ບຼ໊ອກເຊນ (Blockchain) ນະວັດຕະກໍາ 2018 ທີ່ທຸລະກິດລາວຄວນນໍາມາໃຊ້…

ໃນຍຸກດິຈິຕອນ, ວິຖີຊີວິດຂອງພວກເຮົາສ່ວນໃຫຍ່ແມ່ນມີການເຮັດທຸລະກຳການເງິນ ຈ່າຍໂອນ, ຊື້ເຄື່ອງອອນລາຍ, ຊື້ປີ້ຍົນ, ຈອງໂຮງແຮມ ແລະອີກຫຼາກຫຼາຍກິດຈະກຳເປັນປະຈຳ ໂດຍຜ່ານບັດເຄຣດິດ ກໍຄືຕ້ອງໃຊ້ລະຫັດຜ່ານສະເພາະ (Password) ເຊິ່ງຖືວ່າເປັນຄວາມລັບສ່ວນບຸກຄົນເພື່ອຢືນຢັນການຈ່າຍເງິນ, ການເຮັດທຸລະກຳຕ່າງໆເອີ້ນວ່າ Transaction. ສະນັ້ນ, ການຮັກສາຄວາມປອດໄພຂອງຂໍ້ມູນຈຶ່ງເປັນເລື່ອງທີ່ສຳຄັນຫຼາຍ ເພື່ອເຮັດໃຫ້ຜູ້ຊົມໃຊ້ໝັ້ນໃຈວ່າ ຂໍ້ມູນເຫຼົ່ານັ້ນຈະບໍ່ຮົ່ວໄຫຼ ຫຼືຖືກໃຜບາງຄົນປ່ຽນແປງມັນ. ເຊິ່ງໂດຍປົກກະຕິແລ້ວການສ້າງຄວາມເຊື່ອຖືນີ້ ຈະຕ້ອງໄດ້ເພິ່ງພາຄົນກາງ ຫຼືພາກສ່ວນທີ່ສາມ (Centralized trusted party) ມາຊ່ວຍກວດສອບຄວາມໜ້າເຊື່ອຖື. ຖ້າຫາກທ່ານເຮັດທຸລະກຳອອນລາຍເລື້ອຍໆ ຈະສັງເກດເຫັນຄຳທີ່ຂຽນວ່າ Secured by ຫຼື Protected by ຕາມດ້ວຍຊື່ຂອງພາກສ່ວນທີສາມໃດໜຶ່ງ ເຊິ່ງແນ່ນອນວ່າ ທ່ານຕ້ອງໄດ້ຈ່າຍຄ່າທຳນຽມບໍລິການ ໃຫ້ພາກສ່ວນນີ້ທຸກໆຄັ້ງ.

ບຼ໊ອກເຊນ (Blockchain) ແມ່ນເຕັກໂນໂລຊີດ້ານຄວາມປອດໄພ ແລະໜ້າເຊື່ອຖືກຂອງຂໍ້ມູນ ໂດຍບໍ່ຕ້ອງອາໄສພາກສ່ວນທີ່ສາມກວດສອບ ເປັນການຮ້ອຍຕໍ່ຂໍ້ມູນເຂົ້າໄວ້ນໍາກັນທັງໝົດ ເປັນຖານຂໍ້ມູນທີ່ມີການຈັດການຊຸດຂໍ້ມູນທີ່ມີການເພີ່ມຂຶ້ນຢ່າງຕໍ່ເນື່ອງ, ມີການກວດສອບຄວາມຖືກຕ້ອງ ແລະ ຄວາມປອດໄພເຊິ່ງກັນ ແລະ ກັນ. ໂດຍບຼ໊ອກເຊນຈະເຮັດວຽກໃນຮູບແບບການເກັບຂໍ້ມູນ (Data Structure) ແບບໜຶ່ງ ທີ່ເຮັດໃຫ້ຂໍ້ມູນທຸລະກຳດິຈິຕອນ (Digital Transaction) ຂອງແຕ່ລະຄົນສາມາດ Share ໄປຍັງທຸກຄົນໄດ້ເປັນຕ່ອງໂສ້ (Chain) ທີ່ເຮັດໃຫ້ Block ຂອງຂໍ້ມູນ Link ຕໍ່ໄປຫາທຸກຄົນ ໂດຍທີ່ຮູ້ວ່າໃຜທີ່ເປັນເຈົ້າຂອງ ແລະ ມີສິດໃນຂໍ້ມູນນັ້ນແທ້ໆ ເມື່ອ Block ຂອງຂໍ້ມູນຖືກບັນທຶກໄວ້ໃນ Blockchain ມັນຈະເປັນເລື່ອງທີ່ຍາກຫຼາຍທີ່ຈະເຂົ້າໄປປ່ຽນແປງ ເມື່ອເກີດການແກ້ໄຂ ຫຼື ເພີ່ມຂໍ້ມູນທຸກໆຄົນໃນເຄືອຂ່າຍ (ເຊິ່ງລ້ວນແຕ່ມີສໍາເນົາຂອງ Blockchain ) ຈະເຮັດໃຫ້ທຸກ Block ຮັບຮູ້ການແກ້ໄຂນັ້ນໆ ແລະ ສາມາດ Run Algorithm ຫຼືຂັ້ນຕອນວິທີຂອງລະບົບເພື່ອກວດສອບທຸລະກຳ (Transaction) ໂດຍທຸລະກຳ ໃໝ່ນີ້ຈະໄດ້ຮັບອະນຸຍາດ ກໍຕໍ່ເມື່ອເຄືອຂ່າຍສ່ວນຫຼາຍເຫັນດີວ່າຂໍ້ມູນນັ້ນຖືກຕ້ອງ ໂດຍເນື້ອແທ້ຂອງ Technology ຈຶ່ງມີຄວາມປອດໄພຈາກໂຄງສ້າງທີ່ເກີດຂຶ້ນ.

ຄວາມສາມາດຂອງ BlockChain ເລີ່ມເປັນທີ່ຮູ້ຈັກເມື່ອຖຶືກມານໍາໃຊ້ກັບ Bitcoin (ສະກຸນເງິນໃນໂລກດິຈິຕອນ) ຫຼື Virtual money ທີ່ມີການໃຊ້ຢ່າງຫຼວງຫຼາຍ ດ້ວຍຮູບແບບຂອງການບັນທຶກ ທຸກກ່ອງເປັນສໍາເນົາຂໍ້ມູນຄືກັນໝົດ, ເຮັດໃຫ້ມີຄວາມປອດໄພຫຼາຍກວ່າການບັນທຶກດ້ວຍມະນຸດ ຫຼື ເຄື່ອງມືບັນທຶກແບບເກົ່າທີ່ມີຢູ່ ແລະ ນັ້ນກໍເຮັດໃຫ້ລະບົບ BlockChain ໄດ້ຮັບຄວາມສົນໃຈ ແລະ ມີອິດທິພົນຂຶ້ນເລື້ອຍໆ, ໂດຍສະເພາະໃນວົງການ Technology ແລະ ກຸ່ມທຸລະກິດທາງການເງິນເຊັ່ນ: ທະນາຄານ ເປັນຕົ້ນ. ໂດຍເຊື່ອວ່າ BlockChain ຈະນໍານະວັດຕະກໍາທາງການເງິນທີ່ມີຄວາມປອດໄພ ແລະ ໄວກວ່າ Technology ການເງິນທີ່ໃຊ້ຢູ່ປັດຈຸບັນ ເຊິ່ງສົ່ງຜົນໃຫ້ເກີດການປ່ຽນແປງຕາມມາໃນລະດັບໂລກ ເມື່ອເບິ່ງພາບລວມແລ້ວ ເອີ້ນວ່າເປັນ Technology ທີ່ມີຖືກຈັບຈ້ອງອັນດັບຕົ້ນໆເລີຍກໍວ່າໄດ້ ໂດຍສະເພາະໃນວົງການທະນາຄານລາວ ທີ່ຄວນຈະນໍາເອົາລະບົບນີ້ເຂົ້າມານໍາໃຊ້ ເພື່ອເຮັດແນວໃດໃຫ້ປະຢັດຄ່າໃຊ້ຈ່າຍ ແລະທັນກັບກະແສຂອງໂລກ.

(ວາລະສານທາເກັດ ສະບັບ 147 ເດືອນຕຸລາ 2018 ໄດ້ທີ່ M-point Mart, Jeffy ແລະ U Express ຫຼື ສອບຖາມຈອງເປັນສະມາຊິກໄດ້ທີ່ເບີ 021 216 666)

Comments