ໌ໃດ,​ ແອັບພລີເຄເຊິນໃດ ຊຶ່ງ ທ່ານກໍບໍ່ຈໍາເປັນຕ້ອງຢູ່ທຸກເວັບໄຊ໌ ຫຼື ທຸກສື່ສັງຄົມອອນໄລ໌ກໍໄດ້; ແຕ່ສິ່ງສໍາຄັນ ແມ່ນຕ້ອງຢູ່ໃນສື່ໃດໜຶ່ງ ແລະ ສື່ສານກັບລູກຄ້າຂອງທ່ານທີ່ນັ້ນ. ຄໍາແນະນໍາຂໍ້ນີ້ ແມ່ນຟັງແລ້ວເຂົ້າໃຈງ່າຍ, ແຕ່ຍາກທີ່ຈະເຮັດ ເພາະວ່າ ມັນບໍ່ງ່າຍທີ່ຈະໄປຢູ່ບ່ອນທີ່ລູກຄ້າເປົ້າໝາຍຢູ່ ເພາະທ່ານຈໍາເປັນຕ້ອງເປັນສ່ວນໜຶ່ງຂອງສັງຄົມຂອງພວກເຂົາ ເພື່ອໃຫ້ຮູ້ ແລະ ເຂົ້າໃຈພວກເຂົາຢ່າງແທ້ຈິງ. ເຖິງແນວໃດກໍຕາມ, ໃຫ້ພະຍາຍາມຕິດຕາມສື່ສັງຄົມໃດໜຶ່ງ ເພື່ອສື່ສານກັບລູກຄ້າເປົ້າໝາຍຂອງທ່ານ ...

Read More »

ຈາກົວ-ແລນໂຣເວີ ນໍາເອົານະວັດຕະກໍາທີ່ມີຄຸນນະພາບສູງໃຫ້ລູກຄ້າຊາວລາວໄດ້ຊົມໃຊ້. 

ວາລະສານສະບັບເດືອນ ຕຸລາ ພວກເຮົາໄດ້ຮັບກຽດການໃຫ້ສໍາພາດຂອງທ່ານ ALISTAIR SCOTT ຜູ້ອຳນວຍການຝ່າຍຂາຍປະຈຳພາກພຶ້ນ Jaguar Land Rover ເອເຊຍປາຊີຟິກຜູ້ນຳເຂົ້າ ເຊິ່ງທ່ານຈະຍົກໃຫ້ເຫັນການເຕີບໃຫຍ່ຂະຫຍາຍຕົວຂອງຕະຫຼາດຈໍາໜ່າຍລົດ JAGUAR LANDROVER ໃນ ສປປ ລາວ ພາຍຫຼັງທີ່ບໍລິສັດແມ່ໃນປະເທດອັງກິດໄດ້ເຂົ້າ ມາເປີດຕົວຢ່າງເປັນທາງການແຕ່ຊຸມປີ 2011 ເພື່ອນໍາເອົານະວັດຕະກໍາທີ່ມີຄຸນນະພາບສູງມາດຕະຖານເອີຣົບມາໃຫ້ລູກຄ້າຊາວລາວໄດ້ຊົມໃຊ້. ພິເສດລົດແຕ່ລະລຸ້ນທີ່ນໍາເຂົ້າມາໃນ ສປປ ລາວ ແມ່ນຖືກອອກແບບມາໂດຍສະເພາະເພື່ອໃຫ້ແທດເໝາະກັບມາດຕະຖານຂອງນໍ້າມັນເຊື້ອໄຟລາວ. JAGUAR LAND ROVER ເລີ່ມເຂົ້າມາຈໍາໜ່າຍໃນປະເທດລາວຄັ້ງທໍາອິດເມື່ອປີໃດ? Land Rover ລາວ ດໍາເນີນທຸລະກິດດ້ານການຂາຍລົດ Land Rover ມາຕັ້ງແຕ່ປີ 2011 ແລະ ເລີ່ມຂາຍລົດ Jaguarໃນປີ 2015. ໃນປີ 2016, Land Rover ລາວ ໄດ້ເປີດຫ້ອງ ວາງສະແດງທີ່ທັນສະໄໝຂຶ້ນໃນນະຄອນຫຼວງວຽງຈັນເພື່ອວາງສະແດງລົດທັງສອງຍີ່ຫໍ້ພາຍໃນສະຖານທີ່ດຽວກັນ. ບັນດາລົດທີ່ທ່ານຂາຍໃນ ລາວ ມີຫຍັງແຕກຕ່າງກັບລົດປະເພດດຽວກັນທີ່ຂາຍໃນຕະຫຼາດອື່ນ ຫຼື ບໍ່? ແມ່ນແລ້ວ: ເຖິງແມ່ນວ່າພວກເຮົາຈະພະຍາຍາມແບ່ງປັນລັກສະນະ, ຕົວເລືອກ ແລະ ຈຸດພິເສດທັງໝົດໄປທົ່ວທຸກຕະຫຼາດເພື່ອຫຼຸດຜ່ອນຄວາມຫຍຸ້ງຍາກໃນການຜະລິດແລ້ວກໍຕາມ, ແຕ່ພວກເຮົາກໍຍັງຈໍາເປັນຕ້ອງໄດ້ສ້າງຈຸດພິເສດທີ່ແຕກຕ່າງໃຫ້ແກ່ຕະຫຼາດລາວ ໂດຍອີງຕາມສິດ ແລະ ...

Read More »